ສ້າງໂຄງປະກອບລັດວິສາຫະກິດຄືນໃຫມ່ ເພື່ອພັດທະນາແບບຍືນຍົງ.

ບັນຫາ​ສຳຄັນ​​ໃນ​ປີ 2011 ​ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ຈາກ​ລັດຖະບານຫວຽດນາມ​ນັ້ນ​ແມ່ນ ສ້າງ​ໂຄງ​ປະກອບ​​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ພັດທະນາ​ເສດຖະກິດ. ລັດຖະບານ​ໄດ້​ສຸມ​ໃສ່​ເຂົ້າໃນ 3 ຂົງ​ເຂດ​ສຳຄັນ: ນັ້ນ​ແມ່ນ​ສ້າງ​​ໂຄງ​ປະກອບ​ການ​ລົງທຶນ​ດ້ວຍ​ຈຸດ​ໃຈກາງ​ແມ່ນ​ການ​ລົງທຶນ​ຂອງ​ລັດ, ​ສ້າງ​ໂຄງ​ປະກອບ​ຕະຫລາດ​ການ​ເງິນ​ຄືນ​ໃຫມ່ ດ້ວຍ​ຈຸດ​​ໃຈກາງ​ແມ່ນ​ສ້າງ​ໂຄງ​ປະກອບ​ລະບົບ​ທະນາຄານ ​ແລະ ບັນດາ​ອົງການ​ການ​ເງິນ ​ແລະ ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ ຊຶ່ງ​ຈຸດ​ໃຈກາງ​ແມ່ນ​ບັນດາ​ກຸ່ມ​ບໍລິສັດ, ບໍ​ລິ​ສັດ​ໃຫຍ່​ແຫ່ງ​ລັດ. ​ເປັນ​ອັນວ່າ ການ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ ​ແມ່ນ​ຫນຶ່ງ​ໃນ 3 ຫນ້າ​ທີ່​ຈຸດ​ສຸມ​ຂອງ​ລັດຖະບານ, ພ້ອມ​ທັງ​ແມ່ນ​ມາດ​ຕະການ​ທັງ​ຮີບ​ດ່ວນ ທັງ​ມີ​ລັກສະນະ​ຍາວ​ນານ ​ເພື່ອ​ໃຫ້​ເສດຖະກິດ​ຫວຽດນາມ ພັດທະນາ​ແບບ​ຍືນ​ຍົງ.

