ຫວຽດນາມ ແມ່ນໜຶ່ງໃນ 21 ລາຍການເດີນທາງທ່ອງທ່ຽວທີ່ຕ້ອງປະຕິບັດຄັ້ງໜຶ່ງໃນຊີວິດ

(VOVWORLD) -ເວັບໄຊທ່ອງທ່ຽວທີ່ມີຊື່ສຽງTravel+Leisure ຂອງອາເມລິກາໄດ້ໃຫ້ຄຳເຈາະຈີ້ມວ່າ ຫວຽດນາມ ແມ່ນໜຶ່ງໃນ 21 ລາຍການເດີນທາງທ່ອງທ່ຽວ ເຊິ່ງແຂກທ່ອງທ່ຽວບໍ່ວ່າຜູ້ໃດກໍ່ຄວນທົດລອງ ເດີນທາງຄັ້ງໜຶ່ງໃນຊີວິດ.

ບົດຂຽນທີ່ລົງໃນເວັບໄຊTravel+Leisureຖືວ່າ 21 ລາຍການເດີນທາງທ່ອງທ່ຽວນີ້ໄດ້ຖືກຄັດເລືອກເພາະວ່າບັນດາການຄົ້ນຫາທີ່ເປັນໜ້າຈົດຈຳພ້ອມກັບບັນດາສະຖານທີ່ທ່ອງທ່ຽວທີ່ມີລັກສະນະສັນຍາລັກ ເຊິ່ງບໍ່ອາດເຫັນຢູ່ບໍ່ວ່າແຫ່ງອື່ນໃດໆຈາກການຢ້ຽມຢາມທຳມະຊາດທີ່ຮົກເຫື້ອຢູ່ອາບຟຼິກກາຕະຫຼອດຮອດ ການຄົ້ນຫາວັດທະນະທຳຢູ່ອາຊິີຕາເວັນອອກສ່ຽງໃຕ້

ເມື່ອສະເໜີກ່ຽວກັບໄທ ແລະ ຫວຽດນາມຜູ້ຂຽນ ໃຫ້ຮູ້ວ່າ ແຂກທ່ອງທ່ຽວບໍ່ວ່າຜູ້ໃດກໍ່ຄວນຄົ້ນຫາໃນລາຍການເດີນທາງຂ້າມອາຊີຕາເວັນອອກສ່ຽງໃຕ້,ພິເສດແມ່ນບັນດາຜູ້ຊົມຊອບອາຫານຢູ່ຕາມທ້ອງຖະໜົນ ເຖິງວ່າຈະເຖິງເວລາເປັນອາທິດຢູ່ໜຶ່ງໃນຈຳນວນ 2 ອາທິດນີ້ ກໍ່ຕາມ ແຕ່ບັນດາເພື່ອນຄວນສົມທົບລະຫວ່າງໄທ ກັບ ຫວຽດນາມ ເປັນລາຍການເດີນທາງໜຶ່ງທີ່ເປັນໜ້າຈັບໃຈ ດ້ວຍທິດທັດທີ່ດູດດື່ມພ້ອມກັບການຄົ້ນຫາວັດທະນະທຳແລະອາຫານການກິນທີ່ເປັນໜ້າຈັບໃຈ. ຕໍ່ໄປນີ້ VOV 5 ບາງສະຖານທີ່ທີ່ລືຊືຢູ່ ຫວຽດນາມ

1. ຮ່າຢາງ

ຫວຽດນາມ ແມ່ນໜຶ່ງໃນ 21 ລາຍການເດີນທາງທ່ອງທ່ຽວທີ່ຕ້ອງປະຕິບັດຄັ້ງໜຶ່ງໃນຊີວິດ - ảnh 1
ຮ່າຢາງມີຄວາມເອກອ້າງທະນົງໃຈແມ່ນຕອນດິນເໜືອສຸດຂອງປະເທດຊາດ ແລະ ແມ່ນແຂວງນອນຢູ່ທາງທິດຕາເວັນອອກພາກເໜືອ ຫວຽດນາມ. ທຳມະຊາດໄດ້ດົນບັນດານໃຫ້ຮ່າຢາງບັນດາທິວທັດທີ່ງົດງາມມີພູຜາປ່າໄມ້, ມີແມ່ນ້ຳ, ມີຫ້ວຍ ແລະ ມີຊາວທ້ອງຖິ່ນທີ່ເຂັ້ມຄົ້ນໄປດ້ວຍສີສັນບັນດາເຜົ່າ.
ຫວຽດນາມ ແມ່ນໜຶ່ງໃນ 21 ລາຍການເດີນທາງທ່ອງທ່ຽວທີ່ຕ້ອງປະຕິບັດຄັ້ງໜຶ່ງໃນຊີວິດ - ảnh 2
ແມ່ນ້ຳຍໍເກ້ວ ໃນທ່າມກາງແສງແດດຍາມລະດູໃບໄມ້ຫຼົ່ນ.

