(vovworld) –
ຢູ່ລາຍເຈົາ, ຊາວຊົນເຜົ່າຢ້າວເຄົາສ່ວນຫຼາຍແມ່ນດຳລົງຊີວິດຢູ່ເມືອງສິ່ນໂຮ່. ກໍ່ເຊັ່ນດຽວກັນກັບຊົນເຜົ່າອື່ນໆຢູ່ເມືອງສິ່ນໂຮ່, ຊາວເຜົ່າຢ້າວເຄົາຖືວ່າ, ເຕົາໄຟບໍ່ພຽງແຕ່ເພື່ອຄົວກິນເທົ່ານັ້ນ, ຫາກຍັງມີຄວາມໝາຍສຳຄັນໃນວັດທະນະທຳດ້ານຈິດວີນຍານຂອງຊົນເຜົ່າຕົນອີກດ້ວຍ. ມາຮອດປະຈຸບັນ, ເຖິງວ່າຊີວິດທາງດ້ານວັດທະນະທຳມີການປ່ຽນແປງຫຼາຍຢ່າງແລ້ວກໍ່ຕາມ, ແຕ່ຊາວເຜົ່າຢ້າວ ຍັງຄົງຮັກ
ເຕົາໄຟຂອງຊາວເຜ່າຢ້າວເຄົາ
(ພາບອິນເຕີແນດ)
ຊາວເຜົ່າຢາວເຄົາຢູ່ສິ່ນໂຮ່, ແຂວງລາຍເຈົາມີທັດສະນະວ່າ, ໃນຄອບຄົວໃດກໍ່ຕ້ອງມີ 3 ເຕົາໄຟ, ຖືກຕັ້ງຢູ່ 3 ຫ້ອງທີ່ແຕກຕ່າງກັນໃນເຮືອນ, ດ້ວຍຂໍ້ກຳນົດ ແລະ ການຄະລຳເຄັ່ງຄັດທີ່ສຸດ. ເຕົາໄຟໃຫຍ່ກວ່າໝູ່ຖືກຕັ້ງຢູ່ຫ້ອງນ້ອຍເບື້ອງຊ້າຍຂອງເຮືອນ ແລະ ມຸ່ງອອກສູ່ປະຕູ, ຊາວເຜົ່າຢ້າວເຄີຍເອີ້ນວ່າ “ຕົ້ມໂຢ໋“. ເຕົາໄຟນີ້ເຮັດດ້ວຍດິນດາກ, ເຄີຍໃຊ້ເພື່ອຕົ້ມອາຫານໃຫ້ໝູ, ຕົ້ມເຫຼົ້າ, ເຂົ້າໜົມ ແລະ ຕົ້ມນຳ້…ເຕົາໄຟທີສອງຖືກຕັ້ງຢູ່ເບື້ອງຊ້າຍຂອງເຮືອນກໍ່ເຮັດດ້ວຍດິນດາກ, ແຕ່ນ້ອຍກວ່າເຕົາໄຟທີໜຶ່ງນ້ອຍໜຶ່ງ, ເອີ້ນວ່າ “ໂຢ່ຕອນ“ ແມ່ນໃຊ້ເພື່ອຄົວກິນ, ຮັບໃຊ້ການດຳລົງຊີວິດປະຈຳວັນ. ສ່ວນເຕົາໄຟທີສາມແມ່ນຕັ້ງຢູ່ຫ້ອງນ້ອຍເບື້ອງຂວາຂອງເຮືອນ. ເຕົາໄຟນີ້ຖືກເຮັດເປັນເບົ້າຮູບມົນເພື່ອດັງໄຟໃຫ້ງ່າຍ. ໃຊ້ເພື່ອຕົ້ມນຳ້, ຝີງໄຟ ເຊິ່ງເອີ້ນວ່າ “ໂຢ່ລາວ“. ໃນຈຳນວນ 3 ເຕົາໄຟດັ່ງກ່າວ, ເຕົາໄຟທີ 2 ແມ່ນສຳຄັນກວ່າໝູ່, ດັ່ງນັ້ນຈຶ່ງເອີ້ນວ່າເຕົາໄຟສັກສິດ. ເພາະວ່າ ຊາວເຜົ່າຢ້າວເຄົາຖືເຕົາໄຟນີ້ແມ່ນທີ່ຢູ່ອາໄສຂອງເທວະດາເຕົາໄຟ. ຍ້ອນເຫດນັ້ນບໍ່ໄດ້ຢືນ, ນັ່ງຫຼືຮ້າຍດ່າເຕົ່າໄຟນີ້. ປ້າ ເຕິ໋ນກວາຍລ່ວາງ, ຢູ່ບ້ານຮ່ວາງໂຮ່, ຕາແສງຟັງໂຊລິນ, ເມືອງສິ່ນໂຮ່, ໃຫ້ຮູ້ວ່າ:
“ເຕົາໄຟນີ້ແມ່ນທີ່ຢູ່ອາໄສຂອງເທວະດາເຕົາໄຟ, ດັ່ງນັ້ນການຄົວກິນຕ້ອງສະອາດ. ຊາວເຜົ່າຢ້າວເຄົາຍັງຄະລຳບໍ່ໃຫ້ນຳເອົາຜ້າອ້ອມຂອງເດັດມາລົນ, ແມ່ຍິງກໍ່ບໍ່ໄດ້ນັ່ງຕໍ່ໜ້າເຕົາໄຟ. ຜູ້ໃຫຍ່ຕ້ອງບອກສອນໃຫ້ລູກຫຼານຮູ້ປະເພນີ ແລະ ວັດທະນະທຳຂອງຊົນເຜົ່າຕົນ“.