        ຄວາມ​ຈິງ​ແລ້ວ, ​ເລ​ື່ອງປະຕິູຮບ. ຊັບຊ້ອນ​ຄື​ນບັນດາ​ວິ​ສາ​ຫະກິດ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ລັດ​ວິ​ສາ​ຫະກິດ ​ໂດຍ​ແມ່ນ​ລັດຖະບານ​ຫວຽດນາມ ປະຕິບັດ​ຢ່າງ​ລຽນ​ຕິດ​​ໃນ​ກວ່າ 10 ປີຜ່ານມາ​ນີ້. ຫນຶ່ງ​ໃນ​ບັນດາ​ຜົນສຳ​ເລັດ​ຂອງ​ວິວັດ​ການ​ນີ້ ນັ້ນ​ແມ່ນ​ຫລຸດຈຳນວນ​ວິ​ສາ​ຫະກິດ​ທີ່​ດຳ​ເນີນ​ທຸລະ​ກິດ​ຖືກ​ລຸບທຶນ​ໃນ​ໄລຍະ​ຍາວ ຫລື ບໍ່​ມີກຳ​ໄລ ຈາກ 60% ລົງ​ເຫລືອ​ພຽງ 20%. ມາ​ຮອດ​ປະຈຸ​ບັນ, ຈຳນວນລັດ​ວິ​ສາ​ຫະກິດ ກໍ​ໄດ້​ຫລຸດ​ລົງ​ຢ່າງ​ວ່ອງ​ໄວ ແຕ່ ວິ​ສາ​ຫະກິດ 12.000 ​ແຫ່ງ ​ໃນ​ປີ 1991 ລົງ​ເຫລືອ​ພຽງປະມານ 1.500 ​ແຫ່ງ​ໃນ​ປະ​ຈຸ​ບັນ. ປະຈຸ​ບັນ, ທັງ​ປະ​ເທດ ມີ ກຸ່ມ​ບໍລິສັດເສດຖະກິດ 12 ແຫ່ງພວມເຄື່ອນໄຫວ ແລະ ແມ່ນກຳລັງຫນູນສຳຄັນໃຫ້ແກ່ການພັດທະນາຂອງພື້ນຖານເສດຖະກິດ, ພິ​ເສດ ​ໃນ​ການ​ກຳນົດ ​ແລະ ພັດທະນາ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ ສັງຄົມ, ຮັກສາ​ກຳລັງ​ຫນູນ​ການ​ເຕີບ​ໂຕ, ສ້າງ​ວຽກ​​ເຮັດ​ງານ​ທຳ ​ແລະ ຮັບ​ປະກັນ​ຄວາມ​ເປັນ​ປົກກະຕິ​ລວມ​ໃຫ້​ແກ່​ພື້ນຖານ​ເສດຖະກິດ​​ແຫ່ງ​ຊາດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາມ​ການ​ຕີ​ລາຄາ​ຂອງ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ແລ້ວ, ​ເຖິງ​ວ່າ ລັດ​ວິ​ສາ​ຫະກິດ​ພວມ​ກຳ​ແຫ​ລ່ງກຳລັງ​​ໃຫຍ່​ຫລວງ​ຂອງ​ພື້ນຖານ​ເສດຖະກິດ​ກໍ​ຕາມ,​​ແຕ່​ການ​ປະກອບສ່ວນ​ໃຫ້​ແກ່​ພື້ນຖານ​ເສດຖະກິດ​ພັດ​ບໍ່​ສົມ​ຄູ່​ປານ​ໃດ, ອັດຕາ​ປະກອບສ່ວນ​​ໃຫ້​ແກ່ GDP ພຽງ​ປະມານ 27 -28%, ​ໃນ​ຂະນະ​ນັ້ນ ມີ​ລັດວິ​ສາ​ຫະກິດຫລາຍ​ແຫ່ງ​ບໍ່​ທັນ​ເສີມ​ຂະຫຍາຍ​ໝົດ​ປະສິດທິ​ຜົນ​ໃນ​ການ​ນຳ​ໃຊ້​ທີ່​ດິນ, ​ທຶນ​ຮອນ, ວັດຖຸ​ອຸປະກອນ. ມີ​ກຸ່ມ​ບໍລິສັດ​ຈຳນວນ​ຫນຶ່ງ ພຽງ​ແຕ່​ມີ​ທ່າ​ອ່ຽງ​ເປີດ​ກວ້າງ​ການ​ລົງທຶນ ​ແລະ ລົງທຶນ​ແບບ​ກະຈັດ​ກະ​ຈາຍ, ບໍ່​ສຸ​ມ​ໃສ່​ເຂົ້າ​ຂົງ​ເຂດ​ດຳ​ເນີ​ນທຸລະ​ກິດ​ຕົ້ນຕໍ, ການ​ລົງທຶນ​ນອກ​ຂະ​ແຫນງ​ການ, ລົງ​ທຶນ​ເຂົ້າ​ຂົງ​ເຂດ​ທີ່ອາດ​ຈະ​ມີ​ຄວາມ​ສ່ຽງ​ສູງ, ຊ້ຳ​ບໍ່​ໜຳ ຖືກ​ລຸບທຶນ, ຕິດຫນິ້. ສະ​ນັ້ນ   ​ໄດ້​ສົ່ງ​ຜົນ​ສະທ້ອນ​ຢ່າງ​ຫຍໍ້​ທໍ້​ເຖິງ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ ​ແລະ ຜົນ​ສະທ້ອນ​ເຖິງ​ການ​ພັດທະນາ​ລວມ. ​ໃນ​ສະພາບ​ການ​ນັ້ນ, ບັນຫາ​ທີ່​ວາງ​ອອກ​ນັ້ນ​ແມ່ນ ຕ້ອງ​ສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃຫມ່,​ ຊັບ​ຂ້ອນ, ຈັດ​ຕັ້ງ, ປະຕິບັດ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ, ປ່ຽນ​ໃຫມ່​ນະ​ໂຍບາຍ​ລົງທຶນ, ຄຸ້ມ​ຄອງ​ແຫລ່ງທຶນ​ເປັນ​ຢ່າງ​ດີກ​ວ່າ ​ເພື່ອ​ຮັບປະກັນ​ໃຫ້​ແກ່​ບັນດາ​ລັດ​ວິ​ສາ​ຫະກິດ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ. ດອກ​ເຕີ ຫງວຽນ​ມີ​ງຟອງ ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ​ຖື​ວ່າ:

