(vovworld) – ເຮືອນຍາວແມ່ນເຮືອນໃຫຍ່ຂອງມະຫາຄອບຄົວ, ທັງເປັນເອກະລັກສະເພາະຂອງລະບອບມານດາສິດທິລາດຂອງຊົນເຜົ່າເອເດ. ນີ້ແມ່ນແຫ່ງດຳລົງຊີວິດຮ່ວມກັນ, ບາງເທື່ອຂອງທັງຕະກຸນຂອງຊາວເຜົ່າເອເດ, ແລະ ເມື່ອມີຜູ້ສາວໃນຄອບຄົວເອົາຜົວ, ເຮືອນຍາວຈະສືບຕໍ່ໄດ້ຮັບການປຸກສ້າງໃຫ້ຍາວຕື່ມອີກ,
ເຮືອນຍາວຂອງຊົນເຜົ່າເອເດ
(ພາບອິນເຕີແນດ)
ເຮືອນຍາວຂອງຊົນເຜົ່າເອເດ ແມ່ນເຮືອນຮ້ານ, ເຮັດດ້ວຍໄມ້ໄຜ່, ໄມ້ເຮ້ຍ, ພື້ນເຮືອນ ແລະ ຝາເຮືອນ ເຮັດດ້ວຍໄມ້ໄຜ່ແກ່, ຫຼັງຄາມຸ້ງດ້ວຍຫຍ້າ. ຊາວຊົນເຜົ່າເອເດ ເຄີຍປຸກສ້າງເຮືອນຕາມທິດເໜືອ - ໃຕ້. ເມື່ອເບິ່ງຈາກທາງໃກກໍ່ເຫັນວ່າເຮືອນຍາວຄືຮູບເຮືອລຳໜຶ່ງ. ເມື່ອເວົ້າເຖິງຄວາມຍາວຂອງເຮືອນ ແມ່ນຕ້ອງອີງໃສ່ຈຳນວນເສົາເຮືອນ (ນັບເປັນຄູ່). ຄູ່ເສົາຫຼາຍເທົ່າໃດ ຈຳນວນຫ້ອງກໍ່ຫຼາຍເທົ່ານັ້ນ. ປະລິຍາເອກ ຫງວຽນຢູຍທ້ຽວ, ຮອງຜູ້ອຳນວຍການຫໍພິພິດທະພັນຊົນເຜົ່າວິທະຍາຫວຽດນາມ, ໃຫ້ຮູ້ວ່າ:
“ເຮືອນຂອງຊົນເຜົ່າເອເດ ຍາວຫຼືສັ້ນແມ່ນອີງໃສ່ຄວາມສາມາດຂອງເຈົ້າເຮືອນ. ກ່ອນນີ້ມີເຮືອນຫຼາຍຫຼັງຍາວທີ່ສຸດ, ເພາະວ່າລູກຫຼານລຸ່ນທີ 3 ເມື່ອເອົາຜົວກໍ່ປຸກສ້າງເຮືອນໃຫ້ຍາວຕື່ມອີກ. ຊ້ຳບໍໜຳ, ຫຼານລຸ່ນທີ 4 ກໍ່ຢູ່ຮ່ວມກັບຄອບຄົວໃນເຮືອນດຽວກັນ. ຕາມເອກະສານຂອງຄົນຝລັ່ງແລ້ວ, ໃນສະໄໝລ່າເມືອງຂຶ້ນຝລັ່ງ, ມີເຮືອນບາງຫຼັງຍາວເຖິງ 200 ແມັດ”.
