ຊາວເຜົ່າເກີຕູ ຮັກສາວັດທະນະທຳພື້ນເມືອງ

(vovworld)- ສີສັນ​ວັດ​ທະນະ​ທຳ​ພື້ນ​ເມືອງ​ເຖິງ​ວ່າ​ຖືກ​ສູນ​ຫາຍໄປ​ສ່ວນ​ໃດ​ຫນຶ່ງພາຍຫລັງ​​ມີ​ການຜັນ​ແປ​ຫລາຍ​ຢ່າງ​​ໃນ​ໄລຍະ​ຜ່ານ​ມາ ​ແຕ່​ມາ​ບັດ​ນີ້ ຊາວ​ເຜົ່າ​ເກີ​ຕູ ມີ​ສະຕິ​​ຄວາມ​ຮັບຜິດຊອບໃນ​ການຮັກສາວັດທະນະທຳຜ່ານ​ການ​ດຳ​ເນີນ​ຊີວິດ​ປະຈຳວັນ​ຄື: ການຫລິ້ນ​ບັນດາ​ເຄື່ອງ​ດົນ​ຕີ​ພື້ນ​ເມືອງ, ຈັດ​ຕັ້ງ​ງານ​ບຸນ​ແທງ​ຄວາຍ, ບຸນ​ພາວະນາ​ລະດູ​ການ​ຜະລິດ​ໄດ້​ຮັບ​ຜົນ​ດີ… ພີ​ເສດ ບັນດາ​ນັກ​ສິລະ​ປະການ​ຊາວ​ເຜົ່າ​ເກີ​ຕູ ຢູ່​ແຂວງ ກວ໋າງນາມ ຍັງ​ຈັດ​ຕັ້ງ​ບັນດາຊຸດຮຽນ​ວັດທະນະທຳ​ພື້ນ​ເມືອງ​ຢ່າງ​ມີ​ປະສິດທິ​ຜົນ. ​ໃນ​ລາຍການ​ສີສັນ 54 ຊົນ​ເຜົ່າ​ພາກ​ນີ້ ​ພວກ​ເຮົາ​ຂໍ​ແນະນຳ​ບົດ​ ຂອງ​ນັກ​ຂ່າວ ລານ​ແອ​ງທີ່​ພາດ​ຫົວ​ເລື​່ອງວ່າ: ຊາວ​ເຜົ່າ​ເກີ​ຕູ ຮັກສາ​ວັດທະນະທຳ​ພື້ນ​ເມືອງ.​

        ທີ່​ທ່ານ​ພວມ​ຮັບ​ຟັງ​ແມ່ນ​ສຽງ​ດົນຕີ​, ສຽງ​ຂອງ​ພວກ​ນ້ອງ​ນ້ອຍຊາວ​ເຜົ່າ​ເກີ​ຕູ ພວມ​ຮຽນ​ວາດ​ຟ້ອນ​ພື້ນ​ເມືອງ ຕູ​ງຕູ​ງຢາ​ຢາ(Tung tung da da) ຂອງ​ເຜົ່າ​ຕົນ. ບໍ່​ທັນ​ຮອດ​ເວລາ​ເຂົ້າສົກ​ຮຽນ​ໃຫມ່, ສະ​ນັ້ນ ຕອນ​ແລງ​ທຸກມື້​ ນາງ ​ເບີລີງ ທິສຽກ (Bờ linh Thị Xiếc) ຢູ່ ບ້າ​ນ ​ເບີ​ຮົ່ງ 1,​ ຕາ​ແສງ ຊົງ​ກົນ, ​ເມືອງ ດົງ​ຢາງ ​ແຂວງ  ກວ໋າງນາມ ກໍ​ຍາດ​ເວລາ​ເພື່ອສອນ​ໃຫ້​ພວກ​ຫລານ​ໃນ​ບ້ານ​ວິທີ​ຟ້ອນ ຕູ​ງຕູ​ງຢາ​ຢາ. ນາງ ​ເບີ​ລີງ ທິສຽກ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ໄດ້​ຮຽນ​ວິທີ​ຟ້ອນ ຕູ​ງຕູ​ງຢາ​ຢາ ​ໃນ​ຄາວ​ຍັງ​ນ້ອຍຈາກ​ພວກແມ່​ພວກ​ເອື້ອຍ. ປະຈຸ​ບັນ ພວກ​ຂ້າພະ​ເຈົ້າຢາກ​ສອນ​ໃຫ້​ພວກ​ລູກ​ຫລານ​ວາດ​ຟ້ອນ​ພື້ນ​ເມືອງ​ນີ້​ເພື່ອ​ໃຫ້​ພວກ​ຫລານ​ເຂົ້າ​ໃຈ​ກ່ຽວ​ກັບ​ກົກ​ເຄົ້າ​ເຫງົ້າ​ກໍ​ຂອງ​ຕົນ​ກວ່າ.”

