(vovwordl) - ປີ 2011, ມູນຄ່າການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ບັນລຸການເຕີບໂຕໃນລະດັບ 6,11 ຕື້ USD ນຳຫວຽດນາມ ກາຍເປັນຫນຶ່ງໃນ 10 ປະເທດສົ່ງອອກສິນໃນນ້ຳຫລາຍກວ່າໝູ່ຢູ່ໃນໂລກ. ເຖິງວ່າ ມີການເຕີບໂຕຢ່າງຕໍ່ເນື່ອງໃນຫລາຍປີກໍຕາມ, ແຕ່ຂະແຫນງສິນໃນນ້ຳຍັງຄົງມີຂໍ້ຂາດຕົກບົກຜ່ອງບາງຢ່າງຄື: ການວາງແຜນກຳນົດບໍ່ທ່ວງທັນກັບຄວາມໄວຂອງການພັດທະນາ, ພັດທະນາຕາມຂະບວນ, ບ່ອນເຫລືອເຝື່ອ, ບ່ອນຂາດແຄນ, ບໍ່ທັນເສີມຂະຫຍາຍໝົດຄວາມສາມາດບ່ົມຊ້ອນຂອງເນື້ອທີ່ຫນ້ານ້ຳຢູ່ເຂດທີ່ມີທ່າໄດ້ປຽບເທື່ອ. ເພື່ອແກ້ໄຂຂໍ້ຈຳກັດດັ່ງກ່າວ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ພວມວາງແຜນກຳນົດສັງລວມກ່ຽວກັບການພັດທະນາລ້ຽງປູກສິນໃນນ້ຳ ຫວຽດນາມ ຮອດປີ 2020, ວິໄສທັດປີ 2030 ໃຫ້ສົມບູນແບບ ເພື່ອນຳຂະແຫນງສິນໃນນ້ຳ ຫວຽດນາມ ພັດທະນາແບບຍືນຍົງ.
ລ້ຽງປູກສິນໃນນ້ຳຢູ່ເຂດທົ່ງພຽງແມ່ນ້ຳຂອງ
ພາບ: tinkinhte.com
|
ປະຈຸບັນ, ການລ້ຽງປູກສິນໃນນ້ຳກວມກວ່າ 60% ປະລິມານການຜະລິດໃນຂົງເຂດກະສິກຳ - ເຄ່ືອງປ່າຂອງດົງ ແລະ ສິນໃນນ້ຳຂອງທັງປະເທດ, ສວມບົດບາດສຳຄັນໃນການສົ່ງອອກ ແລະ ຈຳຫນ່າຍອາຫານຢູ່ພາຍໃນປະເທດ. ການລ້ຽງປູກສິນໃນນ້ຳ ບໍ່ພຽງແຕ່ສ້າງວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ແກ່ປະຊາຊົນເທົ່ານັ້ນ ຫາກຍັງຊຸກຍູ້ການພັດທະນາເສດຖະກິດຂອງເຂດອີກດ້ວຍ. ຮອດປີ 2011, ເນື້ອທີ່ລ້ຽງປູກສິນໃນນ້ຳຢູ່ ຫວຽດນາມ ໄດ້ເປີດກວ້າງອອກສູ່ເກືອບ 1 ລ້ານເຮັດຕາ ແລະ ດ້ວຍເນື້ອທີ່ຫນ້ານ້ຳ 762.000 ເຮັກຕາ, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຍາມໃດກໍແມ່ນແຫ່ງສະຫນອງແຫລ່ງສິນໃນນ້ຳຫລາຍກວ່າໝູ່, ປະກອບເຖິງ 2/3 