ພິທີຖວາຍເຄື່ອງຂອງບູຊາຕໍ່ພະລາດຊະວັນເຫ້ວ ຍາມລະດູບານໃໝ່
(VOVWORLD) -ພິທີຖວາຍເຄື່ອງຂອງບູຊາຕໍ່ພະລາດຊະວັນເຫ້ວ ຍາມລະດູບານໃໝ່ແມ່ນເພື່ອສະແດງຄວາມເຄົາລົບນັບຖືຂອງບັນດາທ້ອງຖິ່ນ, ບັນດານັກສິລະປະການຢູ່ເຫ້ວທີ່ມີຕໍ່ບັນພະບຸລຸດຜ່ານນັ້ນແຜ່ກະຈາຍຄວາມງາມອັນເປັນປະເພນີຂອງຊາວເຫ້ວ ແລະ ສິນພິເສດ ຢູ່ດິນແດນເມືອງຫຼວງເກົ່າ.
 |
ພິທີຖວາຍເຄື່ອງຂອງບູຊາຕໍ່ພະລາດຊະວັນເຫ້ວ ຍາມລະດູບານໃໝ່ແມ່ນເພື່ອສະແດງຄວາມເຄົາລົບນັບຖືຂອງບັນດາທ້ອງຖິ່ນ, ບັນດານັກສິລະປະການຢູ່ເຫ້ວທີ່ມີຕໍ່ບັນພະບຸລຸດຜ່ານນັ້ນແຜ່ກະຈາຍຄວາມງາມອັນເປັນປະເພນີຂອງຊາວເຫ້ວ ແລະ ສິນພິເສດ ຢູ່ດິນແດນເມືອງຫຼວງເກົ່າ. |
 |
ພິທີແຫ່ເຄື່ອງຂອງບູຊາລວມມີການເປີດພິທີ ແລະ ແຕ່ງຕັ້ງຄະນະແຫ່ເຄື່ອງຂອງບູຊາດ້ວຍຫຼາກຫຼາຍສີສັນອັນເປັນປະເພນີ, ຄະນະແຫ່ເຄື່ອງຂອງບູຊາຈະແຫ່ເຄື່ອງຂອງຈາກທາງວັນທີ 23 ສິງຫາ - ເງາະມົນ - ເທ໊ມຽວ |
 |
ຕາມເອກະສານປະຫວັດສາດໃນສະໄໝລາດຊະວົງຫງວຽນ ແຕ່ລະປີຮອດບັນດາວັນບຸນພິເສດ ບັນດາທ້ອງຖິ່ນຈະກະກຽມອາຫານ, ບັນດາສິນພິເສດຂອງທ້ອງຖິ່ນເພື່ອຖວາຍຕໍ່ພະລາດຊະວັງ |
 |
ຕາມສູນອະນຸລັກຮັກສາປູຊະນີຍະສະຖານເມືອງເຫຼືອງຫຼວງເກົ່າເຫ້ວ, ຊາວເຫ້ວໄດ້ວາດພາບເຖິງພິທີນີ້ເພື່ອແນໃສ່ຫວນຄືນປະຫວັດສາດ ແລະ ສ້າງຮູບພາບກ່ຽວກັບຮີດຄອງປະເພນີ, ພິທີກຳທີ່ເຕັມໄປດ້ວຍລັກສະນະອັນເປັນປະເພນີ. |
 |
ຈຸດວັດທະນະທຳນີ້ເພື່ອແນໃສ່ໂຄສະນາວັດນະທະທຳ, ປະຊາຊົນ ແລະ ສິນພິເສດຢູ່ເຫ້ວໃຫ້ແກ່ ແຂກທ່ອງທ່ຽວ. |
 |
ຄະນະແຫ່ເຄື່ອງຂອງບູຊາປະກອບດ້ວຍບັນດາສະມາຊິກໃນສູນ ປູຊະນີຍະສະຖານເມືອງຫຼວງເກົ່າເຫ້ວ ບັນດານັກສິລະປະການ ທີ່ມາຈາກບັນດາທ້ອງຖິ່ນທີ່ມີສິນພິເສດຊຶ່ງໄດ້ຮັບການຄັດເລືອກ |
 |
ບັນດາຮູບພາບໃນພິທີແຫ່ເຄື່ອງຂອງບູຊາທີ່ເຂັ້ມຂຸ້ນໄປດ້ວຍສີສັນພະລາດຊາວັງ, ອັນໄດ້ເຮັດໃຫ້ລະດູບານໃໝ່ ຍິ່ງເຂັ້ມຂຸ້ນໄປດ້ວຍສີສັນບູນເຕັດເມື່ອກ່ອນນີ້ຫຼາຍຂຶ້ນ. |