ຍາຍາກ - ດົນຕີສະແດງໃນພະລາຊະວັງ ຫວຽດນາມ
Lệ Chi/VOV5 -  
(VOVWORLD) - ປີ 2023 ເປັນປີຂີດໝາຍ 20 ປີທີ່ດົນຕີສະແດງໃນພະລາຊະວັງ ເຫວະ ໄດ້ອົງການ UNESCO ຈົດຊື່ເຂົ້າບັນຊີລາຍຊື່ມໍລະດົກບໍ່ເປັນວັດຖຸຂອງມວນມະນຸດ ແລະ ແຜ່ຜາຍປາກຕໍ່ປາກ.
![ຍາຍາກ - ດົນຕີສະແດງໃນພະລາຊະວັງ ຫວຽດນາມ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2023_06_23/media/1_qslt.jpg) |
ເມື່ອໄປຢ້ຽມຢາມເຂດດິນແດນ ເຫວະ, ນັກທ່ອງທ່ຽວຈະໄດ້ຄົ້ນຫາຫຼາຍຈຸດວັດທະນະທຳຂອງເຂດເມືອງຫຼວງເກົ່າ.
(ພາບ: FB ເລຮຸຍຮ່ວາງຫາຍ)
|
![ຍາຍາກ - ດົນຕີສະແດງໃນພະລາຊະວັງ ຫວຽດນາມ - ảnh 2](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2023_06_23/media/2_wfvq.jpg) |
ໜຶ່ງໃນບັນດາຈຸດວັດທະນະທຳພົ້ນເດັ່ນຂອງ ເຫວະ ແມ່ນດົນຕີສະແດງໃນພະລາຊະວັງ ເຫວະ (ຍາຍາກ).
(ພາບ: FB ຍາຍາກ ພະລາຊະວັງ ເຫວະ)
ຍາຍາກ ແມ່ນປະເພດດົນຕີທີ່ມີມາແຕ່ສະໄໝສັກດີນາ ເຊິ່ງໄດ້ສະແດງຮັບໃຊ້ຢູ່ໃນພະລາຊະວັງໃນໂອກາດງານບຸນ.
|
![ຍາຍາກ - ດົນຕີສະແດງໃນພະລາຊະວັງ ຫວຽດນາມ - ảnh 3](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2023_06_23/media/3_dcpp.jpg) |
ກອງນັກດົນຕີສະແດງ ຍາຍາກ ໃນພະລາຊະວັງ ເຫວະ ເມື່ອກ່ອນ.
(ພາບເອກະສານ: toquoc.vn)
|
![ຍາຍາກ - ດົນຕີສະແດງໃນພະລາຊະວັງ ຫວຽດນາມ - ảnh 4](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2023_06_23/media/4_rciv.jpg) |
ສະໄໝເຈົ້າຊີວິດ ຫງວຽນ, ຍາຍາກ ຈຶ່ງພັດທະນາສົມບູນແບບ ແລະ ກາຍເປັນພາກສ່ວນທີ່ຂາດບໍ່ໄດ້ໃນທຸກພິທີກຳ ແລະ ການເຄື່ອນໄຫວໃນພະລາຊະວັງ.
(ພາບເອກະສານ: VNP)
|
![ຍາຍາກ - ດົນຕີສະແດງໃນພະລາຊະວັງ ຫວຽດນາມ - ảnh 5](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2023_06_23/media/5_sjxy.jpg) |
ໂດຍແຕກຕ່າງກັບດົນຕີພື້ນເມືອງຢູ່ ຫວຽດນາມ, UNESCO ຕີລາຄາວ່າ ຍາຍາກ ສະແດງໃນພະລາຊະວັງ ແມ່ນປະເພດດົນຕີທີ່ມີໜຶ່ງບໍ່ມີສອງລະດັບຊາດ.
(ພາບເອກະສານ: danviet.vn)
|
![ຍາຍາກ - ດົນຕີສະແດງໃນພະລາຊະວັງ ຫວຽດນາມ - ảnh 6](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2023_06_23/media/6_jukh.jpg) |
ທ້າຍປີ 2003, UNESCO ໄດ້ຮັບຮອງເອົາ ຍາຍາກສະແດງໃນພະລາຊະວັງ ແມ່ນມໍລະດົກບໍ່ເປັນວັດຖຸຂອງມວນມະນຸດ.
(ພາບ: ສູນອະນຸລັກຮັກສາມໍລະດົກກຸງເກົ່າ ເຫວະ)
|
![ຍາຍາກ - ດົນຕີສະແດງໃນພະລາຊະວັງ ຫວຽດນາມ - ảnh 7](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2023_06_23/media/7_ootk.jpg) |
ນີ້ແມ່ນຄວາມເປັນກຽດ ແລະ ຄວາມເອກອ້າງທະນົງໃຈສຳລັບ ເຫວະ ກໍຄືຊາດ ຫວຽດນາມ.
(ພາບ: ສູນອະນຸລັກຮັກສາມໍລະດົກກຸງເກົ່າ ເຫວະ)
|
![ຍາຍາກ - ດົນຕີສະແດງໃນພະລາຊະວັງ ຫວຽດນາມ - ảnh 8](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2023_06_23/media/8_olhm.jpg) |
ຕອນຄ່ຳວັນທີ 16 ມິຖຸນາ, ຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫວະ ໄດ້ຈັດພິທີສະເຫຼີມສະຫຼອງ 30 ປີເຂດມໍລະດົກກຸງເກົ່າ ເຫວະ (1993 – 2023) ແລະ ຍາຍາກ - ດົນຕີສະແດງໃນພະລາຊະວັງ ຫວຽດນາມ (2003- 2013) ເຊິ່ງ UNESCO ເຊີດຊູແມ່ນມໍລະດົກໂລກ ຄົບຮອບ 20 ປີ. |
![ຍາຍາກ - ດົນຕີສະແດງໃນພະລາຊະວັງ ຫວຽດນາມ - ảnh 11](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2023_06_23/media/11_lurx.jpg) |
ຢວຽດທິເດື່ອງ - ໂຮງລະຄອນສິລະປະທີ່ເປັນມູນເຊື້ອ ພະລາຊະວັງ ເຫວະ
(ພາບ: toquoc.vn)
|
Lệ Chi/VOV5