ຂົວ​ລອຍ​ຄຳ​ສືບ​ຕໍ່​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ຂົວ​ປະ​ທັບ​ໃຈ​ທີ່​ສຸ​ດ​ໃນ​ໂລກ

(VOVWORLD) - ເວັບໄຊ Insider ຂອງອາເມລິກາເມື່ອວັນທີ 16 ເມສາໄດ້ ແນະນຳຂົວ 28 ແຫ່ງທີ່ປະທັບໃຈທີ່ສຸດໃນໂລກໃນນັ້ນມີຂົວລອຍຄຳຢູ່ນະຄອນດາໜັງຂອງຫວຽດນາມ
ຂົວ​ລອຍ​ຄຳ​ສືບ​ຕໍ່​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ຂົວ​ປະ​ທັບ​ໃຈ​ທີ່​ສຸ​ດ​ໃນ​ໂລກ - ảnh 1
ຮູບຖ່າຍກ່ຽວກັບຂົວລອຍຄຳຂອງ Bana Hill, ດາໜັງໂດຍເວັບໄຊ ເລືອກເອົາເປັນຮູບຕົວແທນຂອງບົດໜັງສືພິມ, ຂົວລອຍຄຳແຫ່ງນີ້ ປຽບເໝືອນແຖບຜ້າໄໝຖືກຄ້ຳຊູດ້ວຍ 2 ຝາມືຍັກ, ຂົວລອຍຄຳພົ້ນເດັ່ນຂຶ້ນໃນທ່າມກາງພູຜາປ່າໄມ້ຂອງເຂດພູຈົວ.
ຂົວ​ລອຍ​ຄຳ​ສືບ​ຕໍ່​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ຂົວ​ປະ​ທັບ​ໃຈ​ທີ່​ສຸ​ດ​ໃນ​ໂລກ - ảnh 2
ເມື່ອບໍ່ດົນມານີ້ນັກຖ່າຍຮູບ ເຈີ່ນຕວັນຫວຽດ ໄດ້ຮັບລາງວັນທີ 1 ໃນງານປະກວດຮູບຖ່າຍດ້ວຍຫົວເລື່ອງສະຕະປັດຕະຍາກຳປີ 2020. ດ້ວຍຮູບຖ່າຍຂົວລອຍຄຳ.
ຂົວ​ລອຍ​ຄຳ​ສືບ​ຕໍ່​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ຂົວ​ປະ​ທັບ​ໃຈ​ທີ່​ສຸ​ດ​ໃນ​ໂລກ - ảnh 3
ໂດຍຕັ້ງຢູ່ຄວາມສູງ 1414 ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ, ດ້ວຍຄວາມຍາວເກືອບ 150 ແມັດ, ລວງກ້ວາງ 12,8 ແມັດ ປະກອບດ້ວຍ 8 ຕອນ, ຂົວລອຍແຫ່ງນີ້ຖືກອອກແບບຢ່າງເປັນເອກະລັກໂດຍກຸ່ມບໍລິສັດ Sun Group ລົງທຶນກໍ່ສ້າງຢູ່ Bana Hill ໄດ້ເປີດສະຫຼອງເມື່ອເດືອນມິຖຸນາ 2018.
ຂົວ​ລອຍ​ຄຳ​ສືບ​ຕໍ່​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ຂົວ​ປະ​ທັບ​ໃຈ​ທີ່​ສຸ​ດ​ໃນ​ໂລກ - ảnh 4
ນັບຕັ້ງແຕ່ມື້ເປີດໂຕ, ຂົວລອຍຄຳໄດ້ສ້າງຄວາມສັ່ນສະເທືອນໃນສື່ມວນຊົນສາກົນ. ບັນດາສຳນັກຂ່າວສານໃຫຍ່ໃນໂລກຄື: CNN, BBC, Router, AFP…ກໍ່ລ້ວນແຕ່ໃຫ້ຂ່າວແລະບົດຍ້ອງຍໍສັນລະເສີນຂົວລອຍພຽງແຕ່ໜຶ່ງບໍ່ມີສອງນີ້.
ຂົວ​ລອຍ​ຄຳ​ສືບ​ຕໍ່​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ຂົວ​ປະ​ທັບ​ໃຈ​ທີ່​ສຸ​ດ​ໃນ​ໂລກ - ảnh 5
ການສະແດງແຟຊັນບົນຂົວລອຍຄຳ
ຂົວ​ລອຍ​ຄຳ​ສືບ​ຕໍ່​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ຂົວ​ປະ​ທັບ​ໃຈ​ທີ່​ສຸ​ດ​ໃນ​ໂລກ - ảnh 6
