ງານບຸນດອກ Crocosmia ປີ 2024 ໄດ້ຈັດຂຶ້ນຢ່າງຟົດຟື້ນ

(VOVWORLD) - ຕົ້ນລະດູໃບໄມ້ຫຼົ່ນ, ເຂດປູກດອກ Crocosmia ພວມສ້າງເປັນຮູບພາບທີ່ມີສີເຫຼືອງສົ້ມອາຫຼ່າມ ປົກຄຸມຊາຍຄາຂອງເຂດອິນດູຈິນ. ປີນີ້, ເປັນຄັ້ງທຳອິດ ວັນບຸນດອກ Crocosmia ໄດ້ຈັດຂຶ້ນຢູ່ເຂດທ່ອງທ່ຽວ Sun World Fansipan, ເທດສະບານ ຊາປາ (ແຂວງ ລາວກາຍ).
ງານບຸນດອກ Crocosmia ປີ 2024 ໄດ້ຈັດຂຶ້ນຢ່າງຟົດຟື້ນ - ảnh 1
ຊຸມວັນນີ້, ຢູ່ເຂດທ່ອງທ່ຽວ Sun World Fansipan Legend, ເທດສະບານ ຊາປາ (ແຂວງ ລາວກາຍ) ພວມຈັດຕັ້ງງານບຸນ Crocosmia ປີ 2024 ດ້ວຍບັນດາການເຄື່ອນໄຫວທາງດ້ານວັດທະນະທຳ - ສິລະປະ, ລະຫຼິ້ນບັນເທິງທີ່ຫຼາກຫຼາຍພົ້ນເດັ່ນ. (ພາບ: tapchimattran.vn)
ງານບຸນດອກ Crocosmia ປີ 2024 ໄດ້ຈັດຂຶ້ນຢ່າງຟົດຟື້ນ - ảnh 2
ຊາປາ, ຊຸມວັນຕົ້ນລະດູໃບໄມ້ຫຼົ່ນ ໄດ້ປົກຄຸມດ້ວຍສີສົ້ມທີ່ງາມເດັ່ນເຊິ່ງແມ່ນສີຂອງດອກ Crocosmia (ພາບ: Sun World Fansipan Legend)
ງານບຸນດອກ Crocosmia ປີ 2024 ໄດ້ຈັດຂຶ້ນຢ່າງຟົດຟື້ນ - ảnh 3
ເດືອນກໍລະກົດ ແລະ ເດືອນສິງຫາ ແມ່ນຈຸດເວລາທີ່ດອກ Crocosmia ພາກັນບານສະພັ່ງ, ເຊິ່ງແມ່ນດອກໄມ້ທີ່ໄດ້ຮັບການຂະໜາມນາມວ່າແມ່ນ “ເທບທິດາ” ຂອງເຂດພູສູງດ້ວຍພະລັງຊີວິດທີ່ທົນທານ (ພາບ: Baolaocai.vn)
ງານບຸນດອກ Crocosmia ປີ 2024 ໄດ້ຈັດຂຶ້ນຢ່າງຟົດຟື້ນ - ảnh 4
ທົ່ວເປີ້ນພູຖືກປົກຄຸມດ້ວຍສີສົ້ມທີ່ມີສະເໜ່ (ພາບ: Baolaocai.vn)
ງານບຸນດອກ Crocosmia ປີ 2024 ໄດ້ຈັດຂຶ້ນຢ່າງຟົດຟື້ນ - ảnh 5
ພິເສດ, ຍິ່ງຂຶ້ນສູງ, ເປັນຕົ້ນແມ່ນຢູ່ຈອມພູ Fansipan, ດອກໄມ້ຊະນິດນີ້ຍິ່ງບານສະພັ່ງຫຼາຍ ແລະ ສ້າງເປັນສີສັນທີ່ງາມຕາ ແລະ ທິວທັດທຳມະຊາດທີ່ສວຍງາມທີ່ສຸດ (ພາບ: Baolaocai.vn)
ງານບຸນດອກ Crocosmia ປີ 2024 ໄດ້ຈັດຂຶ້ນຢ່າງຟົດຟື້ນ - ảnh 6
ເປັນຄັ້ງທຳອິດ, ງານບຸນດອກ Crocosmia ຖືກຈັດຂຶ້ນຢູ່ສະຖານີລົດໄຟ Fansipan (ພາບ: Baolaocai.vn)
ງານບຸນດອກ Crocosmia ປີ 2024 ໄດ້ຈັດຂຶ້ນຢ່າງຟົດຟື້ນ - ảnh 7
