(VOVWORLD)-ເຊີດັງແມ່ນຊົນເຜົ່າດຳລົງຊີວິດທີ່ມີມາແຕ່ດົນນານຢູ່ເຂດດິນ ໄຕງວຽນ. ໃນວິວັດການສ້າງຕັ້ງ ແລະ ພັດທະນາ, ຊາວເຜົ່າ ເຊີດັງ ຍັງຄົງຮັກສາບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຊອງເຜົ່າຕົນ. ບົດຂຽນຂອງນັກຂ່າວ ຫວີຟອງ ທີ່ມີຫົວຂໍ້ວ່າ: “ຊາວເຜົ່າ ເຊີດັງ ໃນປະຊາຄົມບັນດາເຜົ່າໄຕງວຽນ”.
ສາລາບ້ານ (ເຮືອນຣົງ) ຂອງຊາວເຜົ່າ ເຊີດັງ |
ຊາວເຜົ່າ ເຊີດັງ ຂຶ້ນກັບໝວດພາສາ ມົນ - ຂະແມ ດ້ວຍພົນລະເມືອງປະມານ 170.000 ຄົນ, ແມ່ນຫນຶ່ງໃນ 6 ເຜົ່າມີທີ່ພົນລະເມືອງຫລາຍກວ່າໝູ່ຢູ່ເຂດໄຕງວຽນ. ຊາວເຜົ່າ ເຊີດັງ ດຳລົງຊີວິດ ຢູ່ແຂວງ ກອນຕູມເປັນສ່ວນໃຫຍ່ ແລະ ມີຈຳນວນຫນ້ອຍແມ່ນຢູ່ແຂວງ ກວ໋າງຫງາຍ ແລະ ແຂວງ ກວ໋າງນາມ. ຊາວເຜົ່າ ເຊີດັງ ສ່ວນຫລາຍແມ່ນເຮັດໄຮ່ ແລະ ປູກພືດທັນຍາຫານອື່ນຈຳນວນຫນຶ່ງ ພ້ອມກັບລ້ຽງສັດ, ລ່າເນື້ອ, ຫາປາ.. ນອກນັ້ນ ຊາວເຜົ່າ ເຊີດັງ ຍັງມີອາຊີບຈັກສານ, ຕ່ຳແຜ່ນຕັດຫຍິບ, ຕີເຫລັກ ມີການພັດທະນາທີ່ສຸດ. ຊາວເຜົ່າ ເຊີດັງ ດຳລົງຊີວິດໃກ້ຊິດກັບທຳມະຊາດ ສະນັ້ນ ໃນຊີວິດດ້ານຈິດວິນຍານ ຊາວເຜົ່າເຊີດັງ ເຄີຍບູຊາບັນດາເທວະດາທີ່ກ່ຽວຂ້ອງເຖິງການຜະລິດ ແລະ ການດຳເນີນຊີວິດ.
ຊຸດອາພອນປະຈຳເຜົ່າຂອງຊາວເຜົ່າ ເຊີດັງ ສ່ວນຫລາຍແມ່ນມີສີດຳ, ເພດຊາຍນຸ່ງກະຕ່ຽວ ແລະ ເປືອຍໂຕ. ຊຸດອາພອນປະຈຳເຜົ່າຂອງແມ່ຍິງຊາວເຜົ່າ ເຊີດັງ ລວມມີ: ເສື້ອ, ສິ້ນ ແລະ ຜ້າບີງ. ເສື້ອສ່ວນຫລາຍແມ່ນເສື້ອຊຸບຫົວບໍ່ມີແຂນ, ສ່ວນ ຜ້າບີງ ຂອງແມ່ຍິງຊາວເຜົ່າ ເຊີດັງ ແມ່ນໄດ້ຕ່ຳມາຈາກບັນດາເສັ້ນຝ້າຍທີ່ມີສີສັນຫລາກຫລາຍ, ຕົ້ນຕໍແມ່ນສີດຳ. ແມ່ຍິງຊາວເຜົ່າ ເຊີດັງ ເຄີຍໃຊ້ເຄື່ອງເອ້ຢ້ອງຄື: ປອກແຂນ, ປອກຕີນ, ປອກຄໍ, ຕຸ້ມຫູ ທີ່ເຮັດດ້ວຍເງິນ, ທອງ ແລະ ສາຍແອວ ປະດັບປະດາດ້ວຍໝາກເດື່ອຫີນມີສີສັນຫລາກຫລາຍ. ທ່ານນາງ ເລືອງແທນເຊີນ, ນັກຄົ້ນຄ້ວາຊາວເຜົ່າ ໄຕງວຽນ ໃຫ້ຮູ້ວ່າ:
“ຊຸດອາພອນຂອງຊາວເຜົ່າ ເຊີດັງ ແມ່ນຄ້າຍຄືກັນກັບຊຸດ ອາພອນຂອງບັນດາເຜົ່າຢູ່ເຂດ ໄຕງວຽນ. ຈຸດທີ່ແຕກຕ່າງນັ້ນແມ່ນ ຊຸດອາພອນຂອງຊາວເຜົ່າ ເຊີດັງ ມີ ລວດລາຍ. ໃນງານບຸນ, ຊຸດອາພອນຂອງເພດຊາຍ ເຂົາເຈົ້າເອົາຜ້າມາພັນປຽງ ເອິກຕື່ມອີກ… ເບິ່ງຄືກັນກັບທະຫານພວມອອກສະຫນາມຮົບ. ສຳລັບແມ່ຍິງ ເຂົາເຈົ້າເຄີຍນຸ່ງສິ້ນຍາວແຕ່ຂີ້ແຮ້ລົງຮອດຕີນ. ເວລາ ສະແດງວາດຟ້ອນ ຜູ້ຊາຍມີທ່າຟ້ອນແຂງແຮງ, ສ່ວນແມ່ຍິງແມ່ນມີຄວາມອ່ອນຊ້ອຍກວ່າ.”
