ປະເພນີແຕ່ງງານຂອງຊາວເຜົ່າໄຢ໋ຢູ່ແຂວງລາວກາຍ


(vovworld) - ກໍ່​ເຊັ່ນ​ດຽວ​ກັບ​ຊົນ​ເຜົ່າ​ອື່ນໆ, ຊົນເຜົ່າ​ໄຢ໋ຖື​ການ​ສົມລົດ, ​ການສືບ​ວົງ​ຕະກຸນ​ເປັນ​ສຳຄັນ. ​ໃນ​ການສົມລົດ, ຊາວ​ເຜົ່າ​ໄຢ໋ບໍ່​ສົນ​ໃຈ​ຫຼາຍ​ເຖິງ​ຄວາມ​ຮັ່ງມີ​ຫຼື​ທຸກ​ຍາກ, ຫາກ​ເອົາ​ໃຈ​ໃສ່​ເຖິງ​ຄຸນສົມບັດ ​ແລະ ​ແບບ​ແຜນ​ດຳລົງ​ຊີວິດ​ຂອງ​ທັງ​ສອງ​ຝ່າຍ.

ປະເພນີແຕ່ງງານຂອງຊາວເຜົ່າໄຢ໋ຢູ່ແຂວງລາວກາຍ - ảnh 1

ພິທີໝັ້ນເມຍຂອງຊາວເຜົ່າໄຢ໋

        ກ່ອນ​ນີ້, ​ການ​ສົມລົດ​ຂອງ​ຊາວ​ເຜົ່າ​ໄຢ໋​​ແມ່ນອີງ​ຕາມ​ການຈັດ​ວາງ​ຂອງ​ພໍ່​ແມ່, ​ມັນບໍ່​ພຽງ​ແຕ່​ດຳ​ເນີນ​​ໄປໃນ​ໝູ່ບ້ານ​ຂອງ​ຕົນ​ເທົ່າ​ນັ້ນ, ຫາກ​ຍັງ​ດຳ​​ເນີນ​ໃນ​ບັນດາໝູ່​ບ້ານ​ອ້ອມ​ຂ້າງ, ​ແຫ່ງ​ທີ່​ມີ​ໝູ່​ເພື່ອນ, ຍາດຕິ​ພີ່ນ້ອງ ຫຼື​ຜູ້​ທີ່​ມີ​ຄວາມ​ລື້​ງ​ເຄີຍ​ນຳ​ກັນອີກ​ດ້ວຍ. ຍ້ອນ​ເຫດ​ນັ້, ຊາວ​ເຜົ່າ​ໄຢ໋ຈຶ່ງ​ມີ​ປະ​ເພນີ “ຊອກ​ຫາ​​ແຟນ“. ​ເຂົາ​ເຈົ້າ​ຊອກ​ຫາ​ແຟນດ້ວຍ​ຫຼາຍ​ວິທີ, ອາ​ໄສຍາດ​ຕິ​ພີ່ນ້ອງ, ໝູ່​ເພື່ອນ, ​ຜູ້​ລື້​ງ​ເຄີຍ​ຊອກ​ຫາ​ຊ່ວຍ, ຫຼື​ແນະນຳ​ໃຫ້. ບາງ​ເທື່ອ​ເຂົາ​ເຈົ້າ​ກໍ່ຊອກ​ຫາກັນ​ຜ່ານການ​ຢ້ຽມຢາມຍາດຕິ​ພີ່ນ້ອງ, ໝູ່​ເພື່ອນ, ຜູ້​ລື້​ງ​ເຄີຍ, ຫຼື​ຜ່າ​ນການ​ຂັບ​ກ່ຽວ​ກັນ. ​ເມື່ອ​ຮັກ​ແພງ​ກັນ​ແລ້ວ, ​ເຂົາ​ເຈົ້າ​ຈຶ່ງ​ລາຍ​ງານຕໍ່​ພໍ່​ແມ່​ເພື່ອ​ກ້າວ​ໄປ​ເຖິງ​ການ​ສົມລົດ. ການ​ສົມລົດຂອງ​ຊາວ​ເຜົ່າ​ໄຢ້ຖືກດຳ​ເນີນຕ້ອງ​ຜ່ານ​ສາມ​ພິທີການ​ເຊັ່ນ: ພິທີ​ຂໍ​ເມຍ, ​ພິທີ​ໝັ້ນ​ເມຍ ​​ແລະ​ພິທີ​ແຕ່ງ​ດອງ. ທ່ານ ​ເຊິ່ນ​ຈ໋າງ, ຢູ່​ບ້ານ​ຕາ​ວານ​ໄຢ໋, ​ເມືອງ​ຊາ​ປາ, ​ແຂວງ​ລາວກາຍ, ​ໃຫ້​ຮູ້​ວ່າ:

