ຫວຽດນາມສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ເພື່ອເຊື່ອມໂຍງແລະພັດທະນາ

(vovworld) - ພາຍຫຼັງ​ປະ​ຕິ​ບັດ​ແຜນ​ຮ່າງ “ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ກະ​ສິ​ກຳ​ຄືນ​ໃໝ່​ຕາມ​ທິດ​ຍົກ​ສູງ​ມູນ​ຄ່າ​ເພີ່ມ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ” ມາເປັນ​ເວ​ລາ​ກ່​ວາ 2 ປີ, ຂະ​ແໜງ​ກະ​ສິກ​ຳ ຫ​ວຽດ​ນາມ​ ມີ​ບາດ​ກ້າວ​ເຕີບ​ໂຕ​ຢ່າງ​ເຫັນ​ໄດ້​ຊັດ. ຕໍ່​ໜ້າ​ບັນ​ດາ​ການ​ທ້າ​ທາຍ​ເມື່ອ ຫວຽດ​ນາມ ເຂົ້າ​ຮ່ວມ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລ​ີ​ພາກ​ພື້ນ ແລະ ທົ່ວ​ໂລກ, ໃນ​ປີ 2015, ພື້ນ​ຖານ​ກະ​ສິ​ກຳ ຫວຽດ​ນາມ ​ໄດ້ຍູ້​ແຮງວິ​ວັດ​ການ​ສ້າງ​ໂຄງ​ປະ​ກອ​ບ​ຄືນ​ໃໝ່​ກ່​ວາ​ອີກ, ສ້າງ​ປະ​ຖົມ​ປັດ​ໃຈ​ເພື່ອ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ເຊື່ອມ​ໂຍງ​​ແບບ​ຍືນ​ຍົງໃນ​ປີ 2016. ຕໍ່​ໄປ​ນີ້​, ເຊີນ​ທ່ານ​ຮັບ​ຟັງ​ບົດ​ຂຽນ “ ຫວຽດ​ນາມ ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ກະ​ສິ​ກຳ​ຄືນ​ໃໝ່​ ເພື່ອ​ເຊື່ອມ​ໂຍງ​ແລະ​ພັດ​ທະ​ນາ” ຂອງ​ນັກ​ຂ່າ​ວ VOV ຫວີງ​ຟ​ອງ ແລະ ມິງ​ລອງ.

ຫວຽດນາມສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ເພື່ອເຊື່ອມໂຍງແລະພັດທະນາ - ảnh 1
ຂະ​ໜາດ​ທົ່ງ​ນາ​ຂະ​ໜາດ​ໃຫຍ່​ໄດ້​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນຫຼາຍຢ່າງ
(ພາບຈາກ​ອີນ​ເຕ​ີ​ເນັດ)

        ແຜນ​​ຮ່າງ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ກະ​ສິ​ກຳ​ຄືນ​ໃໝ່​ໂດຍ​ກະ​ຊວງ​ກະ​ສິ​ກຳ ແລ​ະ ພັດ​ທະ​ນາ​ຊົນ​ນ​ະ​ບົດ ຫວຽດ​ນາມ ຫັນ​ເປັນ​ລະ​ອຽດ​ດ້​ວຍ 6 ແຜນ​ຮ່າງ​ນ້ອຍ​ໃນ​ຂົງ​ເຂດ: ປູກ​ຝັງ, ລ້ຽງ​ສັດ, ປ່າ​ໄມ້, ສິນ​ໃນ​ນ້ຳ, ຊົນ​ລະ​ປະ​ທານ ແລະ ປູງ​ແຕ່ງ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ ແລະ ເກືອ. ມາ​ຮອດ​ປະ​ຈຸ​ບັນ, ມີ​ 47 ໃນ​ຈຳ​ນວນ 63 ແຂວງ, ນະ​ຄອນ​ປະ​ກາດ​ໃຊ້​ແຜນ​​ແຜນ​ດຳ​ເນີນ​ງານ​ຂອງ​ທ້ອງ​ຖິ່ນ. ປີ 2015: ມູນ​ຄ່າ​ການ​ຜະ​ລິດ​ຂອງ​ຂະ​ແໜງ​ກະ​ສິ​ກຳ​ບັນ​ລຸ​ເກືອບ 20.000 ຕື້​ດົ່ງ, ເພີ່ມ​ຂຶ້ນ 2% ເມື່ອ​ທ​ຽບ​ໃສ່​ປີ 2014. ສະ​ເລ່ຍມູ​ນ​ຄ່າ​ຜະ​ລິດ​ຕະ​ພັນ​ການ​ປູກ​ຝັງ, ລ້ຽງ​ປູກ​ສິນ​ໃນ​ນ​້ຳ​ໃນ​ປີ 2015 ບັນ​ລຸ​ປະ​ມານ 160 ລ້ານ​ດົ່ງ​/1ha. ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ຜົນ​​ສຳ​ເລັດນີ້, ນັກ​ຊ່ຽວ​ຊານ​ເສດ​ຖະ​ກິດ ເລ​ດັງ​ແຢງ, ຖື​ວ່າ:

