ອະສັງຫາລິມະຊັບ ປີ 2015 ສືບຕໍ່ດຶງດູດນັກລົງທຶນຕ່າງປະເທດ


(vovworld)-ປີ 2014, ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ (FDI) ເຂົ້າ​ອະ​ສັງ​ຫາ​ລິ​ມະ​ຊັບກວມ 40% ການ​ລົງ​ທຶນ​ຂອງ​ທັງ​ປະ​ເທດ. ອະ​ສັງ​ຫາ​ລິ​ມະ​ຊັບ ແມ່ນ​ຂົງ​ເຂດ​ຢືນ​ອັນ​ດັບ​ທີ 2 ໃນ​ການ​ດຶງ​ດູດ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ, ພຽງ​ຖັດ​ຈາກ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ປະ​ດິດ​ສ້າງ. ດ້ວຍ​ປັດ​ໄຈ​ສະ​ດວກ​ຄືປະ​ຈຸ​ບັນ, ຂົງ​ເຂດ​ອະ​ສັງ​ຫາ​ລິ​ມະ​ຊັບ​ຢູ່ ຫວຽດ​ນາມ ພວມ​ແມ່ນ​ຂົ​ງ​ເຂດ​ລົງ​ທຶນ​ດູດ​ດື່ມ​ໃນ​ສາຍ​ຕາ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ. ບົດ​ຂຽນ​ຂອງ​ນັກ​ຂ່າວ ລືວ​ຮ່​ວຽນ ດ້ວຍ​ຫົວ​ຂໍ້​ວ່າ: ອະ​ສັງ​ຫາ​ລິ​ມະ​ຊັບ ປີ 2015 ສືບ​ຕໍ່​ດຶງ​ດູດ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ

ອະສັງຫາລິມະຊັບ ປີ 2015 ສືບຕໍ່ດຶງດູດນັກລົງທຶນຕ່າງປະເທດ - ảnh 1
ພາບ​ປະ​ກອບ:internet

                        ຕາມ​ບົດ​ລາຍ​ງານ​ຂອງ​ກົມ​ລົງ​ທຶນ​ຕ່າງ​ປະ​ເທດ, ສັງ​ກັດ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຫວຽດ​ນາມ​ແລ້ວ, 11 ເດືອນ​ຂອງ​ປີ 2014, ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ໄດ້​ຈົດ​ທະ​ບຽນ​ລົງ​ທຶນ​ຢູ່​ຫວຽດ​ນາມ 32 ໂຄງ​ການ ອະ​ສັງ​ຫາ​ລິ​ມະ​ຊັບ​ໃຫມ່ ດ້ວຍຍອດ​ຈຳ​ນວນ​ເງິນ​ລົງ​ທຶນ​ແມ່ນ 17,33 ຕື້ USD. ການ​ລົງ​ທຶນ FDI ໃນ​ຂົງ​ເຂດ ອະ​ສັງ​ຫາ​ລິ​ມະ​ຊັບ​ໄດ້​ເພີ່ມ​ຂຶ້ນກວ່າ 40% ການ​ລົງ​ທຶນ​ຂອງ​ທັງ​ປ​ະ​ເທດ, ຢືນ​ອັນ​ດັບ 2 ຖັດ​ຈາກ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ປະ​ດິດ​ສ້າງ. ເມື່ອ​ເວົ້າ​ເຖິງ​ໝາກ​ຜົນ​ນີ້, ທ່ານ ສື​ງອກ​ເຄືອງ, ຜູ້​ຊ່ຽວ​ຊານ​ລົງ​ທຶນ ອະ​ສັງ​ຫາ​ລິ​ມະ​ຊັບ ຖື​ວ່າ:

        “ຕະ​ຫລາດ ອະ​ສັງ​ຫາ​ລິ​ມະ​ຊັບໃນປະ​ຈ​ຸ​ບັນ ໄດ້​ຮັບ​ຖື​ວ່າ​ມີ​ລາ​ຄາ​ຕ່ຳ​ສຸດ​ໃນ​ຫລາຍ​ປີ​ມານີ້,   ນີ້​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ​ຕະ​ຫລາດ ອະ​ສັງ​ຫາ​ລິ​ມະ​ຊັບ​ຢູ່​ຫວຽດ​ນາມ. ສະ​ນັ້ນ ແຫລ່ງ​ທຶນ FDI ​ເພີ່ມ​ຂຶ້ນ​ແມ່ນ​ເລື່ອງ​ທຳ​ມະ​ດາ. ໃນ​ຂົງ​ເຂດອະ​ສັງ​ຫາ​ລິ​ມະ​ຊັບ, ບັນ​ດາ​ປະ​ເທດ​ພາຍ​ໃນ​ພາກ​ພື້ນ ອາ​ຊີ ລົງ​ທຶນ​ເຂົ້າ​ຕະ​ຫລາດ ຫວຽດ​ນາມ ລວມ​ມີ: ຍີ່​ປຸ່ນ, ສ​ເກົາ​ຫລີ, ສິງ​ກະ​ໂປ.”

