ຄອບຄົວສຸດທ້າຍຢູ່ຮ່າໂນ້ຍຮັກສາອາຊີບເຮັດໜ້າກາກດ້ວຍເຈ້ຍ

(VOVWORLD) -ກວ່າ 45 ປີທີ່ປະກອບອາຊີບເຮັດໜ້າກາກດ້ວຍເຈ້ຍ, ແຕ່ສອງຜົວເມຍລຸງ ຫງວຽນວັນຮ່ວາແມ່ນຄອບຄົວໜຶ່ງດຽວທີ່ຍັງຄົງຮັກສາເຄັດລັບສ້າງຮູບຮ່າງໃບໜ້າຂອງຕົວລະຄອນພື້ນເມືອງດ້ວຍເຈ້ຍໜັງສືພິມເກົ່າ ແລະ ແປ້ງມັນ.

ໃນເຮືອນຊັ້ນ 2 ດ້ວຍເນື້ອທີ່ບໍ່ຮອດ 15 ຕາແມັດ ຢູ່ຖະໜົນເກົ່າ ຮ່າງທານ, ຮ່າໂນ້ຍ, ສອງຜົວເມຍລຸງ ຫງວຽນວັນຮ່ວາ ມີຄວາມຂ້ອງຄາກັບວຽກງານເຮັດໜ້າກາກເຈ້ຍ.

ຄອບຄົວສຸດທ້າຍຢູ່ຮ່າໂນ້ຍຮັກສາອາຊີບເຮັດໜ້າກາກດ້ວຍເຈ້ຍ - ảnh 1

ສອງຜົວເມຍລຸງ ຫງວຽນວັນຮ່ວາ ດ້ວຍເນື້ອທີ່ເຮືອນຢູ່ຊັ້ນ 2 ທີ່ຄັບແຄບ, ແຕ່ມີໜ້າກາກຖືກວາງເຕັມເຮືອນ. ບ່ອນເຮັດໜ້າກາກຂອງ ສອງຜົວເມຍລຸງ ຫງວຽນວັນຮ່ວາພຽງແຕ່ແມ່ນລະບຽງນ້ອຍ. 

ຄອບຄົວສຸດທ້າຍຢູ່ຮ່າໂນ້ຍຮັກສາອາຊີບເຮັດໜ້າກາກດ້ວຍເຈ້ຍ - ảnh 2
ຄອບຄົວສຸດທ້າຍຢູ່ຮ່າໂນ້ຍຮັກສາອາຊີບເຮັດໜ້າກາກດ້ວຍເຈ້ຍ - ảnh 3

ຄອບຄົວສຸດທ້າຍຢູ່ຮ່າໂນ້ຍຮັກສາອາຊີບເຮັດໜ້າກາກດ້ວຍເຈ້ຍ - ảnh 4

ສອງຜົວເມຍລຸງຮ່ວາດຸໝັ້ນເຮັດໜ້າກາກນັບແຕ່ເຊົ້າຮອດແລງ. ບັນດາຂັ້ນຕອນເຮັດໜ້າກາກ ກໍລ້ວນແຕ່ຖືກປະຕິບັດຢ່າງຄ່ອງແຄ້ວ.

ຄອບຄົວສຸດທ້າຍຢູ່ຮ່າໂນ້ຍຮັກສາອາຊີບເຮັດໜ້າກາກດ້ວຍເຈ້ຍ - ảnh 5

ລຸງ ຮ່ວາ ໃຫ້ຮູ້ວ່າ ອາຊີບນີ້ ຕ້ອງເຮັດແຕ່ລະຂັ້ນຕອນຢ່າງລະອຽດລະອໍຈຶ່ງຈະງາມໄດ້. ໜ້າກາກຕ້ອງຕາກໃຫ້ແຫ້ງ, ແລ້ວຈຶ່ງແຕ້ມ, ບໍ່ຕ້ອງຟ້າວຟັ່ງ ເພາະວ່າ ຖ້າຫາກແຕ້ມບໍ່ລະອຽດ ແມ່ນຈະບໍ່ງາມ.

