ກອງປະຊຸມຝຶກອົບຮົມວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ14ອາຍຸການ2016-2021

ກອງປະຊຸມຝຶກອົບຮົມວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ14ອາຍຸການ2016-2021 - ảnh 1
ກອງປະຊຸມຝຶກອົບຮົມວຽກງານເລືອກຕັ້ງສະມາຊິກ
ສະພາແຫ່ງຊາດຊຸດທີ14ອາຍຸການ2016-2021
(sggp.org.vn)

(vovworld) – ​ ​ ຕອ​ນ​ເຊົ້າ​ວັນ​ທີ 03/02, ຢູ່​ຮ່າ​ໂນ້ຍ, ຄະນະ​ປະຈຳ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມທົ່ວ​ປະ​ເທດ​ຝຶກ​ອົບຮົມ​ວຽກ​ງານ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021 ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ. ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ ​ແມ່ນ​ເຫດການ​ການ​ເມືອງ​ທີ່​ມີ​ຄວາມ​ໝາຍ​ສຳຄັນຍິ່ງ, ​ແມ່ນ​ໜຶ່ງ​​ໃນ​ບັນດາ​ໜ້າ​ທີ່​ຈຸດ​ສຸມ​ຂອງ​ທົ່ວ​ພັກ, ທົ່ວ​ກອງທັບ, ທົ່ວ​ປວງ​ຊົນ ຫວຽດນາມ ທີ່ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ປະຕິບັດ. ນີ້​ກໍ່​ແມ່ນ​ການ​ດຳ​ເນີນ​ຊີວິດ​ທາງ​ດ້ານ​ການ​ເມືອງ​ຢ່າງ​ເລິກເຊິ່ງກ້ວາງ​ຂວາງ ​ເພື່ອ​ເລື​ອກ​ເຟັ້ນ​ບັນດາ​ຜູ້​ແທນ​ທີ່​ສົມ​ເປັນຕົວ​ແທນ​ໃຫ້​ເຈດ​ຈຳນົງ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນທຸກ​ຊັ້ນ​ວັນນະ ​ເຂົ້າ​ຮ່ວມອົງການ​ສິດ​ອຳນາດ​ທຸກ​ຂັ້ນ. ​ເລື່ອງ​ເລື​​ອກຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021 ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ຮ່ວມ​ໃນ​ໄລຍະ​ເວລາ​ດຽວ​ກັນ​​ໃນວັນ​ທີ 22/05. ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ສະ​ເໜີ​ແນວ​ໂຮມ​ປະ​ເທດ​ຊາດ​ທຸກ​ຂັ້ນ ຄວນ​ໃກ້ຊິດ​ຕິດ​ແທນ​ກັບການ​ຊີ້​ນຳ​ນຳພາ​ຂອງອົງຄະນະ​ພັກທຸກ​ຂັ້ນ, ສົມທົບ​ກັບ​ຄະນະ​ປະຈຳ​ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ, ຄະນະ​ກຳມະການ​ເລືອກ​ຕັ້ງ​ທ້ອງ​ຖິ່ນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ປະຕິບັດ​ສິດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ແນວ​ໂຮມ​ປະ​ເທດຊາດ ຫວຽດນາມ ຢ່າງ​ຄົບ​ຖ້ວນ​ເພື່ອ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ. ຄະນະ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຈະ​ຈັດ​ຕັ້ງ​ກອງ​ປະຊຸມປຶ​ກສາ​ຫາລື​ຄັ້ງ​ປະຖົມມະ​ເລີກຢູ່​ສູນ​ກາງ​ໃນ​ວັນ​ທີ 16/02.

ຂ່າວ/ບົດ​ອື່ນ