ຍອດວົງເງິນສົ່ງອອກສິນໃນນ້ຳຂອງທັງປະເທດ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ພ້ອມກັບບັນດາທ້ອງຖິ່ນພວມວາງແຜນກຳນົດໃຫ້ແຕ່ລະບໍລິເວນ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງບັນດາເປົ້າໝາຍລ້ຽງສິນໃນນ້ຳຕົ້ນຕໍ, ມີມູນຄ່າເສດຖະກິດສູງ, ພັດທະນາຕາມທິດກະເສດສຸມ, ສົ່ງເສີມເປົ້າໝາຍ ແລະ ຮູບການລ້ຽງເປັນຫລາຍຮູບຫລາຍແບບ ແລະ ສອດຄອ່ງກັບແຕ່ລະເຂດ, ລະດູການ. ພິເສດ ເອົາໃຈໃສ່ເຖິງການພັດທະນາລ້ຽງປູກສິນໃນນ້ຳຢູ່ບັນດາເຂດທີ່ມີຄວາມສາມາດບົ່ມຊ້ອນດ້ານເນື້ອທີ່ຫນ້ານ້ຳ ຊຶ່ງບໍ່ທັນໄດ້ຮັບການຂຸດຄົ້ນເທື່ອ ຕົວຢ່າງຄືຢູ່ແຂວງ ດັກລັກ, ຊຶ່ງແມ່ນແຂວງຢູ່ເຂດພູດອຍ ແຕ່ມີຫນອງ, ບືງ ເກືອບ 500 ແຫ່ງ ພ້ອມກັບແມ່ນ້ຳ 5 ລຳໄຫລຜ່ານ. ທ່ານ Nguyen Van Thao ພະນັກງານຂະແຫນງສິນໃນນ້ຳແຂວງ ດັກລັກ ໃຫ້ຮູ້ວ່າ:
“ການກຳນົດທິດໃນໄລຍະຈະມາເຖິງ, ທາງຂະແຫນງສິນໃນນ້ຳ ແຂວງດັກລັກຈະເປັນເສນາທິການໃຫ້ແກ່ພະແນກສິນໃນນ້ຳດັກລັກ ສະເຫນີຄະນະກຳມະການປະຊາຊົນແຂວງ ດັກລັກ, ວາງອອກບັນດານະໂຍບາຍລົງທຶນພັດທະນາກ່ຽວກັບການລ້ຽງປູກສິນໃນນ້ຳ. ປະຈຸບັນ, ທາງຄະນະກຳມະການປະຊາຊົນ ແຂວງ ດັກລັກ ກໍໄດ້ມອບໃຫ້ ຂະແຫນງສິນໃນນ້ຳ ແຂວງດັກລັກ ແຜນຮ່າງເພື່ອລົງທຶນເຂົ້າໃນເຂດລ້ຽງສິນໃນນ້ຳບາງແຫ່ງທີ່ມີຄວາມສາມາດບົ່ມຊ້ອນພັດທະນາໃນແຂວງ.”
ຄວາມຈິງແລ້ວ, ໃນຊຸມປີມໍ່ໆມານີ້, ເລື່ອງນຳໃຊ້ເນື້ອທີ່ຫນ້ານ້ຳເພື່ອລ້ຽງປູກສິນໃນນ້ຳ ໄດ້ປະກອບສ່ວນຍົກສູງທ່າໄດ້ປຽບຄວາມສາມາດບົ່ມຊ້ອນຫນ້ານ້ຳຢູ່ ແຂວງດັກລັກ, ສ້າງວຽກເຮັດງານທຳໃຫ້ແກ່ຄົນງານຊົນນະບົດ, ສ້າງເຂດຜະລິດໃຫຍ່ໄດ້ປະກອບສ່ວນເຂົ້າໃນກິດຈະການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກໃຫ້ແກ່ຊາວກະສິກອນ. ຄຽງຄູ່ກັນນັ້ນ ຍັງເປັນແຫລ່ງສະຫນອງວັດຖຸດິບອຸດົມສົມບູນ, ຮັກສາຄວາມເປັນປົກກະຕິໃຫ້ແກ່ໂຮງງານປຸງແຕ່ງສິນໃນນ້ຳ, ສິນທະເລ, ຮູບແບບການພັດທະນາແບບຍືນຍົງຢູ່ທ້ອງຖິ່ນອາດຈະເປັນບົດຮຽນສຳລັບທ້ອງຖິ່ນອື່ນ, ເພືອຂຸດຄົ້ນຄວາມສາມາດບົ່ມຊ້ອນ, ສ້າງເງື່ອນໄຂໃຫ້ແກ່ຂະແຫນງສິນໃນນ້ຳພັດທະນາແບບຍືນຍົງ.