ຄອບຄົວສຸດທ້າຍຢູ່ຮ່າໂນ້ຍຮັກສາອາຊີບເຮັດໜ້າກາກດ້ວຍເຈ້ຍ - ảnh 6

ສອງຜົວເມຍລຸງ ຫງວຽນວັນຮ່ວາ ເຮັດໜ້າກາກຕະຫຼອດປີ ໂດຍຍາດເວລາໃນມື້ມີແດດ ຈະເຮັດຫຼາຍກວ່າ ເພາະໜ້າກາກຕ້ອງຕາກແດດໃຫ້ແຫ້ງ. ເພື່ອເຮັດໜ້າກາກໃບໜຶ່ງໃຫ້ສຳເລັດນັ້ນ ກໍຕ້ອງໃຊ້ເວລາໜຶ່ງຊົ່ວໂມງ.

ຄອບຄົວສຸດທ້າຍຢູ່ຮ່າໂນ້ຍຮັກສາອາຊີບເຮັດໜ້າກາກດ້ວຍເຈ້ຍ - ảnh 7

ເພື່ອເຮັດໜ້າກາກໃບໜຶ່ງໃຫ້ສຳເລັດນັ້ນ ກໍຕ້ອງຜ່ານຫຼາຍຂັ້ນຕອນ, ຈາກການເລືອກເອົາແປ້ງມັນເພື່ອຕົ້ມ ຕະຫຼອດຮອດການເລືອກເອົາເຈ້ຍໜັງສືພິມເກົ່າ. ເຈ້ຍໜັງສືພິມເກົ່າ ຕ້ອງຈີກເປັນສ່ວນນ້ອຍ, ແລ້ວວາງໃສ່ຂອບເປັນ 5-6 ຊັ້ນເພື່ອສ້າງຮູບໜ້າກາກ, ຖ້າຮອດເວລາແຂງແລ້ວ, ຈຶ່ງນຳໄປຕາກແດດໃຫ້ແຫ້ງ, ແລ້ວຈຶ່ງແຕ້ມສີໃສ່. 

ຄອບຄົວສຸດທ້າຍຢູ່ຮ່າໂນ້ຍຮັກສາອາຊີບເຮັດໜ້າກາກດ້ວຍເຈ້ຍ - ảnh 8
ຄອບຄົວສຸດທ້າຍຢູ່ຮ່າໂນ້ຍຮັກສາອາຊີບເຮັດໜ້າກາກດ້ວຍເຈ້ຍ - ảnh 9

ຄອບຄົວສຸດທ້າຍຢູ່ຮ່າໂນ້ຍຮັກສາອາຊີບເຮັດໜ້າກາກດ້ວຍເຈ້ຍ - ảnh 10

ໜ້າກາກເຈ້ຍ ແມ່ນຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມໃນປະຈຸບັນ, ສອງຜົວເມຍລຸງ ຮ່ວາ ໄດ້ຜະລິດບັນດາໜ້າກາກດ້ວຍຮູບຮ່າງບັນດາຕົວລະຄອນທີ່ງາມຕາ ແລະ ມີວິນຍານສະເພາະຂອງມັນ.

ຄອບຄົວສຸດທ້າຍຢູ່ຮ່າໂນ້ຍຮັກສາອາຊີບເຮັດໜ້າກາກດ້ວຍເຈ້ຍ - ảnh 11
ຄອບຄົວສຸດທ້າຍຢູ່ຮ່າໂນ້ຍຮັກສາອາຊີບເຮັດໜ້າກາກດ້ວຍເຈ້ຍ - ảnh 12

ຄອບຄົວສຸດທ້າຍຢູ່ຮ່າໂນ້ຍຮັກສາອາຊີບເຮັດໜ້າກາກດ້ວຍເຈ້ຍ - ảnh 13

ການເຮັດໜ້າກາກ ບໍ່ພຽງແຕ່ຕ້ອງເຮັດດ້ວຍມືເທົ່ານັ້ນ, ຫາກຍັງຕ້ອງມີຄວາມຮັກອາຊີບຈຶ່ງຈະມີບັນດາຜະລິດຕະພັນທີ່ງາມຕາ. ເພາະສະນັ້ນ, ສອງຜົວເມຍລຸງຮ່ວາ ຈຶ່ງຍັງຄົງສາມາດຮັກສາອາຊີບເຮັດໜ້າກາກດ້ວຍເຈ້ຍນີ້ໄວ້ໄດ້ຮອດປະຈຸບັນ.


ຕອບກັບ

ຂ່າວ/ບົດ​ອື່ນ