        “ຖ້າ​ຫາກ​ຮູ້​ກັນ​ແລ້ວ, ​ເລື່ອງ​ຊົມ​ໜ້າ, ເບິ່ງ​​ເຮືອນ​ແມ່ນ​ບໍ່​ຈຳ​ເປັນ. ​ແຕ່​ຖ້າ​ບໍ່ຮູ້​ກັນ​ແມ່ນ​ຕ້ອງ “ຊົມ​ໜ້າ, ​ເບິ່ງ​ເຮືອນ“. ສຳລັບ​ຜູ້​ຊາຍ, ​ເລື່ອງ​ຊົມ​ໜ້າ​ແມ່ນ​ຈຳ​ເປັນ, ສ່ວນຜູ້ຍິງ​​ພັດ​ແມ່ນເລື່ອງ​ເບິ່ງ​ເຮືອນ​. ຖ້າ​ເຫັນ​ດີ​​ແລ້ວ, ຄອບຄົວ​ຜູ້​ສາວ​ຈຶ່ງ​ມອບ​ໃບຊາຕາ​​ໃຫ້​ຄອບຄົວ​ຝ່າຍ​ເຈົ້າ​ບ່າວ. ຄອບຄົວ​ຝ່າຍ​ເຈົ້າ​ບ່າວຈະ​ນຳ​ເອົາໃບຊາຕານີ້​ພ້ອມ​ກັບ​ໃບຊາຕາ​ຂອງ​ເຈົ້າ​ບ່າວ​ເຖິງ​ໝໍ​ດູ​ເພື່ອ​ຮູ້​ວ່າ​ຊາຕາ​ຄູ່​ບ່າວ​ສາວຖືກ​ກັນ​ບໍ. ຖ້າ​ຖືກ​ກັນ. ຄອບຄົວ​ຝ່າຍ​​ເຈົ້າ​ບ່າວ​ຈະ​ນຳ​ເອົາ​ໄກ່​ຄູ່​ໜຶ່ງມາ​ຕັ້ງ​ບັນຫາ​ກ່ຽວ​ກັບ​ພິທີ​ໝັ້ນ​ເມຍ​ຢ່າງ​ເປັນ​ທາງ​ການ​.

ປະເພນີແຕ່ງງານຂອງຊາວເຜົ່າໄຢ໋ຢູ່ແຂວງລາວກາຍ - ảnh 2

ຂະບວນຕ້ອນຮັບເຈົ້າສາວ

        ​ໃນ​ພິທີ​ໝັ້ນ​ເມຍ, ຄອບຄົວ​ຝ່າຍ​ເຈົ້າ​ບ່າວ​ນຳ​ເອົາ​ເຄື່ອງ​ດອງ​ຂອງ​ໝັ້ນ​ມາ​ເຮືອນ​ເຈົ້າ​ສາວ, ​ເຊິ່ງລວມມີ​ໄກ່, ​ເປັດ ​ແລະ ໝູ​ໂຕ​ໜຶ່ງ​ໜັກ​ປະມານ 40 ກິ​ໂລກຼາມ. ພິທີ​ໝັ້ນ​ເມຍກໍ່​ແມ່ນ​​ໂອກາດ​ເພື່ອ​​ໃຫ້​ຄອບຄົວ​ເຈົ້າ​ສາວ​​ແອ່ວ​ຄ່າ​ສິນ​ສອດ. ຕາມ​ປະ​ເພນີ​ຂອງ​ຊາວ​ເຜົ່າ​ໄຢ໋​ແລ້ວ, ທີ​ໜຶ່ງ​ແມ່ນ​ຕ້ອງມີ​ເຫຼົ້າ, ຊີ້ນ​ເພື່ອ​ເຊີນ​ແຂກ​ໃນ​ພິທີ​ງານ​ດອງ, ທີ​ສອງ​ແມ່ນ​ຕ້ອງ​ມີ​ປອກ​ເງິນ, ​ໂສ້ງ​ເສື້ອ​ໃໝ່​ໃຫ້​​ເຈົ້າ​ສາວ​ນຳ​ໄປ​​ເຮືອນ​ຜົວ; ທີ​ສາມ​ແມ່ນ​ຕ້ອງ​ມີ​ເຂົ້າ​ສານ​ໃຫ້​ພໍ່​ແມ່​ຜູ້​ສາວ ຍ້ອນ​ມີ​ບຸນ​ຄູນ​ລ້ຽງ​ດູ​ເຈົ້າ​ສາວ. ຊາວ​ເຜົ່າ​ໄຢ໋ມີ​ທັດສະນະ​ວ່າ, ຖ້າງານ​ແຕ່ງ​ດອງ​​ໃຫຍ່, ​ມີ​ຫຼາຍ​ຄົນ​ເຂົ້າ​ຮ່ວມ, ຄູ່​ຜົວ​ເມຍ​ຍິ່ງ​ມີ​ຄວາມສຸກ. ຍ້ອນ​ເຫດ​ນັ້ນ, ງານ​ດອງ​ເຄີຍ​ຖືກ​ຈັດ​ຕັ້ງ​ໃນ​ໄລຍະ​ແຕ່​ເດືອນ 10 ​ເຖິງ​ເດືອນ 2 (​ໄລ່​ຕາມ​ຈັນທະ​ປະຕິທິນ), ​ເຊິ່ງ​ແມ່ນ​ເວລາ​ບໍ່ຕິດ​ຄາ​ກັບ​ວຽກ​ໄຮ່​ການ​ນາ, ​​​​​ເຂົາ​ເຈົ້າຈະ​ເຂົ້າ​ຮ່າວມ​ງານ​ດອງ​ຢ່າງພ້ອມພຽງ.

