ປັບປຸງສະພາບແວດລ້ອມແຫ່ງການລົງທຶນເພື່ອພັດທະນາເສດຖະກິດ


(vovworld)- ໂດຍ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 19 ຂອງ​ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ຕ່າງໆ​ຢູ່​ຫວຽດ​ນາມ ພວມ​ສຸມ​ໃສ່​ເຂົ້າ​ໃນ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ຍູ້​ແຮງ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ, ຊ່ວຍ​ວິ​ສາ​ຫະ​ກິດ​ເຊື່ອມ​ໂຍງ​ ແລະ ພັດ​ທະ​ນາ​ໃຫ້ດີກວ່າ. ຈຸດ​ໝາຍ​ຂອງ​ຫວຽດ​ນາມ ແມ່ນ​ບັນ​ລຸ​ອັນ​ດັບ ທີ 4 ໃນ​ບັນ​ດາ​ປະ​ເທດ​ອາ​ຊຽນ ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ກຳ​ລັງ​ຄວ​າມ​ສາ​ມາດ​ແກ້ງ​ແຍ້ງ​ຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ປັບປຸງສະພາບແວດລ້ອມແຫ່ງການລົງທຶນເພື່ອພັດທະນາເສດຖະກິດ - ảnh 1
ພາບ​ປະ​ກອບ:internet

        ນັບ​ແຕ່​ເດືອນ 3/2014, ລັດ​ຖະ​ບານ​ຫວຽດ​ນາມ ປະ​ກາດ​ໃຊ້​ມະ​ຕິ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ຍູ້​ແຮງ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ ຮັບ​ປະ​ກັນ​ຄວາມ​ເປີດ​ເຜີຍ, ໂປ່ງ​ໃສ ແລະ ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ອົງ​ການ​ບໍ​ລິ​ຫານ​ແຫ່ງ​ລັດ​ໃນ​ໄລ​ຍະ 2014-2015, ສູ້​ຊົນ​ບັນ​ລຸ​ລະ​ດັບ​ສະ​ເລ່ຍ​ຂອງ​ກຸ່ມ​ບັນ​ດາ​ປະ​ເທດ ອາ​ຊຽນ. ພາຍ​ຫລັງ 1 ປີ​ແຫ່ງ​ການ​ປະ​ຕິ​ບັດ​ມະ​ຕິ​ຂອງ​ລັດ​ຖະ​ບານ, ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຫວຽດ​ນາມ ໄດ້​ຮັບ​ການ​ປັບ​ປຸງ​ພໍ​ສົມ​ຄວນ. ພິ​ເສດ ເລື່ອງ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ເລີ່ມ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ມີ​ຄວາມ​ສະ​ດວກກວ່າ. ຈາກ 10 ລະ​ບ​ຽບ​ການ​ປະ​ຕິ​ບັດ​ໃນ​ໄລ​ຍະ 31 ວັນ, ມາ​ຮອດ​ປະ​ຈຸ​ບັນ ໄດ້​ຫລຸດ​ລົງ​ຍັງ​ເຫລືອ​ພຽງ 5 ລະ​ບຽບ​ການ ແລະ ພຽງ​ດຳ​ເນີນໃນ 6 ວັນ. ໃນ​ຊຸມ​ປີ​ກ່ອນນີ້, ​ແຕ່​ລະ​ປີ ວິ​ສາ​ຫະ​ກິດ ຕ້ອງ​ເສຍ​ເວ​ລາ 872 ຊ່​ຊົ່ວ​ໂມງ ເພື່ອ​ເສຍ​ອາ​ກອນ ແລະ ປະ​ກັນ​ສັງ​ຄົມ, ມາ​ຮອດ​ປະ​ຈຸ​ບັນ ຫລຸດ​ຜ່ອນ​ເວ​ລາ​ໄດ້​ປະ​ມານ 400 ຊົ່ວ​ໂມງ. ດັດ​ຊະ​ນີ​ການ​ປົກ​ປ້ອງ​ນັກ​ລົງ​ທຶນ​ເພີ່ມ​ຂຶ້ນ 65 ຊັ້ນ​ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ຂອງ​ໂລກ. ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ກ່ຽວ​ຂ້ອງ  ​ ພວມ​​ປະ​ຕິ​ບັດ​​ການຫັນ​ ດັດ​ຊະ​ນີ​ເຮັດ​ລະ​ບຽບ​ການ​ພາ​ສີ​ຜ່ານ​ຊາຍ​ແດນ ເປັນ​ງ່າຍ​ດ່າຍ. ດ​ຣ ຫງວຽນ​ດີງ​ກູງ, ຫົວ​ຫນ້າ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ກາ​ນ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ສູນ​ກາງ ໃຫ້​ຮູ້​ວ່າ:

