ພາບຖ່າຍ ຮ່າໂນ້ຍ ໃນຄວາມຊົງຈຳຂອງນັກຖ່າຍຮູບ ເລບິ໊ກ
VOV5 Media -  
(VOVWORLD) -ມີພາບຖ່າຍເກືອບ 40 ແຜ່ນຂອງນັກຖ່າຍຮູບ ເລບິ໊ກ ທີ່ສະແດງໃຫ້ເຫັນຄວາມງາມ, ສິ່ງຍອດຍິ່ງ ແລະ ສີສັນຂອງນະຄອນຫຼວງຮ່າໂນ້ຍ ຈະໄດ້ນຳມາວາງສະແດງໃນງານທີ່ມີຫົວຂໍ້ວ່າ “ຄວາມຊົງຈຳ”.
ງານວາງສະແດງໄດ້ດຳເນີນໃນລະຫວ່າງວັນທີ 04 – 15 ຕຸລາ, ຢູ່ ເຮືອນເລກທີ 42 – 44, ຖະໜົນຮ່າງບາກ, ຮ່າໂນ້ຍ. ງານວາງສະແດງນອນໃນບັນດາການເຄື່ອນໄຫວໂດຍຄະນະຄຸ້ມຄອງຄຸ້ມຖະໜົນເກົ່າຮ່າໂນ້ຍ ຈັດຕັ້ງ, ເນື່ອງໃນໂອກາດສະເຫຼີມສະຫຼອງ 56 ປີແຫ່ງວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ (10 ຕຸລາ 1954 – 10 ຕຸລາ 2019) ແລະ 20 ປີແຫ່ງວັນຮ່າໂນ້ຍ ໄດ້ຮັບການເຊີດຊູເປັນ “ນະຄອນສັນຕິພາບ” ຈາກອົງການ UNESCO.
![ພາບຖ່າຍ ຮ່າໂນ້ຍ ໃນຄວາມຊົງຈຳຂອງນັກຖ່າຍຮູບ ເລບິ໊ກ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2019_10_04/media/1_nreh.jpg) |
ນັກຖ່າຍຮູບ ເລບິ໊ກ
ເຊິ່ງແມ່ນຜູ້ທີ່ກຳເນີດໃນຊຸມປີ 70 ແລະ ເຕີບໃຫຍ່ຢູ່ຮ່າໂນ້ຍ ເລບິ໊ກ ໄດ້ຜ່ານຜ່າຄວາມຫຍຸ້ງຍາກໃນໄລຍະຫຼັງສົງຄາມ, ເຊິ່ງແມ່ນໄລຍະແຫ່ງການເລີ່ມປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງແຮງ.
|
![ພາບຖ່າຍ ຮ່າໂນ້ຍ ໃນຄວາມຊົງຈຳຂອງນັກຖ່າຍຮູບ ເລບິ໊ກ - ảnh 2](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2019_10_04/media/2_tbnn.jpg) |
ເລບິ໊ກ ແບ່ງປັນວ່າ: “ຮ່າໂນ້ຍ ໄດ້ມີການປ່ຽນແປງຫຼາຍ ແຕ່ຂ້າພະເຈົ້າຈະບໍ່ຫຼົງລືມຄວາມງາມໃນເມື່ອກ່ອນ, ບັນດາຈຸດທີ່ເປັນເອກະລັກສະເພາະຂອງຮ່າໂນ້ຍ”. |
![ພາບຖ່າຍ ຮ່າໂນ້ຍ ໃນຄວາມຊົງຈຳຂອງນັກຖ່າຍຮູບ ເລບິ໊ກ - ảnh 3](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2019_10_04/media/3_tmnh.jpg) |
ບໍ່ອາດຫຼົງລືມກິ່ນຫອມຂອງດອກຕີນເປັດພ້ອມກັບສຽງລະຄັງຂອງໂບດໃນຍາມຄ້າຍແລງ … |
![ພາບຖ່າຍ ຮ່າໂນ້ຍ ໃນຄວາມຊົງຈຳຂອງນັກຖ່າຍຮູບ ເລບິ໊ກ - ảnh 4](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2019_10_04/media/4_dweh.jpg) |
ຂ້າພະເຈົ້າໄດ້ຮັກສາໄວ້ໃນໃຈກ່ຽວກັບຮູບພາບນາງສາວນ້ອຍຂີ່ລົດຖີບໄປຕາມຖະໜົນ, ສຽງກະລິ່ງຂອງລົດໄຟນຳໃຊ້ໄຟຟ້າ, ສີສັນຂອງການຍິງບັ້ງໄຟດອກຊົມເຊີຍວັນໄດ້ຮັບໄຊຊະນະ. ແລະຂ້າພະເຈົ້າກໍ່ເຈັບປວດຢູ່ໃນໃຈເມື່ອເຫັນຄວາມງາມຂອງຮ່າໂນ້ຍ ໃນເມື່ອກ່ອນພວມຄ່ອຍໆຖືກສູນຫາຍ ແລະ ຖືກຫຼົງລື່ມໄປໂດຍບໍ່ໄດ້ຕັ້ງໃຈ… |