2ໝູ່ກັງຈາຍ.

ຫວຽດນາມ ແມ່ນໜຶ່ງໃນ 21 ລາຍການເດີນທາງທ່ອງທ່ຽວທີ່ຕ້ອງປະຕິບັດຄັ້ງໜຶ່ງໃນຊີວິດ - ảnh 3
ໝູ່ກັງຈາຍ ແມ່ນໜຶ່ງໃນບັນດາສະຖານທີ່ທີ່ເປັນໜ້າຈັບໃຈດ້ວຍນາຂັ້ນໄດງົດງາມຢູ່ເຂດພູຜາທາງທິດເໜືອ ຫວຽດນາມ
ຫວຽດນາມ ແມ່ນໜຶ່ງໃນ 21 ລາຍການເດີນທາງທ່ອງທ່ຽວທີ່ຕ້ອງປະຕິບັດຄັ້ງໜຶ່ງໃນຊີວິດ - ảnh 4
ໂນນເໝິນໂຊຍຢູ່ຕາແສງລາປານເຕິນເຊິ່ງແມ່ນສະຖານທີ່ທ່ອງທ່ຽວທີ່ລືຊືຢູ່ໝູ່ກັງຈາຍ ມີຄວາມງົດງາມໃນທ່າມກາງແສງອາລູນໃໝ່

3.ອ່າວຮະລອງ

ຫວຽດນາມ ແມ່ນໜຶ່ງໃນ 21 ລາຍການເດີນທາງທ່ອງທ່ຽວທີ່ຕ້ອງປະຕິບັດຄັ້ງໜຶ່ງໃນຊີວິດ - ảnh 5
ຜ່ານໄລຍະເວລາຫຼາຍສະຕະວັດ, ທຳມະຊາດໄດ້ສ້າງເປັນອ່າວຮະລອງພຽງແຕ່ໜຶ່ງບໍ່ມີສອງໃນໂລກ
ຫວຽດນາມ ແມ່ນໜຶ່ງໃນ 21 ລາຍການເດີນທາງທ່ອງທ່ຽວທີ່ຕ້ອງປະຕິບັດຄັ້ງໜຶ່ງໃນຊີວິດ - ảnh 6
ອ່າວຮະລອງຍາມສາຍັນ

4.ຮ່າໂນ້ຍ

ນະຄອນຫຼວງຮ່າໂນ້ຍມີຊື່ສຽງດ້ວຍປະຫວັດສາດມາແຕ່ດົນນານ, ມີວັດທະນະທຳຫຼາກຫຼາຍສີສັນ. ຢູ່ແຫ່ງນີ້ຍັງແມ່ນສູນກາງເສດຖະກິດ,ວັດທະນະທຳ, ການເມືອງ ແລະ ທ່ອງທ່ຽວທີ່ສຳຄັນ ຂອງທົ່ວປະເທດ.

