(ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ພິທີ)

ຕອນເຊົ້າວັນທີ 09 ກຸມພາ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ, ປະທານສະພາແຂ່ງຂັນ - ຍ້ອງຍໍສູນກາງ ໄດ້ເປັນປະທານພິທີປຸກລະດົມຂະບວນການແຂ່ງຂັນ “ປ່ຽນແປງໃໝ່ນະວັດຕະກຳ, ພັດທະນາວິທະຍາສາດ, ເຕັກໂນໂລຊີ, ຫັນເປັນດີຈີຕອນ, ຫັນເປັນສີຂຽວ” ແລະ ຂະບວນການແຂ່ງຂັນຮັກຊາດ “ພັດທະນາວິສາຫະກິດພາກເອກະຊົນ, ຍົກສູງປະສິດທິຜົນວິສາຫະກິດຂອງລັດ”. ພິທີປຸກລະດົມໄດ້ຈັດຂຶ້ນຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ເຊື່ອມຕໍ່ທາງໄກກັບ 34 ແຂວງ, ນະຄອນໃນທົ່ວປະເທດ.

ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ ພິທີປຸກລະດົມ 2 ຂະບວນການແຂ່ງຂັນດັ່ງກ່າວແມ່ນເຫດການມີຄວາມໝາຍສຳຄັນ ເພື່ອຜັນຂະຫຍາຍຢ່າງວ່ອງໄຫວ, ຢ່າງແຮງ ແລະ ຄົບຊຸດເລື່ອງ ນຳມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ເຂົ້າສູ່ຊີວິດໃນທັນທີ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ:

“ເສີມຂະຫຍາຍບັນຍາກາດ “ທຸກຄົນພ້ອມກັນແຂ່ງຂັນ/ຂະແໜງການພ້ອມກັນແຂ່ງຂັນ/ແຂ່ງຂັນໃນແຕ່ລະມື້”, ແຕ່ລະສ່ວນບຸກຄົນແມ່ນ “ແກ່ນສານ” ການເມືອງຫຼັກແຫຼ່ງ “ຫັນການແຂ່ງຂັນກາຍເປັນກຳລັງໜູນ, ຫັນຄວາມຕັດສິນໃຈກາຍເປັນການກະທຳ, ຫັນການອຸທິດສ່ວນເປັນໝາກຜົນ, ຫັນແຕ່ລະວຽກງານປະຈຳວັນໃຫ້ກາຍເປັນແຫຼ່ງກຳລັງໃຫ້ແກ່ຕົນເອງ, ໃຫ້ແກ່ບ້ານເກີດເມືອງນອນປະເທດຊາດ”, ປະກອບສ່ວນນຳປະເທດຊາດໃຫ້ພັດທະນາຮັ່ງມີເຂັ້ມແຂງ, ສີວິໄນ, ຈະເລີມຮຸ່ງເຮືອນ, ຜາສຸກ ກ້າວຂຶ້ນສັງຄົມນິຍົມຢ່າງໝັ້ນຄົງໜັກແໜ້ນ. ຂ້າພະເຈົ້າຖະແຫຼງປຸກລະດົມ 2 ຂະບວນແຂ່ງຂັນດ້ວຍຈິດໃຈ “ຫັນທ່ວງທ່າເປັນດີຈີຕອນ - ຫັນການແຜ່ກະຈາຍເປັນສີຂຽວ - ວິສາຫະກິດບຸກທະລຸ - ປະເທດຊາດບືນຕົວອອກໄປໄກ”.