ເຮືອນຢູ່ຂອງຊາວເຜົ່າຈຳ

(vovworld)- ເຮືອນ​ຊານ​ບ້ານ​ຊ່ອງ​ຂອງ​ຊາວ​ເຜົ່າ​ຈຳ​ຖືກ​ຕັ້ງ​ຢູ່​ເຂດ​ພື້ນ​ທີ່​​ສູງ, ອ້ອມ​ແອ້ມ​ແມ່ນ​ທົ່ງໄຮ່​ທົ່ງນາ. ແຕ່​ລະ​ວົງ​ຕະ​ກຸນ​ຫລື​ຄອບ​ຄົວ​ໃຫ​ຍ່​ເຄີຍ​ດຳ​ລົງ​ຊີ​ວິດ​ໃນບັນ​ດາ​ຫລັງ​ ເຮືອນ​​ໂຮ​ມ​ເປັນ​ຮູບ 4 ຫລ່ຽມ ຫລື ຮູບ​ສີ່​ແຈ​ສາກ ແລະ​ບັນ​ດາ​ຫລັງ​​ເຮືອນນັ້ນ​ກໍ​ໄດ້​ຮັບ​ການກໍ່​ສ້າງ​ຕາມ​ຂັ້ນ​ຕອນ​.

ເຮືອນຢູ່ຂອງຊາວເຜົ່າຈຳ - ảnh 1
ເຮືອນຢູ່ຂອງຊາວເຜົ່າຈຳ
ພາບ:internet

        ຊາວ​ເຜົ່າ​ຈຳ​ບໍ່​ປູກ​ຕົ້ນ​ໄມ້​ສູງ​ໃນ​ບ້ານ, ເພາະ​ເຂົາ​ເຈົ້າ​ຖື​ວ່າ ນັ້ນ​ແມ່ນ​ບ່ອນຢູ່​ອາ​ໄສ​ຂອງ​ຜີ​, ສະ​ນັ້ນ ບ້ານ​ຂອງ​ຊາວ​ເຜົ່​າ​ຈຳ​ບໍ່​ມີ​ຕົ້ນ​ໄມ້​ປານ​ໃດ. ບັນ​ດາ​ຫລັງ​ເຮືອນ​ໄດ້​ຮັບ​ການປຸກ​ສ້າງ​ຕິດ​ຈອດ​ກັນ. ດ​ຣ ເລ​ຢູຍ​ດ້າຍ ຫົວ​ຫ​ນ້າ​ພະ​ແນກ​ຄົ້ນ​ຄ້​ວາ ແລະ ຮຽບ​ຮຽງ​ວັດ​ທະ​ນະ​ທຳ​ຫວຽດ​ນາມ, ສັງ​ກັດ​ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ​ໃຫ້​ຮູ້​ວ່າ:

              “ ທຳ​ມະ​ດາ ໃນ​ບໍ​ລິ​ເວນ​ເຮືອນ​ຢູ່​ຂອງ​ຊາວ​ເຜົ່າ​ຈຳ ແມ່ນ​ມຸ່ງ​ຫນ້າ​ສູ່​ທິດ​ຕາ​ເວັນ​ອອກ ຕາ​ເວັນ​ຕົກ. ໃນ​ບ້ານ​ຂອງ​ຊາວ​ເຜົ່າ​ຈຳ, ບັນ​ດາ​ຫລັງ​​ເຮືອນ​ຖືກ​ຈັດ​ວາງ, ສັບ​ຊ້ອນ​ຢ່າງ​ເໝາະ​ສົມ​ແລະສວຍ​ງາມ ຄື: ບັນ​ດາ​ເສັ້ນ​ທາງ, ຮ່ອມ​ທາງ​ໃນ​ບ້ານ​ແມ່​ນ​ຕາມ​ທິດ​ເຫ​ນືອ ໃຕ້ ແລະ ທິດ​ຕາ​ເວັນ​ອອກ ຕາ​ເວັນ​ຕົກ​ຢ່າງ​ຈະ​ແຈ້ງ. ສະ​ນັ້ນ ໃນ​ບໍ​ລິ​ເວນ​​ເຮືອນ​ຢູ່ຂອງ​ຊາວ​ເຜົ່າ​ຈຳ ຫລື​ບັນ​ດາ​ຄອບ​ຄົວ​ໃນ​ວົງ​ຕະ​ກ​ຸນດຽວ​ເຄີຍ​ປຸກ​ສ້າງ​ຢູ່​ເສັ້ນ​ທາງ​ສາຍ​ຫ​ນຶ່ງຢ່າງ​ຈະ​ແຈ້ງ”.

        ໃນ​ຄອບ​ຄົວ​​​ໃຫຍ່ຂອງ​ຊາວ​ເຜົ່າ​ຈຳ​ທີ່​ຖື​ລະ​ບອບ​ມານ​ດາ​ສິດ​ທິ​ລາດ, ແຕ່​ລະ​ຄອບ​ຄົວ​ຂອງ​ເອື້ອຍ​ນ້ອງ​​ແມ່ຍິງ​ລ້ວນ​ແຕ່​ມີ​ຫລັງ​ເຮືອນ​ຫ​ນຶ່ງ​ສະ​ເພາະ. ສະ​ນັ້ນ ແຕ່​ລະ​ບໍ​ລິ​ເວນ​ເຮືອນ​ຢູ່​ຂອງ​ຊາວ​ເຜົ່າ​ຈຳ​ບໍ່​ພຽງ​ແຕ່​ມີ​ຫລັງ​ເຮືອນ​ຫ​ນຶ່ງ​ເທົ່າ​ນັ້ນ ຫາກ​ຈຳ​ນວນ​ເຮືອນ​ຢູ່​ໃນ​ບໍ​ລິ​ເວນ​ແມ່ນ​ອີງ​ໃສ່​ຄອບ​ຄົວ​ນັ້ນ​ມີ​ລູກ​​ສາວຈັກ​ຄົນແຕ່ງ​ງານ​ແລ້ວ. ນອກນັ້ນ ຈຳ​ນວນ​ເຮືອນ​ຢູ່​ໃນ​ບໍ​ລິ​ເວນ​ຍັງ​ອີງ​ໃສ່​ຄອບ​ຄົວ​ນັ້ນ​ແມ່ນ​ຂຶ້ນ​ກັບ​ຊັ້ນ​ຄົນ​ໃດໃນ​ສັງ​ຄົມ. ດ​ຣ ເລ​ຢູຍ​ດ້າຍ ໃຫ້​ຮູ້​ວ່າ:

        “​ຊົນ​ຊັ້ນເຈົ້າຂຸນນາຍ​, ໃນ​ບໍ​ລິ​ເວນເຮືອນຢູ່ຂອງ​ເຂົາ​ເຈົ້າ ແມ່ນປຸກ​ສ້າງເຮືອນ​ຄົບ 7 ຫ​ລັງ, ລວມມີ: ເຮືອນຕຸກ ຫລືຕາມພາສາເຜົ່າຈຳເອີ້ນວ່າທາງເຢີ. ທີສອງແມ່ນ

ເຮືອນຊອງ ຫລືເອີ້ນວ່າ ທາງມືເຢົາ. ທີສາມ ແມ່ນທາງເລີມ, ທີ 4 ແມ່ນເຮືອນຄົວຫລືເອີ້ນວ່າທາງກີງ(ginh). ທີ 5 ແມ່ນທາງຕົນຫມາຍເຖິງເຮືອນສູງ. ທີ 6 ​ແມ່ນ​ເຮື​ອນ​ເກັບ​ມ້ຽນ​ອຸປະກອນ​ການ​ຜະລິດ. ທີ 7 ​ແມ່ນ​ເຮືອນ​ເກັບ​ມ້ຽນ​ເຄື່ອງ​ໃຊ້​ໃນ​ຄອບຄົວ, ຄົກ​ຕຳ່​ເຂົ້າ, ສີ​ເຂົ້າ.  ສ່ວນ​ຊັ້ນ​ຄົນ​ທຸກ​ຍາກ​ມີ​​ເຮືອນພຽງ 5 ຫ​ລັງ​ເທົ່າ​ນັ້ນ, ບໍ່ມີເຮືອນ​ເກັບ​ມ້ຽນ​ອຸປະກອນ​ການ​ຜະລິດ, ​ເຄື່ອງ​ໃຊ້​ໃນ​ຄອບຄົວ. ”