ເຮືອນຍາວຖືກແບ່ງອອກເປັນສອງສ່ວນ. ຈາກປະຕູຕົ້ນຕໍເຂົ້າເຮືອນແມ່ນສ່ວນທີ່ກວ້າງຂວາງ, ກວມ 1/3 ເອີ້ນວ່າ Gah ສ່ວນຍັງເຫຼືອແມ່ນ OK. Gah ແມ່ນບ່ອນຕ້ອນຮັບແຂກ, ທັງແມ່ນບ່ອນດຳເນີນຊີວິດລວມຂອງຄອບຄົວ, ແມ່ນແຫ່ງບູຊາເທວະດາຟ້າແຖນ, ແມ່ນບ່ອນນອນຂອງລູກຊາຍບໍ່ທັນສ້າງຄອບຄົວ, ແລະ ກໍ່ແມ່ນບ່ອນຈັດວາງເຄື່ອງຂອງທີ່ມີຄ່າຫຼາຍຢ່າງ. Gah ແລະ Ok ຖືກຂັ້ນດ້ວຍເສົາ Kmeh Kpăng ທີ່ມີຮູບຄວັດ, ໃນນັ້ນເສົາທາງທິດຕາເວັນອອກແມ່ນເສົາຄ້ຳ, ຢູ່ຄຽງຂ້າງແມ່ນຕັ້ງຕຽງໄມ້ແປ້ນເພື່ອໃຫ້ຜູ້ເປັນເຈົ້າຄອບຄົວນັ່ງເມື່ອປະຊຸມ, ສ່ວນເສົາທິດຕາເວັນຕົກ ແມ່ນເສົາກອງ ເພາະວ່າຢູ່ນັ້ນຕັ້ງກອງໜ່ວຍໜຶ່ງເທິງຕັ່ງ Kpan ສູງ 0,50 ແມັດ, ຍາວແຕ່ 10 – 20 ແມັດ ເພື່ອໃຫ້ວົງດົນຕີນັ່ງຕີກອງ, ຄ້ອງ. ເຂົາເຈົ້າເຄີຍຕັ້ງຄ້ອງຢູ່ກ້ອງຕັ່ງ, ຢູ່ເບື້ອງຫຼັງແຖວເສົາທິດຕາເວັນອອກແມ່ນຕັ້ງແຖວໄຫ. ເອື້ອຍ ດ່າມທິເຫີບ, ພະນັກງານຫໍພິພິດທະພັນກາງແຈ້ງ, ສັງກັດຫໍພິພິດທະພັນຊົນເຜົ່າວິທະຍາຫວຽດນາມ, ແນະນຳວ່າ:
“ນີ້ແມ່ນຄອບຄົວຮັ່ງມີ, ເຊິ່ງສະແດງອອກຜ່ານເຄື່ອງຂອງທີ່ຕັ້ງຢູ່ໃນຫ້ອງ Gah. ນີ້ແມ່ນຫ້ອງຮັບແຂກ, ທັງແມ່ນບ່ອນຈັດຕັ້ງງານບຸນຕ່າງ, ດັ່ງນັ້ນຫ້ອງຮັບແຂກຈຶ່ງມີລັກສະນະວົງຄະນາຍາດຂອງຊາວເຜົ່າເອເດ. ຢູ່ທີ່ນີ້, ເຂົາເຈົ້າວາງເຄື່ອງຂອງຫຼາຍຢ່າງຄື: ໄຫເຫຼົ້າ, ຄ້ອງ, ໝໍ້ທອງ… ເຊິ່ງແມ່ນຊັບສິນທີ່ມີຄ່າສຳຫຼັບຊາວເຜົ່າເອເດ. ຖ້າຫາກຊັບສິນຄືດັ່ງກ່າວມີຫຼາຍ ໝາຍຄວາມວ່າຄອບຄົວນັ້ນຮັ່ງມີ”.