ຫວຽດນາມ ແມ່ນໜຶ່ງໃນ 21 ລາຍການເດີນທາງທ່ອງທ່ຽວທີ່ຕ້ອງປະຕິບັດຄັ້ງໜຶ່ງໃນຊີວິດ - ảnh 7
ວັນມຽວກວັກຕືຢາມ ເຊິ່ງແມ່ນມະຫາວິທະຍາໄລແຫ່ງທຳອິດໃນສະໄໝສັກດີນາ ຫວຽດນາມ ແມ່ນສະຖານທີ່ປະຫວັດສາດທີ່ລືຊືຂອງ ຮ່າໂນ້ຍ ອັນໄດ້ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ມາຢ້ຽມຊົມຢ່າງຫຼວງຫຼາຍ.
ຫວຽດນາມ ແມ່ນໜຶ່ງໃນ 21 ລາຍການເດີນທາງທ່ອງທ່ຽວທີ່ຕ້ອງປະຕິບັດຄັ້ງໜຶ່ງໃນຊີວິດ - ảnh 8
ເວບໄຊ Booking.com ໄດ້ພັນລະນາວ່າບໍ່ພຽງແຕ່ມີລືຊືຍ້ອນຄວາມງາມຂອງຄວາມເກົ່າແກ່ເທົ່ານັ້ນ ຮ່າໂນ້ຍຍັງເປັນທີ່ຮູ້ຈັກກັນດີດ້ວຍສິ່ງທີ່ຍອດຍິ່ງດ້ານອາຫານການກິນ ຫວຽດນາມ, ມີຫຼາຍເຍື່ອງອາຫານພື້ນເມືອງທີ່ມີລົດຊາດພິເສດ ແລະ ເຕັມໄປດ້ວຍສີສັນຂອງຊາດ
5. ໂຮ້ຍອານ
ຫວຽດນາມ ແມ່ນໜຶ່ງໃນ 21 ລາຍການເດີນທາງທ່ອງທ່ຽວທີ່ຕ້ອງປະຕິບັດຄັ້ງໜຶ່ງໃນຊີວິດ - ảnh 9
ຄຸ້ມຖະໜົນເກົ່າ ໂຮ້ຍອານໃນແຂວງກວາງນາມ ຍາມໃດກໍ່ໄດ້ຮັບການຄັດເລືອກມາທ່ຽວຈາກແຂກທ່ອງທ່ຽວ ທັງຢູ່ພາຍໃນ ແລະ ຕ່າງປະເທດຢ່າງຫຼວງຫຼາຍ
ຫວຽດນາມ ແມ່ນໜຶ່ງໃນ 21 ລາຍການເດີນທາງທ່ອງທ່ຽວທີ່ຕ້ອງປະຕິບັດຄັ້ງໜຶ່ງໃນຊີວິດ - ảnh 10
ຢູ່ຕາມຖະໜົນເກົ່າ, ແຂກທ່ອງທ່ຽວຈະພົບເຫັນຮູບພາບ ໃນຊີວິດປະຈຳວັນດ້ວຍພວກແມ່ປ້າເອື້ອຍນ້ອງແມ່ຍິງພວກແບກ ແລະ ຍູ້ລົດຂາຍອາຫານພິເສດຂອງທ້ອງຖິ່ນ

6.ນະຄອນໂຮ່ຈີມິນ

ຫວຽດນາມ ແມ່ນໜຶ່ງໃນ 21 ລາຍການເດີນທາງທ່ອງທ່ຽວທີ່ຕ້ອງປະຕິບັດຄັ້ງໜຶ່ງໃນຊີວິດ - ảnh 11
ຕຶກອາຄານ Landmark 81 ແລະ ເຂດ Vinhomes ເຕິນກາງ ທີ່ໃຫຍ່ໂຕໂອ້ຖົງໃນທ່າມກາງແສງອາລຸນໃໝ່
ຫວຽດນາມ ແມ່ນໜຶ່ງໃນ 21 ລາຍການເດີນທາງທ່ອງທ່ຽວທີ່ຕ້ອງປະຕິບັດຄັ້ງໜຶ່ງໃນຊີວິດ - ảnh 12
ໂບດດຶກບາເຊິ່ງແມ່ນໜຶ່ງໃນບັນດາກິດຈະກຳສະຖາບັດຕະຍາກຳທີ່ເປັນເອກະລັກ ຂອງນະຄອນໂຮ່ຈີມິນ

7.ຝຸກວັກ

ຫວຽດນາມ ແມ່ນໜຶ່ງໃນ 21 ລາຍການເດີນທາງທ່ອງທ່ຽວທີ່ຕ້ອງປະຕິບັດຄັ້ງໜຶ່ງໃນຊີວິດ - ảnh 13
ຝຸກວັກໄດ້ດຶງດູດ ແຂກທ່ອງທ່ຽວສາກົນຢ່າງຫຼວງຫຼາຍ ຍ້ອນເປັນສະຖານທີ່ບໍ່ຄຶກຄື້ນເກີນໄປແຕ່ຍັງຄົງມີຄວາມດູດດື່ມ ຍ້ອນຄວາມງາມທີ່ຍາກຈະຫາໄດ້ຢູ່ແຫ່ງໃດ (ແຈໜຶ່ງຢູ່ຝຸກວັກເບິ່ງຈາກບ່ອນສູງ)
ຫວຽດນາມ ແມ່ນໜຶ່ງໃນ 21 ລາຍການເດີນທາງທ່ອງທ່ຽວທີ່ຕ້ອງປະຕິບັດຄັ້ງໜຶ່ງໃນຊີວິດ - ảnh 14
ຝຸກວັກທີ່ລືຊືດ້ວຍແສງແດດທີ່ອົບອຸ່ນ, ທະເລດ້ວຍນ້ຳໃສຂຽວເຢັນ ຍິ່ງເປັນໜ້າຈັບໃຈໃນຍາມດ່ວງຕາເວັນຂຶ້ນ ແລະ ຊາວທ້ອງຖິ່ນມີຈິດໃຈຮັກແພງແຂກ.

ຕອບກັບ

ຂ່າວ/ບົດ​ອື່ນ