ລ້ຽງປາ ຢູ່ ຫນອງ ທາກບ່າ
ພາບປະກອບ: internet
|
ການລ້ຽງປູກສິນໃນນ້ຳ ປະຈຸບັນໄດ້ຮັບຖືວ່າເໝືອນດັ່ງຂະແຫນງເສດຖະກິດສຳຄັນເພື່ອພັດທະນາເສດຖະກິດກະສິກຳ. ເຖິງຢ່າງໃດກໍຕາມ, ຍ້ອນຈຸດເລີ່ມຕົ້ນຈາກພື້ນຖານການຜະລິດຂະຫນາດນ້ອຍ ແລະ ບໍ່ທັນຄົບຊຸດ ສະນັ້ນ ບາງແຫ່ງປະກົດມີສະພາບລ້ຽງສິນໃນນ້ຳຢ່າງຫນາແຫນ້ນ, ເຮັດໃຫ້ສິ່ງແວດລ້ອມຖືກຊຸດໂຊມ, ເກິດໂລກລະບາດ ແລະ ຂາດຄວາມດຸນດຽງລະຫວ່າງການສະຫນອງ ແລະ ຄວາມຕ້ອງການ. ໃນຂະນະນັ້ນ, ປະຈຸບັນ ຢູ່ ຫວຽດນາມ ຍັງມີເຂດດິນ, ເຂດນ້ຳຫລາຍແຫ່ງທີ່ມີເງື່ອນໄຂສະດວກເພື່ອລ້ຽງປູກສິນໃນນ້ຳຄື: ກາເມົາ, ບາກລຽວ, ນີງທ້ວນ, ກຽນຢາງ ດ້ວຍຄວາມສາມາດບົ່ມຊ້ອນດ້ານເນື້ອທີ່ຫນ້ານ້ຳຫລາຍແຫ່ງຍັງບໍ່ທັນໄດ້ຮັບການຂຸດຄົ້ນໝົດເທື່ອ. ທ່ານ Truong Dinh Hoa ເລຂາທິການໃຫຍ່ສະຫະສະມາຄົມສິນໃນນ້ຳ ຫວຽດນາມ (Vasep) ຖືວ່າ:
“ຍ້ອນຊັບພະຍາກອນສິ່ງແວດລ້ອມ, ແຫລ່ງຜົນປະໂຫຍດເຫືອດແຫ້ງ ແລ້ວກໍຖືວ່າ ນີ້ແມ່ນບັນດາໂຄງການຕົ້ນຕໍເພື່ອສ້າງແຫລ່ງລາຍຮັບ, ສະນັ້ນ ເລື່ອງລ້ຽງປູກສິນໃນນ້ຳບໍ່ສະເພາະຢູ່ ຫວຽດນາມ ເທົ່ານັ້ນ ຫາກຍັງຢູ່ຫລາຍປະເທດກໍ່ ມີການພັດທະນາຢ່າງວ່ອງໄວໃນທົດສະວັດທີ 90. ມາຮອດປະຈຸບັນ ການສົ່ງອອກກຸ້ງຂອງ ຫວຽດນາມ ພວມຢືນອັນດັບທີ 4 ຢູ່ໃນຕະຫລາດໂລກ, ສະເພາະປາຈາ, ປະຈຸບັນ ຫວຽດນາມ ແມ່ນປະເທດສົ່ງອອກຫລາຍທີ່ສຸດ, ແຕ່ລະປີ ສະຫນອງປາຈາປະມານ 600.000 ໂຕນ, ສະນັ້ນ ອາດຈະເວົ້າໄດ້ວ່າ ແຫ່ລງສະຫນອງສິນໃນນ້ຳຈາກການລ້ຽງສິນໃນນ້ຳແມ່ນສຳຄັນທີ່ສຸດ. ເຖິງຢ່າງໃດກໍຕາມ, ຄຽງຄູ່ກັບການພັດທະນາລ້ຽງປູກສິນໃນນ້ຳ ຍັງເກີດມີບັນຫາກ່ຽວຂ້ອງເຖິງຄຸນນະພາບ, ກ່ຽວຂ້ອງເຖິງບັນຫາສິ່ງແວດລ້ອມ. ນີ້ແມ່ນບັນຫາຊຶ່ງພວກເຮົາຕ້ອງແກ້ໄຂ.”
ຕາມອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ແລ້ວ, ປະຈຸບັນ ສິນໃນນ້ຳ ພວມແມ່ນປະເພດອາຫານໄດ້ຮັບການຈຳຫນ່າຍຢ່າງແຂງແຮງທີ່ສຸດຢູ່ໃນໂລກ, ຄາດຄະເນວ່າ ຮອດປີ 2015 ການບໍລິໂພກສິນຄ້ານີ້ໃນທົ່ວໂລກຈະເພີ່ມຂຶ້ນ 0,5%/ປີ. ດ້ວຍແຜນກຳນົດສັງລວມທີ່ວາງອອກບັນດາຈຸດໝາຍຢ່າງຈະແຈ້ງ, ພ້ອມກັບບັນດາມາດຕະການທັງຮີບດ່ວນ, ທັງໃກ້ຊິດຕິດແທດກັບເງື່ອນໄຂຕົວຈິງ ພວມແມ່ນເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດສົ່ງອອກສິນໃນນ້ຳ ຫວຽດນາມ ຊອກຫາກາລະໂອກາດມຸ່ງໄປເຖິງການພັດທະນາແບບຍືນຍົງໃນເງື່ອນໄຂເຊື່ອມໂຍງເຂົ້າກັບສາກົນ.