ພາບຖ່າຍບຶງ ຕາມຢາງ ຍາດໄດ້ລາງວັນທີໜຶ່ງໃນການເສັງພາບຖ່າຍສາກົນ
VOV5/ Lệ Chi -  
(VOVWORLD) -ຫວ່າງມໍ່ໆມານີ້, ຄະນະຈັດຕັ້ງການປະກວດ Drone Photo Awards 2021 ໄດ້ປະກາດພາບຖ່າຍທີ່ຍາດໄດ້ລາງວັນປະເພດຕ່າງໆຄື: ທຳມະຊາດ, ຕົວເມືອງ, ມະນຸດ, ສັດປ່າ… ໃນນັ້ນ, ນັກຖ່າຍຮູບ ຟ້າມຮຸຍຈຸງ ຂອງຫວຽດນາມ ຍາດໄດ້ລາງວັນທີໜຶ່ງໃນຫົວຂໍ້ມະນຸດ ດ້ວຍພາບຖ່າຍ “ຫາປາຢູ່ປ່າຊາຍເລນ”. ພາບຖ່າຍໄດ້ຖ່າຍຢູ່ ຟ໊າຕາມຢາງ, ແຂວງ ເທື່ອທຽນເຫ້ວ.
ບັນຊີພາບຖ່າຍທີ່ຍາດໄດ້ລາງວັນໄດ້ປະກາດໃນເວັບໄຊການປະກວດໃນຕົ້ນເດືອນ ກັນຍາ. ພິທີມອບລາງວັນຈະໄດ້ຈັດຂຶ້ນຢູ່ Siena, ປະເທດ ອີຕາລີ ໃນເດືອນ ຕຸລາ ໃນເຫດການ Siena Awards Festival.
ບັນດາພາບຖ່າຍທີ່ປະທັບໃຈທີ່ສຸດໃນການປະກວດປີນີ້:
![ພາບຖ່າຍບຶງ ຕາມຢາງ ຍາດໄດ້ລາງວັນທີໜຶ່ງໃນການເສັງພາບຖ່າຍສາກົນ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2021_09_17/media/1_msen.jpg) |
1 ພາບຖ່າຍແຫ່ງປີ
ພາບຖ່າຍຝູງນົກຫ່ານຟ້າຢູ່ທາງພາກກາງ ນອກແວ ຂອງນັກຖ່າຍຮູບຊາວ ນອກແວ Terje Kolaas ຍາດໄດ້ລາງວັນທີໜຶ່ງໃນການປະກວດ Drone Photo Awards 2021.
ພາບ: Terje Kolaas/Siena Awards
|
![ພາບຖ່າຍບຶງ ຕາມຢາງ ຍາດໄດ້ລາງວັນທີໜຶ່ງໃນການເສັງພາບຖ່າຍສາກົນ - ảnh 2](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2021_09_17/media/2_yurk.jpg) |
2 ມະນຸດ
ພາບຖ່າຍ “ຫາປາຢູ່ເຂດປ່າຊາຍເລນ” ໂດຍນັກຖ່າຍຮູບ ຟ້າມຮຸຍຈຸງ ຖ່າຍຢູ່ບຶງ ຕາມຢາງ, ແຂວງ ເທື່ອທຽນເຫ້ວ, ຍາດໄດ້ລາງວັນທີໜຶ່ງປະເພດມະນຸດໃນການປະກວດ Drone Photo Awards 2021.
ພາບ: ຟ້າມຮຸຍຈຸງ/Siena Awards
|
![ພາບຖ່າຍບຶງ ຕາມຢາງ ຍາດໄດ້ລາງວັນທີໜຶ່ງໃນການເສັງພາບຖ່າຍສາກົນ - ảnh 3](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2021_09_17/media/3_wbbo.jpg) |
3 ຕົວເມືອງ
ຍາດໄດ້ລາງວັນທີໜຶ່ງປະເພດ ຕົວເມືອງ ແມ່ນພາບຖ່າຍຂອງນັກຖ່າຍຮູບຊາວ ລັດເຊຍ Sergei Poletaev ດ້ວຍພາບຖ່າຍສຳນັກບວດມີອາຍຸ 500 ປີຢູ່ເຂດ ມົດສະກູ.
ພາບ: Sergei Poletaev/Siena Awards
|
![ພາບຖ່າຍບຶງ ຕາມຢາງ ຍາດໄດ້ລາງວັນທີໜຶ່ງໃນການເສັງພາບຖ່າຍສາກົນ - ảnh 4](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2021_09_17/media/4_zwgk.jpg) |
4 ສັດ
ພາບຖ່າຍຂອງນັກຖ່າຍຮູບຊາວ ໂອມານ Al Farsi ຍາດໄດ້ລາງວັນທີໜຶ່ງປະເພດສັດ.
ພາບ: Qasim Al Farsi/Siena Awards
|
![ພາບຖ່າຍບຶງ ຕາມຢາງ ຍາດໄດ້ລາງວັນທີໜຶ່ງໃນການເສັງພາບຖ່າຍສາກົນ - ảnh 5](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2021_09_17/media/5_gvxa.jpg) |
5 ກິລາ
ພາບຖ່າຍຂອງນັກຖ່າຍຮູບຊາວ ອົດສະຕາລີ Phil De Glanville ຍາດໄດ້ລາງວັນປະເພດກິລາ.
ພາບ: Phil De Glanville/Siena Awards
|
![ພາບຖ່າຍບຶງ ຕາມຢາງ ຍາດໄດ້ລາງວັນທີໜຶ່ງໃນການເສັງພາບຖ່າຍສາກົນ - ảnh 6](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2021_09_17/media/6_jktg.jpg) |
6 ທຳມະຊາດ
ພາບຖ່າຍຍອດພູເຂົາໄຟຢູ່ ອຽກລັງ ຂອງນັກຖ່າຍຮູບຊາວອາເມລິກາ Martin Sanchez ຍາດໄດ້ລາງວັນປະເພດທຳມະຊາດ.
ພາບ: Martin Sanchez/Siena Awards
|
![ພາບຖ່າຍບຶງ ຕາມຢາງ ຍາດໄດ້ລາງວັນທີໜຶ່ງໃນການເສັງພາບຖ່າຍສາກົນ - ảnh 7](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2021_09_17/media/7_imed.jpg) |
7 ນາມມະທຳ
ພາບຖ່າຍ “ແມ່ນ້ຳຖືກມົນລະພິດ” ຂອງນັກຖ່າຍຮູບ Gheorghe Popa, ຊາວ ໂຣມາເນຍ, ຍາດໄດ້ລາງວັນທີໜຶ່ງປະເພດນາມມະທຳ.
ພາບ: Gheorghe Popa/Siena Awards
|
![ພາບຖ່າຍບຶງ ຕາມຢາງ ຍາດໄດ້ລາງວັນທີໜຶ່ງໃນການເສັງພາບຖ່າຍສາກົນ - ảnh 8](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2021_09_17/media/8_ogsi.jpg) |
8 ງານດອງ
ພາບຖ່າຍຍາດໄດ້ລາງວັນປະເພດ “ງານດອງ” ເປັນຂອງນັກຖ່າຍຮູບຊາວ ອີຕາລີ Matteo Originale ຖ່າຍຢູ່ Marina di Pisa.
ພາບ: Matteo Originale/Siena Awards
|
VOV5/ Lệ Chi