ງານວາງສະແດງ “ໃຕ້ແປວໄພແດງ” ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ

(VOVWORLD) - ງານວາງສະແດງໃຕ້ແປວໄຟແດງແມ່ນເລື່ອງລາວທີ່ຕື້ຕັນໃຈກ່ຽວກັບເຈດຈຳນົງທີ່ຢຶດໝັ້ນ, ແຮງກ້າ, ການເສຍສະຫຼະຢ່າງອົງອາດກ້າຫານຂອງບັນດານັກຮົບປະຕິວັດດີເດັ່ນ ທີ່ເຄີຍຖືກສັດຕູຈັບຕົວກັກຂັງຢູ່ຄຸກແຫ່ງຕ່າງໆ ແລະ ກໍແມ່ນນ້ຳໃຈອັນສັກກະລະບູຊາອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ເນື່ອງໃນໂອກາວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິເພື່ອຊາດ ຄົບຮອບ 77 ປີ (27 ກໍລະກົດ 1947 27 ກໍລະກົດ 2024).

ງານວາງສະແດງ “ໃຕ້ແປວໄພແດງ” ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ  - ảnh 1
ເພື່ອແນໃສ່ລະນຶກເຖິງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 77 ປີ, ພາຍໃຕ້ການຊີ້ນຳຂອງພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນ ຮ່າໂນ້ຍ, ຄະນະຄຸ້ມຄອງຮ່ອງຮອຍສະຖານຄຸກ ຫວາຫຼໍ່ ໄດ້ຈັດພິທີໄຂງານວາງສະແດງດ້ວຍຫົວຂໍ້ “ໃຕ້ແປວໄຟແດງ”.
ງານວາງສະແດງ “ໃຕ້ແປວໄພແດງ” ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ  - ảnh 2
ໃນບັນຍາກາດຕື້ນຕັນໃຈ ທີ່ສະຫງ່າອົງອາດ, ບັນດາພະຍານຫຼັກຖານປະຫວັດສາດ, ນັກປະຕິວັດຜູ້ອາວຸໂສ, ນັກໂທດການເມືອງເກົ່າ ໄດ້ເຕົ້າໂຮມກັນທົບທວນຄືນຊຸມວັນເດືອນປີອັນໂຫດຮ້າຍ ແລະ ນ້ຳຕາຊຶມໃນຄວາມສຸກຂອງສັນຕິພາບ. ພາບ: ນາມແອັງ/VOV
ງານວາງສະແດງ “ໃຕ້ແປວໄພແດງ” ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ  - ảnh 3
ທີ່ພິທີໄຂໃນວັນທີ 9 ກໍລະກົດ, ມີນັກໂທດການເມືອງເກົ່າ ແລະ ແຂກຜູ້ຮັກຊາດຫຼາຍຄົນໄດ້ຫວນຄືນປະຫວັດສາດດ້ວຍຄວາມຮຸ້ສຶກອັນເລິກເຊິ່ງ ແລະ ຕື້ນຕັນໃຈ. ພາບ: ອະນຸສອນສະຖານຄຸກ ຫວາຫຼໍ່.
ງານວາງສະແດງ “ໃຕ້ແປວໄພແດງ” ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ  - ảnh 4
ງານວາງສະແດງໄດ້ສະແດງຜ່ານ 3 ເນື້ອໃນ: “ສຽງປືນເປີດສາກ”, “ຮັກສາຄຳປະຕິຍານຕະຫຼອດໄປ” ແລະ “ຮ່ອງຮອຍປະຫວັດສາດດັງກ້ອງກັງວານຕະຫຼອດການ”.
 
