(VOVWORLD) - ໃນສະພາວະເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງນັ້ນ, ເພື່ອຍົກສູງຄຸນຄ່າຜະລິດຕະພັນກະເສດ ຫວຽດນາມ ຕໍ່ໜ້າການແກ່ງແຍ້ງຈາກຕ່າງປະເທດ, ລັດຖະບານ ຫວຽດນາມ ໄດ້ກຳນົດການພັດທະນາການຜະລິດກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງແມ່ນທິດກ້າວເດີນທີ່ຈຳເປັນ.
ເຖິງວ່າໄດ້ຮັບການຕີລາຄາວ່າ ແມ່ນປະເທດທີ່ມີທ່າໄດ້ປຽບກ່ຽວກັບດ້ານກະສິກຳກໍ່ຕາມ, ແຕ່ຜະລິດຕະພັນກະສິກຳຂອງ ຫວຽດນາມ ຫລາຍຢ່າງພັດຍັງບໍ່ທັນມີທ່າໄດ້ປຽບການແກ່ງແຍ້ງໃນຕະຫລາດພາຍໃນປະເທດ ແລະ ສາກົນ. ໜຶ່ງໃນບັນດາສາຍເກດສຳຄັນຍິ່ງ ນັ້ນແມ່ນຍັງບໍ່ທັນນຳໃຊ້ເຕັກໂນໂລຢີທີ່ກ້າວໜ້າເຂົ້າໃນການຜະລິດ ແລະ ການເກັບຮັກສາ. ໃນສະພາບການນັ້ນ, ເລື່ອງພັດທະນາກະສິກຳໝູນໃຊ້ເຕັກໂນໂລຢີສູງແມ່ນແຜນນະໂຍບາຍທີ່ມີລັກສະນະບຸກທະລຸ, ປະກອບສ່ວນສ້າງພື້ນຖານກະສິກຳ ຫວຽດນາມ ພັດທະນາຮອບດ້ານຕາມທິດທັນສະໄໝ.
ການປູກຜັກອິນຊີຢູ່ສະຫະກອນບໍລິການກະສິກຳ ດົງກາວ (ພາບ: TTXVN) |
ໃນສະພາວະເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງນັ້ນ, ເພື່ອຍົກສູງຄຸນຄ່າຜະລິດຕະພັນກະເສດ ຫວຽດນາມ ຕໍ່ໜ້າການແກ່ງແຍ້ງຈາກຕ່າງປະເທດ, ລັດຖະບານ ຫວຽດນາມ ໄດ້ກຳນົດການພັດທະນາການຜະລິດກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງແມ່ນທິດກ້າວເດີນທີ່ຈຳເປັນ. ແຕ່ປີ 2010, ລັດຖະບານໄດ້ມີຂໍ້ຕົກລົງກ່ຽວກັບການພັດທະນາກະສິກຳໝູນໃຊ້ກະສິກຳເຕັກໂນໂລຢີສູງຮອດປີ 2020. ພ້ອມກັນນັ້ນ ລັດຖະບານໄດ້ປະກາດໃຊ້ບັນດານະໂຍບາຍທີ່ມີລັກສະນະບຸກທະລຸ ເພື່ອແນໃສ່ໜູນຊ່ວຍໃຫ້ແກ່ວິສາຫະກິດ, ຄອບຄົວຊາວກະສິກອນໃນຂົງເຂດກະສິກຳທີ່ລົງທຶນໃຫ້ໝູນໃຊ້ເຕັກໂນໂລຢີສູງ, ສ້າງບັນດາສະຫະກອນແບບໃໝ່ຂຶ້ນ, ພັດທະນາລະບົບຮ່ວມສຳພັນ, ຜະລິດອອກບັນດາຜະລິດຕະພັນກະເສດທີ່ມີຄຸນນະພາບສູງ, ມີສະມັດຕະພາບ, ມີມູນຄ່າເພີ່ມເຕີມສູງ, ເປັນມິດກັບສິ່ງແວດລ້ອມ, ປະກອບສ່ວນຄ້ຳປະກັນດ້ານສະບຽງອາຫານລະດັບຊາດ, ປັບປຸງຊີວິດສັງຄົມ. ທ່ານ ເລວັນເຫງືຍ ນັກຊ່ຽວຊານເສດຖະກິດດ້ານກະສິກຳ ໃຫ້ຮູ້ວ່າ:
“ດ້ວຍຮູບແບບສະຫະກອນແບບໃໝ່, ເຂົາເຈົ້າສາມາດຈ້າງຫົວໜ້າສະຫະກອນ, ຈ້າງຜູ້ອຳນວຍການຄືບັນດາປະເທດໃນໂລກເຄີຍປະຕິບັດ. ສະຫະກອນສ້າງຕັ້ງຄະນະໜຶ່ງເພື່ອປຶກສາຫາລືການນຳໃຊ້ທີ່ດິນ, ການເຂົ້າຮ່ວມຂອງບັນດາຄອບຄົວໃນການຈັດຕັ້ງທຳການຜະລິດ, ມູນຄ່າເພີ່ມເຕີມ, ສິດປະໂຫຍດຂອງບັນດາຄອບຄົວ, ຄອບຄົວໃດມີທີ່ດິນຫລາຍ ແມ່ນຈະໄດ້ຮັບຜົນປະໂຫຍດຫລາຍ…ຍ້ອນແນວນັ້ນ ເຂົາເຈົ້າຈຶ່ງຈະຊອກຫາສົ້ນອອກໄດ້, ຊອກໄດ້ໂອກາດການໝູນໃຊ້ເຕັກໂນໂລຢີສູງຄື: ລະບົບຫົດນ້ຳປະຢັດ, ລະບົບເຄື່ອງຈັກ, ລະບົບເຕັກໂນໂລຢີອື່ນໆ…”
ພາຍຫລັງຜັນຂະຫຍາຍຮູບແບບກະສິກຳເຕັກໂນໂລຢີສູງເປັນເວລາເກືອບ 10 ປີ, ມາຮອດປັດຈຸບັນ ຢູ່ຫວຽດນາມ ໄດ້ມີເຂດກະສິກຳ 29 ເຂດ ແລະ ວິສາຫະກິດກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງພວມເຄື່ອນໄຫວກ່ວາ 20 ແຫ່ງ. ພົ້ນເດັ່ນແມ່ນບັນດາຮູບແບບຜະລິດຜັກປອດສານພິດ, ຜັກອິນຊີ, ປູກດອກໄມ້, ຕົ້ນໄມ້ປະດັບໃນລະບົບເຮືອນຫົ່ມ, ເຮືອນແກ້ວຢູ່ ບັກນິງ, ເລີມດົ່ງ, ນະຄອນ ໂຮ່ຈີມິນ; ຟາມປູກເຫັດຂະໜາດໃຫຍ່ຢູ່ ຫວີງຟຸກ; ເຂດປູກຕົ້ນຊາທີ່ໝູນໃຊ້ເຕັກໂນໂລຢີຕ່າງປະເທດຢູ່ ໄທງວຽນ; ເຂດຜະລິດແນວພັນເຂົ້າ ແລະ ເຂົ້າສານເພື່ອນຳໄປຄ້າຂາຍມີຄຸນນະພາບສູງຢູ່ເຂດທົ່ງພຽງແມ່ນ້ຳຂອງ…ພິເສດ, ບັນດາວິສາຫະກິດ, ຄອບຄົວບັນດາແຂວງທາງພາກໃຕ້ ອີງໃສ່ການນຳໃຊ້ກະສິກຳເຕັກໂນໂລຢີສູງ, ອັບເດັດຂັ້ນຕອນການຜະລິດຕາມມາດຖານສາກົນ ເຊິ່ງບັນລຸໄດ້ໝາກງານໃນໄລຍະເວລາສັ້ນໆ. ທ່ານ ເລຊວນເຟືອງ ຜູ້ອຳນວຍການບໍລິສັດຫຸ້ນສ່ວນກ້ວຍຫວຽດຢູ່ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:
“ປັດຈຸບັນ ບໍລິສັດພວມນຳໃຊ້ບັນດາຝຸ່ນເຄມີ, ຢາປ້ອງກັນພືດຊະນິດຕ່າງໆ ລ້ວນແຕ່ນຳເຂົ້າຈາກເອີຣົບ. ບັນດາຢາປ້ອງກັນພືດບໍ່ເປັນພິດຮ້າຍສຳລັບຄົນ ສ້າງເປັນບັນດາຜະລິດຕະພັນທີ່ປອດໄພ. ບໍລິສັດພວມເຮັດບັນດາຜະລິດຕະພັນສົ້ນອອກຖືກຕາມຜະລິດຕະພັນຊີວະພາບ.”