        ພິທີ​ຕ້ອນຮັບ​ເຈົ້າ​ສາວ​ຂອງ​ຊາວ​ເຜົ່າ​ໄຢ໋ກໍ່​ຕ້ອງ​ຜ່ານ​ຫຼາຍພິທີການ. ຂະ​ບວນຕ້ອນຮັບ​​ເຈົ້າຕ້ອສາວ​ມີ​ທັງ​ສອງ​ພາກສ່ວນ: ພໍ່​ເຖົ້າ​ສອງ​ຄົນ, ​ແມ່​ເຖົ້າ​ສອງ​ຄົນ​​ເຊິ​ງ​ແມ່ນ​ຜູ້ທີ່ມີຄວາມ​ຜາ​ສຸກ ​ແລະ ເວົ້າ​ຈາ​ເກັ່ງ. ທ່ານ ​ເສິນ​ຈ໋າງ, ​ໃຫ້​ຮູ້ວ່າ, ​ໃນ​ພິທີ​ຕ້ອນຮັບ​​ເຈົ້າ​ສາວມີ​ເພື່ອນ​ເຈົ້າ​ບ່າວ​ຜູ້​ໜຶ່ງ, ຜູ້​ສາວ​ບໍ່​ທັນ​ສ້າງ​ຄອບຄົວສອງ​ຄົນ ​ແລະ ນ້ອງ​ຊາຍ​ຜູ້​ໜຶ່ງ​ຈູງ​ມ້າ​ໃຫ້​ເອື້ອຍ​ໃພ້, ພ້ອມ​ກັບ​ຄະນະແບກ​ຫາບ​ເຄື່ອງ​ດອງ​ຂອງ​ໝັ້ນ​ອີກ:

        “​ໃນ​ມືຄອບຄົວ​ຝ່າຍ​ເຈົ້າ​ຊາຍ​ມາຕ້ອນຮັບ​​ເຈົ້າ​ສາວ, ຄອບຄົວ​ຝ່າຍ​ເຈົ້າ​ສາວ​ຈະ​ຕັ້ງ​ປະຕູ​ສອງ​ອັນ​ເພື່ອຕ້ອນຮັບ. ຢູ່​ປະຕູ​ເຂົາ​ເຈົ້າ​ວາງ​ໂຕະໜ່ວຍ​ໜຶ່ງ, ​ເທິງ​ໂຕະ​ມີ​ເຫຼົ້າ 8 ຈອກ. ເມື່ອ​ມາ​ຮອດຄອບຄົວ​ຝ່າຍ​ເຈົ້າ​ສາວ, ຄອບຄົວຝ່າຍ​ເຈົ້າ​ບ່າວຕ້ອງຂັບ​ຖາມ​ຕອບ​ກັນ. ຫຼັງ​ຈາກ​ນັ້ນ​ຄອບຄົວ​ຝ່າຍ​ເຈົ້າ​ບ່າວ​ຕ້ອງ​ດື່ມ​ເຫຼົ້າ​ໃຫ້​ໝົດ​, ຄອບຄົວຝ່າຍ​ເຈົ້າ​ສາວ​ຈຶ່ງ​ເປີດ​ປະຕູ​ໃຫ້​ຄອບຄົວ​ຝ່າຍ​ເຈົ້າບ່າວ​ເຂົ້າ“.

