ພັດທະນາທ່າກຳປັ່ນສີຂຽວ: ເພີ່ມກຳລັງແກ້ງແຍ່ງຂອງວິສາຫະກິດ ຫວຽດນາມ

(VOVWORLD) -ດ້ວຍທ່າໄດ້ປຽບກ່ຽວກັບພື້ນຖານໂຄງລ່າງ, ຫວຽດນາມພວມສືບຕໍ່ຍູ້ແຮງການລົງທຶນ ແລະ ຂຸດຄົ້ນລະບົບທ່າກຳປັ່ນທະເລຕາມມາດຖານ “ສີຂຽວ” ແລະ ຍືນຍົງ, ເຊື່ອມຕໍ່ຢ່າງຄົບຊຸດກັບພາກພື້ນ ແລະ ໂລກ. ສິ່ງນີ້ ຈະຊ່ວຍເພີ່ມກຳລັງແກ້ງແຍ່ງຂອງບັນດາວິສາຫະກິດ ຫວຽດນາມ ໃນວິວັດການຮ່ວມມື ແລະ ພັດທະນາເສດຖະກິດທະເລ.

 ພັດທະນາທ່າກຳປັ່ນສີຂຽວ: ເພີ່ມກຳລັງແກ້ງແຍ່ງຂອງວິສາຫະກິດ ຫວຽດນາມ - ảnh 1
ບັນດາທ່າກຳປັ່ນຢູ່ ຫວຽດນາມ ໄດ້ຊອກວິທີ "ຫັນເປັນສີຂຽວ" ຢ່າງວ່ອງໄວ ເພື່ອຫັນຄາດໝາຍການພັດທະນາເສດຖະກິດທະເລໃຫ້ປະກົດຜົນເປັນຈິງ. (ພາບ: vov)

ອົງການການເດີນທະເລສາກົນ ໄດ້ວາງຄາດໝາຍຫລຸດຜ່ອນອາຍພິດເຮືອນແກ້ວໃຫ້ລົງລະດັບ 0 ໃນປີ 2050 ແລະ ນີ້ກໍ່ແມ່ນຄາດໝາຍຂອງ ຫວຽດນາມ. ເພາະສະນັ້ນ ການຫັນໄປຍັງຮູບແບບທ່າກຳປັ່ນສີຂຽວ ແມ່ນຄວາມຮຽກຮ້ອງຕ້ອງການ ແລະ ແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອໃຫ້ຂະແຫນງການເດີນທະເລ ຫວຽດນາມ ແກ້ງແຍ່ງ ແລະ ເຊື່ອມໂຍງກັບໂລກ. ແຜນຮ່າງພັດທະນາທ່າກຳປັ່ນທະເລສີຂຽວຂອງ ຫວຽດນາມ ປະກາດໃຊ້ແຕ່ປີ 2020 ໄດ້ແບ່ງເປັນແຕ່ລະໄລຍະ ແຕ່ສຳຄັນທີ່ສຸດແມ່ນໄລຍະແຕ່ປີ 2023 ມາຮອດປະຈຸບັນ ເພື່ອດັດປັບຂໍ້ກຳນົດທີ່ກ່ຽວຂ້ອງເຖິງການຄຸ້ມຄອງ, ການລົງທຶນ ແລະ ກໍ່ສ້າງທ່າກຳປັ່ນທະເລໃຫ້ສອດຄ່ອງກັບມາດຖານ “ທ່າກຳປັ່ນ” ສີຂຽວ.

ເພື່ອໃຫ້ກາຍເປັນທ່າກຳປັ່ນສີຂຽວ, ທ່າກຳປັ່ນຕ້ອງຕອບສະຫນອງຫລາຍມາດຖານກ່ຽວກັບການນຳໃຊ້ພະລັງງານທົດແທນ, ນຳໃຊ້ເຊື້ອເພີງສະອາດ, ການຊຳລະທາງອອນລາຍ, ຊອບແວຄຸ້ມຄອງການຂົນສົ່ງທັນສະໄຫມ ແລະ ຄົບຊຸດ... ທ່ານ ຟ້າມຮວ່າຍຈູງ, ປະທານ ສະພາສະມາຊິກບໍລິສັດໃຫຍ່ອຸດສາຫະກຳກຳປັ່ນທະເລ (SBIC), ໄດ້ເນັ້ນຫນັກວ່າ ຫວຽດນາມ ເລືອກເຟັ້ນທິດພັດທະນາເພື່ອຮັບປະກັນສີຂຽວ, ສະອາດ ແລະ ຍືນຍົງ ແມ່ນສອດຄ່ອງກັບທ່າອ່ຽງທົ່ວໂລກ. ນີ້ກໍ່ແມ່ນທ່າອ່ຽງແກ້ງແຍ່ງມີລັກສະນະຍືນຍົງສູງ ແລະ ພ້ອມກັນຊຸກຍູ້ບັນດາວິສາຫະກິດໃນຂົງເຂດການເດີນທະເລພັດທະນາ.

