ອຽນຕືຍາມຕົ້ນລະດູບານໃໝ່

(VOVWORLD) -ຊຸມວວັນຕົ້ນລະດູບານໃໝ່ປີແມວ 2023, ເຂດປູຊະນີຍະສະຖານ ແລະ ທັດສະນີຍະພາບ ອຽນຕື ໄດ້ຕ້ອນຮັບແຂກທ່ອງທ່ຽວ ນັບແສນເທື່ອຄົນ ມາທ່ຽວຊົມໄຫວ້ບູຊາພະພຸດທະເຈົ້າ ຍາມລະດູບານໃໝ່.

 ເຂດປະຊະນີຍະສະຖານປະຫວັດຊາດ ແລະ ທັດສະນີຍະພາບ ອຽນຕື ທີ່ແຂວງກ໋ວາງນິງ ມີຊື່ສຽງ ຍ້ອນແມ່ນດິນແດນພະພຸດ ທີ່ສັກສິດດ້ວຍລະບົບວັດວາ ອາຮາມ ເຊິ່ງໄດ້ເປັນຂີດໝາຍໄລຍະທາງແຫ່ງການບວດຈຳສິນ, ສອນສາສະໜາ ແລະ ຕັດສະຮູ້ ເປັນພະພຸດທະເຈົ້າຂອງ ພະພຸດເຈົ້າຊີວິດ ເຈິ່ນເຍິນຕົງ (1258 – 1308).