ເຕົາໄຟທີ່ໃຊ້ເພື່ອຕົ້ມອາຫານໃຫ້ໂຕໝູ ຕົ້ມເຫຼົ້າ ແລະ ຕົ້ມນຳ້ຂອງຊາວເຜ່າຢ້າວເຄົາ
(ພາບອິນເຕີແນດ)
ເພື່ອເຮັດເຕົາໄຟທີ 2 ໃຫ້ຮຽບຮ້ອຍ, ບໍ່ແຕະຕ້ອງເຖິງເທວະດາ, ຊາວເຜົ່າຢ້າວເຄົາຕ້ອງເລືອກເອົາມື້ສັນວັນດີ, ຕາມທຳມະດາແມ່ນໃນວັນທີ 9, 19, 29 ຕາມຈັນທະປະຕິທິນປະຈຳເດືອນ ຫຼື ແຕ່ເດືອນ 12 ປີນີ້ເຖິງທ້າຍເດືອນ 2 ໄລ່ຕາມຈັນທະປະຕິທິນ ແມ່ນສາມາດເຮັດເຕົາໄຟໄດ້ ເພາະເຂົາເຈົ້າຖືວ່າຮອດຊຸມມື້ນັ້ນເທວະດາເຕົາໄຟຈະຂຶ້ນຟ້າ. ເຕົາໄຟຕ້ອງເຮັດດ້ວຍດິນດາກທີ່ດີ ແລະ ຕ້ອງກະກຽມໄມ້ອັດ 4 ແຜ່ນທີ່ຍາວ 1 m, ກວ້າງ 60 cm ເພື່ອສ້າງເປັນຂອບ. ເຕົາໄຟມີຮູບສີ່ແຈສາກ, ສູງ 50 cm, ມີ 2 ຮູເພື່ອຕັ້ງໝໍ້ຄົວກິນ ແລະ 2 ປະຕູຂອງເຕົາໄຟ ກໍ່ຖືກຄວັດໃຫ້ໃຫຍ່ພໍດີເພື່ອປະຢັດຟືນໃນເວລາຄົວກິນ. ເຕົາໄຟຂອງຊາວເຜົ່າຢ້າວເຄົາສາມາດໃຊ້ເປັນເວລາ 15-20 ປີ. ເອື້ອຍແຈ່ວໜາຍເມັ່ງ, ຢູ່ບ້ານຕາຝິ່ນ, ເມືອງສິ່ນໂຮ່, ໃຫ້ຮູ້ວ່າ:
“ເພື່ອເຮັດເຕົາໄຟ, ຄອບຄົວຂ້າພະເຈົ້າຕ້ອງເລືອກມື້ສັນວັນດີ ແລະ ດິນດາກສີເຫຼືອງປະເພດທີ່ດີເພື່ອເຮັດ, ຄືແນວນັ້ນເຕົາໄຟຈຶ່ງໃຊ້ໃນໄລຍະຍາວໄດ້. ການເຮັດເຕົາໄຟລະອຽດຮຽບຮ້ອຍຄືແນວນັ້ນຈຶ່ງບໍ່ເປືອງຟືນ ແລະ ເທວະດາເຕົາໄຟຈະດົນບັນດານໃຫ້ຄອບຄົວມີສຸຂະພາບເຂັ້ມແຂງມີຄວາມຢູ່ເຢັນເປັນສຸກ“.