“ນາຍົກລັດຖະມົນຕີ ໄດ້ວາງອອກບັນດາຮູບການພັດທະນາທ່າກຳປັ່ນທະເລຕາມທິດພັດທະນາທ່າກຳປັ່ນສີຂຽວ. ໃນຂະນະນັ້ນ ພວກເຮົາ ຈະດຶງດູດໄດ້ບັນດານັກລົງທຶນເຂົ້າຮ່ວມການລົງທຶນລະບົບທ່າກຳປັ່ນຢ່າງຄົບຊຸດ ແລະ ຍືນຍົງ. ຈາກນັ້ນ ກໍ່ມີລະບົບທ່າກຳປັ່ນທະເລພັດທະນາ, ຫລຸດຜ່ອຍລາຍຈ່າຍ logistics, ຈາກນັ້ນ ກໍ່ເພີ່ມກຳລັງແກ້ງແຍ່ງຂອງບັນດາວິສາຫະກິດ ຫວຽດນາມ ໃນໂລກ”.

 ພັດທະນາທ່າກຳປັ່ນສີຂຽວ: ເພີ່ມກຳລັງແກ້ງແຍ່ງຂອງວິສາຫະກິດ ຫວຽດນາມ - ảnh 2ຮູບແບບທ່າກຳປັ່ນສີຂຽວແມ່ນຄວາມຮຽກຮ້ອງທີ່ຈຳເປັນ ແລະ ແມ່ນເງື່ອນໄຂທຳອິດເພື່ອໃຫ້ຂະແຫນງການເດີນທະເລແກ້ງແຍ່ງ ແລະ ເຊື່ອມໂຍງເຂົ້າກັບໂລກ. (ພາບ: VOV)

ພ້ອມກັບການປັບປຸງບັນດາມາດຖານກ່ຽວກັບທ່າກຳປັ່ນສີຂຽວໃຫ້ສຳເລັດສົມບູນເພື່ອປະຕິບັດຄາດໝາຍທີ່ວາງອອກໃນປີນີ້ໃຫ້ສຳເລັດຜົນ, ຫວຽດນາມ  ພວມລົງທຶນຂຸດຄົ້ນລະບົບທ່າກຳປັ່ນທະເລ, ຍູ້ແຮງການເຄື່ອນໄຫວຫັນເປັນດິຈີຕອນ, ນຳໃຊ້ເຕັກໂນໂລຊີເພື່ອເພີ່ມລັກສະນະເຊື່ອມຕໍ່ໃນບັນດາການເຄື່ອນໄຫວຂົນສົ່ງ. ທ່ານ ຫງວຽນແກ໋ງຕິງ ຜູ້ອຳນວຍການໃຫຍ່ ບໍລິສັດໃຫຍ່ການເດີນທະເລ ຫວຽດນາມ (VIMC), ຖືວ່າ:

ບຸກທະລຸກ່ຽວກັບພື້ນຖານໂຄງລ່າງ, ພວກຂ້າພະເຈົ້າ ສືບຕໍ່ປະຕິບັດບັນດາໂຄງການນ້ຳເລິກຢ່າງແຮງ, ໃນນັ້ນ ສຸມໃສ່ແຫລ່ງກຳລັງໃຫຍ່ສຸດພັດທະນາທ່າກຳປັ່ນ ຄ່ຽນຖ່າຍ/ສົ່ງຜ່ານ ສາກົນ ເກີນເຢີ, ສືບຕໍ່ຜັນຂະຫຍາຍປັບປຸງສຳເລັດບັນດາທ່າ 3,4 ທ່າກຳປັ່ນ ແລກຫວ້ຽນ, ທ່າກຳປັ່ນນ້ຳເລິກຜ່ານທ່າກຳປັ່ນ ລຽນຈ໊ຽວ, ດ່າຫນັງ”.

