(VOVWORLD) - ມາຢ້ຽມຢາມ ແບກໝ໋າ ໃນລະດູໃບໄມ້ຫລົ່ນ, ທ່ານຈະພົບເຫັນເມກຂາວປົກຄຸມຈອມພູສ້າງເປັນຮູບພາບທີ່ຈັບອົກຈັບໃຈ
ແບກໝ໋າ ຫ່າງຈາກນະຄອນ ເຫ້ວ ປະມານ 40 ກິໂລແມັດ ແມ່ນສາຍພູຍັງຄົງຮັກສາ ຄວາມງາມແບບຮົກເຮື້ອເປົ່າຫວ່າງ ໄວ້ໄດ້.
ຈາກຕີນພູເຖິງຈອມພູແບກໝ໋າ ແມ່ນເສັ້ນທາງເປຕົງມີຄວາມຍາວເກືອບ 16 ກິໂລແມັດ. ຍ້ອນທາງຊັນ ແລະ ລະອິດລະອ້ຽວ ສະນັ້ນ ຜູ້ຂັບລົດຕ້ອງແມ່ນຜູ້ມີປະສົບການໃນການຂັບລົດ, ໂດຍສະເພາະແມ່ນເຄີຍຂັບລົດຂຶ້ນພູ.
![ຄວາມງາມດັ່ງໃນຝັນຂອງຈອມພູ ແບກໝ໋າ ໃນລະດູໃບໄມ້ຫລົ່ນ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2018_10_27/media/bach-ma-1_bsrc.jpg)
ໄປຮອດຫລັກ 16 ທ່ານຈະຍ່າງຕາມເສັ້ນທາງທີ່ມີຄວາມຍາວເກືອບ 2 ກິໂລແມັດອີກເພື່ອຂຶ້ນ ຫາຍວ້ອງດາຍ
|
ຈອມພູ ແບກໝ໋າ ແມ່ນຈອມພູມີຄວາມສູງກວ່າໝູ່ໃນສາຍພູ ແບກໝ໋າ ທີ່ມີຄວາມສູງປະມານ 1.450 ແມັດ. ນະທີ່ນີ້ ມີ ຫາຍວ້ອງດາຍ ແມ່ນບ່ອນທ່ານສາມາດສັງເກດທັດສະນີຍະພາບທັງໝົດຂອງ ອ່າວ ລັງໂກ ຈາກທາງໄກ, ຫລື ຮູບພາບຂອງພູງື້, ແມ່ນ້ຳເຮືອງທີ່ມີຄວາມງາມດັ່ງໃນຝັນ… ໃນຍາມລະດູໃບໄມ້ຫລົ່ນແມ່ນລະດູມີອາກາດ ເຢັນສະບາຍ ແລະ ສວຍງາມກວ່າໝູ່ໃນປີ.
![ຄວາມງາມດັ່ງໃນຝັນຂອງຈອມພູ ແບກໝ໋າ ໃນລະດູໃບໄມ້ຫລົ່ນ - ảnh 2](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2018_10_27/media/bach-ma-2_rscj.jpg)
ລະຄັງທອງໃຫຍ່ຢູ່ ຫາຍວ້ອງດາຍ
|
![ຄວາມງາມດັ່ງໃນຝັນຂອງຈອມພູ ແບກໝ໋າ ໃນລະດູໃບໄມ້ຫລົ່ນ - ảnh 4](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2018_10_27/media/bach-ma-4_nepc.jpg)
ຫາຍວ້ອງດາຍ
|