        “ມີ​ການ​ຫັນ​ປ່ຽນ​ແຕກ​ຕ່າງ​ກັນ​ເມື່ອ​ທຽບ​ໃສ່​ກ່ອນນີ້, ຈາກ​ລັດ​ຖະ​ບານ,ບັນ​ດາ​ກະ​ຊວງ​ຕະ​ຫລອດ​ຮອດ​ອຳ​ນາດ​ກາ​ນ​ປົກ​ຄອງ​ທ້ອງ​ຖິ່ນ​ທຸກ​ຂັ້ນ ກ່ຽວ​ກັບ​ສະ​ຕິ ແລະ ຄວາມ​ຕັດ​ສິນ​ໃຈ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ຢູ່​ຫວຽດ​ນາມ. ທີ​ສອງ, ລັດ​ຖະ​ບານ ພິ​ເສດ​ແມ່ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເອົາ​ໃຈ​ໃສ່​ຢ່າງ​ໃກ້​ຊິດ​ຕິດ​ແທດ ແລະ​ຊີ້​ນຳ​ຢ່າງ​ລະ​ອຽດ​ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດ​ມາດ​ຕະ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ. ທີ​ສາມ ພວກ​ເຮົາ​ໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ດັ່ງ​ກ່າວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ສະ​ນັ້ນ ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ເປັນ​ຫນ້າ​ຊື່ນ​ຊົມ.”

        ເມື່ອ​ຕີ​ລາ​ຄາ​ບັນ​ດາ​ໝາກ​ຜົນ​ພາຍ​ຫລັງ 1 ປີ​ແຫ່ງ​ການ​ປະ​ຕິ​ບັດ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້​ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ຂອງ​ຫວຽດ​ນາມ, ທ່ານ​ນາງ Wendy Werner, ຜູ້​ອຳ​ນວຍ​ການ ດ້ານ​ການ​ຄ້າ ແລະ ແກ້ງ​ແຍ້ງ, ເຂດ​ອາ​ຊີ ປາ​ຊີ​ຟີກ ຖື​ວ່າ: ຫວຽດ​ນາມ ພວມ​ໄປ​ຖືກ​ທິດ ເມື່ອ​ບັນ​ດາ​ການ​ປະ​ຕິ​ຮູບ, ພິ​ເສດ ໃນ​ຂົງ​ເຂດ​ອາ​ກອນ ​ພວມ​ຊ່ວຍ​ໃຫ້ຜູ້​ເສຍ​ອາ​ກອນ​​ປະ​ຕິ​ບັດ​ພັນ​ທະ​ຢ່າງ​ສະ​ດວກກວ່າ​ເມື່ອ​ທຽບ​ໃສ່​ກ່ອນນີ້ ແລະ ໝາກ​ຜົນ​ຂອງ​ບັນ​ດາ​ການ​ປ່ຽນ​ແປງນັ້ນ ຈະ​ສະ​ແດງ​ອອກ​ຢ່າງ​ຊັດ​ເຈນກວ່າ​ໃນ​ບົດ​ລາຍ​ງານ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ທະ​ນາ​ຄານ​ໂລກ​ປີ 2016.