        ​​​ຕອນ​ແລງ​ແຕ່​ລະ​ມື້, ບັນຍາກາດ​ໃນບ້ານ​​​ ​ເບີ​ຮົງ 1 ຟົດ​ຟື້ນ​ມ່ວນ​ຊື່ນຫລາຍ. ຜູ້​​ເຖົ້າ​ຜູ້​ແກ່​​ຕະຫລອດ​ຮອດ​ໄວ​ຫນຸ່ມ​ໄດ້​ພາກັນເຕົ້າ​ໂຮມ​​ຕໍ່​ຫນ້າເຮືອນ​ຂອງ​ນາງ ສຽກ. ​ເຂົາ​ເຈົ້າ​ນັ່ງ​​ໂອ້​ລົມ​ນຳ​ກັນ​ຢ່າງ​ມ່ວນ​ຊື່ນ ​ແລະ ​ເບິ່ງ​ພວກ​ລູກ​ພວກ​ຫລານ​ແອບ​ຟ້ອນ​ດ​້ວຍສາຍ​ຕາ​ທີ່​​ເຕັມ​ໄປ​ດ້ວຍ​ຄວາມເອກອ້າງ​ທະ​ນົງ​ໃຈ.

        ​ໃນ​ໄລຍະກວ່າ 2 ປີ​ມາ​ນີ້, ນັກ​ສິລະ​ປະການ ​ເບີ​ລີງ ​ແຫ້ງ ຢູ່ ຕາ​ແສງ ຢວຍ ເມືອງ ນາມ​ຢາງ ​​ເຄີຍຈັດ​ຕັ້ງ​ການ​ບັນດາ​ຊຸດ​ຮຽນ​ລັ່ນ​ຄ້ອ​ງ​ໃຫ້​ແກ່​ປະຊາຊົນ​ໃນ​ຕາ​ແສງ. ລຸງ ເບີ​ລີງ ​ແຫ້ງ ​ໃຫ້​ຮູ້​ວ່າ:

        “ທຳ​ມະ​ດາ ຜູ້​​ໃຫຍ່​ຢູ່​ເມືອງ​ສ່ວນ​ຫລາຍ​​ລັ່ນ​ຄ້ອງ​ເປັນ ​ແຕ່​ພວກ​ຫລານ​ນ້ອຍບໍ່​ທັນ​ຮູ້​ຈັກ​ເທື່ອ ສະ​ນັ້ນ ນັບ​ແຕ່​ປີ 2010 ຂ້າພະ​ເຈົ້າ​​ເປີດ​ຊຸດ​ຮຽນ​ເພື່ອ​ສອນ​ວິທີ​ລັ່ນຄ້ອງ​ໃຫ້​ພວກ​ຫລານ. ​ແລະ ຮອດລະດູ​ຮ້ອນ​ຈຶ່ງ​ມີ​ໂອກາດສອນ​ໄດ້ ​ເພາະວ່າ ​ເວລາ​ນັ້ນ ພວກ​ຫລານ​​ພັກ​ຮຽນ.”

ຊາວເຜົ່າເກີຕູ ຮັກສາວັດທະນະທຳພື້ນເມືອງ - ảnh 1
ບ້ານຕາຫວ່າງຢູ່ແຂວງ ກ໋ວາງນາມ ຊື່ງແມ່ນສະຖານທີ່ຊາວເຜົ່າເກີຕູຍັງ
ຄົງຮັກສາວັດທະນະທຳພື້ນເມືອງ
ພາບ:baoquangnam

          ປະຈຸບັນ ​ໃນຕອນບ່າຍຂອງທຸກມື້, ພວກຫລານນ້ອຍໃນບ້ານ ມາຮຽນລັ່ນຄ້ອງນັບມື້​ນັບ​ຫລາຍ. ​ເຢີ​ເຢີ​ມ​ເມົາ ນັກ​ສຶກສາ​ປີ​ທີ 4 ມະຫາວິທະຍາ​ໄລວັດທະນະທຳນະຄອນ ​ໂຮ່ຈິ​ມີນ ຊື່​ງ​ແມ່ນ​ຜູ້​​ໄດ​້ຮັບ​ນາມມະຍົດ​ແມ່ນ​ນັກ​ສິລະ​ປະການ​ຫນຸ່ມ​ນ້ອຍຈາກ​ແຂວງ ກວ໋າງນາມ ​ເພາະນ​​້ອງ​ໄດ້​ມີ​ການ​ປະ​ກອບ​ສ່ວນ​ໃຫ້​ແກ່​ວັດທະນະທຳ​ຂອງ​ຊາວ​ເຜົ່າ​ເກີ​ຕູ. ​ເຖິງ​ວ່າ ​ໄປ​ຮຽນ​ຢູ່​ຫ່າງ​ໄກ​ຈາກບ້ານ​ກໍ​ຕາມ ​ແຕ່​ເມື່ອ​ມີ​ເຫດການ​ວັດທະນະທຳ​ໃຫຍ່​ຂອງ​ແຂວງ ກວ໋າງນາມ ນ້ອງ​​ໄດ້ຍາດ​ເວລາ​ພ້ອມ​ກັບ​ນັກ​ສິລະ​ປະການ​ໃນ​ຕາ​ແສງ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງຫນ້າ. ເຢີ​ເຢີ​ມ​ເມົາ ​​ໃຫ້​ຮູ້​ວ່າ:

