ຄວາມງາມຂອງ ພູມັດເທິນ ໃນແຂວງ ກາວບັ່ງ

(VOVWORLD) -ຫຼາຍປີມໍ່ໆມານີ້, ພູມັດເທິນ ໝາຍເຖິງຕາທິບໃນແຂວງກາວບັ່ງໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດຍ້ອນທິວທັດທຳມະຊາດສວຍສົດງົດງາມໃຫຍ່ໂຕມະໂຫຖານ.

ພູມັດເທິນ ນອນຢູ່ຕາແແສງກວັກຕວານ, ເມືອງຈ່າລິງໃນກຸ່ມ 36 ໜອງ ທາງແທນ.ນີ້ແມ່ນສະຖານທີ່ທ່ອງທ່ຽວທີ່ພົ້ນເດັ່ນໃນສວນສາທາລະນະທໍລະນີກາວບັ່ງ.

ຄວາມງາມຂອງ ພູມັດເທິນ ໃນແຂວງ ກາວບັ່ງ - ảnh 1
(ພາບ: toquoc.vn)
ຄວາມງາມຂອງ ພູມັດເທິນ ໃນແຂວງ ກາວບັ່ງ - ảnh 2
ຊ່ວງເວລາທີ່ແທດເໝາະທີ່ສຸດເພື່ອແຂກທ່ອງທ່ຽວມາຮັບຊົມຄວາມງາມຂອງພູມັດເທິນ ແມ່ນໃນຍາມເດືອນກັນຍາ, ເດືອນຕຸລາ ແຕ່ລະປີ. ຢູ່ແຫ່ງນີ້ອາກາດເຢັນສະບາຍພ້ອມກັບທິວທັດທຳມະຊາດຂຽວງາມຕະຫຼອດປີ. ດັ່ງນັ້ນແຂກທ່ອງທ່ຽວອາດຈະແວ່ຍາມໃນທຸກໆເວລາໃນປີ.
(ພາບ: TTXVN)
ຄວາມງາມຂອງ ພູມັດເທິນ ໃນແຂວງ ກາວບັ່ງ - ảnh 3
ທັດສະນີຍະພາບທີ່ສະຫງົບຫງຽບຢູ່ຕິນພູມັດເທິນ. (ພາບ: laodong.vn)
ຄວາມງາມຂອງ ພູມັດເທິນ ໃນແຂວງ ກາວບັ່ງ - ảnh 4
ພູໜ່ວຍນີ້ກໍ່ໄດ້ເອີ້ນດ້ວຍຊື່ອື່ນວ່າ “ພູຖຸງ” ຍ້ອນຢູ່ເທິງພູກໍ່ມີຖ້ຳລອດພູດ້ວຍຮູບວົງມົນປຽບເໝືອນ ດວງຕາຂອງພູດ້ວຍເສັ້ນພາສູນກາງກ່ວາ 50 ແມັດ, ນີ້ແມ່ນພູໄດ້ຮັບຖືວ່າມີພຽງແຕ່ໜຶ່ງບໍ່ມີສອງຢູ່ ຫວຽດນາມ. (ພາບ: toquoc.vn)
ຄວາມງາມຂອງ ພູມັດເທິນ ໃນແຂວງ ກາວບັ່ງ - ảnh 5
ພູຖຸງ ນອນສະຫຼັບກັບພູໜ່ວຍອື່ນໆ, ທັງລຸ່ມຖືກອ້ອມຮອບດ້ວຍທົ່ງຫຍ້າຂຽວອຸ່ມທຸມ ອັນໄດ້ສ້າງຄວາມງາມທີ່ເປັນໜ້າຈັບໃຈ ແລະ ຫາຍາກ. (ພາບ: laodong.vn)
ຄວາມງາມຂອງ ພູມັດເທິນ ໃນແຂວງ ກາວບັ່ງ - ảnh 6
ພາບ: TTXVN
ຄວາມງາມຂອງ ພູມັດເທິນ ໃນແຂວງ ກາວບັ່ງ - ảnh 7
ພາບ: vietnamnet.vn
ຄວາມງາມຂອງ ພູມັດເທິນ ໃນແຂວງ ກາວບັ່ງ - ảnh 8
ມາແຫ່ງນີ້ແຂກທ່ອງທ່ຽວກໍ່ສາມາດຊອກຮູ້ຊີວິດປະຈຳວັນຂອງຊາວເຜົ່າໄຕໃນແຂວງກາວບັ່ງ (ພາບ: vnexpress)
ຄວາມງາມຂອງ ພູມັດເທິນ ໃນແຂວງ ກາວບັ່ງ - ảnh 9
ພາບ: toquoc.vn
ຄວາມງາມຂອງ ພູມັດເທິນ ໃນແຂວງ ກາວບັ່ງ - ảnh 10
ທັດສະນີຍະພາບທີ່ງົດງາມສະຫງົບສຸກຢູ່ແຫ່ງນີ້ໄດ້ພາແຂກທ່ອງທ່ຽວຄືຫລົງທາງໃນໂລກໜ່ວຍອື່ນ, ປາສະຈາກຄວາມເນື່ອງນັນອຶກກະທຶກຢູ່ເຂດຕົວເມືອງ. (ພາບ: toquoc.vn)
ຄວາມງາມຂອງ ພູມັດເທິນ ໃນແຂວງ ກາວບັ່ງ - ảnh 11
ຫ່າງຈາກພູຖຸງບໍ່ໄກປານໄດແມ່ນໜອງນ້ຳມີເນື້ອທີ່ 15 ແຮັກຕາ, ໜ້າໜອງງຽບສະງັດ ໜອງແຫ່ງນີ້ນອນຢູ່ເຄິງກາງຮ່ອມພູ, ດ້ວຍສາຍພູສະຫຼັບຊັບຊ້ອນ. (ພາບ: toquoc.vn)
ຄວາມງາມຂອງ ພູມັດເທິນ ໃນແຂວງ ກາວບັ່ງ - ảnh 12
ພູມັດເທິນຫ່າງຈາກນະຄອນກາວບັ່ງ 50 ກີໂລແມັດ, ແຂກທ່ອງທ່ຽວສາມາດມາແຫ່ງນີ້ດ້ວຍລົດໂອໂຕ ຫຼືລົດຈັກກໍ່ລ້ວນແຕ່ມີຄວາມສະດວກສະບາຍ, ແຕ່ລົດຈັກກໍ່ແມ່ນຍານພາຫະນະທີ່ສະດວກທີ່ສຸດ ຍ້ອນວ່າເມື່ອຂີ່ລົດຈັກກໍ່ສາມາດແລ່ນຜ່ານເສັ້ນທາງຄັບແຄບເພື່ອຈະໄປຮອດພູມັດເທິນ. (ພາບ: toquoc.vn)

ຕອບກັບ

ຂ່າວ/ບົດ​ອື່ນ