ຄວາມຫຼາກຫຼາຍສີສັນວັດທະນະທຳ ເພື່ອການສົນທະນາແລະ ພັດທະນາ

(VOVWORLD) -ບັນດາພື້ນຖານວັດທະນະທຳຂອງບັນດາວົງຄະນະຍາດທີ່ແຕກຕ່າງກັນມີ ຫຼາຍກາລະໂອກາດແລະ ເງື່ອນໄຂພົວພັນນຳກັນດ້ວຍນັບພັນວິທີແຕກຕ່າງກັນ.

ທ່າອ່ຽງຫັນເປັນໂລກກາພິວັດນັບມື້ນັບດຳເນີນຢ່າງວ່ອງໄວ ແລະ ແຂງແຮງ, ໂຄງປະກອບທາງດ້ານເທສະຂອງໂລກຈະຕ້ອງປ່ຽນແປງ, ການເຊື່ອມຕໍ່ນັບທັບກາລະເທສະ ແລະ ກາລະເວລາ ມີບັນດາເງື່ອນໄຂສະດວກໃຫ້ແກ່ການພົວພັນຂອງບັນດາພື້ນຖານວັດທະນາທຳ. ໂລກໜຶ່ງທີ່ໃໝ່ອ່ຽມຈະເປີດອົກເປີດໃຈກ່ວາ ຮຽກຮ້ອງໃຫ້ຕ້ອງມີຄວາມຜູກມັດ ແລະ ເຊື່ອມໂຍງ ຫຼາຍຂຶ້ນ. ບັນດາພື້ນຖານວັດທະນະທຳຂອງ ບັນດາວົງຄະນະຍາດ ຂອງບັນດາວັດທະນະທຳທີ່ແຕກຕ່າງກັນມີຫຼາຍໂອກາດ ແລະ ເງື່ອນໄຂ ພົວພັນກັນ ດ້ວຍນັບພັນວິທີແຕກຕ່າງກັນ. ພ້ອມກັນນັ້ນ ພື້ນຖານວັດທະນະທຳກໍ່ລ້ວນແຕ່ບັນຈຸກຳລັງແຮງສະເພາະແລະ ປະກອບສ່ວນໃຫ້ແກ່ການພັດທະນາຂອງມວນມະນຸດຕາມບັນດາວິທີແຕກຕ່າງກັນ. ໂດຍເລີ່ມຈາກຄວາມຈິງດັ່ງກ່າວ, ອົງການ UNESCO ໄດ້ອອກຖະແຫຼງການທົ່ວໂລກກ່ຽວກັບຄວາມຫຼາກຫຼາຍສີສັນທາງດ້ານວັດທະນະທຳ ແລະ ຖືເອົາວັນທີ 21 ພຶດສະພາໃນແຕ່ລະປີ ແມ່ນວັນໂລກກ່ຽວກັບຄວາມຫຼາກຫຼາຍສີສັນທາງດ້ານວັດທະນະທຳ ເພື່ອການສົນທະນາ ແລະ ພັດທະນາ.

ຄວາມຫຼາກຫຼາຍສີສັນວັດທະນະທຳ ເພື່ອການສົນທະນາແລະ ພັດທະນາ - ảnh 1
ທ່າສີໃສ່ໜ້າ ກໍ່ແມ່ນຮູບການປະດັບປະດາໂດຍທົ່ວໄປຂອງບັນດາເຜົ່າໃນເກາະ Papua New Guinea. ພາບ: Fabien Astre/Daily Mail
ຄວາມຫຼາກຫຼາຍສີສັນວັດທະນະທຳ ເພື່ອການສົນທະນາແລະ ພັດທະນາ - ảnh 2
ງານບູນອາບໝາກເຫຼັ່ນ ຂອງແອັດສະປາຍ. ນີ້ແມ່ນງານບູນອາບໝາກໄມ້ໃຫຍ່ກ່ວາໝູ່ຢູ່ເອີລົບ
ຄວາມຫຼາກຫຼາຍສີສັນວັດທະນະທຳ ເພື່ອການສົນທະນາແລະ ພັດທະນາ - ảnh 3
ການທຳພິທີຂັບແທນຂອງຊາວເຜົ່າໄຕ, ເຜົ່ານຸ່ງ, ເຜົ່າຜູ້ໄທ ຢູ່ເມືອງວັນບານ, ແຂວງລາວກາຍຫວຽດນາມ
ຄວາມຫຼາກຫຼາຍສີສັນວັດທະນະທຳ ເພື່ອການສົນທະນາແລະ ພັດທະນາ - ảnh 4
ແຂກທ່ອງທ່ຽວສາກົນເຊື່ອມຕົວເຂົ້າກັບ ວາດຟ້ອນຊວານ ທີ່ເປັນເອກະລັກຂອງ ແຂວງຝູເທາະ.
ຄວາມຫຼາກຫຼາຍສີສັນວັດທະນະທຳ ເພື່ອການສົນທະນາແລະ ພັດທະນາ - ảnh 5
ວັນທີ 1 ທັນວາ ປີ 2016, ມໍລະດົກທຳພິທີການເຫຼື້ອມໃສບູຊາຜ້າແມ່ຂອງຊາວ ຫວຽດນາມ ໄດ້ຖືກອົງການ UNESCO ນຳເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ ຢ່າງເປັນທາງການ.
ຄວາມຫຼາກຫຼາຍສີສັນວັດທະນະທຳ ເພື່ອການສົນທະນາແລະ ພັດທະນາ - ảnh 6
ດົນຕີໃນພາລະຊາວັນເຫ້ວ ໄດ້ຖືກພັດທະນາດ້ວຍຄວາມຫຼາກຫຼາຍສີສັນແລະອຸດົມສົມບູນທາງດ້ານ ປະເພດ.
ຄວາມຫຼາກຫຼາຍສີສັນວັດທະນະທຳ ເພື່ອການສົນທະນາແລະ ພັດທະນາ - ảnh 7
ງານບຸນສົມມະນາຄຸນປ່າໄມ້ ຂອງ ຊາວເຜົ່າເກີຕູ ໃນໂອກາດປີໃໝ່
ຄວາມຫຼາກຫຼາຍສີສັນວັດທະນະທຳ ເພື່ອການສົນທະນາແລະ ພັດທະນາ - ảnh 8
ລາຍການສະແດງສິລະປະທີ່ເປັນເອກະລັກ ຂອງຊາວເຜົ່າສ່ວນໜ້ອຍທີ່ກອງປະຊຸມໃຫຍ່ຜູ້ແທນຊົນເຜົ່າສ່ວນໜ້ອຍທົ່ວປະເທດຄັ້ງທີ 2 ປີ 2020
ຄວາມຫຼາກຫຼາຍສີສັນວັດທະນະທຳ ເພື່ອການສົນທະນາແລະ ພັດທະນາ - ảnh 9
ລາຍການສະແດງສິລະປະຂອງຊາວເຜົ່າຈຳຢູ່ ຫວຽດນາມ
ຄວາມຫຼາກຫຼາຍສີສັນວັດທະນະທຳ ເພື່ອການສົນທະນາແລະ ພັດທະນາ - ảnh 10
ລາຍການສະແດງຄ້ອງຢູ່ໄຕງວຽນ

ຕອບກັບ

ຂ່າວ/ບົດ​ອື່ນ