ງານວາງສະແດງ “ໃຕ້ແປວໄພແດງ” ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ  - ảnh 5“ສຽງປືນເປີດສາກ” ແມ່ນບັນດາເອກະສານກ່ຽວກັບໄລຍະຫຼັງການສ້າງຕັ້ງເມື່ອເດືອນກຸມພາ 1930, ພັກກອມມູນິດ ຫວຽດນາມ ໄດ້ເຕົ້າໂຮມມະຫາຊົນເປັນຈຳນວນຫຼາຍເພື່ອສ້າງຂະບວນການປະຕິວັດ (1930 – 1931) ດ້ວຍຈຸດສູງແມ່ນຂະບວນການ ໂຊຫວຽດເງະຕິງ ເຊິ່ງເປັນຂະບວນການຕໍ່ສູທ່ວງເອົາສິດເສລີພາບ, ປະຊາທິປະໄຕ (1936 – 1939)
ງານວາງສະແດງ “ໃຕ້ແປວໄພແດງ” ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ  - ảnh 6
ເນື້ອໃນການວາງສະແດງ “ຮັກສາຄຳສາບານຕະຫຼອດໄປ” ເວົ້າກ່ຽວກັບໄລຍະຫຼັງການລຸກຮື້ຂຶ້ນ, ພິເສດແມ່ນບັ້ນລຸກຮື້ຂຶ້ນ ນາມກິ່, ລ່າເມືອງຂຶ້ນ ຝລັ່ງ ໄດ້ກົດຂີ່ປະຊາຊົນເມື່ອຖືກຈັບເຂົ້າຄຸກຂອງລ່າເມືອງຂຶ້ນ, ຄວາມຮັກທີ່ເປັນອຳມະຕະຂອງບັນດານັກຮົບປະຕິວັດ ໄດ້ຊ່ວຍເພີ່ມກຳລັງແຮງ ເພື່ອໃຫ້ບັນດານັກຮົບຜ່ານຜ່າສະພາບການຖືກທຸບຕີທໍລະມານ.
ງານວາງສະແດງ “ໃຕ້ແປວໄພແດງ” ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ  - ảnh 7

ງານວາງສະແດງ “ໃຕ້ແປວໄພແດງ” ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ  - ảnh 8
ການວາດພາບຄືນການພົບກັນຄັ້ງສຸດທ້າຍຢູ່ໃນຄຸກ ຫວາຫຼໍ່ ຂອງຄອບຄົວສະມາຊິກພັກດີເດັ່ນ, ລຸງ ຫງວຽນວັນເມິ້ນ ເມື່ອປີ 1933. ພາພາບຮ່ອງຮອຍສະຖານຄຸກ ຫວາຫຼໍ່
ງານວາງສະແດງ “ໃຕ້ແປວໄພແດງ” ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ  - ảnh 9
ງານວາງສະແດງ “ໃຕ້ແປວໄພແດງ” ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ  - ảnh 10
ເນື້ອໃນທີ 3 “ຮ່ອງຮອຍປະຫວັດສາດດັງກ້ອງກັງວັນ” ໄດ້ພາຜູ້ຊົມໄປຢ້ຽມຢາມບັນດາສະຖານທີ່ໃນປະຫວັດສາດ
ງານວາງສະແດງ “ໃຕ້ແປວໄພແດງ” ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ  - ảnh 11
ຫຼານນ້ອຍຕັ້ງໃຈຟັງການອະທິບາຍຢູ່ງານວາງສະແດງ
ງານວາງສະແດງ “ໃຕ້ແປວໄພແດງ” ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ  - ảnh 12

ງານວາງສະແດງ “ໃຕ້ແປວໄພແດງ” ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ  - ảnh 13

ງານວາງສະແດງ “ໃຕ້ແປວໄພແດງ” ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ  - ảnh 14
ງານວາງສະແດງ “ໃຕ້ແປວໄພແດງ” ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ  - ảnh 15
ເດືອນກໍລະກົດ, ຢູ່ ຫວຽດນາມ ແມ່ນເດືອນອາໄລຫາຜູ້ທີ່ເສຍສະຫຼະຊີວິດເພື່ອຊາດ. ງານວາງສະແດງ “ໃຕ້ແປວໄຟແດງ” ແມ່ນໜຶ່ງໃນບັນດາເຫດການທີ່ມີຄວາມໝາຍ ເພື່ອລະນຶກເຖິງວັນທະຫາເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດຄົບຮອບ 77 ປີ ແລະ ດຶງດູດຄວາມສົນໃຈຈາກຫຼາຍຄະນະນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນ
ງານວາງສະແດງ “ໃຕ້ແປວໄພແດງ” ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ  - ảnh 16
ງານວາງສະແດງ ດຳເນີນຮອດວັນທີ 15 ສິງຫາ 2024 ຢູ່ຮ່ອງຮອຍສະຖານປະຫວັດສາດ ຄຸກຫວາຫຼໍ່, ເຮືອນເລກທີ 1 ຖະໜົນ ຫວາຫຼໍ່, ຕາແສງ ເຈິ່ນຮຶງດ້າວ, ເມືອງ ຮວ່ານກຽມ, ຮ່າໂນ້ຍ.

ເລ້ຈີ ລວບລວມ


ຕອບກັບ

ຂ່າວ/ບົດ​ອື່ນ