ປະຕູໂຂງຂອງວັດຊອມຣົງ |
ຫຼຽວເບິ່ງຈາກບ່ອນສູງ, ວັດຊອມຣົງ ຖືກຕ້ັ້ງຢູ່ເນື້ອທີ່ດິນທີ່ກວ້າງໃຫຍ່ ຖືກປົກຄຸມໄປດ້ວຍຮົ່ມເຢັນຂອງຕົ້ນໄມ້ຂຽວ ແລະ ມີບັນດາກິດຈະກຳຍ່ອຍທີ່ໃຫຍ່ໂຕ ເຊິ່ງພົ້ນເດັ່ນແມ່ນຮູບປັ້ນພະພູດທະເຈົ້ານອນຍັກໃຫຍ່. ບໍ່ຜູ້ໃດທີ່ໄດ້ມາວັດກໍ່ລ້ວນແຕ່ຕົກສະເງິຕໍ່ໜ້າຄວາມງາມທີ່ໃຫຍ່ໂຕມະໂຫຖານປຽບເໝືອນຫໍຜາສາດ ອັນໄດ້ເຮັດໃຫ້ຜູ້ຄົນທັງຫຼາຍຄືຫຼົງທາງໃນແດນສະຫວັນ. ເມື່ອໄປຮອດວັດກໍ່ເຫັນປະຈັກຕາປະຕູໂຂງຂອງວັດ ຖືກປະດັບປະດາດ້ວຍລວດລາຍ ເຊິ່ງມີບັນດາສັນຍາລັກທາງດ້ານວັດທະນະທຳເຜົ່າ ຂະແມ ຄື ງູວິເສດນາກາ, ນົກວິເສດ ກະຣຸດ, ລວດລາຍພື້ນເມືອງ… ຖືກຟອກຄຳປິວ. ເດີນຜ່ານປະຕູໂຂງປະມານ 100 ແມັດ ກໍ່ຈະຮອດເຂດໃຫຍ່ຂອງວັດ, ລຽບຕາມສອງຝາກທາງຖືກປົກຄຸມໄປດ້ວຍຮົ່ມເຢັນຂອງບັນດາຕົ້ນໄມ້ໃຫຍ່. ທາງສອງເບື້ອງເຂົ້າໄປຫໍບູຊາໃຫຍ່ ກໍ່ແມ່ນຮູບສິງໂຕ ພວມຢືນເວນຍາມຮັກສາປະຕູ ແລະ ປ້ອງກັນພະພຸດທະເຈົ້າ. ຢູ່ຕາມຝາ ແລະ ເພດານຂອງຫໍບູຊາໃຫຍ່ ແມ່ນບັນດາຮູບຝາຜະໜັງ ເຊິ່ງພັນລະນາກ່ຽວກັບຊີວິດຂອງພະພຸດທະເຈົ້າ. ຢູ່ຕາມແທ່ນບູຊາກໍ່ມີຮູບປັ້ນພະພຸດທະເຈົ້າຫຼາຍຮູບ ໃນນັ້ນມີພະພຸດທະຮູບສອງຮູບ ຖືກເຮັດດ້ວຍຕົ້ນໄມ້ໃນປີດຳເນີນການກໍ່ສ້າງວັດ 1785. ເນື້ອທີ່ວັດແມ່ນປະມານ 5 ເຮັກຕາ. ພະອາຈານ ເລິມບິ່ງແທັງ ຮອງເຈົ້າອະທິການ ວັດຊອມຣົງ ໃຫ້ຮູ້ວ່າ:
“ວັດມີຫໍບູຊາໃຫຍ່, ຫໍບູຊາ ບ໋າວທາບ ແມ່ນບ່ອນເຕົ້າໂຮມອັດຖິຂອງພຸດທະສາສະນິກກະຊົນ ກໍ່ຄືອັດຖິຂອງບັນດາພະພິກຂຸເຊິ່ງເປັນເຈົາອະທິການວັດນັບແຕ່ກ່ອນເປັນຕົ້ນມາ, ມີສາລາ ແມ່ນບ່ອນເຕົ້າໂຮມບັນດາພຸດທະສາສະນິກກະຊົນ ມາໄຫວ້ບູຊາ ແລະ ກໍ່ແມ່ນບ່ອນຕ້ອນຮັບແຂກ... ນອກຈາກນັ້ນກໍ່ມີຮູບປັ້ນພະພຸດທະເຈົ້ານອນ ຖືກກໍ່ສ້າງເມື່ອປີ 2018 ແມ່ນພະພຸດທະຮູບໃຫຍ່ທີ່ສຸດຢູ່ ຫວຽດນາມ”.