ເຄື່ອງຈັກສານ, ວັດຖຸູພັນທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ເຊີດັງ |
ຊາວເຜົ່າ ເຊີດັງ ຍັງຄົງຮັກສາປະເພນີ ຄອບຄົວຫນຶ່ງມີຫລາຍລຸ້ນຄົນດຳລົງຊີວິດຮ່ວມກັນຢູ່ໃນເຮືອນຮ້ານຫລັງດຽວ. ຊື່ຂອງຊາວເຜົ່າ ເຊີດັງ ບໍ່ມີນາມສະກຸນ ແຕ່ມີຄຳບອກເພດຍິງຫລືຊາຍ ຄື: ເພດຊາຍ ມີ ຕົວອັກສອນ A ຫລື U ຂຶ້ນຕົ້ນ, ສ່ວນເພດຍິງ ແມ່ນ ຕົວ Y. ຜູ້ຊາຍ, ຜູ້ຍິງເມື່ອເຕີບໃຫຍ່ຂຶ້ນ ລ້ວນແຕ່ມີຄວາມເສລີໃນການຊອກຮູ້ເຊິ່ງກັນແລະກັນ ແລະ ມີຄວາມຮັກມັກນຳກັນ. ພິທີສູ່ຂໍ, ງານດອງຂອງຊາວເຜົ່າ ເຊີດັງ ແມ່ນລຽບງ່າຍ ແລະ ເມື່ອແຕ່ງງານ, ຜົວເມຍ ອາດຈະຢູ່ນຳຄອບຄົວເຈົ້າບ່າວ ຫລື ຄອບຄົວເຈົ້າສາວ.
ໃນ ປະຈຸບັນ ຊີວິດການເປັນຢູ່ຂອງ ຊາວເຜົ່າ ເຊີດັງ ຍັງຄົງຮັກສາຫລາຍຮີດຄອງປະເພນີ ແລະ ງານບຸນປະເພນີຂອງເຜົ່າ, ເພດຊາຍ ຊາວເຜົ່າ ເຊີດັງ ບໍ່ພຽງແຕ່ມີນ້ຳໃຈອົງອາດເທົ່ານັ້ນ ຫາກຍັງມີຄວາມເກັ່ງກ້າດ້ານສະຖາປັດຕະຍະກຳ, ຄວັດແກະສະຫລັກ ແລະ ແຕ້ມພາບອີກດ້ວຍ. ກ່ຽວກັບດົນຕີ, ຊາວເຜົ່າ ເຊີດັງ ຫລາຍຮູບການສິລະປະພື້ນເມືອງຄື: ຟ້ອນ, ຮ້ອງລຳທຳເພງ, ດົນຕີ. ໃນໂອກາດງານບຸນ, ບຸນປີໃຫມ່, ຊາວເຜົ່າ ເຊີດັງ ເຄີຍຕີກອງລັ່ນຄ້ອງ ແລະ ເລົ່າເລື່ອງກ່ຽວກັບປະຫວັດຄວາມເປັນມາຂອງຊົນເຜົ່າຕົນກໍຄືກ່ຽວກັບກົກເຄົ້າເຫງົ້າກໍຂອງເຂດດິນໄຕງວຽນ. ເຜົ່າ ເຊີດັງ ກໍ່ມີຊື່ສຽງດ້ວຍເຄື່ອງດົນຕີພື້ນເມືອງຫລາຍປະເພດທີ່ເຮັດດ້ວຍໄມ້ເຮ້ຍ, ໄມ້ໃຜ່ ຄື: ຊາວເຜົ່າ ເຊີດັງ ມີງານບຸນປະເພນີ ຈຳນວນຫນຶ່ງທີ່ກ່ຽວຂ້ອງເຖິງຊີວິດເຮັດກະສິກຳ, ພົ້ນເດັ່ນແມ່ນບຸນເຂົ້າໃຫມ່, ງານບຸນຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກເພື່ອໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ. ທ່ານ A khao (ອາຄາວ), ຊາວເຜົ່າ ເຊີດັງ ຕາແສງ ດັກອາງ, ເມືອງ ງອກໂຮ່ຍ, ແຂວງ ກອນຕູມ ໃຫ້ຮູ້ວ່າ: ໃນງານບຸນຕ່າງໆ, ໃນນັ້ນ ມີບຸນເຂົ້າໃຫມ່ຂອງ ຊາວເຜົ່າ ເຊີດັງ ດຳເນີນພຽງໃນຂອບເຂດຄອບຄົວເທົ່ານັ້ນ ແລະ ປະຈຸບັນ ໄດ້ກາຍເປັນງານບຸນລວມຂອງວົງຄະນາຍາດ. ໃນງານບຸນ, ເຈົ້າກົກເຈົ້າເຫລົ່າ ແມ່ນຜູ້ບັນຊາທຸກການເຄື່ອນໄຫວລວມ ແລະ ແມ່ນຜູ້ຕາງຫນ້າໃຫ້ໝູ່ບ້ານທຳພິທີສົມມະນາຄຸນຕໍ່ເທວະດາຟ້າແຖນທີ່ໄດ້ເອື້ອອຳນວຍໃຫ້ທຸກຄອບຄົວມີລະດູການເກັບກ່ຽວໄດ້ຮັບຜົນດີ.
“ຊາວເຜົ່າ ເຊີດັງ ຢູ່ແຕ່ລະທ້ອງຖິ່ນ ມີຈຸດວັດທະນະທຳແຕກຕ່າງກັນ. ບັນດາງານບຸນຂອງຊາວເຜົ່າ ເຊີດັງ ສ່ວນຫລາຍໄດ້ດຳເນີນໃນໄລຍະຕົ້ນປີ. ເມື່ອມ້ຽນມັດເຂົ້າໃສ່ສາງ, ໄລຍະຕົ້ນເດືອນຈຽງ, ບັນດາຄອບຄົວໃນບ້ານຂ້າໝູນ້ອຍໂຕຫນຶ່ງເພື່ອເຮັດບຸນເຂົ້າໃຫມ່.”
ທຸກວຽກໃນບ້ານຂອງຊາວເຜົ່າ ເຊີດັງ ລ້ວນແຕ່ ແມ່ນ ເຈົ້າກົກເຈົ້າເຫລົ່າ, ຜູ້ທີ່ມີອິດທິພົນຊື່ສຽງ ແລະ ມີອາຍຸສູງກວ່າໝູ່ໃນບ້ານ ຊີ້ນຳນຳພາບັນດາການເຄື່ອນໄຫວໃນບ້ານ ແລະ ແມ່ນຜູ້ຕາງຫນ້າໃຫ້ປະຊາຊົນໃນບ້ານ. ແຕ່ລະເທື່ອ ເມື່ອໝູ່ບ້ານມີເຫດການໃດແດ່, ປະຊາຊົນໃນບ້ານ ເຊີດັງ ລ້ວນແຕ່ເຕົ້າໂຮມກັນໃນສາລາບ້ານ(ເຮືອນຣົງ)ເພື່ອປຶກສາຫາລື, ຮັບຟັງຄຳເຫັນຂອງເຈົ້າກົກເຈົ້າເຫລົ່າ ແລະ ພ້ອມກັນແບ່ງປັນວຽກງານ. ເຮືອນຣົງ ຕັ້ງຢູ່ໃຈກາງໝູ່ບ້ານ ບໍ່ພຽງແຕ່ແມ່ນບ່ອນເພື່ອໃຫ້ປະຊາຊົນພັກຜ່ອນ, ລະຫລິ້ນ, ພົບປະແລກປ່ຽນ, ຕ້ອນຮັບແຂກເທົ່ານັ້ນ ຫາກຍັງແມ່ນບ່ອນວາງສະແດງບັນດາວັດຖຸພັນທີ່ກ່ຽວຂ້ອງເຖິງຊີວິດຂອງຊາວບ້ານຄື: ກອງຄ້ອງ, ຮູບປັ້ນບູຊາບັນພະບຸລຸດ.