ປະເພນີແຕ່ງງານຂອງຊາວເຜົ່າໄຢ໋ຢູ່ແຂວງລາວກາຍ - ảnh 3

ພິທີງານດອງຂອງຊາວເຜົ່າໄຢ໋

        ​ເມື່ອ​ເຂົ້າ​ເຮືອນ​​ຕ້ອນຮັບ​ເຈົ້າ​ສາວ, ​ເຈົ້າ​ບ່າວ ພ້ອມ​ກັບ​ເພື່ອນ​ຂອງ​ຕົນ​ຕ້ອງ​ນົບ​ໄຫວ້ຕໍ່ໜ້າ​ແທ່ນ​ບູຊາ​ຕາມ​ການ​ແນະນຳ​ຂອງ​ຜູ້​ເຖົ້າ. ຢາກ​​ພາເຈົ້າສາວອອກ​ຈາກ​ເຮືອນ, ຝ່າຍ​ຄອບຄົວ​ເຈົ້າ​ຊາຍ​​ຕ້ອງ​ດື່ມ​ເຫຼົ້າ​ໂດຍ​ຄອບຄົວຝ່າຍ​​ເຈົາສາວ​ຕົ້ມ​​ໃຫ້​ໝົດ ​ແລະ ​ຕ້ອງ​ດຶງ​ເຈົ້າສາວ​ອອກ​ຈາກ​ມື​ຂອງ​ບັນດາ​ຍາດຕິ​ພີ່ນ້ອງ​ຄອບຄົວ​ຝ່າຍ​ເຈົ້າສາວ​ໃຫ້​ໄດ້. ທ່ານ ຈ໋າງ ອະທິບາຍ​ວ່າ:

        “​ເມື່ອ​ອອກ​ຈາກ​ເຮືອນ​ຂອງ​ເຈົ້າສາວ, ​ບັນດາເອື້ອຍ​ນ້ອງ, ອາຂອງ​ຝ່າຍ​ເຈົ້າ​ສາວຈະ​ແກ່ດຶງ​​ເຈົ້າ​ສາວໄວ້ຢູ່​ປະຕູ​, ເພື່ອ​ສະ​ແດງ​​ໃຫ້​ເຫັນອາລົມ​ຈິດ, ຄວາມ​ຮັກຂອງ​ຕົນທີ່ບໍ່​ຢາກ​ໃຫ້​ລູກ​ສາວ​ອອກ​ຈາກ​ຄອບຄົວ“.

        ​ໃນ​ງານ​​ແຕ່ງດອງ, ຊຸດ​ອາພອນຂອງ​ເຈົ້າບ່າວ, ​ເຈົ້າສາວ​ແມ່ນ​ບໍ່​ຕ່າງ​ຫຍັງ​ກັບ​ທຸກ​ວັນ. ປ້າ​ ຫວ່າງ​ທິນ່ອນ, ຊາວ​ເຜົ່າ​ໄຢ໋ ຢູ່​ຊາ​ປາ, ​ໃຫ້​ຮູ້​ວ່າ:

        “​​ເມື່ອ​ໄປ​​ເຮືອນ​ຂອງ​ຜົວ. ​ເຈົ້າສາວ​ຕ້ອງ​​ເອົາ​ຫີບ​ອັນ​ໜຶ່ງ​ທີ່​ບັນຈຸ​ໂສ້ງ​ເສື້ອ, ຜ້າ​ຫົ່ມ, ມຸ້ງ​ໄປ​ນຳ. ​ເຄື່ອງນຸ່ງ​ຂອງ​ຊາວ​ເຜົ່າ​ໄຢ໋, ມີ​ໂສ້ງ​ເສື້ອ​, ​ຜ້າພັນ​ຫົວ, ສາຍ​ມັດ​ຜົມ​ສີ​ແດງ, ຜ້າພັນ​ຫົວ​ໃນ​ງານ​ດອງ​ສີ​ແດງ, ນຸ່ງ​ເສື້ອ​ສີ​ຄາມ, ​ໃສ່​ເກີບ​ຄູ່​ໜຶ່ງ, ​ເມື່ອ​ໄປ​ຮອດ​ເຮືອນ​ຜົວ​ຕ້ອງ​ນຸ່ງ​ໂສ້ງ​ເສື້ອ​ສີດຳ, ສ່ວນ​ເກີບ​ເດີນທາງ​ແມ່ນ​ຕ້ອງສົ່ງ​ເມືອ​​ເຮືອນ​ພໍ່​ແມ່​​ໂດຍບໍ່​ໃຫ້​​ແມ່​ຜົວ​ເຫັນ​ “.

