ຄວາມສະຫງົບງຽບຂອງບ້ານ ມົງ ຢູ່ເຂດຕິນພູ ເຊີນບາກໄມ

(VOVWORLD) -ໂດຍຕັ້ງຢູ່ຕິີນພູ ເຊີນບາກໄມ ທີ່ກວ້າງໃຫຍ່ໄພສານ, ໃນຄວາມສູງກວ່າ 1.500ມ ເມື່ອທຽບໃສ່ໜ້ານ້ຳທະເລ, ໃນຫຼາຍປີຜ່ານມາ, ບ້ານຊາຍແດນ ຊີນຊ໊ວຍໂຮ່, ເມືອງ ຟອງໂຖ ໄດ້ດຶງດູດນັກທ່ອງທ່ຽວນັບພັນເທື່ອຄົນໃນແຕ່ລະປີ ແລະ ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດຶ່ມຂອງແຂວງ ລາຍເຈົາ.
ຄວາມສະຫງົບງຽບຂອງບ້ານ ມົງ ຢູ່ເຂດຕິນພູ ເຊີນບາກໄມ - ảnh 1
ການດຳລົງຊີວິດສະຫງົບງຽບຂອງຊາວເຜົ່າ ມົ້ງ, ບ້ານ ຊີນຊ໊ວຍໂຮ່, ຕາແສງ ຊີນຊ໊ວຍໂຮ່, ເມືອງ ຟອງໂຖ.
ຄວາມສະຫງົບງຽບຂອງບ້ານ ມົງ ຢູ່ເຂດຕິນພູ ເຊີນບາກໄມ - ảnh 2
ເພື່ອດຶງດູດນັກທ່ອງທ່ຽວ, ພໍ່ແມ່ປະຊາຊົນຢູ່ແຫ່ງນີ້ຍາມໃດກໍ່ຮັກສາບ້ານໃຫ້ມີສີຂຽວ, ສະອາດ ແລະ ສວຍງາມ.
ຄວາມສະຫງົບງຽບຂອງບ້ານ ມົງ ຢູ່ເຂດຕິນພູ ເຊີນບາກໄມ - ảnh 3
ຄວາມສະຫງົບງຽບຂອງບ້ານ ມົງ ຢູ່ເຂດຕິນພູ ເຊີນບາກໄມ - ảnh 4
2-3 ປີມານີ້, ຄວາມງາມແບບຫົກເຫື້ອຂອງບ້ານ ຊີນຊ໊ວຍໂຮ່ ໄດ້ດຶງດູດນັກທ່ອງທ່ຽວມາຢ້ຽມຢາມ, ຄິດສະເລ່ຍໃນແຕ່ລະເດືອນສະຖານທີ່ແຫ່ງນີ້ໄດ້ຕ້ອນຮັບນັກທ່ອງທ່ຽວເກືອບ 1.000 ເທື່ອຄົນ.
ຄວາມສະຫງົບງຽບຂອງບ້ານ ມົງ ຢູ່ເຂດຕິນພູ ເຊີນບາກໄມ - ảnh 5
ນັກທ່ອງທ່ຽວທີ່ມາຢ້ຽມຢາມແຫ່ງນີ້ສ່ວນຫຼາຍມີຄວາມຮູ້ສຶກສະບາຍໃຈສະຫວາດສະເຫວີຍກັບບັນຍາກາດສະຫງົບງຽບຢູ່ແຫ່ງນີ້.
ຄວາມສະຫງົບງຽບຂອງບ້ານ ມົງ ຢູ່ເຂດຕິນພູ ເຊີນບາກໄມ - ảnh 6
ຄວາມສະຫງົບງຽບຂອງບ້ານ ມົງ ຢູ່ເຂດຕິນພູ ເຊີນບາກໄມ - ảnh 7
ເພື່ອຮັບໃຊ້ຄວາມຕ້ອງການຂອງນັກທ່ອງທ່ຽວ, ປະຊາຊົນຢູ່ແຫ່ງນີ້ໄດ້ຕັ້ງຮ້ານ, ຂາຍບັນດາເຍື່ອງອາຫານພື້ນເມືອງທີ່ປຸງແຕ່ງມາຈາກ: ຜັກປ່າ, ໝູ, ໄກ່ລ້ຽງຢູ່ບ້ານ…
ຄວາມສະຫງົບງຽບຂອງບ້ານ ມົງ ຢູ່ເຂດຕິນພູ ເຊີນບາກໄມ - ảnh 8
… ນັກທ່ອງທ່ຽວຈະໄດ້ຮັບການຮັບໃຊ້ຕາມຮູບແບບສະເພາະຂອງຊາວເຜົ່າ ມົ້ງ.