        “ວິວັດ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​​ໃຫມ່ ​ແມ່ນ​ວິວັດ​ການ​ເປີດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ປີຫນ້າ ຄວນ​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ຜະລິດ​ດຳ​ເນີນ​ທຸລະ​ກິດ ​ແລະ ສຳລັບ​ບັນດາ​ວິ​ສາ​ຫະກິດ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຕ້ອງ​ສ້າງ​ໂຄງປະກອບ​ຄືນ​ໃຫມ່​ກ່ອນ ຕໍ່​ມາ​ແມ່ນ​ສ້າງ​ໂຄງ​ປະກອບ​ຄືນ​ໃຫມ່​ຢູ່​ບັນດາ​ກຸ່ມ​ບໍລິສັດ, ຫລຸດຜ່ອນສິ່ງ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເຄື່ອ​ນ​ໄຫວ​ການ​ລົງທຶນ​ຫລາຍ​ຂະ​ແຫນງ. ບັນດາ​ການ​ເຄື່ອນ​​ໄຫວ​ໃດ​ຕິດ​ພັນ​ກັບ​ການ​ລົງທຶນ​ທີ່​ມີ​ປະ​ໂຫຍ​ດຕ້ອງ​ເຮັດ​ກ່ອນ.“

        ທີ່​ກອງ​ປະຊຸມ​ສະຫລຸບ​ຮູບ​ແບບ​ກຸ່ມ​ບໍລິສັດ​ເສດຖະກິດ​ຊຶ່ງ​ດຳ​ເນີນ​ໄປ​ໃນ​ວັນ​ທີ 9 /12/2011, ບັນດາ​ສະມາຊິກ​ລັດຖະບານ ​ແລະ ຜູ້​ຊ່ຽວຊານ​ກໍ​ໃຫ້​ຂໍ້​ສັງ​ເກດ​ວ່າ: ​ເລື່ອງ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃຫມ່​ຂອງ​ບັນດາ​ກຸ່ມບໍລິສັດ​ເສດຖະກິດ,​ບໍລິສັດ​ໃຫຍ່​ແຫ່ງ​ລັດ ​ແມ່ນ​ເພື່ອ​ສ້າງ​ບະ​ບົບ​ໃຫມ່​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ, ຫາກ​ບໍ່​ແມ່ນ​ເພື່ອ​ລົບ​ລ້າງ​ລັດ​ວິ​ສາ​ຫະກິດ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ທ່ານ ຫງວຽນ​ເຕີນ​ຢູງ ນາຍົກລັດຖະມົນຕີຫວຽດນາມ ​ໄດ້​ຢືນຢັນ​ຄືນ​ຈຸດໝາຍ​ສ້າງ​ບັນດາ​ກຸ່ມ​ບໍລິສັດ​ເສດຖະກິດ​ທີ່ີ​ມີ​ຂອບ​ຂະຫນາດ​ໃຫຍ່​ຢູ່​ບັນດາ​ຂົງ​ເຂດ​ທີ່​ລັດ​ຕ້ອງການ, ມີ​ລັກສະນະ​ແກ້ງ​ແຍ້​ງ, ມີ​ການຈັດ​ຕັ້ງ​ຢ່າງແຂງ​ແຮງ, ຊ່ວຍ​ໃຫ້​ລັດ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ລັດ, ການປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​. ທ່ານ​ນາຍົກລັດ​ຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈງ​ວ່າ:

