ການເສັງຊອກຮູ້ກ່ຽວກັບການພົວພັນລະຫວ່າງຫວຽດນາມ - ອິນໂດເນເຊຍ: ເລິກເຊິ່ງ ແລະ ມີຄວາມໝາຍ

(VOVWORLD) -ບັນດາບົດປະພັນທີ່ຍາດໄດ້ລາງວັນລ້ວນແຕ່ມີຄຸນນະພາບສູງ, ມີຂໍ້ມູນ, ເອກະສານອັນລ້ຳຄ່າຫຼາຍຢ່າງ, ພ້ອມກັບນ້ຳໃຈພິເສດຂອງຜູ້ຂຽນ

ຫວ່າງແລ້ວນີ້, ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳອິນໂດເນເຊຍ ແລະ ສະຖານທູດອິນໂດເນເຊຍ ປະຈຳຫວຽດນາມ ປຸກລະດົມການເສັງຂຽນ 2 ຄັ້ງດ້ວຍຫົວຂໍ້ “ຊອກຮູ້ກ່ຽວກັບການຢ້ຽມຢາມຄືປະຫວັດສາດຂອງປະທານໂຮ່ຈີມິນ ໄປອິນໂດເນເຊຍ ແລະ ທ່ານປະທານາທິບໍດີອິນໂດເນເຊຍ Sukarno ມາຢ້ຽມຢາມຫວຽດນາມ”. ການເຄື່ອນໄຫວດັ່ງກ່າວແມ່ນເພື່ອແນໃສ່ຫວນຄືນກ່ຽວກັບການຢ້ຽມຢາມປະຫວັດສາດ 2 ຄັ້ງກ່ອນນີ້ 60 ປີ, ເຊິ່ງໄດ້ສ້າງພື້ນຖານໃຫ້ແກ່ການພົວພັນຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃນປະຈຸບັນ.

ພິທີມອບລາງວັນການເສັງຄັ້ງທີ 2 ໄດ້ດຳເນີນໃນຕອນຄ່ຳວັນທີ 23 ທັນວາ 2019 ຢູ່ສູນກະຈາຍສຽງແຫ່ງຊາດ (ເລກທີ 58, ຖະໜົນກວ໊ານຊື໊, ຮ່າໂນ້ຍ). ການສອບເສັງໄດ້ປຸກລະດົມຢູ່ຫວຽດນາມ ເລີ່ມແຕ່ວັນທີ 14 ຕຸລາ ຫາວັນທີ 15 ທັນວາ. ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນເທ໊ກີ, ໃຫ້ຮູ້ວ່າ.

“ພາຍຫຼັງພິທີປຸກລະດົມການສອບເສັງ, VOV ໄດ້ຮັບການຕອບສະໜອງຈາກປະຊາຊົນໃນທົ່ວປະເທດເຂົ້າຮ່ວມເປັນຈຳນວນຫຼາຍ. ບັນດາຜູ້ເຂົ້າຮ່ວມການສອບເສັງໄດ້ເຮັດວຽກງານທີ່ແຕກຕ່າງກັນ, ໃນຫຼາຍເກນອາຍຸ. ບົດເສັງໄດ້ຂຽນຢ່າງລະອຽດ ໍ, ມີເນື້ອໃນອຸດົມສົມບູນ. ຜ່ານບັນດາບົດສອບເສັງ, ບັນດາຜູ້ຂຽນໄດ້ເຕື້ອງເຖິງນ້ຳໃຈຂອງຕົນທີ່ມີຕໍ່ປະເທດອິນໂດເນເຊຍ, ຍ້ອງຍໍນ້ຳໃຈໄມຕີຈີດມິດຕະພາບລະຫວ່າງ 2 ປະເທດ, ພິເສດແມ່ນຍ້ອງຍໍນ້ຳໃຈເພື່ອນມິດຂອງປະທານໂຮ່ຈີມິນ ແລະ ທ່ານປະທານາທິບໍດີ Sukarno”.