ຕາມທ່ານ ປອ ຮວ່າງຫຽບ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນໃຫ້ຄຳປຶກສາການອອກແບບ ທ່າກຳປັ່ນ - ເຕັກນິກທະເລ (Portcoast) ແລ້ວ, ສຳລັບທ່າກຳປັ່ນສີຂຽວ, ເຕັກໂນໂລຊີຫັນເປັນດິຈິຕອນ ສວມບົດບາດສຳຄັນທີ່ສຸດ. ສະນັ້ນ ເພື່ອເພີ່ມກຳລັງແກ້ງແຍ່ງ ການຮ່ວມມືລະຫວ່າງວິສາຫະກິດທ່າກຳປັ່ນ, ໃນນັ້ນມີ Portcoast, ຄວນສືບຕໍ່ຊຸກຍູ້, ບົນພື້ນຖານຜັນຂະຫຍາຍຢ່າງຄົບຊຸດຫລາຍ app ຫນູນຊ່ວຍໃນວິວັດການຫັນເປັນດິຈີຕອນ.

ໃນໂລກ ປະຈຸບັນ ມີປະມານ 70% ຈຳນວນກຳປັ່ນທະເລທີ່ຕໍ່ໃຫມ່ ໄດ້ຫັນມານຳໃຊ້ພະລັງງານສີຂຽວ. ສິ່ງນີ້ຊຸກຍູ້ບັນດາທ່າກຳປັ່ນຢູ່ ຫວຽດນາມ ຕ້ອງຊອກວິທີ “ຫັນເປັນສີຂຽວ” ຢ່າງວ່ອງໄວ ເພື່ອປະຕິບັດຄາດໝາຍພັດທະນາເສດຖະກິດທະເລຂອງປະເທດຊາດ. ຕົວຈິງ ຢູ່ ທ່າກຳປັ່ນ ດ່າຫນັງ ປີນີ້ ທ່າກຳປັ່ນວາງຄາດໝາຍສຸມໃສ່ສົມທົບດ້ານວິທະຍາສາດເຕັກໂນໂລຊີ, ສືບຕໍ່ນະວັດຕະກຳ, ດັດປັບເພື່ອປັບປຸງພື້ນຖານໂຄງລ່າງໃຫ້ສຳເລັດຢ່າງບໍ່ຢຸດຢັ້ງ, ຍົກສູງຄຸນນະພາບການຂຸດຄົ້ນທ່າກຳປັ່ນທະເລ ແລະ logictics. ທ່ານ ເຈີນເລຕວັນ, ຜູ້ອຳນວຍການໃຫຍ່ ທ່າກຳປັ່ນ ດ່າຫນັງ ແບ່ງປັນວ່າ:

“ທ່າກຳປັ່ນ ດ່າຫນັງ ຕັດສິນໃຈສືບຕໍ່ຫັນເປັນດິຈີຕອນ ເພື່ອເພີ່ມກຳລັງຄວາມສາມາດ, ຫລຸດຜ່ອນລາຍຈ່າຍ, ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ລູກຄ້າ. ປະຈຸບັນ ທ່າກຳປັ່ນ ດ່າຫນັງ ແມ່ນທ່າກຳປັ່ນເຄິ່ງອັດຕະໂນມັດ. ລູກຄ້າ ພຽງແຕ່ຢູ່ບ້ານກໍ່ເຮັດລະບຽບການໄດ້, ເຊິ່ງສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດເຄ່ືອນໄຫວ”.

ພັດທະນາທ່າກຳປັ່ນ ສີຂຽວ ມຸ່ງໄປເຖິງການພັດທະນາແບບຍືນຍົງ ແມ່ນທ່າອ່ຽງໃນສະພາບການແກ້ງແຍ່ງທົ່ວໂລກໃນປະຈຸບັນ. ສິ່ງດັ່ງກ່າວບໍ່ພຽງແຕ່ຊ່ວຍເພີ່ມລາຍຮັບ ແລະ ກຳໄລຫລາຍສົມຄວນໃຫ້ແກ່ວິສາຫະກິດຂຸດຄົ້ນທ່າກຳປັ່ນເທົ່ານັ້ນ ຫາກຍັງປະກອບສ່ວນປັບປຸງທີ່ຕັ້ງບົດບາດຂອງທ່າກຳປັ່ນໃນພາກພື້ນ, ເພີ່ມກຳລັງແກ້ງແຍ່ງຂອງບັນດາວິສາຫະກິດໃນລະບົບການບໍລິການ logistics ຂອງ ຫວຽດນາມ ໃນສະພາວະເຊື່ອມໂຍງເຂົ້າກັບທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