        “ພວກ​ເຮົາ​ຕ້ອງ​ສ້າງ​ໃຫ້​ໄດ້​ບັນດາ​ກຸ່ມ​ບໍລິສ​ັດ​ແຂງ​ແຮງ ​ເພື່ອ​ປະຕິບັດ​ຫນ້າ​ທ່ີ​ຊຶ່ງ​ລັດ​ມອບ​ໝາ​ຍ​ໃຫ້ ​ແຕ່​ສິ່ງ​ທີ່​ຫຍຸ້ງຍາກ​ນັ້ນ​ແມ່ນ ບັນດາ​ກຸ່ມ​ບໍລິສັດ​ນັ້ນ ທັງ​ປະຕິບັດ​ຫນ້າ​ທີ່​ຊຶ່ງ​ລັດ​ມອບ​ໝາຍ​ກ່ຽວ​ກັບ​ການ​ດຸນ​ດຽງ​ເສດຖະກິດ​ມະຫາ​ພາກ, ​ເພື່ອ​ເປັນ​ພື້ນຖານ​ຊຸກຍູ້ ​ແຕ່​ທັງ​ຕ້ອງຜະລິດ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ. ພວກ​ເຮົາ​ຕ້ອງ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃຫມ່, ສືບຕໍ່​ຊັບຊ້ອນ​ ກຸ່ມ​ບໍລິສັດ​ເສດຖະກິດ​ແຫ່ງ​ລັດ12 ແຫ່ງຄືນໃຫມ່.“

        ​ໃນ​ວາລະ​ປະຊຸມ​ສາມັນ​ເດືອນ 12 ຊຶ່ງ​ແມ່ນ​ວາລະ​ປະຊຸມ​ສຸດ​ທ້າຍ​ຂອງ​ປີ 2011, ລັດຖະບານ​ໄດ້​ເນັ້ນ​ຫນັກ​ເຖິງ​ເລື່ອງ​ສ້າງ​ແຜນ​ຮ່າງ​ສ້າງ​ໂຄງ​ປະກ​ອບ​ເສດຖະກິດ​ຄືນ​ໃຫມ່​ໃຫ້​ສົມບູນ​ແບບ, ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ພາກ​ລັດ​ວິ​ສາ​ຫະກິດ ດ​້ວຍ ຄຳ​ຮຽ​ກຮ້ອງ​ຕ້ອງການ 2 ຢ່າງ​ນັ້ນ​ແມ່ນ: ​ເພື່ອ​ໃຫ້​ລັດວິ​ສາ​ຫະກິດປະຕິບັດ​ບົດບາດ​ຮັບປະກັນ​ການ​ເຂົ້າ​ຮ່ວມ​ບໍລິຫານ​ເສດ​ຖະກິດ​ມະຫາ​ພາກ​ເປັນ​ຢ່າງ​ດີ, ສ້າງ​ພື້ນຖານ​ຊຸກຍູ້​ການ​ພັດທະນາ​ການ​ລົງທຶນ​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ທີ່​ຈ​ຳ​ເປັນ ຊຶ່ງ​ບັນດາ​ພາກສ່ວນ​ເສດຖະກິດ​ອື່ນ​ບໍ່​ທັນ​ປະຕິບັດ​ໄດ້. ທີ​ສອງ ​ແມ່ນ​ສ້າງ​ໂຄງປະກອບລັດ​ວິ​ສາ​ຫະກິດ​ຄືນ​ໃຫມ່ ​ເພື່ອ​ໃຫ້ການ​ເຄື່ອນ​ໄຫວ​ມີ​ປະສິດທິ​ຜົນ​ກວ່າ​ເມື່ອ​ທຽບ​ໃສ່​ແຫ່ຼງ​ກຳລັງ​ແຮງ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈງ​ວ່າ:

        “ກ່ອນ​ອື່ນ​ໝົດ​ແຜນ​ຮ່າງ​ກຳນົດ​ບັນດາ​ຂົງ​ເຂດ​ຊຶ່ງ​ລັດ​ວິ​ສາ​ຫະກິດ​ຕ້ອງ​ມີ, ຖ້າມີ

ຢູ່ແລ້ວຄວນຫັນເປັນຫຸ້ນສ່ວນເພື່ອຄວບຄຸມ.​ທີສອງ  ບັນດາລັດວິສາຫະກິດຮັກສາ 65 -70% ຈຳນວນ​ທຶນ ​ແມ່ນ​ສຸມ​ໃສ່​ເຂົ້າ​ໃນ​ຂົງ​ເຂດ​ຕົ້ນຕໍ, ຫລຸ​ດຜ່ອນ​ການ​ລົງທຶນ​ນອກ​ຂະ​ແຫນງ, ພິ​ເສດ​ແມ່ນ​ການ​ລົງທຶນ​ເຂົ້າ​ທະນາຄານ, ປະກັນ​ໄພ, ອະສັງຫາລິມະ​ຊັບ. ທີ​ສາມ ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ຖືກ​ຫລຸບທຶນ​ແກ່ຍາວ ຕ້ອງ​ແກ້​ໄຂ​ຢ່າງ​​ເດັດຂາດ.“