        “ຂະ​ແໜງ​ກະ​ສິ​ກຳ ຫວຽດ​ນາມ ໄດ້​​ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່ ແລະ ບັນ​ລ​ຸ​ໄດ້​ບັນ​ດາ​ສັນ​ຍາ​​ເປັນ​ໜ້າ​ຊື່ນ​ຊົມ, ໃນ​ນັ້ນ​ພົ້ນ​ເດັ່ນ​ທີ່​ສຸດ​ແມ່​ນ​ຮູບ​ແບບ​ທົ່ງ​ນາ​ຂະ​ໜາດ​ໃຫ​ຍ່. ວິ​ສາ​ຫະ​ກິດ​ໃຫ​ຍ່ຫຼາຍ​ແຫ່ງ​ໄດ້​ລົງ​ທຶນ​ເຂົ້າ​ຂະ​ແໜງ​ກະ​ສິ​ກຳ​ຄື: ກຸ່ມ​ບໍ​ລິ​ສັດ Vincom ລົງ​ທຶນ​ເຂ​ົ້າ​ການ​ຜະ​ລິດ​ຜັກ​, ໝາກ​ໄມ້ປອດ​ສານ​ພິດ. ຂະ​ແໜງ​ກະ​ສິ​ກຳ ຫວຽດ​ນາມ ຕ້ອງ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່​ກ່​ວາ​ອີກ​ເພື່ອ​ນຳ​ບັນ​ດາ​ຊາວ​ກະ​ສິ​ກອນ ກາຍ​ເປັນ​ກຳ​ມະ​ກອນ​ກະ​ສິ​ກຳ ແລະ ຮັບ​ປະ​ກ​ັນ​ບັນ​ດາ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ກ່ຽວ​ກັບ​ຄວາມ​ປອດ​ໄພ ແລະ ສຸ​ຂະ​ອະ​ນາ​ໄມ​ຂອງ​ອາ​ຫານ​ເພື່ອ​ສົ່ງ​ອອກ.”

        ໃນ​ຂົງ​ເຂດ​ລ້ຽງ​ສັດ, ຂະ​ແໜງ​ກະ​ສິ​ກຳ​ປະ​ຕິ​ບັດ​ກາ​ນ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່​ຕາມ​ເຂດ, ​ສັດ​ລ້ຽງ, ວິ​ທີ​ການ​ລ້ຽງ​ສັດ, ປ່ຽນ​ໃໝ່​ລະ​ບົບປູງ​ແຕ່ງ ແລະ ຈັດ​ຕັ້ງ​ການ​ຜະ​ລິດ​ຕາມ​ລະ​ບົບ​ມູນ​ຄ່າ​ຂອງ​​ຂະ​ແໜງ​ສິນ​ຄ້າ. ປີ 2015, ການ​ຜະ​ລິດ​ລ້ຽງ​ສັດ​ສືບ​ຕໍ່​ເຕີບ​ໂຕ ແລະ ມີ​ການ​ຫັນ​ປ່ຽນ​ຕາມ​ທິດ​ຕັ້ງ​ໜ້າ, ມູນ​ຄ່າ​ເສດ​ຖະ​ກິດ​ເພີ່ມ​ຂຶ້ນ​ປະ​ມານ 5% ເມື່ອ​ທຽບ​ໃສ່​ປີ 2014, ຕອບ​ສະ​ໜອງ​ໄດ້​ຄວາມ​ຕ້ອງ​ການ​ດ້ານ​​ອາ​ຫານ​ໃຫ້​ແກ່​ການ​ອຸ​ປະ​ໂພກ, ບໍ​ລິ​ໂພກ​​ພາຍ​ໃນ​ປະ​ເທດ ແລະ ຮັບ​ໃຊ້​ໃຫ້​ແກ່​ການ​ສົ່ງ​ອອກໂດຍ​ພື້ນ​ຖານ.

ຫວຽດນາມສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ເພື່ອເຊື່ອມໂຍງແລະພັດທະນາ - ảnh 2
ພາບ​ປະ​ກອບ​ຈາກ​ອີນ​ເຕີ​ເນັດ

        ການ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃໝ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ເພື່ອ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່, ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ​ໃຫ້ເໝາະ​ສົມ​ກັບ​ຍຸດ​ທະ​ສາດ ແລະ ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຢູ່​ແຕ່​ລະ​ທ້ອງ​ຖິ່ນ. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນ​າ​ຊົນ​ນະ​ບົດ ກາວ​ດຶກ​ຟາດ, ຖື​ວ່າ:

        “ຕ້​ອງ​ຜັນ​ຂະ​ຫ​ຍາຍ​ບັນ​ດາ​​ໝວດມາດ​ຕະ​ການ​ຢ່າງ​ຄົ​ບ​ຊຸດ, ໃນ​ນັ້ນ​​ໝວດ​ມາດ​ຕະ​ການ​ສຳ​ຄັນ​ຕົ້​ນ​ຕໍ່​ນັ້ນແມ່ນ​ຈັດ​ຕັ້ງ​ການ​ຜະ​ລິດຄືນ​ໃໝ່​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດຫຼາຍ​ກ່​ວາ​ອີກ, ຈັດ​ຕັ້ງ​​ບັນ​ດາ​ສະ​ຫະ​ກອນຄືນໃໝ່, ບັນ​ດາ​ຮູບ​ແບບ​ຮ່ວມ​ສຳ​ພັນ​ຕາມ​​ລະ​ບົບມູນ​ຄ່າ. ສືບ​ຕໍ່​ຍ​ູ້​ແຮງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​​ຜ່ານ​ບັນ​ດາ​ວິ​ສາ​ຫະ​ກິດກໍ່​ສ້າງ​ບັນ​ດາ​ຮູບ​ແບບ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີຕິດ​ພັນ​ກັບ​ການ​ຝຶກ​ອົບ​ຮົມ​ດ້ານ​ເຕັກ​ນິກ​ໃຫ້​ແກ່​ຊາວ​ກະ​ສິ​ກອນ​ເພື່ອ​ປະ​ກອບ​ສ່ວນ​ປ່ຽນ​ແປງ​ການ​ຜ​ະ​ລິດ​ກະ​ສິ​ກຳ, ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ຊາວ​ກະ​ສິ​ກອນ.”

        ປີ 2016, ຫວຽດ​ນາມ ເຊື່ອມ​ໂຍງ​ເຂົ້າ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ​​ຢ່າງເລິກ​ເຊິ່ງ​ກ່​ວາ​ຜ່ານ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ, ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP) ແລະ ແມ່ນ​ສະ​ມາ​ຊິກ​ຂອງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ, ຂະ​ແໜງ​ກະ​ສິ​ກຳ ຫວຽດ​ນາມ ນັບ​ມື້​ນັບ​ຢືນ​ຕໍ່​ໜ້າ​ທັງ​ກາ​ລະ​ໂອ​ກາດ ແລະ ການ​ທ້າ​ທາຍຫຼາຍ​ຢ່າງ. ດັ່ງ​ນັ້ນ, ກະ​ສິ​ກຳ ຫວຽດ​ນາມ ໄດ້ ແລະ ພວມ​ຍູ້​ແຮງ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ໃນ​ການ​ຜ​ະ​ລິດ, ປູງ​ແຕ່ງ, ມຸ່ງ​ໄປ​ເຖິງ​ການ​​ພັດ​ທະ​ນາ​ການ​ຜະ​ລິດ​ສິນ​ຄ້າ​​ດ້ວຍຂະ​ໜາດ​ໃຫ​ຍ່ ແລະ ຜະ​ລິດ​ຕະ​ພັນ​​ຕົ້ນ​ຕໍ່. ຮອງ​ສາດ​ສະ​ດາ​ຈານ, ດ​ຣ ຫງວຽນ​ມິງ​ດຶກ, ຖື​ວ່າ:

        “ເມື່ອ​ເຂົ້າ​ຮ່ວມ​ຕະຫຼາດ​ຢ່າງ​ເລິກ​ເຊິ່ງ​ຕ້ອງ​ຍົກ​ສູງກ​ຳ​ລັງ​ແກ່ງ​ແຍ້ງ, ຊາວ​ກະ​ສິ​ກອນບໍ່​ສາ​ມາດ​ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ນັ້ນ​ໄດ້ ຖ້າ​ຫາກບໍ່​ມີ​ການ​ໜູ​ນ​ຊ່ວຍ​ຂອງ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​, ອຳ​ນາດ​ການ​ປົກ​ຄອງ, ສ​້າງ​ຄວາມ​ສະ​ດວກ​​ກ່​ວາໃຫ້​ແກ່​ຜູ້​ລ້ຽງ​ສັດ, ຜູ້​ຜ​ະ​ລິດ, ວິ​ສາ​ຫະ​ກິດກໍ່​ສ້າ​ງ​ເງື່ອນ​ໄຂ​​ເພື່ອໃຫ້​ຊ​າວ​ກະ​ສິ​ກອນ ​ສຳ​ພັດ​ກັບ​ແຫຼ່ງ​ຂໍ້​ມູນ​ຂ່າວ​ສານ, ຕະຫຼາດ, ອຸ​ປະ​ກອນ, ເຄື່ອງ​ຈັກ​​ເຕັກ​ໂນ​ໂລ​ຢີ​ໃໝ່. ພວກ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຫັນ​ຊາວ​ກະ​ສິ​ກອນ​ເປັນ​ນັກ​ທຸ​ລະ​ກິດ.”

        ດ້ວຍຈຳ​ນວນ​ຄອບ​ຄົວ​ຜະ​ລິດ​ກະ​ສິ​ກຳ​ປະ​ມານ 10 ລ້ານ​ຄ​ອບ​ຄົວ, ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ຂະ​ແໜງ​ກະ​ສິ​ກຳ ຫວຽດ​ນາມ ກຳ​ນົດ​ຈຸດ​ໝາຍ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫ​ວ່າງວິ​ທະ​ຍາ​ສາດ - ວິ​ສາ​ຫະ​ກິດ - ຊ​າວ​ກະ​ສິ​ກອນ, ເພື່ອ​ເພີ່ມ​ທະ​ວີ​ກຳ​ລັງ​ແກ່ງ​ແຍ້ງ​ກັບ​ສິນ​ຄ້າຕ່າງ​ປະ​ເທດ. ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລ​ະ ພັດ​ທະ​ນາ​ຊົນ​ນະ​ບົດ ເຈີ່ນ​ແທງ​ນາມ, ຖື​ວ່າ:

        “​ຍ້ອນຕະຫຼ​າດ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​​​ມີ​ຄວາມ​ຕ້ອງ​ການ​​ບັນ​ດາຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ​ດັ່ງນັ້ນ​ຮຽກ​ຮ້ອງ​ໃຫ້​ພວກ​ເຮົາ​ຕ້ອງ​ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່ ເຮັດ​ແນ​ວ​ໃດເພື່ອ​ຍົກ​ສູງ​ມູນ​ຄ່າ​ເພີ່ມ​ຂອງ​ຜະ​ລິດ​ຕະ​ພັນ. ກ່ອນ​ອື່ນ​ໝົດ, ທ້ອງ​ຖິ່ນ​ຕ້ອງ​ກຳ​ນົດວ່າ​ຄວນ​ປູກ​ຫຍັງ, ລ້ຽງ​ໂຕ​ຫ​ຍັງ​​ເປັນ​ຕົ້ນ​ ແລະ ເຮັດ​ແນວ​ໃດ​ເພື່ອໃຫ້ຍົກ​ສູງ​ມູນ​ຄ່າ​ຂອງ​ມັນ​​ຂຶ້ນ​ຕື່ມ. ພວກ​ເຮົາ​ຊີ້​ນຳ​ຄື​ແນວ​ໃດ​ເພື່ອ​ມູນ​ຄ່າ​ຂອງ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ.”

        ການ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ກະ​ສິ​ກຳ​​ຄືນ​ໃໝ່ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ຜັນ​ຂະ​ຫ​ຍາຍ​​ການສ້າງ​ໂຄງ​ປະ​ກອບ​ທັງ​ພື້ນ​ຖາ​ນ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດຄືນ​ໃໝ່. ດັ່ງ​ນັ້ນ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ໄດ້ ແລະ ພວມ​ສົມ​ທົບ​ກັນ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃໝ່​ຢ່າງ​ຄົບ​ຊຸດ, ​ຂ້ຽວ​ຂາດ, ກຳ​ແໜ້ນ​ບັນ​ດາ​ກາ​ລະ​ໂອ​ກາດ, ແກ້​ໄຂ​ບັນ​ດາ​​ສິ່ງ​ທ້າ​ທາຍ​ເພື່ອ​​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