        ກ່ອນ​ຈະ​ໄປ​​ເຮືອນ​ຜົວ, ​ເຈົ້າ​ສາວ​ຕ້ອງ​ຖື​ແວ່ນ​ແຍງ​ຢູ່​ໜ້າ​ເອີກ, ເອົາຫົວ​ຜັກ​ບົວ, ຫົວຜັກທຽມ, ​ແນວ​ພັນ​ປູກ ​ແລະ ​ໄກ່​ໂຕ​ໜຶ່ງ​ໄປ​ນຳ. ​ແວ່ນ​ແຍງ​ມີ​ຄວາມ​ໝາຍວ່າ​​ເຈົາສາວ​ຍັງ​ສົດ​​ຄື​ແວ່ນ​ແຍງ ​ແລະ ​ເພື່ອ​ຂັບ​ໄລ່​ຜີ​ສາງ​ນາງ​ໄມ້. ສ່ວນ​ຫົວຜັກ​ບົວ, ຫົວ​ຜັກທຽມ ​ແລະ​ ແນວ​ພັນ​ປູກ​ເປັນ​ຍັນ​ຍາ​ລັກ​ໃຫ້​ແກ່​ການຈະ​ເລີ​ນພັນ. ສ່ວນ​ໄກ່ຕ້ອງ​ແມ່ນ​ໄກ້​ຜູ້, ​ເພາະ​ເຂົາ​ເຈົ້າ​ຖື​ນີ້​ແມ່ນ​ສັດ​ທີ່​ມີ​ສະຕິ​​ໄວ, ​ເພື່ອ​ປາບ​ຜີ​ສາງ ​ແລະ ພາ​ທາງ.

        ສຳລັບ​ຊາວ​ເຜົ່າ​ໄຢ໋, ການ​ເລືອກ​ເວລາ​ເພື່ອ​ໃຫ້​ເຈົ້າ​ສາວ​ຂ້າມ​ປະຕູເຂົ້າ​ເຮືອນ​ແມ່ນ​ສຳຄັນ​ທີ່​ສຸດ, ມີ​ຄວາມ​ໝາຍ​ກ້າວ​ເຂົ້າ​ສູ່​ຊີວິດ​ໃໝ່. ທ່ານ ຮ່ວາງ​ວັນ​ງານ, ຢູ່​ບາດ​ຊາດ, ​ແຂວງ​ລາວ​ກາຍ, ​ໃຫ້​ຮູ້​ວ່າ:

        “ຊາວ​ເຜົ່າ​ໄຢ໋​ເຄີຍ​ຕ້ອນຮັບ​ລູກ​ໃພ້​ໃນ​ຍາມ​ຄຳ່​ຄືນ. ຢູ່​ນອກ​ປະຕູ, ​ເຂົາ​ເຈົ້າ​ຕັ້ງ​ຂັ້ນ​​ໄດ 3 ຂັ້ນ, ປົກ​ຜ້າ​ສີ​ແດງ, ສອງຜົວ​ເມຍ​ຈັບ​ມື​ກັນ​ກ້າວ​ເຂົ້າ​​ເຮືອນ, ​ນີ້​ຖືກເອີ້ນ​ວ່າປະ​ເພນີ​ວາງຂັ້ນ​ໄດ​ຂ້າມປະຕູ“.

        ພາຍຫຼັງ​ກາຍ​ຂ້າມ​ປະຕູ​ເຂົ້າ​ເຮືອນ​ຜົວ, ​ເຈົ້າ​ບ່າວ, ​ເຈົ້າ​ສາ​ວຈະ​ທຳ​ພິທີ​ໄຫວ້ບູຊາບັນພະບຸລຸດ, ຂໍອະນຸຍາດ​ກາຍ​ເປັນ​ລູກ​ຫຼານ​ຂອງ​ຄອບຄົວ. ພາຍຫຼັງ​ທຳ​ພິທີ​ສຳ​ເລັດ, ​ແມ່​ຜົວ​ຈຶ່ງ​ປະກົດ​ຕົວ​ເພື່ອ​ຈັບ​ມື​ລູກ​ໃພ້​ເຂົ້າ​ຫ້ອງ​ນອນ​ຂອງ​ພໍ່​ແມ່​ຜົວ ​ແລະ ຫ້ອງ​ອື່ນໆ​ໃນ​ເຮືອນ​ເພື່ອ​ໃຫ້ລູກ​ໃພ້​ຮັບ​ພໍ່​ແມ່​ ​ແລະ ຄອບຄົວ​ຂອງ​ຜົວ.

ຕອບກັບ

ຂ່າວ/ບົດ​ອື່ນ