ເຕົາໄຟທີສອງທີ່ໃຊ້ເພື່ອຄົວກິນຂອງຊາວເຜ່າຢ້າວເຄົາ
(ພາບອິນເຕີແນດ)
ໃນການດຳລົງຊີວິດປະຈຳວັນຂອງຊາວເຜົ່າຢາວເຄົາ. ວຽກງານສຳຄັນທັງໝົດຂອງຄອບຄົວລ້ວນແຕ່ຖືກຈັດຕັ້ງຢູ່ຫ້ອງຕັ້ງເຕົາໄຟທີ 2 ນີ້. ຊາວເຜົ່າຢ້າວເຄົາຖືວ່າ, ຖ້າບໍ່ຄະລຳໄດ້ດີ, ຄອບຄົວຈະປະສົບກັບຄວາມສ່ຽງ. ພິເສດແມ່ນໃນໂອກາດບຸນເຕັດ (ບຸນປີໃໝ່ປະເພນີ), ເຕົາໄຟນີ້ຍາມໃດກໍ່ມີໄຟ, ຮູບພາບໄຟໄໝ້ ແລະ ຖ່ານແດງເປັນຍາສາລັກໃຫ້ຄູ່ຕາຂອງບັນພະບຸລຸດ. ຍ້ອນເຫດນັ້ນຮອດວັນທີ 1 ຂອງບຸນເຕັດ, ຊາວເຜົ່າຢ້າວທຸກຄົນລ້ວນແຕ່ຈູດທູບທຽນ, ຕິດເຈ້ຍບູຊາເທວະດາເຕົາໄຟຢູ່ປະຕູຫ້ອງຕັ້ງເຕົາໄຟນີ້. ເມື່ອເວົ້າເຖິງລັກສະນະພິເສດຂອງເຕົາໄຟສຳລັບຊາວເຜົ່າຢ້າວເຄົາ. ທ່ານ ເຕິ໋ນກິມຟູ, ນັກສິລະປະການຄົ້ນຄ້ວາວັດທະນະທຳຂອງຊາວເຜົ່າຢ້າວ ຢູ່ເມືອງສິ່ນໂຮ່, ໃຫ້ຮູ້ວ່າ:
“ຢູ່ສິ່ນໂຮ່. ພຽງແຕ່ຊົນເຜົ່າຢ້າວເຄົາຈຶ່ງມີເຕົາໄຟແບບນີ້. ເຕົາໄຟນີ້ບໍ່ພຽງແຕ່ສ້າງຄວາມສະດວກໃນການດຳລົງຊີວິດປະຈຳວັນເທົ່ານັ້ນ, ຫາກຍັງມີຄວາມໝາຍດ້ານຈິດວີນຍານອີກດ້ວຍ. ນັ້ນແມ່ນວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າຢ້າວເຄົາທີ່ມີມາແຕ່ດົນນານ. ເຖິງວ່າປະຈຸບັນໄດ້ມີ ເຕົາແກດ ແລະ ເຕົາໄຟຟ້າແລ້ວກໍ່ຕາມ, ແຕ່ຊາວເຜົ່າຢ້າວເຄົາຍັງນິຍົມ ແລະ ມີຄວາມຊິນເຄີຍນຳໃຊ້ເຕົາໄຟຂອງຊົນເຜົ່າຕົນຢູ່“
ເຕົາໄຟທີສາມຂອງຊາວເຜ່າຢ້າວເຄົາ
(ພາບອິນເຕີແນດ)
ທັດສະນະຂອງຊາວເຜົ່າຢ້າວເຄົາຢູ່ເມືອງສິ່ນໂຮ່, ແຂວງລາຍເຈົາທີ່ວ່າໃນເຮືອນມີ 3 ເຕົາໄຟນັ້ນຍັງຄົງຮັກສາໄວ້ຈົນຮອດປະຈຸບັນ. ແຕ່ລະເຕົາໄຟກໍ່ມີຄວາມໝາຍແຕກຕ່າງກັນ, ສະແດງໃຫ້ເຫັນວັດທະນະທຳທີ່ເປັນເອກະລັກສະເພາະ. ເມື່ອບຸນເຕັດວຽນມາຄອບຄົວຊາວເຜົ່າຢ້າວເຄົາກໍ່ເຕົ້າໂຮມກັນຢູ່ອ້ອມເຕົາໄຟ ແລະ ເລົ່າໃຫ້ກັນຟັງກ່ຽວກັບປະຫວັດຄວາມເປັນມາ, ບັນດາເລື່ອງນິທານ, ເທບນິຍາຍ ແລະ ຂັບຮ້ອງເພງພື້ນເມືອງຂອງຊົນເຜົ່າຕົນ ທີ່ມາແຕ່ດົນນານຈົນຮອດປະຈຸບັນ.