        ຕາມ​ຜູ້​ຊ່ຽວ​ຊານ​ຫລາຍ​ທ່ານ​ແລ້ວ, ປີ 2015, ຂົງ​ເຂດ ອະ​ສັງ​ຫາ​ລິ​ມະ​ຊັບ ສືບ​ຕໍ່​ແມ່ນ​ຂົງ​ເຂດ​ລົງ​ທຶນ​ທີ່​ດູດ​ດື່ມ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ, ເພ​າ​ວ່າ ຕະ​ຫລາດນີ້ ມີ​ການ​ເຕີບ​ໂຕ​ດີ​ພໍ​ສົມ​ຄວນ ແລະ ພວມ​ໃນ​ທ່າ​ຟື້ນ​ຕົວ. ​ ໄລ​ຍະ​ຈະ​ມາ​ເຖິງ​ຈະມີກາ​ລະ​ໂອ​ກາດ​ຫລາຍກວ່າ​ເມື່ອ​  ຫວຽດ​ນາມ ​ເຂົ້າ​ຮ່ວມ​ສັນ​ຍາ​ການ​ຄ້າ​ຂ້າມ ປາ​ຊີ​ຟີກ (TPP) ກໍ​ຄື​ບັນ​ດາ​ກຸ່ມ​ການ​ຄ້າ​ເສ​ລີ. ນອກນັ້ນ ກົດ​ໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່ (ສະ​ບັບ​ປັບ​ປຸງ) ແລະ ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ທຸ​ກິດ ອະ​ສັງ​ຫາ​ລິ​ມະ​ຊັບ (ສະ​ບັບ​ປັບ​ປຸງ) ໄດ້​ຫລຸດ​ຜ່ອນ​ຂໍ​້​ກຳ​ນົດ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ​ຕະ​ຫລາດ ອະ​ສັງ​ຫາ​ລິ​ມະ​ຊັບ ຫວຽດ​ນາມ. ທ່ານ ຫງວຽນ​ຫືວ​ເກືອງ, ປະ​ທານ​ສະ​ໂມ​ສອນ ອະ​ສັງ​ຫາ​ລິ​ມະ​ຊັບ ຮ່າ​ໂນ້ຍ ສັງ​ເກດ​ວ່າ:

        “ກົດ​ໝາຍ​ໄດ້ອະ​ນຸ​ຍາດ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ, ນັກ​ທຸ​ລະ​ກິດ, ອົງ​ການ​ຕ່າງ​ປະ​ເທດ ມີ​ສິດ​ຊື້​ເຮືອນ​ຢູ່ ແລະ ກຳ​ມະ​ສິດ​ເຮືອນ​ຢູ່ ຢູ່​ຫວຽດ​ນາມ. ນີ້​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ຕະ​ຫລາດ​ອະ​ສັງ​ຫາ​ລິ​ມະ​ຊັບ​ພັດ​ທະ​ນາ ແລະ ປີ 2015 ຈະ​ແມ່ນ​ປີ​​ທີ່ ບັນ​ດາ​ອົງ​ການ​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ​ຕະ​ຫລາດ​ ອະ​ສັງ​ຫາ​ລິ​ມະ​ຊັບຢ່າງ​ຟົດ​ຟື້ນ.”

