ຈຸດຄວາມງາມໃນວັດທະນະທຳໄປວັດຍາມຕົ້ນປີຂອງຊາວ ຫວຽດນາມ
(VOVWORLD) - ຊາວ ຫວຽດນາມ ທຸກຄົນຍາມໃດກໍເຄົາລົບ, ອະນຸລັກຮັກສາ ແລະ ເສີມຂະຫຍາຍປະເພນີໄປວັດໄຫວ້ພະໃນຊຸມວັນຕົ້ນປີໃໝ່.
 |
ແຕ່ໃດມາ, ໃນຈິດສຳນຶກຂອງຄົນ ຫວຽດນາມ, ບຸນປີໃໝ່ປະຈຳຊາດ ບໍ່ພຽງແຕ່ມີຄວາມໝາຍສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ເທົ່ານັ້ນ, ຫາກຍັງເຂັ້ມຂຸ້ນໄປດ້ວຍຄວາມໝາຍທາງດ້ານຈິດວິນຍານ, ການເຫຼື້ອມໃສອີກດ້ວຍ. ພາບ: VOV |
 |
ພາຍຫຼັງຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ເມື່ອເຮັດພິທີໄຫວ້ບັນພະບຸລຸດສຳເລັດຮຽບຮ້ອຍແລ້ວ, ຫຼາຍຄອບຄົວພາກັນໄປວັດໄປວາ ຈູດທູບໄຫວ້ພະເພື່ອອະທິຖານພາວະນາໃຫ້ຄອບຄົວມີຄວາມສະຫງົບສຸກ, ລູກຫຼານຮຽນເກັ່ງ ແລະ ມີໂຊກລາບ. ພາບ: bacninh.gov.vn |
 |
ການໄຫວ້ພະ, ໄປວັດວາອາຮາມເພື່ອພາວະນາໃຫ້ທຸກຄົນໃນຄອບຄົວມີສຸຂະພາບແຂງແຮງ, ມີຄວາມໂຊກດີໃນຊຸມວັນຕົ້ນປີໃໝ່ ແມ່ນຈຸດຄວາມງາມທາງດ້ານວັດທະນະທຳທີ່ໄດ້ອະນຸລັກຮັກສາແຕ່ຄົນລຸ້ນນີ້ສູ່ຄົນລຸ້ນຕໍ່ໆໄປຂອງຄົນ ຫວຽດນາມ. ພາບ: VOV |
 |
ປະຊາຊົນໄປວັດໄຫວ້ພະຢູ່ວິຫານ ກາວອານຟຸ (ຕາແສງ ອານຊິງ, ເທດສະບານ ກິງໂມນ, ແຂວງ ຫາຍເຢືອງ) ພາບ: VOV |
 |
ປະຊາຊົນ ຫວຽດນາມ ໄປວັດຍາມຕົ້ນປີ ເພື່ອຂໍຕົວໜັງສື ຫຼື ແຖວໜັງສືທີ່ມີຄວາມໝາຍ ແລ້ວເອົາໄປແຂວ້ນຢູ່ບ່ອນທີ່ສະຫງ່າຜ່າເຜີຍທີ່ສຸດພາຍໃນເຮືອນ. ພາບ: VOV |
 |
ເຂດທະເລໝູ່ເກາະ ກໍຍັງຮັກສາຈຸດຄວາມງາມດ້ານວັດທະນະທຳຍາມຕົ້ນປີຂອງຄົນ ຫວຽດ ໄວ້ (ພາບ: ເລຮວ່າງ: VOV) |
 |
ທະຫານ ແລະ ປະຊາຊົນຢູ່ໝູ່ເກາະ ດ໊າເຕິຍອາ ໄປວັດໄຫວ້ພະຍາມຕົ້ນປີ. (ພາບ: ເລຮວ່າງ: VOV) |
 |
ສຳລັບຊາວ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ, ການໄປວັດຍາມຕົ້ນປີ ບໍ່ພຽງແຕ່ແມ່ນຈຸດວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍສີສັນຊາດເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ພໍ່ແມ່ພີ່ນ້ອງຖ່າຍທອດມູນເຊື້ອອັນດີງາມນີ້ໃນຊຸມວັນບຸນປີໃໝ່ປະຈຳຊາດ (ພາບ: ນັກຂ່າວ VOV ປະຈຳລາວ)
|
ໄປວັດໄຫວ້ພະຍາມຕົ້ນປີຢູ່ວັດ ແຄັງເວິນ (ວັດ Upairadbamrung) ຢູ່ ບາງກອກ. ₭ພາບ: ນັກຂ່າວ VOV ປະຈຳ ບາງກອກ.
|
 |
ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ ສ.ເຊັກໂກ ຍັງໄດ້ອະນຸລັກຮັກສາປະເພນີໄປວັດຂໍພອນຍາມຕົ້ນປິໃໝ່ໄວ້. ນັກຂ່າວ VOV ປະຈຳ ເຊັກໂກ. |