ເຮືອນຢູ່ຂອງຊາວເຜົ່າຈຳ - ảnh 2
ເຮືອນຢູ່ຂອງຊາວເຜົ່າຈຳຢູ່ ເຈົາດົກແຂວງ ອານຢາງ
ພາບ:internet

        ​ໃນ​ຈຳນວນ​ຫລັງເຮືອນ​ດັ່ງກ່າວ ທາງ​ເຢີ​ແມ່ນ​ຫລັງ​ເຮືອນ​ສຳຄັນ​ກວ່າ​ໝູ່ ​ແລະ ​ໄດ້​ຮັບ​ການ​ປຸກສ້າງ​ທຳ​ອິດ​ໃນ​ບໍລິ​ເວນ. ທາງ​ເຢີ ຊັ້ນ​ຄົນ​ທຸກ​ຍາກ​​ເຄີຍ​ເອີ້ນ​ວ່າ​ເຮືອນ​ຫລູງ. ນັ້ນ​ກໍ​ແມ່ນ​ສິ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ການຈຳ​ແນ​ກ​ໃນ​ສັງຄົມວົງ​ຄະນາ​ຍາດ​ຊາວ​ເຜົ່າ​ຈຳ. ດ​ຣ ເລ​ຢູຍ​ດ້າຍ ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “​ໃນ​ຄອບຄົວ​ຫນຶ່ງ, ທຳ​ອິດ​ ຄູ​່ບາ​ວສາວ​ແຕ່ງດອງ, ພໍ່​ແມ່​ສ້າງ​ທາງ​ເຢີ​ໃຫ້. ​ເມື່ອ​ລູກສາວກົກ​ຂອງ​ເຂົາ​ເຈົ້າຮອດ​ອາຍຸ​​​ແຕ່ງງານ, ສາວຜູ້​ນັ້ນ​ສືບ​ຕໍ່​ດຳລົງ​ຊີວິດ​ໃນ​ທາງ​ເຢີ​ຂອງ​ພໍ່​ແມ່ ​ແລະ ພໍ່​ແມ່​ຍ້າຍ​ມາ​ດຳລົງ​ຊີວິດ​ໃນ​ທາງ​ເລີມ. ​ເມື່ອ​ລູກ​ສາວ​ຜູ້​ທີ​ສອງ​ຮອດ​ອາຍຸ​​ແຕ່ງງານ, ພໍ່​ແມ່​ສ້າງ​ທາງ​ມື​ເຢົາ​ໃຫ້​ລູກ​ສາວ​ກົກ, ສ່ວນ​ທາງ​ເຢີ​ເກົ່າ​ແມ່ນ​ມອບ​ໃຫ້​ນ້ອງ​ສາວ. ​”

        ​ໃນ​ບໍລິ​ເວນ​ເຮືອນ​ຢູ່, ​​ເຮືອນ​ແຕ່​ລະ​ຫລັງ​ລ້ວນ​ແຕ່​ໄດ້​ຮັບ​ການ​ກໍ່ສ້າງ​ຢູ່​ທີ່​ຕັ້ງ​ຫນຶ່ງ. ​ແລະ ຕາມ​ແນວຄວາມ​ຄິດ​ຂອງ​ຊາວ​ເຜົ່າ​ຈຳ ​ເຮືອນ​ແຕ່​ລະ​ຫລັງ​ໄດ້​ຮັບ​ການ​ປຸກສ້າງ​ຕາມ​ທິດ​ຫນຶ່ງ ລ້ວນ​ແຕ່​ມີ​ສາຍ​ເຫດ​ສະ​ເພາະ.

        “ບັນດາ​ຫລັງເຮືອນ​ດັ່ງກ່າວ​ລ້ວນ​ແຕ່​ມີ​ທີ່​ຕັ້ງ​ໃນ​ບໍລິ​ເວນ. ບໍ່​ແມ່ນ​ເຮັດ​ຕາມ​ລຳພັງ. ຕົວຢ່າງ: ທາງ​ເຢີ​ ປຸກ​ສ້າງ​ຕາມ​ທິດຕາ​ເວັນ​ອອກ-​​ເຫນືອ ​ແລະ ຕາມ​ຊາວ​ເຜົ່າ​ຈຳ ທິດ​ນີ້​ແມ່ນ​ທິດ​ສ້າງ​ຄວາມ​ຮັ່ງມີ, ​ຈະ​ເລີ​ນຂອງ​ວົງ​ຕະກຸນ. ຫລື ທາງ​ເລີມ ຍາມ​ໃດ​ກໍ່​ຖືກປຸກ​ສ້າງ​ຕິດ​ກັບ​ທາງ​ເຢີ ​ແຕ່ມຸ່ງ​ຫນ້າ​​ໄປສູ່ທາງ​ທິດ​ໃຕ້.”