ການເສັງຊອກຮູ້ກ່ຽວກັບການພົວພັນລະຫວ່າງຫວຽດນາມ - ອິນໂດເນເຊຍ: ເລິກເຊິ່ງ ແລະ ມີຄວາມໝາຍ - ảnh 1
ພິທີມອບລາງວັນໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາກະຊວງ, ຂະແໜງການ; ເອກອັກຄະລັດຖະທູດບັນດາປະເທດປະຈຳຫວຽດນາມ ຄື: ອິນໂດເນເຊຍ, ລາວ, ສະວິດ, ບຣຸໄນ
ການເສັງຊອກຮູ້ກ່ຽວກັບການພົວພັນລະຫວ່າງຫວຽດນາມ - ອິນໂດເນເຊຍ: ເລິກເຊິ່ງ ແລະ ມີຄວາມໝາຍ - ảnh 2
ການເສັງຊອກຮູ້ກ່ຽວກັບການພົວພັນລະຫວ່າງຫວຽດນາມ - ອິນໂດເນເຊຍ: ເລິກເຊິ່ງ ແລະ ມີຄວາມໝາຍ - ảnh 3
ການເສັງຊອກຮູ້ກ່ຽວກັບການພົວພັນລະຫວ່າງຫວຽດນາມ - ອິນໂດເນເຊຍ: ເລິກເຊິ່ງ ແລະ ມີຄວາມໝາຍ - ảnh 4
ໃນເວລາດຳເນີນການສອບເສັງ, ຄະນະຈັດຕັ້ງໄດ້ຮັບບົດເສັງນັບຮ້ອຍບົດຂອງຜູ້ເຂົ້າຮ່ວມການສອບເສັງ.
ການເສັງຊອກຮູ້ກ່ຽວກັບການພົວພັນລະຫວ່າງຫວຽດນາມ - ອິນໂດເນເຊຍ: ເລິກເຊິ່ງ ແລະ ມີຄວາມໝາຍ - ảnh 5
ທີ່ພິທີມອບລາງວັນ, ທ່ານ Ibnu Hadi, ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳຫວຽດນາມ ສະແດງຄວາມເປັນກຽດທີ່ໄດ້ເຂົ້າຮ່ວມພິທີ, ທ່ານກໍ່ຕີລາຄາສູງຄວາມສຸດອົກສຸດໃຈ, ປະດິດຄິດສ້າງ ແລະ ການເຮັດວຽກຂອງບັນດາຜູ້ເຂົ້າຮ່ວມການສອບເສັງ.
ການເສັງຊອກຮູ້ກ່ຽວກັບການພົວພັນລະຫວ່າງຫວຽດນາມ - ອິນໂດເນເຊຍ: ເລິກເຊິ່ງ ແລະ ມີຄວາມໝາຍ - ảnh 6
ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນເທ໊ກີ໋ ໃຫ້ຮູ້ວ່າ, ເນື່ອງໃນໂອກາດການຢ້ຽມຢາມຄັ້ງປະຫວັດສາດຂອງການນຳສູງສຸດຂອງ 2 ປະເທດກ່ອນນີ້ 60 ປີ, ແມ່ນມຸ່ງໄປເຖິງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ 2 ປະເທດ, VOV ໄດ້ຈັດສົ່ງບັນດານັກຂ່າວ, ນັກສິລະປິນຂອງ VOV ໄປອິນໂດເນເຊຍ ເພື່ອຖ່າຍທຳບັນດາຟິມຮູບເງົາສາລະຄະດີ, ພົບປະແລກປ່ຽນວັດທະນະທຳ, ສິລະປະ.
ການເສັງຊອກຮູ້ກ່ຽວກັບການພົວພັນລະຫວ່າງຫວຽດນາມ - ອິນໂດເນເຊຍ: ເລິກເຊິ່ງ ແລະ ມີຄວາມໝາຍ - ảnh 7
ທ່ານນາງ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ແລະ ທ່ານ ຫງວຽນດັງກວາງ, ອະດີດເອກອັກຄະລັດຖະທູດຫວຽດນາມ ປະຈຳອິນໂດເນເຊຍ ມອບລາງວັນທີ 3 ໃຫ້ທ່ານ ຟານເຄືອງ ແລະ ທ່ານ ຫງວຽນຈ່ວຽນທົ໊ງ.
ການເສັງຊອກຮູ້ກ່ຽວກັບການພົວພັນລະຫວ່າງຫວຽດນາມ - ອິນໂດເນເຊຍ: ເລິກເຊິ່ງ ແລະ ມີຄວາມໝາຍ - ảnh 8
ທ່ານ ຕ້າກວາງດົງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ທ່ານ ເຈິ່ນມິງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ VOV ມອບລາງວັນທີ 2 ໃຫ້ທ່ານ ດິງດັງມິງ.
ການເສັງຊອກຮູ້ກ່ຽວກັບການພົວພັນລະຫວ່າງຫວຽດນາມ - ອິນໂດເນເຊຍ: ເລິກເຊິ່ງ ແລະ ມີຄວາມໝາຍ - ảnh 9