        ເພື່ອ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ຂອງ​ຊາດ, ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ກ່ຽວ​ຂ້ອງ​ຢູ່ ຫວຽດ​ນາມ ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ຫລາຍກວ່າ​ອີກ. ບົດ​ລາຍ​ງານ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ທະ​ນາ​ຄານ​ໂລກ ເອົາ​ໃຈ​ໃສ່​ແກ້​ໄຂ​ສະ​ພາບ​ລົ້ມ​ລະ​ລາຍ, ປົກ​ປ້ອງ​ນັກ​ລົງ​ທຶນ ແລະ ສຳ​ພັດ​ກັບ​ສິນ​ເຊື່ອ. ສິ່ງ​ດັ່ງ​ກ່າວ​ໄດ້​ວາງ​ອອກ​ຄຳ​ຮຽ​ກ​ຮ້ອງ​ຫວຽດ​ນາມ ຕ້ອງ​ປະ​ຕິ​ຮູບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ຕໍ່​ເນື່ອງ ຕາມ​ທຳ​ນຽມ​ສາ​ກົນ​. ທ່ານ ຫວູ​ຕຽນ​ລົກ, ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອຸ​ດ​ສາ​ຫະ​ກຳ ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ພວມ​ມີ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ໄລ​ຍະ​ບຸກ​ທະ​ລຸ​ໃນ​ການ​ປະ​ຕິ​ຮູບ​ລະ​ບອບ​ນະ​ໂຍ​ບາຍ​ຢູ່​ຫວຽດ​ນາມ, ພິ​ເສດ ດ້ວຍ​ບັນ​ດາ​ຂໍ້​ຕົກ​ລົງ​ສຳ​ຄັນ​ຂອງ​ລັດ​ຖະ​ບານ ນັບ​ແຕ່​ຕົ້ນ​ປີ ມາ​ຮອດ​ປະ​ຈຸ​ບັນ ກໍ​ຄື​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ພວກ​ເຮົາ​ຕໍ່​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ໃຫຍ່​ໃນ​ໂລກ ກໍ​ຄື ຄວາມ​ຕັດ​ສິນ​ໃຈ​ຂອງ​ພວກ​ເຮົາ​ໃນ​ການ​ຍູ້​ແຮງ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ພາຍ​ໃນ ແລະ ຫັນ​ການ​ຄ້າ​ຕະ​ຫລາດ​ເປັນ​ເສ​ລີ, ຫລຸດ​ຜ່ອນ​ຄວາມ​ອີງ​ໃສ່. ລັດ​ຖະ​ບານ ໄດ້​ວາງ​ອອກ​ໂຄງ​ການ​ຫນຶ່ງ​ຢ່າງ​ຄົບ​ຊຸດ ເພື່ອ​ປະ​ຕິ​ຮູບ​ລະ​ບອບ​ນະ​ໂຍ​ບາຍ ແລະ ວາງ​ອອກ​ກົນ​ໄກ​ເພື່ອກວດ​ກາ, ຕິດ​ຕາມກວດ​ກາ, ຊຸກ​ຍູ້​ວິ​ວັດ​ການນີ້.”

        ຄາດ​ໝາ​ຍ​ໃຫມ່​ໃຫ້​ແກ່​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ ແມ່ນ​ຍົກ​ອັນ​ດັບ​ຂອງ​ຫວຽດ​ນາມ ຈາກ​​ອັນ​ດັບທີ 6 ໃນ 10 ປະ​ເທດ ອາ​ຊຽນ ຂຶ້ນ​ອັນ​ດັບ 4 ຖັດ​ຈາກ ສິງ​ກະ​ໂປ, ມາ​ເລ​ເຊຍ ແລະ ໄທ ໃນ​ຮອບ​ເວ​ລາ 2 ປີ. ວາງ​ອອກ​ຄາດ​ໝາຍນີ້​ແມ່ນ​ຄວາມ​ຈຳ​ເປັນ ໃນ​ສະ​ພາບ​ການ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ພວມ​ໃນ​ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າ​ງ​ເລິກ​ເຊິ່ງ ແລະ ກວ້າງ​ຂວາງ.

ຕອບກັບ

ຂ່າວ/ບົດ​ອື່ນ