ແຮນຣີເລ - ຈິດຕະກອນຫວຽດນາມ ຄົນທຳອິດ ຈັດງານວາງສະແດງສ່ວນຕົວຢູ່ ອີຕາລີ

(VOVWORLD) -ງານວາງສະແດງທີ່ມີຊື່ວ່າ Soul Energy (ໝາຍເຖິງພະລັງງານວິນຍານ) ຂອງຈິດຕະກອນຊາວຫວຽດນາມ  ແຮນຣີເລ ຖືກຈັດຂຶ້ນແຕ່ວັນທີ 2 – 12 ຕຸລາ ປີ 2021 ຢູ່ Arsenale Nord, Venice ປະເທດ ອີຕາລີ.

ເປັນຄັ້ງທຳອິດຢູ່ ອີຕາລີໄດ້ຈັດງານວາງສະແດງສ່ວນຕົວທີ່ມີຊື່ວ່າ Soul Energy ຂອງຈິດຕະກອນ ຫວຽດນາມ ແຮນຣີເລ ເຫດການນີ້ ໄດ້ມີຂຶ້ນ ພ້ອມກັບງານວາງສະແດງບັນດາຜະລິດຕະພັນທີ່ລອດເຂົ້າການແຂ່ງຂັນຮອບຊີງຊະນະເລີດລາງວັນສິລະປະ Laguna ຄັ້ງທີ 14 ແລະ 15.

ງານວາງສະແດງໂດຍຜູ້ຈັດການນາງChiara Canali ຮັບຜິດຊອບເຊິ່ງໄດ້ແນະນຳຮູບແຕ້ມຂະໜາດໃຫຍ່ປະມານ 40 ແຜ່ນ ແລະ ບັນດາຮູບແກະ ຄວັດສະຫຼັກດ້ວຍເຫຼັກມີຂະໜາດຄືຄົນແທ້.

ແຮຣີ ເລມີຊື່ແທ້ວ່າ ເລຮິວຮຽວ, ລາວແມ່ນຈິດຕະກອນຈັກສຸ້ສຳຜັດພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຮ່າໂນ້ຍ. ເລຮິວຮຽວ ເຄີຍເປັນນັກສະຖາປານິກເປັນເວລາກ່ວາ 10 ປີແລ້ວຈຶ່ງ ຫັນມາເປັນຈິດຕະກອນ ຈັກສຸສຳຜັດ ເປັນເວລາ 10 ປີມານີ້.

ແຮນຣີເລ - ຈິດຕະກອນຫວຽດນາມ ຄົນທຳອິດ ຈັດງານວາງສະແດງສ່ວນຕົວຢູ່ ອີຕາລີ - ảnh 1ຈິດຕະກອນ ແຮນຣີເລ
ແຮນຣີເລ - ຈິດຕະກອນຫວຽດນາມ ຄົນທຳອິດ ຈັດງານວາງສະແດງສ່ວນຕົວຢູ່ ອີຕາລີ - ảnh 2ຜູ້ຈັດການ Chiara Canali (ຢື່ນຢູ່ສຸດເບື້ອງຊ້າຍ)

ຜູ້ຈັດການ Chiara Canali ໃຫ້ຂໍ້ສັງເກດວ່າ:  ບັນດາຜະລິດຕະພັນຂອງ Hແຮນຣີ ເລ ມີຄວາມເປັນເອກະລັກ ແລະ ມີລັກສະນະເປັນເຈົ້າຕົນເອງຢ່າງແຂງແຮງ ຊ່ວຍໃຫ້ລາວ ສະແດງບັນດາຄວາມສຳນຶກທີ່ເຕັມໄປດ້ວຍສີສັນ, ສິລະປະ, ສຳລັບ ແຮນຣີ ເລ ບໍ່ພຽງແຕ່ແມ່ນການປົດປ່ອຍພະລັງງານ ແລະ ມີຄວາມຄາດຫວັງເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນການຊອກຫາວັດຖຸທີ່ໃໝ່ອ່ຽມເພື່ອປະດິດຄິດສ້າງ.