ທ່ານ ຫງວຽນກວ໊ກຢຸງ, ຮອງລັດຖະມົນຕີການຕ່າງປະເທດ ແລະ ທ່ານ Ibnu Hadi, ເອກອັກຄະລັດຖະທູດອິນໂດເນຍເຊຍ ມອບລາງວັນທີ 1 ໃຫ້ທ່ານ ຟິ໊ບ໊າຄວ໊າດ.
ການເສັງຊອກຮູ້ກ່ຽວກັບການພົວພັນລະຫວ່າງຫວຽດນາມ - ອິນໂດເນເຊຍ: ເລິກເຊິ່ງ ແລະ ມີຄວາມໝາຍ - ảnh 10
ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນເທ໊ກີ໋ ແລະ ທ່ານ Ibnu Hadi, ເອກອັກຄະລັດຖະທູດອິນໂດເນຍເຊຍ ມອບລາງວັນພິເສດໃຫ້ທ່ານ ຕື່ແທັງຟອງ.
ການເສັງຊອກຮູ້ກ່ຽວກັບການພົວພັນລະຫວ່າງຫວຽດນາມ - ອິນໂດເນເຊຍ: ເລິກເຊິ່ງ ແລະ ມີຄວາມໝາຍ - ảnh 11
ທ່ານ ຕື່ແທັງຟອງ ໄດ້ແບ່ງປັນກ່ຽວກັບນ້ຳໃຈຄວາມຮັກແພງຂອງຕົນທີ່ມີຕໍ່ປະທານໂຮ່ຈີມີນ ແລະ ທ່ານປະທານາທີບໍດີ Sukarno ແລະ ພິເສດແມ່ນນ້ຳໃຈທີ່ສະຫງວນໃຫ້ອິນໂດເນເຊຍ
ການເສັງຊອກຮູ້ກ່ຽວກັບການພົວພັນລະຫວ່າງຫວຽດນາມ - ອິນໂດເນເຊຍ: ເລິກເຊິ່ງ ແລະ ມີຄວາມໝາຍ - ảnh 12
ທີ່ພິທີມອບລາງວັນ, ຍັງໄດ້ຈັດງານວາງສະແດງພາບຖ່າຍ ແລະ ສະແດງບັນດາລາຍການສິລະປະພິເສດຂອງ 2 ປະເທດ
ການເສັງຊອກຮູ້ກ່ຽວກັບການພົວພັນລະຫວ່າງຫວຽດນາມ - ອິນໂດເນເຊຍ: ເລິກເຊິ່ງ ແລະ ມີຄວາມໝາຍ - ảnh 13
ການເສັງຊອກຮູ້ກ່ຽວກັບການພົວພັນລະຫວ່າງຫວຽດນາມ - ອິນໂດເນເຊຍ: ເລິກເຊິ່ງ ແລະ ມີຄວາມໝາຍ - ảnh 14
ການເສັງຊອກຮູ້ກ່ຽວກັບການພົວພັນລະຫວ່າງຫວຽດນາມ - ອິນໂດເນເຊຍ: ເລິກເຊິ່ງ ແລະ ມີຄວາມໝາຍ - ảnh 15
ການເສັງຊອກຮູ້ກ່ຽວກັບການພົວພັນລະຫວ່າງຫວຽດນາມ - ອິນໂດເນເຊຍ: ເລິກເຊິ່ງ ແລະ ມີຄວາມໝາຍ - ảnh 16
ກ່ອນໜ້ານີ້ບໍ່ດົນ, ອົງການຕາງໜ້າ VOV ປະຈຳອິນໂດເນເຊຍ ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳອິນໂດເນເຊຍ ຈັດພິທີມອບລາງວັນໃຫ້ບັນດາຜູ້ເຂົ້າຮ່ວມການສອບສັງ.
ການເສັງຊອກຮູ້ກ່ຽວກັບການພົວພັນລະຫວ່າງຫວຽດນາມ - ອິນໂດເນເຊຍ: ເລິກເຊິ່ງ ແລະ ມີຄວາມໝາຍ - ảnh 17
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິນໂດເນເຊຍ ຟ້າມກວາງວິງ, ມອບລາງວັນທີ 1 ແລະ ທີ 2 ໃຫ້ຜູ້ເຂົ້າຮ່ວມການສອບເສັງຢູ່ອິນໂດເນເຊຍ
ການເສັງຊອກຮູ້ກ່ຽວກັບການພົວພັນລະຫວ່າງຫວຽດນາມ - ອິນໂດເນເຊຍ: ເລິກເຊິ່ງ ແລະ ມີຄວາມໝາຍ - ảnh 18
ການເສັງຊອກຮູ້ກ່ຽວກັບການພົວພັນລະຫວ່າງຫວຽດນາມ - ອິນໂດເນເຊຍ: ເລິກເຊິ່ງ ແລະ ມີຄວາມໝາຍ - ảnh 19
ການສອບເສັງ “ຊອກຮູ້ກ່ຽວກັບການຢ້ຽມຢາມຄັ້ງປະຫວັດສາດຂອງປະທານໂຮ່ຈີມິນ ໄປອິນໂດເນເຊຍ ແລະ ທ່ານປະທານາທິບໍດີອິນໂດເນເຊຍ Sukarno ມາຢ້ຽມຢາມຫວຽດນາມ” ແມ່ນໜຶ່ງໃນບັນດາການເຄື່ອນໄຫວແທດຈິງ ເພື່ອສະເຫຼີມສະຫຼອງບັນເຫດການທີ່ໄດ້ສ້າງພື້ນຖານໃຫ້ແກ່ການພົວພັນລະຫວ່າງ 2 ປະເທດຫວຽດນາມ - ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