ຕາມແຜນການພັດທະນາກະສິກຳຕົວເມືອງນະຄອນໂຮ່ຈີມິນ, ມູນຄ່າການຜະລິດກະສິກຳຈົນຮອດປີ 2020 ຕ້ອງບັນລຸໄດ້ 300 ລ້ານດົ່ງ/ເຮັກຕາ/ປີ ແລະ ປີ 2025 ລັນລຸໄດ້ 500 ລ້ານດົ່ງ/ເຮັກຕາ/ປີ. ແຕ່ປັດຈຸບັນ ໄດ້ມີບັນດາວິສາຫະກິດບັນລຸໄດ້ແຕ່ 200-400 ລ້ານດົ່ງ/ເຮັກຕາ/ປີ ແລະ ມີບັນດາວິສາຫະກິດບັນລຸໄດ້ມູນຄ່າກ່ວາ 500 ລ້ານເຖິງ 1 ຕື້ດົ່ງ/ເຮັກຕາ/ປີ. ເຖິງຢ່າງໃດກໍ່ຕາມ, ຄວາມຈິງສະແດງໃຫ້ເຫັນວ່າ: ພຽງແຕ່ບັນດາວິສາຫະກິດໃຫຍ່ລົງທຶນດ້ວຍແບບພິທີທີ່ຖືກຕ້ອງ ຈຶ່ງມີຫລາຍກາລະໂອກາດເພື່ອພັດທະນາ, ສ່ວນບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ເລື່ອງນຳໃຊ້ເຕັກໂນໂລຢີສູງຍັງປະສົບກັບຄວາມຫຍຸ້ງຍາກ, ເປັນຕົ້ນແມ່ນເງິນລົງທຶນກ່ຽວກັບເຮືອນຫົ່ມ, ລະບົບຊົນລະປະທານ, ເຮືອນແກ້ວ…ເພື່ອແກ້ໄຂຄວາມຫຍຸ້ງຍາກເປັນເທື່ອລະກ້າວນັ້ນ, ແຕ່ເດືອນມີນາ-2017 ນາຍົກລັດຖະມົນຕີໄດ້ຊີ້ນຳສະຫງວນບ້ວງສິນເຊື່ອບຸລິມະສິດ 100.000 ຕື້ດົ່ງໃຫ້ກູ້ຢືມ ເພື່ອໝູນໃຊ້ເຕັກໂນໂລຢີສູງ. ມາຮອດປັດຈຸບັນ ແຫຼ່ງທຶນສິນເຊື່ອນີ້ໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ບັນລຸເກືອບ 32.000 ຕື້ດົ່ງ, ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກໃຫ້ບັນດາວິສາຫະກິດ, ເປັນຕົ້ນແມ່ນບັນດາວິສາຫະກິດໃນໄລຍະເລີ່ມດຳເນີນທຸລະກິດ. ເພື່ອຍູ້ແຮງການພັດທະນາກະສິກຳເຕັກໂນໂລຢີສູງ, ທ່ານນາຍົກລັດຖະມົນຕີກໍໃຫ້ອະນຸມັດຜ່ານແຜນການສັງລວມບໍລິເວນ ແລະ ເຂດກະສິກຳໝູນໃຊ້ເຕັກໂນໂລຢີສູງຈົນຮອດປີ 2020, ກຳນົດທິດຮອດປີ 2030, ໃນນັ້ນ ຢືນຢັນວ່າ: ພັດທະນາກະສິກຳໝູນໃຊ້ເຕັກໂນໂລຢີສູງ ແມ່ນແຜນນະໂຍບາຍທີ່ມີລັກສະນະບຸກທະລຸ, ປະກອບສ່ວນສ້າງພື້ນຖານກະສິກຳ ຫວຽດນາມ ພັດທະນາຮອບດ້ານຕາມທິດທັນສະໄໝ.