ແຖວໄຫໃນເຮືອນຍາວຂອງຊົນເຜົ່າເອເດ
(ພາບອິນເຕີແນດ)
ໃນເຮືອນຍາວ, ຊາວເຜົ່າເອເດເຄີຍຄວັດຮູບສັດຫຼາຍປະເພດຄື, ຊ້າງ, ປູ, ປາ… ຄວາມຮັ່ງມີຍັງສະແດງອອກຜ່ານລວດລາຍດັ່ງກ່າວອີກ. ເອື້ອຍ ດ່າມທິເຫີບ, ໃຫ້ຮູ້ຕື່ມອີກວ່າ:
“ຄອບຄົວໃດມີໂຕຊ້າງຈຶ່ງມີສິດຄວັດຮູບໂຕຊ້າງ, ສ່ວນລວດລາຍຮູບໂຕແລນ, ມັງກອນ, ເຕົາ, ປູ… ແມ່ນປະເພດທີ່ປະກົດໃນຄວາມເຊື່ອຖືຂອງຊາວເອເດ. ເຂົາເຈົ້າຄວັດຮູບໂຕແລນ ດ້ວຍຄວາມປາຖະໜາວ່າມັນຈະນຳມາເຊິ່ງຄອບຄົວຄວາມໂຊກດີ ແລະ ນຳເອົາຄວາມສ່ຽງອອກໄປ”.
ຂັ້ນໄດກໍ່ແມ່ນສັນຍາລັກຂອງຊາວເຜົ່າເອເດ ເຊິ່ງຕິດກັບ 2 ປະຕູຂອງເຮືອນຍາວ, ປະຕູຢູ່ເບື້ອງໜ້າແມ່ນສະຫງວນໃຫ້ແຂກ ແລະ ຜູ້ຊາຍ, ສ່ວນປະຕູເບື້ອງຫຼັງແມ່ນສະຫງວນໃຫ້ແມ່ຍິງ. ເອື້ອຍ ດ່າມທິເຫີບ, ໃຫ້ຮູ້ວ່າ:
“ຕາມທຳມະດາແລ້ວ, ເຮືອນຂອງຊາວເຜົ່າເອເດ ມີ 2 ຂັ້ນໄດ, ຂັ້ນໄດຢູ່ທາງໜ້າເຄີຍມຸ່ງໄປສູ່ທິດເໜືອ ແລະ ເອີ້ນວ່າຂັ້ນໄດຕົ້ນຕໍ່. ສຳລັບຄອບຄົວຮັ່ງມີແລ້ວ, ຂັ້ນໄດຕົ້ນຕໍ່ຍາມໃດກໍ່ມີ 2 ອັນ, ນັ້ນແມ່ນຂັ້ນໄດຜູ້ ແລະ ຂັ້ນໄດແມ່. ຂັ້ນໄດແມ່ມີຮູບນົມແມ່ ແລະ ຮູບເດືອນແຮມ. ສ່ວນຂັ້ນໄດຜູ້ພຽງແຕ່ຄວັດເປັນຂັ້ນເພື່ອຂຶ້ນລົງເຮືອນເທົ່ານັ້ນ”.
ຂັ້າໄດແມ່ ແລະ ຂັ້ນໄດຜູ້ຂຶ້ນເຮືອນຍາວຂອງຊົນເຜົ່າເອເດ
(ພາບອິນເຕີແນດ)
ເຮືອນຍາວບໍ່ພຽງແຕ່ແມ່ນບ່ອນດຳລົງຊີວິດເທົ່ານັ້ນ, ຫາກຍັງແມ່ນແຫ່ງເພື່ອໃຫ້ຊາວເອເດ ຫຼາຍລຸ່ນຄົນສະໜິດຕິດພັນນຳກັນ. ໃນເຮືອນຍາວນັ້ນທັງຄອບຄົວເຄີຍເຕົ້າໂຮມກັນອ້ອມກອງໄຟໃນຍາວຄ່ຳຄືນ. ຜູ້ຍິງຕ່ຳຫູກ, ຖັກແສ່ວ, ຜູ້ຊາຍສ້ອມແປງຄັນໄຖ, ຈົກ, ຜູ້ເຖົ້າຜູ້ແກ່ເລົ່າເລື່ອງໃຫ້ເດັກຟັງ. ແລະກໍ່ໃນເຮືອນຍາວນັ້ນ, ງານບຸນ, ປະເພນີຂອງຊົນເຜົ່າເອເດໄດ້ສະແດງອອກຢ່າງຈະແຈ້ງນັ້ນແມ່ນສີສັນທີ່ເປັນເອກະລັກສະເພາະຂອງຊົນເຜົ່າເອເດ.