ແຮນຣີເລ - ຈິດຕະກອນຫວຽດນາມ ຄົນທຳອິດ ຈັດງານວາງສະແດງສ່ວນຕົວຢູ່ ອີຕາລີ - ảnh 3ການຂົນສົ່ງຜະລິດຕະພັນຈິດຕະກຳ, ປະຕິມາກຳໄປຍັງງານວາງສະແດງ
ແຮນຣີເລ - ຈິດຕະກອນຫວຽດນາມ ຄົນທຳອິດ ຈັດງານວາງສະແດງສ່ວນຕົວຢູ່ ອີຕາລີ - ảnh 4ແຂກທ່ອງທ່ຽວພາກັນມາຊົມງານວາງສະແດງໂດຍບໍ່ເສຍຄ່າ

ງານວາງສະແດງທີ່ມີຊື່ວ່າ Soul Energy ໄດ້ເຕື້ອງເຖິງພະລັງງານທີ່ແຜ່ກະຈາຍໃນຈິດວິນຍານ ຂອງແຮນຣີເລ ເຊິ່ງແມ່ນປັດໄຈສຳຄັນອະນຸຍາດໃຫ້ລາວນຳແນວຄິດຈິດໃຈຂອງຕົນເຂົ້າ ໃນບັນດາຜະລິດຕະພັນສິລະປະກຳ.

The Humans ແມ່ນກຸ່ມຜະລິດຕະພັນຈິດຕະກຳ ແລະ ປະຕິມະກຳ ດ້ວຍເຫຼັກ ລວມມີບັນດາຮ່າງກະດູກເປັນຕົວແທນໃຫ້ແກ່ຜູ້ອອກແຮງງານ ປຽບເໝືອນບັນດາວິນຍານທີ່ໄດ້ພົ້ນຈາກ ຊາກສົບ

ບາງຜະລິດຕະພັນຈິດຕະກຳ ແລະ ປະຕິມະກຳທີ່ງານວາງສະແດງຜະລັງງານວິນຍານ:

ແຮນຣີເລ - ຈິດຕະກອນຫວຽດນາມ ຄົນທຳອິດ ຈັດງານວາງສະແດງສ່ວນຕົວຢູ່ ອີຕາລີ - ảnh 5
ແຮນຣີເລ - ຈິດຕະກອນຫວຽດນາມ ຄົນທຳອິດ ຈັດງານວາງສະແດງສ່ວນຕົວຢູ່ ອີຕາລີ - ảnh 6
ແຮນຣີເລ - ຈິດຕະກອນຫວຽດນາມ ຄົນທຳອິດ ຈັດງານວາງສະແດງສ່ວນຕົວຢູ່ ອີຕາລີ - ảnh 7
ແຮນຣີເລ - ຈິດຕະກອນຫວຽດນາມ ຄົນທຳອິດ ຈັດງານວາງສະແດງສ່ວນຕົວຢູ່ ອີຕາລີ - ảnh 8
ແຮນຣີເລ - ຈິດຕະກອນຫວຽດນາມ ຄົນທຳອິດ ຈັດງານວາງສະແດງສ່ວນຕົວຢູ່ ອີຕາລີ - ảnh 9
ແຮນຣີເລ - ຈິດຕະກອນຫວຽດນາມ ຄົນທຳອິດ ຈັດງານວາງສະແດງສ່ວນຕົວຢູ່ ອີຕາລີ - ảnh 10
ແຮນຣີເລ - ຈິດຕະກອນຫວຽດນາມ ຄົນທຳອິດ ຈັດງານວາງສະແດງສ່ວນຕົວຢູ່ ອີຕາລີ - ảnh 11
ແຮນຣີເລ - ຈິດຕະກອນຫວຽດນາມ ຄົນທຳອິດ ຈັດງານວາງສະແດງສ່ວນຕົວຢູ່ ອີຕາລີ - ảnh 12
ແຮນຣີເລ - ຈິດຕະກອນຫວຽດນາມ ຄົນທຳອິດ ຈັດງານວາງສະແດງສ່ວນຕົວຢູ່ ອີຕາລີ - ảnh 13
 

ຕອບກັບ

ຂ່າວ/ບົດ​ອື່ນ