ບຸລິມະສິດນຳເອົາບັນດາຮ່າງກົດໝາຍທີ່ຈຳເປັນເຂົ້າໃນໂຄງການສ້າງກົດໝາຍປີ2014ແລະປີ2015

ບຸລິມະສິດນຳເອົາບັນດາຮ່າງກົດໝາຍທີ່ຈຳເປັນເຂົ້າໃນໂຄງການສ້າງກົດໝາຍປີ2014ແລະປີ2015 - ảnh 1
ພາບປະກອບ:internet



(vovworld)-​ໃນ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ກຳມາ​ທິການ​ກົດໝາຍຂຶ້ນ​ກັບ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 1/4 ຢູ່ ນະຄອນ ດາລາ​ດ ​ແຂວງ ​ເລີມ​ດົງ, ກຳມາ​ທິການ​ກົດໝາຍ ​ໄດ້​ສະ​ເຫ​ນີວ່າ: “ຄວນ​ເພີ່ມ​ເຕີມ​ເຂົ້າ​ໃນ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ ປີ 2014 ​ແລະ ປີ 2015 ຂອງ​ອາຍຸ​ການ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ບັນດາ​ຮ່າງ​ກົດໝາຍ​ທີ່​ຈຳ​ເປັນ​ຢ່າງ​ແທ້​ຈິງ  ຄວນ​ປະກາດ​ໃຊ້​ເພື່ອ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພຶດຕິ​ກຳ. ທ່ານ ຟານ​ຈູງ​ລີ, ຫົວຫນ້າ​ກຳມາ​ທິການ​ກົດໝາຍ ​ໃຫ້​ຮູ້​ວ່າ: ​ໂຄງການ​ສ້າງ​ກົດໝາຍ​ປີ 2015 ຈະ​ບຸລິມະສິດ​ບັນດາ​ຮ່າງ​ກົດໝາຍ​ທີ່​ກ່ຽວ​ຂ້ອ​ງ​ເຖິງ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ລັດຖະທຳ​ມະນູ​ນປີ 2013, ​ໃນ​ນັ້ນ ຮີບ​ເຮ່ັງ​ປັບປຸງ, ​ເພີ່ມ​ເຕີມ, ປະກາດ​ໃຊ້​ບັນດາ​ຮ່າ​ງກົດໝາຍ​ກ່ຽວ​ກັບ​ການຈັດ​ຕັ້ງ​ກົງຈັກ​ລັດ, ການ​ກຳນົດ​ກ່ຽວ​ກັບ​ເສດຖະກິດ​ການ​ຕະຫລາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ, ສິດທິ​ມະນຸດ, ສິດ ​ແລະ ພັນທະ​ພື້ນຖານ​ຂອງ​ພົນລະ​ເມືອງ.

ຂ່າວ/ບົດ​ອື່ນ