ຄວາມສະຫງົບງຽບຂອງບ້ານ ມົງ ຢູ່ເຂດຕິນພູ ເຊີນບາກໄມ - ảnh 9
ນອກນັ້ນ, ນັກທ່ອງທ່ຽວຍັງໄດ້ຜັກຜ່ອນຢູ່ເຮືອນຂອງປະຊາຊົນ ດ້ວຍຮູບແບບ homestay.
ຄວາມສະຫງົບງຽບຂອງບ້ານ ມົງ ຢູ່ເຂດຕິນພູ ເຊີນບາກໄມ - ảnh 10
ຍາມມີຄົນມາທ່ຽວຫຼາຍທີ່ສຸດແມ່ນໂອກາດເປີດຕະຫຼາດນັດເຊິ່ງໄດ້ຈັດຂຶ້ນໃນວັນເສົາປະຈຳອາທິດ.
ຄວາມສະຫງົບງຽບຂອງບ້ານ ມົງ ຢູ່ເຂດຕິນພູ ເຊີນບາກໄມ - ảnh 11
ເຄື່ອງປ່າຂອງດົງ ແລະ ຜະລິດຕະພັນກະເສດໂດຍຊາວທ້ອງຖິ່ນເຮັດອອກມາ ໄດ້ນຳມາວາງຂາຍໃຫ້ນັກທ່ອງທ່ຽວ ແລະ ພໍ່ແມ່ປະຊາຊົນໃນເຂດ.
ຄວາມສະຫງົບງຽບຂອງບ້ານ ມົງ ຢູ່ເຂດຕິນພູ ເຊີນບາກໄມ - ảnh 12
ຄວາມສະຫງົບງຽບຂອງບ້ານ ມົງ ຢູ່ເຂດຕິນພູ ເຊີນບາກໄມ - ảnh 13
ຄວາມສະຫງົບງຽບຂອງບ້ານ ມົງ ຢູ່ເຂດຕິນພູ ເຊີນບາກໄມ - ảnh 14
ແມ່ຍິງຊາວເຜົ່າ ມົ້ງ, ບ້ານ ຊີນຊ໊ວຍໂຮ່.
ຄວາມສະຫງົບງຽບຂອງບ້ານ ມົງ ຢູ່ເຂດຕິນພູ ເຊີນບາກໄມ - ảnh 15
ເຖິງວ່າແມ່ນຕະຫຼາດຂອງບ້ານ, ແຕ່ຕະຫຼາດນັດ ຊີນຊ໊ວຍໂຮ່ ໄດ້ດຶງດູດເອົາປະຊາຊົນໃນເຂດມາແລກປ່ຽນ, ຊື້ຂາຍສິນຄ້າເປັນຈຳນວນຫຼວງຫຼາຍ.
ຄວາມສະຫງົບງຽບຂອງບ້ານ ມົງ ຢູ່ເຂດຕິນພູ ເຊີນບາກໄມ - ảnh 16
ຄວາມສະຫງົບງຽບຂອງບ້ານ ມົງ ຢູ່ເຂດຕິນພູ ເຊີນບາກໄມ - ảnh 17
ຄວາມສະຫງົບງຽບຂອງບ້ານ ມົງ ຢູ່ເຂດຕິນພູ ເຊີນບາກໄມ - ảnh 18
ຄວາມສະຫງົບງຽບຂອງບ້ານ ມົງ ຢູ່ເຂດຕິນພູ ເຊີນບາກໄມ - ảnh 19
ຍາມຈັດຕະຫຼາດນັດ, ບັນດາອ້າຍທະຫານປ້ອງກັນຊາຍແດນ ໄດ້ມາຊ່ວຍຕັດຜົມໃຫ້ເດັກນ້ອຍຢູ່ທ້ອງຖິ່ນ ແລະ ນັກທ່ອງທ່ຽວເມື່ອມີຄວາມຕ້ອງການ.
ຄວາມສະຫງົບງຽບຂອງບ້ານ ມົງ ຢູ່ເຂດຕິນພູ ເຊີນບາກໄມ - ảnh 20
ດ້ວຍບັນດາຈຸດທີ່ເປັນເອກະລັກສະເພາະ ແລະ ໃກ້ຊິດສະໜິດສະໜົມຂອງຊາວເຜົ່າ ມົ້ງ ຢູ່ເຂດຊາຍແດນ ຊີນຊ໊ວຍໂຮ່, ແຂວງ ລາຍເຈົາ ໄດ້ສ້າງຄວາມປະທັບໃຈຫຼາຍຢ່າງໃຫ້ແກ່ນັກທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