ທ່ານ ເຈິ່ນເກີມຕູ໊ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ທີ່ພິທີ, ທ່ານ ເຈິ່ນເກີມຕູ໊ ຊົມເຊີຍການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ການຢ້ຽມຢາມໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງສູງ ແລະ ຄຳໝັ້ນສັນຍາຍຸດທະສາດຍາວນານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

ບັນຍາກາດພິທີສົ່ງ

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ສະແດງຄວາມຂອບໃຈຢ່າງຈິງໃຈ ທີ່ພັກ, ລັດ, ປະຊາຊົນ ຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ຢ່າງສົມກຽດ, ເຕັມໄປດ້ວຍຄວາມອົບອຸ່ນ ແລະ ໄມຕີຈິດມິດສະຫາຍອ້າຍນ້ອງອັນດູດດື່ມ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເຊື່ອໝັ້ນວ່າ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດລະຫວ່າງສອງປະເທດ ຈະສືບຕໍ່ພັດທະນາ ແລະ ໄດ້ຮັບການຖະໜຸຖະໜອມຄືດັ່ງເປັນຊັບສົມບັດອັນລ້ຳຄ່າລະຫວ່າງສອງຊາດ, ສືບຕໍ່ຖ່າຍທອດໃຫ້ຄົນລຸ້ນຫຼັງ.

ຕອນບ່າຍວັນທີ 27 ມັງກອນ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາໄດ້ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 26 - 27 ມັງກອນ, ຕາມຄໍາເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ຢ່າງຈົບງາມ./.