ໜັງສືພິມ The Guardianຊຶ່ງແມ່ນໜັງສືພິມລາຍວັນຂອງອັງກິດໄດ້ເຊີດຊູຂົວລອຍຄຳແມ່ນນອນຢູ່ໃນບັນຊີລາຍຊື່ຂົວ 10 ແຫ່ງທີ່ມີສະຖາປັດຕະຍາກຳທີ່ເປັນເອກະລັກ ແລະ ງາມທີ່ສຸດໃນໂລກ.
ຂົວ​ລອຍ​ຄຳ​ສືບ​ຕໍ່​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ຂົວ​ປະ​ທັບ​ໃຈ​ທີ່​ສຸ​ດ​ໃນ​ໂລກ - ảnh 7
ຂົວ​ລອຍ​ຄຳ​ສືບ​ຕໍ່​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ຂົວ​ປະ​ທັບ​ໃຈ​ທີ່​ສຸ​ດ​ໃນ​ໂລກ - ảnh 8
ເດືອນສິງຫາ 2018 ພາຍຫຼັງເປີດສະຫຼອງພຽງ 2 ເດືອນເທົ່ານັ້ນ, ຂົວລອຍຄຳໄດ້ຖືກຈັດເຂົ້າໃນສະຖານທີ່ທ່ອງທ່ຽວ 100 ແຫ່ງທີ່ລືຊືທີ່ສຸດ ໃນໂລກ ໃນປີ2018ໂດຍວາລະສານ Time ເລືອກເຟັ້ນ
ຂົວ​ລອຍ​ຄຳ​ສືບ​ຕໍ່​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ຂົວ​ປະ​ທັບ​ໃຈ​ທີ່​ສຸ​ດ​ໃນ​ໂລກ - ảnh 9
ຕາມຕົວເລກສະຖິຕິເມື່ອເດືອນກໍລະກົດ 2018 ໃນຈຳນວນແຂກທ່ອງທ່ຽວສາກົນ 3 ຄົນໃດທີ່ຕິດຕໍ່, ສັ່ງຈອງລາຍການທ່ອງທ່ຽວຢູ່ດາໜັງນັ້ນ, ກໍ່ມີນັກທ່ອງທ່ຽວເຖິງ 2 ຄົນສະເໜີໄປທ່ຽວຊົມຢູ່ຂົວລອຍຄຳ ຢູ່ Bana Hill.
ຂົວ​ລອຍ​ຄຳ​ສືບ​ຕໍ່​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ຂົວ​ປະ​ທັບ​ໃຈ​ທີ່​ສຸ​ດ​ໃນ​ໂລກ - ảnh 10
ປີ 2018 ດາໜັງໄດ້ຕ້ອນຮັບແຂກທ່ອງທ່ຽວ 7,6 ລ້ານເທື່ອຄົນມາທ່ອງທ່ຽວ, ໃນນັ້ນແຂກທ່ອງທ່ຽວສາກົນ ບັນລຸ 2,875 ລ້ານເທື່ອຄົນເພີ່ມຂຶ້ນ 23.3% ເມື່ອທຽບໃສ່ປີ 2017 ແລະ ແຂກທ່ອງທ່ຽວຢູ່ພາຍໃນບັນລຸເກືອບ 4.8 ລ້ານເທື່ອຄົນ ເພີ່ມຂຶ້ນ11.2% ເມື່ອທຽບໃສ່ປີ 2017. ຍອດຈຳນວນແຂກທ່ອງທ່ຽວມາດາໜັງໃນປີ 2019 ໄດ້ເພີ່ມຂຶ້ນເກືອບ 8,7 ລ້ານເທື່ອຄົນເພີ່ມຂຶ້ນ 13.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018, ໃນນັ້ນແຂກທ່ອງທ່ຽວສາກົນຄາດວ່າຈະບັນລຸ 3,5 ລ້ານເທື່ອຄົນເພີ່ມຂຶ້ນ 22,5 %ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018.
ຂົວ​ລອຍ​ຄຳ​ສືບ​ຕໍ່​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ຂົວ​ປະ​ທັບ​ໃຈ​ທີ່​ສຸ​ດ​ໃນ​ໂລກ - ảnh 11
ຂົວລອຍຄຳໄດ້ຮັບການສັນລະເສີນທາງສື່ມວນຊົນສາກົນ ອັດໄດ້ເຮັດໃຫ້ແຂກທ່ອງທ່ຽວມີຄວາມນິຍົມຊົມຊອບຜ່ານສື່ສັງຄົມ ແລະ ກາຍເປັນຄວາມເອກອ້າງຖະໜົງໃຈສຳລັບຜູ້ໃດທີ່ໄດ້ມາທ່ຽວຊົມຂົວລອຍຄຳ.

ຕອບກັບ

ຂ່າວ/ບົດ​ອື່ນ