ສືບຕໍ່ກໍ່ສ້າງ,ປັບປຸງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມໃຫ້ບໍລິບູນ

ສືບຕໍ່ກໍ່ສ້າງ,ປັບປຸງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມໃຫ້ບໍລິບູນ - ảnh 1
(ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ)

(vovworld) - ຕອນ​ເຊົ້າ​ວັນ​ທີ 2/2, ຢູ່​ຮ່າ​ໂນ້ຍ, ກົມ​ການ​ເມືອງ​ຈັດ​ຕັ້ງ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ຜັນ​ຂະຫຍາຍ​ວຽກ​ງານ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ, ອາຍຸ​ການ 2016-2021. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ, ການເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ, ອາຍຸ​ການ 2016-2021 ດຳ​ເນີນ​ໃນ​ຈຸດ​ເວ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ, ​ພາຍຫຼັງ 30 ປີ​ທີ່​ດຳ​ເນີນ​ພາລະກິດ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ, 2 ປີ​ແຫ່ງ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 2013 ​ແລະ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ສຳ​ເລັດ​ຜົນ​ຢ່າງ​ຈົບງາມ, ​ເຊິ່ງ​ໄດ້​ຮັບຮອງ​ເອົາ​ບັນດາ​ເອກະສານ​ສຳຄັນ, ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ, ກຳນົດ​ທິດ​ທາງ, ປຸກລະດົມ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ​​ເພີ່ມທະວີ​ການ​ກໍ່ສ້າງ​ພັກ​ໃຫ້​ປອດ​ໄສ, ໝັ້ນຄົງ​ເຂັ້ມ​ແຂງ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ທົ່ວ​ປວງ​ຊົນ, ຍູ້​ແຮງ​ພາລະກິດ​ປ່ຽນ​ໃໝ່ຢ່າງຮອບດ້ານ ​ແລະ ຄົບ​ຊຸດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ; ຮັກສາ​ສະພາບ​​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ; ສູ້​ຊົນ​ນຳ​ຫວຽດນາມ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນຖານ.

        “ພ້ອມ​ກັບ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ທຸກ​ຂັ້ນ ​ແລະ ພິ​ເສດ​ແມ່ນ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021 ​ແມ່ນ​ເຫດການ​ການ​ເມືອງ​ສຳຄັນ ​ແລະ ​ແມ່ນ​ການ​ເຄື່​ອນ​ໄຫວດ້ານ​ການ​ເມືອງ​ນິຕິ​ກຳປະຊາທິປະ​ໄຕ​ຢ່າງເລິກ​ ເຊິ່ງກ້ວາງ​ຂວາງ​ໃນໝູ່​ປະຊາຊົນທຸກ​ຊັ້ນ​ວັນນະ. ນີ້​ແມ່ນ​ກາລະ​ໂອກາດ ​ເພື່ອ​ໃຫ້​ປະຊາຊົນ​ປະຕິບັດ​ສິດ​ເປັນ​ເຈົ້າ​ຂອງ​ຕົນ ​ໂດຍ​ຜ່ານ​ການ​ເລືອກ​​ເຟັ້ນ, ​ເລືອກ​ເອົາ​ບັນດາ​ຜູ້​ທີ່​ດີ​ເດັ່ນ, ມີ​ຄຸນ​ສົມ​ບັດ, ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ສົມ​ເປັນ​ຜູ້ຕາງໜ້າ​ໃຫ້​ປະຊາຊົນ​ຢູ່​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ທຸກ​ຂັ້ນ. ນີ້​ກໍ່​ແມ່ນ​​ໂອກາດ ​ເພື່ອ​ສືບ​ຕໍ່​ກໍ່ສ້າງ, ປັບປຸງ ​ແລະ ​ປະຕິບັດສຳ​ເລັດລັດ​ແຫ່ງ​ອຳນາດ​ນິຕິ​ບັດ​ຍັດ​ສັງຄົມ​ລັດທິ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ. ​ໂດຍ​ຮັບ​ຮູ້​ໄດ້​ຄວາມ​ສຳຄັນ, ກໍ່​ຄື​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ຂອງ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້, ພັກ, ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ກຳນົດ​ນີ້​ແມ່ນ​ໜ້າ​ທີ່​ການ​ເມືອງ​ຈຸດ​ສຸມ​ຂອງ​ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ທົ່ວ​ປວງ​ຊົນ​ໃນ​ປີ 2016.“

ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ປະທານ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ, ຮຽກຮ້ອງ, ພາຍຫຼັງ​ກອງ​ປະຊຸມ​ນີ້, ຄະນະ​ກຳມະການ​ປະຈຳ​ສະພາ​ແຫ່ງ​ຊາດ, ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ, ລັດຖະບານ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ບັນດາ​ແຂວງ, ນະຄອນ ​ແລະ ບັນດາ​ອົງການ​ກ່ຽວຂ້ອງ​ຈະ​ສື​ບຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ​ເພີ່ມ​ທະວີ​ການ​ຊີ້​ນຳ​ນຳພາ, ​ແນະນຳ ​ແລະ ຈັດ​ຕັ້ງ​ການ​ປະຕິບັດ​ເປັນ​ຢ່າງ​ດີ, ຖືກກັບ​ເວລາທີ່​ໄດ້​ກຳນົດ​ໃນ​ກົດໝາຍ​ກ່ຽວ​ກັບ​ວຽກ​ງານ​ເລືອກ​ຕັ້ງ.

ຂ່າວ/ບົດ​ອື່ນ