        “ນ້ອງ​ພ້ອມ​ກັບ​ລຸງ ​ແຫ້ງ ຂົນ​ຂວາ​ຍພວກ​ນ້ອງ​ນ້ອຍ​ໄປ​ຮຽນ​ດົນຕີ. ນ້ອງ​ໄດ້​ສ້າງ​ຕັ້ງ​ກອງ​ສິລະ​ປະ​ຫນ່ວຍຫນຶ່ງ ​ແລະ ປະຈຸ​ບັນ ກອງ​ລວມມີ 34 ຄົນ. ​ໄລຍະ​ທາງ​ຈາກ​ບ້ານ​​ໄປເຖິງ​ສະຖານ​ທີ່​ດຳ​ເນີນ​ຊີວິດ​ຂອງກອງ​ສິລະ​ປະ​ແມ່ນ​ໄກ​ພໍ​ສົມຄວນ, ບາງ​ຄົນ​ຕ້ອງ​ໄປ​ເຖິງ 20 ກິ​ໂລ​ແມັດ​ຈຶ່ງ​ມາຮອດ. ​ແຕ່ພວກ​ນ້ອງ​ນ້ອຍ​ສ່ວນ​ຫລາຍ ມີ​ຄວາມ​ຫ້າວຫັນ ​ແລະຕັ້ງ​ໃຈຮຳ່ຮຽນ​.”

        ຈຳນວນ​ຜູ້​ສືບ​ທອດ​ຄື​ດັ່ງ ເຢີ​ເຢີ​ມ​ເມົາ ບໍ່​​ມີ​ຫລາຍ, ​ແຕ່​ນັກ​ສິລະ​ປະການ ​ເບີ​ລີງ ​ແຫ້ງ ກໍ​ຮູ້ສຶກ​ອຸ່ນ​ອ່ຽນ​ໃຈ​ສ່ວນ​ໃດ​ສ່ວນ​ຫນຶ່ງ ​ເພາະວ່າ ​ໄດ້​ມີ​ຄົນ​ຮຸ່ນ​ຫນຸ່ມ​ສືບ​ທອດ​​ເພື່ອຮັກສາ ​ແລະ ​ເສີມ​ຂະຫຍາຍ​ສີສັນ​ຂອງ​ຊົນ​ເຜົ່າ​ເກີ​ຕູ. ນັກ​ສິລະ​ປະການ ​ເບີ່​ລິງ​ແຫ້ງ ​​ເວົ້າວ່າ: ການ​ສອນ​ໃຫ້​ຄົນ​ຮຸ່ນ​ຫນຸ່ມ​ໃນ​ການ​ຮັກສາ​ວັດທະນະທຳ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ​ຕົນ​ບໍ່​ປະ​ຕິ​ບັດ​ຢ່າງ​ຟ້າວ​ຝັ່ງ​ໄດ້. ​ແລະ ຜູ້​ສອນ​ໃຫ້​ພວກ​ຫລານ​ຕ້ອງ​ມີ​ຄວາມ​ອົດທົນ​ເພື່ອ​​ເຮັດ​ແນວ​ໃດ​ໃຫ້​ຄົນ​ຮຸ່ນ​ຫນຸ່ມ​ມີຄວາມ​ຮັກ​ຢ່າ​ງ​ເລິກ​ເຊິ່ງກ່ຽວ​ກັບ​ວັດທະນະທຳ​ພື້ນ​ເມືອງ. ​ເຮັດ​ຄື​ແນວ​ນັ້ນ ວັດທະນະທຳ​ຂອງ​ຊາວ​ເຜົ່າ​ເກີ​ຕູ​ຈື່ງ​​ໄດ້​ຮັບ​ການ​ຮັກສາ​​ ​ແລະ ພັດທະນາ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