ອຽນຕືຍາມຕົ້ນລະດູບານໃໝ່ - ảnh 1
ພາຍຫຼັງບໍ່ເຄື່ອນໄຫວເປັນເວລາ 2 ປີຍ້ອນຜົນສະທ້ອນຈາກໂຄວິດ - 19 ,ໃນວັນທີ 10 ເດືອນຈຽງ ປີແມວ 2023, ງານບຸນລະດູບານໃໝ່ 2023 ໄດ້ຖືກໄຂຂຶ້ນຢ່າງເປັນທາງການ.
ອຽນຕືຍາມຕົ້ນລະດູບານໃໝ່ - ảnh 2
ນີ້ແມ່ນໜຶ່ງໃນບັນດາງານບຸນໃຫຍ່ ແລະ ແກ່ຍາວທີ່ສຸດ ຢູ່ເຂດພາກເໜືອ ອັນໄດ້ດຶງດູດພະສົງສຳມະເນນ, ພຸດທະສາສະນິກກະຊົນ, ແຂກທ່ອງທ່ຽວ ທັງຢູ່ ພາຍໃນ ແລະ ຕ່າງປະເທດ ນັບໝຶ່ນຄົນ ມານະມັດສະການ ຢູ່ວັດອຽນຕື ເຊິ່ງເປັນການສະແດງ ຄວາມເຄົາລົບນັບຖື ຕໍ່ພະພຸດເຈົ້າຊີວິດ ເຈິ່ນເຍິນຕົງ.
ອຽນຕືຍາມຕົ້ນລະດູບານໃໝ່ - ảnh 3
ການນຳແຂວງກວາງນິງ ໄດ້ປະຕິບັດ ພິທີ ສວດມົນ ພາວະນາໃຫ້ປະເທດຊາດ ມີສັນຕິພາບ, ປະຊາຊົນຢູ່ເຢັນເປັນສຸກ, ຖວາຍ ດອກໄມ້, ຈູດທູບໄຕ້ທຽນ ບູຊາ ພະພຸດເຈົ້າຊີວິດ ເຈິ່ນເຍິນຕົງ ເຊິ່ງແມ່ນ ພະພິກຂຸ ອົງທຳອິດຂອງນິກາຍຈຸກເລິມອຽນຕື
ອຽນຕືຍາມຕົ້ນລະດູບານໃໝ່ - ảnh 4
ໄລຍະທາງຂຶ້ນວັດອຽນຕື ແມ່ນຄວາມທົດສອບ ຄວາມທົນທານຂອງພຸດທະສາສະນິກກະຊົນ ແລະ ແຂກທ່ອງທ່ຽວ ເມື່ອຕ້ອງຂຶ້ນຂັ້ນໄດຫີນນັບພັນຂັ້ນ ດ້ວຍຫຼາຍຕອນສູງຊັນຕາມເນີນພູ
ອຽນຕືຍາມຕົ້ນລະດູບານໃໝ່ - ảnh 5
ທາດເຫວະກວາງ ຢູ່ວັດຮວາອຽນ ບ່ອນມີຮູບປັ້ນ ພະພຸດເຈົ້າຊີວິດ ເຈິ່ນເຍິນຕົງ ໄດ້ຮັບການຢັ້ງຢືນແມ່ນຂອງປະເສີດແຫ່ງຊາດເມື່ອທ້າຍປີ 2020
ອຽນຕືຍາມຕົ້ນລະດູບານໃໝ່ - ảnh 6
ຢູ່ອ້ອມ ທາດເຫວະກວາງ ແມ່ນບັນດາຕົ້ນໄມ້ໃຫຍ່ມີອາຍຸນັບຮ້ອຍປີ ພວມແຕກດອກອອກໜໍ່ໃນທ່າມກາງອາກາດລະດູບານໃໝ່ທີ່ອົບອຸ່ນ
ອຽນຕືຍາມຕົ້ນລະດູບານໃໝ່ - ảnh 7
ຜ່ານບັນດາໄລຍະປະຫວັດສາດ ອຽນຕືຍາມໃດກໍ່ມີຄວາມສັກສິດທາງດ້ານວັດທະນະທຳ ຫວຽດນາມ ດ້ວຍວັດວາອາຮາມ, ທາດຫໍບູຊາ, ວັດຖຸບູຮານຢ່າງຫຼວງຫຼາຍເຊິ່ງໄດ້ຊ້ອນແຝງຄຸນຄ່າທາງດ້ານຈິດໃຈ, ແນວຄິດຂອງນິກາຍຈຸກເລິມ ແລະ ພື້ນຖານວັດທະນະທຳ ຍຸກສະໄໝດ້າຍວຽດ
ອຽນຕືຍາມຕົ້ນລະດູບານໃໝ່ - ảnh 8
ຈິດໃຈພຸດທະສາສະໜາ ຂອງນິກາຍຈຸກເລິມ ຍັງຍືນຍົງຄົງຕົວ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ດ້າຍຫວຽດ ເຊິ່ງຍອດສູງ ແມ່ນແນວຄິດສາສະໜາ ບໍ່ຕັດແຍກອອກຈາກຊີວິດມະນຸດ
ອຽນຕືຍາມຕົ້ນລະດູບານໃໝ່ - ảnh 9
ວັດເວິນອຽນ ແມ່ນບ່ອນບວດຈຳສິນສອນສາສະໜາ ແລະ ຕັດສະຮູ້ ຂອງບັນດາພະພິກຂຸໃນນິກາຍຈຸກເລິມອຽນຕື. ສະໄໝເຈົ້າຊີວິດ ເລແທັງຕົງ (1442-1497) ໄດ້ປ່ຽນຊື່ວັດເປັນວັດຮວາອຽນ.
ອຽນຕືຍາມຕົ້ນລະດູບານໃໝ່ - ảnh 10
ວັດຫຼັງຄາດຽວ - ຕາມການເລົ່າຂານກັນມາວ່າ ນີ້ແມ່ນແຫ່ງທີ່ພະພຸດເຈົ້າຊີວິດເຈິ່ນເຍິນຕົງ ຮຽບຮຽງຄຳພີ
ອຽນຕືຍາມຕົ້ນລະດູບານໃໝ່ - ảnh 11
ຊຸມວັນຕົ້ນລະດູບານໃໝ່ປີແມວ 2023 ເຂດປູຊະນີຍະສະຖານ ແລະ ທັດສະນີຍະພາບອຽນຕື ໄດ້ຕ້ອນຮັບແຂກທ່ອງທ່ຽວນັບແສນເທື່ອຄົນມາຢ້ຽມຊົມໄຫວ້ບູຊາພະພຸດທະເຈົ້າຍາມລະດູບານໃໝ່.
ອຽນຕືຍາມຕົ້ນລະດູບານໃໝ່ - ảnh 12
ຮູບຫຼໍ່ພະພຸດເຈົ້າຊີວິດ ເຈິ່ນເຍິນຕົງ ຢູ່ເຂດອານກີຊິງ ມີນ້ຳໜັ້ກ 138 ໂຕນ ນີ້ແມ່ນບ່ອນທີ່ເປັນໜ້າປະທັບໃຈທີ່ສຸດເມື່ອຂຶ້ນວັດອຽນຕື
ອຽນຕືຍາມຕົ້ນລະດູບານໃໝ່ - ảnh 13
ແຂກທ່ອງທ່ຽວຕ່າງປະເທດຫຼາຍຄົນໄດ້ແບ່ງປັນຄວາມມ່ວນຊື່ນເມື່ອໄດ້ຄົ້ນຫາ ເສັ້ນທາງເປັນໜ້າປະທັບໃຈເພື່ອຂຶ້ນວັດອຽນຕືທີ່ສັກສິດ
ອຽນຕືຍາມຕົ້ນລະດູບານໃໝ່ - ảnh 14
ວັດດົ່ງຖືກຕັ້ງຢູ່ຈຸດມີຄວາມສູງ 1068 ແມັດ ນີ້ແມ່ນບ່ອນທີ່ບໍ່ວ່າຜູ້ໃດກໍ່ພະຍາຍາມຢາກໄປຄົ້ນຫາເທື່ອໜຶ່ງໃນຊີວິດ ເພື່ອຈູດທູບໄຕ້ທຽນບູຊາ ພະພຸດ ທັງເປັນການ ສະແດງຄວາມເຄົາລົບນັບຖື.

ຕອບກັບ

ຂ່າວ/ບົດ​ອື່ນ