ມາຮອດຊາປາໃນຊຸມວັນຂອງເດືອນສິງຫາ, ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບບັນຍາກາດຂອງວັນບຸນທີ່ຄຶກຄື້ນມ່ວນຊື່ນ ແລະ ເຕັມໄປດ້ວຍສີສັນທີ່ຫຼາກຫຼາຍ (ພາບ: baotintuc.vn)
ງານບຸນດອກ Crocosmia ປີ 2024 ໄດ້ຈັດຂຶ້ນຢ່າງຟົດຟື້ນ - ảnh 8
(ພາບ: Sun World Fansipan Legend)
ງານບຸນດອກ Crocosmia ປີ 2024 ໄດ້ຈັດຂຶ້ນຢ່າງຟົດຟື້ນ - ảnh 9
ທະເລດອກ Crocosmia ໄດ້ກາຍເປັນສະຖານທີ່ທີ່ເໝາະສົມທີ່ສຸດໃນການສະແດງຟ້ອນແຄນດອກໄມ້ຂອງຊາວເຜົ່າ ມົ້ງ ຫຼື ລາຍການສະແດງຄີກອງຂອງຊາວເຜົ່າ ຢ້າວແດງ (ພາບ: qdnd.vn)
ງານບຸນດອກ Crocosmia ປີ 2024 ໄດ້ຈັດຂຶ້ນຢ່າງຟົດຟື້ນ - ảnh 10
ງານບຸນດອກ Crocosmia 2024 ແມ່ນການລົງພຶດຕິກຳຕົວຈິງເດືອນສິງຫາ ທີ່ມີຄວາມດູດດື່ມແບບພິເສດ ສຳລັບຜູ້ທີ່ຢາກແກ່ຍາວໄລຍະໄປທ່ຽວຢູ່ເຂດ ໄຕບັກ (ພາບ: baotintuc.vn)
ງານບຸນດອກ Crocosmia ປີ 2024 ໄດ້ຈັດຂຶ້ນຢ່າງຟົດຟື້ນ - ảnh 11
ໃນໂອກາດນີ້, ເປັນຄັ້ງທຳອິດ Sun World Fansipan Legend ມີລາຍການໂປຼໂມຊັ່ນ, ຫຼຸດ 50% ລາຄາປີ້ຂີ່ກະເຊົ້າໄຟຟ້າ Fansipan ໃຫ້ແກ່ແຂກທ່ອງທ່ຽວທີ່ມາຈາກ 9 ແຂວງຢູ່ເຂດໄຕບັກ ເປີດກວ້າງ. ຕາມນັ້ນແລ້ວ, ປະຊາຊົນມາຈາກບັນດາແຂວງຄື: ລາວກາຍ, ລາຍເຈົາ, ອຽນບ້າຍ, ຝຸເທາະ, ວິງຟຸກ, ຮ່ວາບິ່ງ, ເຊີນລາ, ດ້ຽນບຽນ ແລະ ຕວຽນກວາງ ອາດຈະຊື້ປີ້ຂຶ້ນພູ Fansipan ດ້ວຍລາຄາ 450.000ດົ່ງ/ປິ້. ພາບ: tuoitrethudo.vn
ງານບຸນດອກ Crocosmia ປີ 2024 ໄດ້ຈັດຂຶ້ນຢ່າງຟົດຟື້ນ - ảnh 12
ໃນຂອບເຂດງານບຸນ, ແຂກທ່ອງທ່ຽວຈະມີໂອກາກາຄົ້ນຫາວັດທະນະທຳເຂດໄຕບັກ ຢູ່ເຂດທ່ອງທ່ຽວ Sun World Fansipan Legend. ພາບ: qdnd.vn
ງານບຸນດອກ Crocosmia ປີ 2024 ໄດ້ຈັດຂຶ້ນຢ່າງຟົດຟື້ນ - ảnh 13
ແຂກທ່ອງທ່ຽວເຂົ້າຮ່ວມການຕຳເຂົ້າໜົມປັນໄຢ່ ພ້ອມກັບພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຢູ່ງານບຸນ (ພາບ: : baotintuc.vn)

ງານບຸນດອກ Crocosmia 2024 ຈະແກ່ຍາວຮອດວັນທີ 30 ສິງຫາຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