![ພາບຖ່າຍ ຮ່າໂນ້ຍ ໃນຄວາມຊົງຈຳຂອງນັກຖ່າຍຮູບ ເລບິ໊ກ - ảnh 5](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2019_10_04/media/5_iyno.jpg) |
“ຕາມການເວລາ, ຂ້າພະເຈົ້າໄດ້ ແລະ ພວມຖ່າຍບັນດາຊຸດຮູບກ່ຽວກັບຄວາມງາມ, ສິ່ງຍອດຍິ່ງ ແລະ ສີສັນຂອງຮ່າໂນ້ຍ ເພື່ອໃຫ້ພວກເຮົາມີຄວາມຮັກຕໍ່ຮ່າໂນ້ຍ ຫຼາຍກວ່າ, ເຄົາລົບບັນດາສິ່ງທີ່ພວກເຮົາມີໃນທຸກວັນນີ້” |
![ພາບຖ່າຍ ຮ່າໂນ້ຍ ໃນຄວາມຊົງຈຳຂອງນັກຖ່າຍຮູບ ເລບິ໊ກ - ảnh 6](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2019_10_04/media/6_smmp.jpg) |
ຂ້າພະເຈົ້າໄດ້ເຫັນຄາວຍັງເປັນເດັກ |
![ພາບຖ່າຍ ຮ່າໂນ້ຍ ໃນຄວາມຊົງຈຳຂອງນັກຖ່າຍຮູບ ເລບິ໊ກ - ảnh 7](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2019_10_04/media/7_trpo.jpg) |
ຮ່າໂນ້ຍ ສະເຫຼີມສະຫຼອງ 60 ປີແຫ່ງວັນປົດປ່ອຍນະຄອນຫຼວງ |
![ພາບຖ່າຍ ຮ່າໂນ້ຍ ໃນຄວາມຊົງຈຳຂອງນັກຖ່າຍຮູບ ເລບິ໊ກ - ảnh 8](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2019_10_04/media/8_btpj.jpg) |
ຍາມຄ່ຳຄືນຢູ່ຂົວ ລອງບຽນ |
![ພາບຖ່າຍ ຮ່າໂນ້ຍ ໃນຄວາມຊົງຈຳຂອງນັກຖ່າຍຮູບ ເລບິ໊ກ - ảnh 9](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2019_10_04/media/9_pcko.jpg) |
ຮ່າໂນ້ຍ ທີ່ງຽບສະຫງັດ |
![ພາບຖ່າຍ ຮ່າໂນ້ຍ ໃນຄວາມຊົງຈຳຂອງນັກຖ່າຍຮູບ ເລບິ໊ກ - ảnh 10](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2019_10_04/media/10_kgwb.jpg) |
ຍາມຄ້າຍແລງຢູ່ໜອງ ຮ່ວານກ໊ຽມ |
![ພາບຖ່າຍ ຮ່າໂນ້ຍ ໃນຄວາມຊົງຈຳຂອງນັກຖ່າຍຮູບ ເລບິ໊ກ - ảnh 11](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2019_10_04/media/11_tzav.jpg) |
ຮ່າໂນ້ຍ ຍາມໃກ້ຈະຮອດບຸນເຕັດ |
![ພາບຖ່າຍ ຮ່າໂນ້ຍ ໃນຄວາມຊົງຈຳຂອງນັກຖ່າຍຮູບ ເລບິ໊ກ - ảnh 12](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2019_10_04/media/12_lkth.jpg) |
ຕ້ອນຮັບແຂກໃນຕອນເຊົ້າວັນທີ 1 ບຸນເຕັດ |
![ພາບຖ່າຍ ຮ່າໂນ້ຍ ໃນຄວາມຊົງຈຳຂອງນັກຖ່າຍຮູບ ເລບິ໊ກ - ảnh 13](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2019_10_04/media/14_rtok.jpg) |
ໂບດໃຫຍ່ |
VOV5 Media