​        ເພື່ອ​ປະຕິບັດ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃຫມ່, ລັດຖະບານ​ໄດ້​ຢືນຢັນ​ຄວາມ​ຕັດສິນ​ໃຈ​ເຄື່ອນ​ໄຫວ ​ແລະ ຍົກ​ອອກ​ບັນດມາດ​ຕະການ, ວິວັດ​ການ​ລະອຽດ, ​ໃນ​ນັ້ນ ຊີ້​ນຳ​ບັນດາ​ກຸ່ມ​ບໍລິສັດ​ເສດຖະກິດ ຊ້າ​ສຸດ​ແມ່ນ​ນັບ​ແຕ່​ຕົ້ນ​ໄຕ​ມາດ 1 ປີ 2012 ຕ້ອງ​ຍື່ນ​ສະ​ເຫ​ນີວິທີ​ການຈັດ​ຕັ້ງ​ຊັບຊ້ອນ, ສ້າງ​ໂຄງ​ປະກອບ​ຄືນ​ໃຫມ່ ​ເພື່ອ​ສຸມ​ກຳລັງ​ແຮງ​ເຂົ້າ​ໃນ​ຂະ​ແຫນງ​ຕົ້ນຕໍ, ສຸມ​ໃສ່​ເຂົ້າ​ໃນ​ຫນ້າ​ທີ່​ຊຶ່ງ​ລັດຖະບານ​ໄດ້​ມອບ​ໝາຍ. ກະຊວງ​ແຜນການ ​ແລະ ການ​ລົງທຶນ​ໄດ້​ຢຸດຕິ​ການ​ສ້າງ​ກຸ່ມ​ບໍລິສັດ​ເສດຖະກິດ​ແຫ່ງ​ລັດ​ໃນ​ໄລຍະ 2 - 3 ປີ ຈະ​ມາ​ເຖິງ ​ເພື່ອ​ສຸ່ມ​ໃສ່​ສ້າງ​ກອບ​ກົດໝາຍ​ໃຫ້​ສົມບູນ​ແບບ ​ແລະ ​ໃນ​ອະນາຄົດ ຈະ​ສຸມ​ໃສ່​ພັດທະນາລັດ​ວິ​ສາ​ຫະກິດ​ໃນ​ບັນດາ​ຂົງ​ເຂດ​ທີ່​ບົດບາດ​ຫລັກ​ແຫ​ລ່ງຄື: ​ໄຟຟ້າ, ຄົມມະນາຄົມ ​ໂທລະ​ຄົມ, ນ້ຳມັນ​ອາຍ​ແກ​ສ, ຂຸດ​ຄົ້ນ​ຊັບພະຍາກອນ​​ແຮ່ທາດ, ການ​ກໍ່ສ້າງ​ຕິດ​ຕັ້ງ, ນ້ຳມັນ … ກໍ່ສ້າງ​ບັນດາ​ກຸ່ມ​ບໍລິສັດ​ລັດ​ວິ​ສາ​ຫະກິດ​ແຂງ​ແຮງ, ສົມ​ກັບ​ບົດບາດ​ແມ່ນ​ເຄື່ອງມື​ບໍລິຫານ​​ລັດ. ຕາມ​ການ​ຄິດ​ໄລ່​​ແມ່ນຮອດ​ປີ 2020 ຫວຽດນາມ ຈະ​ມີ 1 -2 ກຸ່ມ​ບໍລິ​ສັດ​ທີ່​ມີ​ຂອບ​ຂະຫນາດ​ອາຊີ​ຕາ​ເວັນ​ອອກ, 10 -15 ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່​ມີ​ບົດບາດ​ອັນ​ດັບ​1​ໃນ​ການ​ພັດທະນາ ນຳພາ​ພື້ນຖານ​ເສດຖະກິດ./.

​ໂຕ​ຕວັນ

 

ຕອບກັບ

ຂ່າວ/ບົດ​ອື່ນ