   ບໍ່​ພຽງ​ແຕ່​ດຶງ​ດູດ​ຈຳ​ນວນ​ທຶນ​ໃຫຍ່​ຫລວງ​ຈາກ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ເທົ່າ​ນັ້​ນ, ອະ​ສັງ​ຫາ​ລິ​ມະ​ຊັບ ຍັງ​ແມ່ນ​ຂົງ​ເຂດ​ດຶງ​ດູດ​ທຶນ​ຈາກ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຝາກ​ມ​າ​ຫລາຍ​ທີ່​ສຸດ. ໃນ​ຈຳ​ນວນ​10-13 ຕື້ USD ​ຊື່ງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຝ​າກ​ມາໃນ​ແຕ່​ລະ​ປີນັ້ນ, ຈຳ​ນວນ​ເງິນເກືອບ 20% ແມ່ນ​ສະ​ຫງວນ​ໃຫ້​ແກ່​ຂົງ​ເຂດ ອະ​ສັງ​ຫາ​ລິ​ມະ​ຊັບ. ຍິ່ງກວ່ານັ້ນ, ຕະ​ຫລາດ ອະ​ສັງ​ຫາ​ລິ​ມະ​ຊັບ ໄດ້ ແລະ ພວມ​ໄດ້​ຮັບ​ການ​ຫນູ​ນ​ຊ່ວຍ​ອັນ​ໃຫຍ່​ຫລວງ​ຈາກ​ລັດ, ສະ​ນັ້ນ ຄາດ​ຄະ​ເນ​ວ່າ ຈຳ​ນວນ​ເງິນ​ທີ່​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຝາກ​ມາເພື່ອ​ລົງ​ທຶນ​ໃນ​ຂົງ​ເຂດນີ້​ສືບ​ຕໍ່​ເພີ່ມ​ຂຶ້ນ​ຫລາຍ​ສົມ​ຄວນ​ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ. ທ່ານ ຫງວຽນ​ຮົ່ງ​ເຊີນ, ຫົວ​ຫນ້າ​ພາກ​ສ່ວນ​ກຳ​ນົດ​ລາ​ຄາ ແລະ ໃຫ້​ຄຳ​ປຶກ​ສາ​ການ​ເງິນ, ສັງ​ກັດ ບໍ​ລິ​ສັດ Savills ຮ່າ​ໂນ້ຍ, ໄຈ້​ແຍກວ່າ:

“ພວກ​ເຮົາ​ພວມ​​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ​ຢ່າງ​ແຮງ, ພ້ອມ​ກັນ​ນັ້ນ ແມ່ນ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ລັດ​ຖະ​ບານກ່ຽວ​ກັບ​ການ​ຫລຸດ​ຜ່ອນ​ບັນ​ດາ​ລະ​ບຽບ​ການ​ບໍ​ລິ​ຫານ ແລະ ໝັ້ນ​ໝາຍ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ ແລະ ແຂງ​ແຮງກວ່າ. ຕາມ​ການ​ສັງ​ເກດ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ແລ້ວ, ບໍ່​ພຽງ​ແຕ່​ແຫລ່ງ​ເງິນ​ລົງ​ທຶນ​ຈາກຕ່າງ​ປະ​ເທດ​ເທົ່າ​ນັ້ນ ຫາກ​ແຫລ່ງ​ເງິນ​ລົງ​ທຶນ​ພາຍ​ໃນ​ປະ​ເທດ​ຈະ​ເພ​ີ່ມ​ຂຶ້ນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ບັນ​ດາ​ນັກ​ລົງ​ທຶນ ແລະ ບັນ​ດາ​ທະ​ນາ​ຄານ​ພວມ​ມີ​ຈຳ​ນວນ​ເງິນ​​ຫລາຍ​ສົມ​ຄວນ​ເພື່ອ​ກຽມພ້ອມ​​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ອະ​ສັງ​ຫາ​ລິ​ມະ​ຊັບ.”

ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ບໍ່​ທັນ​ຢືນ​ຢັນ​ໄດ້​ວ່າ ​ຕະ​ຫລາດອະ​ສັງ​ຫາ​ລິ​ມະ​ຊັບ ຈະ​ສ້າງ​ບາດ​ກ້າວບຸກ​ທະ​ລຸໃນ​ການ​ດຶງ​ດູດ​ເງິນ​ລົງ​ທຶນ​ຕ່າງ​ປະ​ເທດ, ແຕ່​ດ້ວຍ​ທ່າ​ຟື້ນ​ຕົວ​​ໃນປະ​ຈຸ​ບັນ ກໍ​ຄື​ມີ​ຫລາຍ​ກົນ​ໄກ, ນະ​ໂຍ​ບາຍ​ໃຫມ່​ໄດ້​ຮັບ​ການ​ປະ​ກາດ​ໃຊ້, ຕະ​ຫລາດ​ອະ​ສັງ​ຫາ​ລິ​ມະ​ຊັບ​ໝັ້ນ​ໝາຍ​ຈະ​ຫລຸ​ດ່​ຜອນ​ສິນ​ຄ້າ​ຄ້າງ​ສາງ ແລະພັດ​ທະ​ນາດີ​ຂຶ້ນ​ໃນ​ປີ 2015 ແລະ ຊຸມ​ປີ​ຕໍ່​ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