ຄຳລະດົມກຳລັງໃຈຂອງພວກຫຼານນ້ອຍຝາກເຖິງແນວໜ້າຕ້ານໂລກລະບາດ 14 ສິງຫາ 2021 | 16:19:43 (VOVWORLD) -ພວກຫຼານນ້ອຍກໍ່ຢາກໄດ້ຄືພໍ່ແມ່ ມີການປະກອບສ່ວນລະດົມກຳລັງໃຈ ໃຫ້ແກ່ກຳລັງແພດໝໍ ແລະ ພວກອ່າວອາ ຢູ່ ແນວໜ້າຕ້ານໂລກລະບາດ ຢູ່ຕຶກ B ອາພາດເມນ ບິ່ງແຄ໊ງ, ຕາແສງ ອານຝຸ, ນະຄອນຖູດຶກ ເມື່ອພໍ່ແມ່ຕ້ອງເຮັດວຽກດ້ວຍຄວາມລຳບາດໃນຕະຫຼອດວັນແລະຄືນ ເພື່ອແຕ່ງ ເຂົ້າກິນ 200 ພູດ ເພື່ອສົ່ງເຖິງບັນດາໂຮງໝໍກາງສະໜາມ, ພວກຫຼານນ້ອຍຄືພໍ່ແມ່ ກໍໄດ້ມີການປະກອບສ່ວນລະດົມກຳລັງໃຈ ໃຫ້ແກ່ກຳລັງແພດໝໍ ແລະ ພວກອ່າວອາ ຢູ່ ແນວໜ້າຕ້ານໂລກລະບາດ. ບັນດາຮູບແຕ້ມນ້ອຍໆຄັດຕິດພ້ອມຄຳລະດົມກຳລັງໃຈ ໄດ້ຖືກຕິດໃສ່ກັບຂອງກິນແຕ່ລະກັບ ໃນຕອນແລງແຕ່ລະວັນທີ່ສົ່ງເຖິງບັນດາໂຮງໝໍ... ບາງຮູບພາບບັນທຶກຂອງນັກຂ່າວ VOVGT: ບັນດາຮູບຖ່າຍ, ຄຳລະດົມກຳລັງໃຈ ໂດຍພວກຫຼານນ້ອຍຢູ່ ອາພາດເມນ ບິ່ງແຄ໊ງ ແຕ້ມ ແລະ ຂຽນ. “ທ່ານໝໍແມ່ນວິລະຊົນ” “ທ່ານໝໍພະຍາຍາມຫຼາຍຂຶ້ນ” “ອວຍພອນບັນດາທ່ານໝໍມີສຸຂະພາບເຂັ້ມແຂງ ເພື່ອກອບກູ້ເອົາຊີວິດຄົນເຈັບຫຼາຍຄົນ” ຂອບໃຈພວກອ່າວອາທີ່ໄດ້ພະຍາຍາມເຮັດວຽກ... ບັນດາຄຳລະດົມກຳລັງໃຈຂອງພວກເດັກທີ່ຊ້ອນແຝງອາລົມຈິດຄວາມຮັກແພງຫຼາຍຢ່າງ. ຮູບແຕ້ມກໍ່ມີຢ່າງອຸດົມສົມບູນ ຫຼາຍຮູບຫຼາຍສີ ໂຮງໝໍກາງສະໜາມຈົ່ງພະຍາຍາມຫຼາຍຂຶ້ນ. ບັນດາຄຳລະດົມກຳລັງໃຈໄດ້ຖືກຕິດໃສ່ກັບຂອງກິນທີ່ຝາກເຖິງກຳລັງແພດໝໍຢູ່ແນວໜ້າຕ້ານໂລກລະບາດ. Tag VOV VOVworld ຕອບກັບ ສົ່ງ ຂ່າວ/ບົດອື່ນ ຫຼິ້ນໝາກຂ່າງເຊິ່ງແມ່ນ ເກມຫຼິ້ນທີ່ເປັນເອກະລັກຂອງພໍ່ແມ່ພີ່ນ້ອງ ເຜົ່າມົ້ງ ອ່າວ ຮະລອງ ລອດເຂົ້າ top 25 ສະຖານທີ່ສວຍງາມທີ່ສຸດໃນໂລກ ຫວຽດນາມ ແມ່ນໜຶ່ງໃນ 21 ລາຍການເດີນທາງທ່ອງທ່ຽວທີ່ຕ້ອງປະຕິບັດຄັ້ງໜຶ່ງໃນຊີວິດ ນະຄອນ ດ່ານັ້ງ ຈະຈັດງານບຸນຍິງບັ້ງໄຟດອກສາກົນ DIFF 2023
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການສ້າງເງື່ອນໄຂໃຫ້ແກ່ການເລີ່ມຕົ້ນທຸລະກິດ
ແບບຢ່າງຊາວໜຸ່ມດີເດັ່ນໃນການກໍ່ສ້າງຮູບແບບກະສິກຳ ເພື່ອປັບໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