(vovworld) - ຊາວເຜົ່າມົ້ງ ດຳລົງຊີວິດຮ່ວມກັນຢູ່ເຂດພູສູງ, ແຕ່ລະບ້ານມີເຮືອນປະມານສິບຫຼັງ. ຊາວເຜົ່າມົ້ງ ມີຄວາມເອົາໃຈໃສ່ທີ່ສຸດເຖິງວຽກງານຮັກສາສີສັນຊົນເຜົ່າ, ຄວາມສາມັກຄີໃນວົງຄະນາຍາດ ແລະ ວົງຕະກູນ. ຍ້ອນເຫດນັ້ນ, ຊາວເຜົ່າມົ້ງເຄີຍດຳລົງຊີວິດຮ່ວມກັນຕາມວົງຕະກຸນ, ເຊື້ອສາຍ ເພື່ອອາໄສກັນໃນຊີວິດ ແລະ ອອກແຮງງານທຳການຜະລິດຮ່ວມກັນ.
ຊາວເຜົ່າມົ້ງຊ່ວຍເຫຼືອກັນເຮັດງານບຸນ
(ພາບ: ອິນເຕີແນດ)
ຊາວເຜົ່າມົ້ງຖືວົງຕະກຸນເປັນສຳຄັນທີ່ສຸດ, ເຂົາເຈົ້າຖືວ່າຜູ້ມີວົງຕະກຸນດຽວກັນ ແມ່ນບັນດາອ້າຍນ້ອງທີ່ມີບັນພະບຸລຸດດຽວກັນ, ດັ່ງນັ້ນຈຶ່ງສາມາດເກີດລູກ ຫຼືຕາຍໃນຄອບຄົວຂອງກັນໄດ້, ຍາມໃດກໍ່ຕ້ອງອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ແຕ່ລະວົງຕະກຸນມີເຈົ້າວົງຕະກຸນຜູ້ໜຶ່ງຮັບຜິດຊອບວຽກງານລວມ. ຕາມຮີດຄອງປະເພນີແລ້ວ, ຜູ້ໃນວົງຕະກຸນດຽວແມ່ນບໍ່ໄດ້ເອົາກັນເປັນຜົວເມຍ. ບັນດາຜູ້ໃນວົງຕະກຸນດຽວມີອາລົມຈິດສະໜິດສະໜົມນຳກັນ. ເຈົ້າວົງຕະກຸນແມ່ນຜູ້ທີ່ມີອິດທິພົນຊື່ສຽງ, ໄດ້ຮັບຄວາມເຄົາລົບນັບຖືໃນວົງຕະກຸນ. ເມື່ອຄອບຄົວໃດໜຶ່ງໃນບ້ານມີວຽກ, ນັບທັງມີບຸນ ຫຼື ມີບັນຫາທີ່ໂສກເສົ້າ, ທຸກຄົນໃນບ້ານຕ່າງກໍ່ມາຊ່ວຍ. ຜູ້ລະວຽກ, ເດັກນ້ອຍປັດກວາດເຮືອນຊານ, ສ່ວນຜູ້ໃຫຍ່ຄົວກິນ, ຜູ້ໃດກໍ່ຖືນີ້ແມ່ນວຽກບ້ານຂອງຕົນ.
ຊາວເຜົ່າມົ້ງຊ່ວຍເຫຼືອກັນເຮັດງານບຸນ
(ພາບ: ອິນເຕີແນດ)
ມື້ນີ້ຄອບຄົວເອື້ອຍ ສຸ່ງທິລີ ມີບຸນ, ດັ່ງນັ້ນປະຊາຊົນໃນບ້ານໄດ້ມາຮ່ວມ, ທັງຊ່ວຍເຫຼືອເຈົ້າຂອງຄົວກິນ, ທັງເຂົ້າຮ່ວມງານບຸນ. ທຸກຄົນພົບປະກັນ, ຢຶ້ຢາມຖາມຂ່າວກ່ຽວກັບສຸຂະພາບ, ລູກຫຼານ, ວຽກງານກະສີກຳ, ການຕະຫຼາດ… ເອື້ອຍ ລີ ໃຫ້ຮູ້ວ່າ, ພໍ່ແມ່ປະຊາຊົນຢູ່ທີ່ນີ້ລ້ວນແຕ່ແມ່ນອ້າຍນ້ອງດຽວກັນ, ດັ່ງນັ້ນເມື່ອມີວຽກ, ຖ້າຄອບຄົວໃດມີຄົນໜ້ອຍກໍ່ບໍ່ເປັນຫ່ວງ. ເພາະວຽກງານທັງໝົດໃນຄອບຄົວລ້ວນແຕ່ໄດ້ຮັບການຊ່ວຍເຫຼືອຈາກຍາດຕິພີ່ນ້ອງ.