        ​ໃນ​ບໍລິ​ເວນ​ເຮືອນ​ຢູ່​ຂອງ​ຊາວ​ເຜົ່າ​ຈຳ ​ລ້ວນ​ແຕ່ສ່ອງ​ແສງ​ໃຫ້​ເຫັນ​ຮີດຄອງ​ປະ​ເພນີ​ ພັກ​ອາ​ໄສ​ຂອງ​ຄອບຄົວ​ໃຫຍ່​ຖື​ລະບອບ​ມານ​ດາ​ສິດທິ​ລາດ, ​ແຕ່ປະຈຸ​ບັນ ພວມ​ມີ​ທ່າ​ອ່ຽງ​ແບ່ງ​ແຍກ​ເປັນ​ບັນດາ​ຄອບຄົວ​ນ້ອຍ ດຳລົງ​ຊີວິດ​ຢູ່​ອ້ອມ​ແອ້ມ. ຈຳ​ນວນ​ຫລັງ​ເຮືອນ​ກໍ​ຫລຸດ​ລົງ, ການ​ປະດັບ​ປະດາ​ຕາມ​ຮີດຄອງ​ປະ​ເພນີ​ກໍ​ບໍ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ປານ​ໃດ ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ​ເຂົາ​ເຈົ້າ​ຍັງ​ຄົງ​ຮັກສາ​ສີສັນ​ເຮືອນ​ຢູ່​ຂອງ​ຊາວ​ເຜົ່າ​ຈຳ.

        “ປະຈຸ​ບັນ ໃນ​ບໍລິ​ເວນ​ເຮືອນ​ຢູ່​ຂອງ​ຊາວ​ເຜົ່າ​ຈຳ ບໍ່​ຄົບ 5 ຫລັງ​ຫລື 7 ຫລັງຄື​ກ່ອນ​ນີ້ ​ແຕ່​ບາງ​​ແຫ່ງ​ເຂົາ​ເຈົ້າ​ຍັງ​ຮັກສາ​ຮ່າງປະກອບ, ພຽງ​ແຕ່​ປ່ຽນ​ແປງ​ຮູບ​ຮ່າງ​ຂອງ​ມັນ. ທີ​ສອງ ທີ່​ຕັ້ງ​ຂອງ​ຫລັງ​ເຮືອນ ສ່ວນ​ຫລາຍ​ຍັງ​ຮັກສາ​ການ​ເລືອກ​ເຟັ້ນທິດ​​ເພື່ອ​ປຸກສ້າງ​ເຮືອນ​ຢູ່​ຕາມ​ປະ​ເພນີ. ”

        ປະຈຸ​ບັນ ​ເຮືອນ​ຢູ່ ຂອງ​ຊາວ​ເຜົ່າ​ຈຳ​ກໍ​ມີ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ. ບາງ​ບ່ອນ​ໄດ້​ກໍ່ສ້າງ​ເຮືອນ​ຫລາຍ​ຊັ້ນ​ທັນ​ສະ​ໄຫມ​ແລ້ວ. ​​ແຕ່​ວິທີ​ການ​ປຸກ​ເຮືອນ​ຢູ່ ຂອງຊາວ​ເຜົ່າ​ຈຳ​ຍັງ​ປະຕິ​ບັດ​ຕາມ​ຮີດຄອງ​ປະ​ເພນີ​​ເກົ່າ. ​ເຂົາ​ເຈົ້າ​ເລືອກ​ເຟັ້ນມື້​ສັນ​ວັນ​ດີ​ຕາມ​ຈັນທະ​ປະຕິ​ທີ​ນ​ເຜົ່າ​ຈຳ​ເພື່ອ​ເລ່ີ່ມລົງມື​ກໍ່ສ້າງ​ເຮືອນ​ຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