ວັດຊອມຣົງ ຍັງເກັບຮັກສາສອງໂງ່ນຫີນທີ່ມະຫັດສະຈັນ ເຊິ່ງບໍ່ຖືກຈົມໃຕ້ນ້ຳ ຖືກວາງຢູ່ກ້ອງແທ່ນບູຊາພະພຸດທະເຈົ້າທີ່ຫ້ອງສາລາ. ສອງໂງ່ນຫີນນີ້ ຖືກພະອາຈານໃຫຍ່ ຫຼີດຶກ ເຈົ້າອະທິການວັດ ຊອມຣົງ ເອົາມາຈາກ ກຳປູເຈຍ ເມື່ອປີ 2018. ຈຸດທີ່ພົ້ນເດັ່ນໃນບໍລິເວນວັດແມ່ນຮູບປັ້ນພະພຸດທະເຈົ້າປະລິນິບພານຢູ່ກາງແຈ້ງ ດ້ວຍຂະໜາດໃຫຍ່ຍາວ 63 ແມັດ ສູງ 22,5 ແມັດ ຕັ້ງດ້ວຍລວງສູງປະມານ 28 ແມັດ ເມື່ອທຽບໃສ່ໜ້າດິນ ແລະ ມີນ້ຳໜັກ 400 ໂຕນ. ລຸງ ເຈິ່ນວັນອານ ແຂກທ່ອງທ່ຽວມາຈາກແຂວງ ແຄັງຮວ່າ ໃຫ້ຮູ້ວ່າ:
“ຮູບປັ້ນພະພຸດທະເຈົ້າພວມນອນໃນບໍລິເວນທີ່ກວ້າງໃຫຍ່ ແລະ ສັກສິກ. ຂ້າພະເຈົ້າຍັງບໍ່ທັນເຫັນພະພຸດທະຮູບໃດ ທີ່ຍັກໃຫຍ່ເຊັ່ນນັ້ນ. ຂ້າພະເຈົ້າເຫັນວ່າ ວັດນີ້ແມ່ນວັດທີ່ເກົ່າແກ່ ໃຫຍ່ໂຕມະໂຫຖານ. ແນ່ນອນວ່າ ຂ້າພະເຈົ້າພ້ອມດ້ວຍຄອບຄົວ ຈະມີໂອກາດມາຢາມວັດນີ້ອີກຫຼາຍຄັ້ງ”.
ໃນບໍລິເວນ ວັດຊອມຣົງ ຍັງມີຫໍສະໝຸດດ້ວຍປຶ້ມ 1.500 ຫົວ ເພື່ອຮັບໃຊ້ຄວາມຕ້ອງການທາງດ້ານວັດທະນະທຳຂອງພວກນັກຮຽນ, ປະຊາຊົນ ແລະ ພໍ່ແມ່ພີ່ນ້ອງຊາວພຸດຢູ່ທ້ອງຖິ່ນ. ນາງ ຮວິ່ງທິຍືແອັ໊ງ ແຂກທ່ອງທ່ຽວມາຈາກແຂວງ ຕ່ຽນຢາງ ເປີດເຜີຍວ່າ:
“ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາຢ້ຽມຊົມວັດ. ຂ້າພະເຈົ້າເຫັນວ່າວັດມີເນື້ອທີ່ກວ້າງໃຫຍ່ ແລະ ເປັນໜ້າປະທັບໃຈ ແມ່ນຮູບປັ້ນພະພຸດທະເຈົ້ານອນທີ່ຍັກໃຫຍ່ສູງ. ແນ່ນອນວ່າຂ້າພະເຈົ້າພ້ອມດ້ວຍຄອບຄົວເມື່ອມີໂອກາດ ຈະມາຢ້ຽມຢາມວັດອີກຫຼາຍຄັ້ງ”.
ດ້ວຍຄວາມງາມທີ່ໃຫຍ່ໂຕມະໂຫຖານ ປຽບເໝືອນຫໍຜາສາດ, ວັດຊອມຣົງ ແມ່ນສະຖານທີ່ທ່ອງທ່ຽວທີ່ລືຊືໃນແຂວງ ຊັອກຈັງ, ແຂກທ່ອງທ່ຽວທັງຢູ່ໃກ້ ແລະ ໄກ ໄດ້ມາວັດເພື່ອໄຫວ້ບູຊາ ແລະ ຄົ້ນຫາບັນດາສິ່ງທີ່ຍອດຍິ່ງ ທາງດ້ານວັດທະນະທຳສິລະປະ ສະຖາປັດຕະຍະກຳທີ່ເປັນເອກະລັກຂອງພໍ່ແມ່ພີ່ນ້ອງເຜົ່າ ຂະແມ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