“ຊາວເຜົ່າມົ້ງເຄີຍດຳລົງຊີວິດຮ່ວມກັນ ແລະ ພວກເຮົາໄດ້ຮັກແພງກັນຄືອ້າຍນ້ອງໃນຄອບຄົວດຽວ. ທັງບ້ານມີເຮືອນພຽງສອງສາມສິບຫຼັງ, ດັ່ງນັ້ນຈຶ່ງເຂົ້າໃຈແຕ່ລະຄອບຄົວຢ່າງລະອຽດ. ລູກຫຼານເປັນເຈັບ, ຫຼື ເລື່ອງມ່ວນ, ເລື່ອງເສົ້າລ້ວນແຕ່ຮູ້ໝົດ. ເມື່ອມີວຽກທັງບ້ານກໍ່ມາຊ່ວຍ.“
ລັກສະນະວົງຄະນາຍາດຂອງຊາວເຜົ່າມົ້ງ ສະແດງອອກຢ່າງຈະແຈ້ງຜ່ານງານບຸນ, ຮີດຄອງປະເພນີ, ວິທີບູຊາ ແລະ ການສົມລົດ. ເຖິງວ່າຫາກໍ່ພົບປະກັນຄັ້ງແລກ, ຢູ່ບໍ່ວ່າແຫ່ງໃດ, ມີສະກຸນສຸ່ງ ຫຼືຢ່າງກໍ່ຕາມ, ແຕ່ເມື່ອຮູ້ຈັກວ່າແມ່ນຊາວເຜົ່າມົ້ງ ເຂົາເຈົ້າກໍ່ຖືກັນເປັນອ້າຍນ້ອງຄີງຂອງກັນ. ນັ້ນກໍ່ແມ່ນສີສັນຂອງຊາວເຜົ່າມົ້ງ. ການພົວພັນໃນວົງຕະກູນ, ໝູ່ບ້ານ, ຄອບຄົວຂອງຊາວເຜົ່າມົ້ງ ແມ່ນແໜ້ນແຟ້ນທີ່ສຸດ. ເຂົາເຈົ້າເຄົາລົບ ແລະ ປະຕະບັດຕາມການຊີ້ນຳ, ບອກສອນຂອງຂັ້ນເທິງ, ລູກຫຼານເຄົາລົບພໍ່ແມ່, ທຸກຄົນໃນຄອບຄົວດຳລົງຊີວິດຢ່າງຖືກຕ້ອງປອງດອງກັນ.
ຊາວເຜົ່າມົ້ງຮ່ວມກັນຈັດງານບຸນ
(ພາບ: ອິນເຕີແນດ)
ຊາວເຜົ່າມົ້ງ ແມ່ນຄົນສັດຊື່, ມີຄວາມໃກ້ຊິດສະໜິດສະໜົມກັບພູຜາປ່າໄມ້. ໃນຊີວິດປະຈຳວັນ, ເຂົາເຈົ້າບໍ່ມັກຮ້າຍດ່າກັນ, ຍາມໃດກໍ່ຈົ່ງຈຽມກັນ. ແຕ່ເມື່ອສັດຕູຕ່າງດ້າວເຂົ້າມາຮຸກຮານ, ສົ່ງຜົນສະທ້ອນບໍ່ດີເຖິງຊີວິດສັນຕິສຸກຂອງເຂົາເຈົ້າ, ທັງວົງຄະນາຍາດກໍ່ຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວລຸກຂຶ້ນຕໍ່ສູ້ເພື່ອປົກປັກຮັກສາໝູ່ບ້ານ.
ເຖິງວ່າບໍ່ແມ່ນຄອບຄົວດຽວກັນ, ແຕ່ເມື່ອຄອບຄົວໃດໃນບ້ານມີວຽກຄືປຸກສ້າງເຮືອນ, ເຮັດນາ, ເກັບກ່ຽວຜົນລະປູກ ເຂົາເຈົ້າກໍ່ມາຊ່ວຍ. ໃນຊຸມມື້ນີ້, ເອື້ອຍນ້ອງໃນບ້ານໄດ້ມາຊ່ວຍຄອບຄົວເອື້ອຍ ຢ່າງທິຊາ ຂຸດດິນເພື່ອປູກເຂົ້ານາໃໝ່. ເອື້ອຍຊາ ທັງຂຸດດີນ ທັງໃຫ້ຮູ້ວ່າ:
“ມື້ນີ້, ເອື້ອຍນ້ອງພວກເຮົາຂຸດດິນ, ຫຼົກຫຍ້າ, ພະຍາຍາເຮັດໃຫ້ສຳເລັດເພື່ອສ້າງຄວາມສະດວກໃຫ້ແກ່ການຄາດນາ, ເພາະວ່າຄອບຄົວຂ້າພະເຈົ້າບໍ່ມີລົດໄຖເດີນຕາມ. ຄອບຄົວໃດກໍ່ຕ້ອງເຮັດວຽກງານນີ້, ດັ່ງນັ້ນເອື້ອຍນ້ອງພວກຂ້າພະເຈົ້າຈຶ່ງຊ່ວຍກັນເຮັດເພື່ອບັນເທົາຄວາມອິດເມື່ອຍ ແລະ ສຳເລັດວຽກງານໂດຍໄວ“.
ເຖິງວ່າຈະແມ່ນວຽກງານໃຫຍ່ຫຼືນ້ອຍ, ຊາວເຜົ່າມົ້ງ ກໍ່ມີຄວາມສະໜິດຕິດພັນນຳກັນ. ປະຈຸບັນ, ຊີວິດໄດ້ມີການປ່ຽນແປງຫຼາຍຢ່າງແລ້ວ, ແຕ່ຢູ່ບ່ອນໃດຊາວເຜົ່າມົ້ງ ກໍ່ສາມັກຄີຮ່ວມແຮງຮ່ວມໃຈປົກປັກຮັກສາປ່າ, ຮັກສາແຫຼ່ງນຳ້, ສ້າງຄວາມຮັກໃຄ່ໃຝ່ຫາ ໃນໝູ່ບ້ານ, ແລະ ເຂົາເຈົ້າໄດ້ຮູ້ນຳໃຊ້ບັນດາຮູບແບບຄຸ້ມຄອງສັງຄົມ ຕາມລະບຽບຂໍ້ກຳນົດ, ປະເພນີ ທີ່ມີມາກ່ອນນີ້ຫຼາຍລຸ້ນຄົນ ຢ່າງມີປະສິດທິຜົນໃນຍຸກປະຈຸບັນ.