ຊຸດພາບເຂົ້າສານ “ລຸງໂຮ່ ທີ່ແສນເຄົາລົບຮັກ” ຂອງ ຂິວເຕິນບິວ

(VOVWORLD) -ເນື່ອງໃນໂອກາດລະນຶກວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ ຄືວັນທີ 19 ພຶດສະພາ, ທ້າວ ຂິວເຕິນບິວ ໄດ້ສະເໜີຕໍ່ຜູ້ຊົມຊຸດພາບເຂົ້າສານ “ລຸງໂຮ່ ທີ່ແສນເຄົາລົບຮັກ” ດ້ວຍຄວາມສຸດຈິດສຸດໃຈ.

ຂິວເຕິນບິວແມ່ນຜູ້ທີ່ມີຊື່ສຽງໃນວົງການວິຈິດຕະກຳພາບເຂົ້າສານທີ່ນະຄອນເກິ່ນເທີ. ເນື່ອງໃນໂອກາດລະນຶກ 132 ປີ ແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນຄືວັນທີ 19 ພຶດສະພາ, ທ້າວຂິວເຕິນບິວ ໄດ້ສະເໜີຕໍ່ຜູ້ຊົມຊຸດພາບເຂົ້າສານ “ລຸງໂຮ່ ທີ່ແສນເຄົາລົບຮັກ” ດ້ວຍຄວາມສຸມຈິດສຸມໃຈຂອງຕົນ.

ຊຸດພາບເຂົ້າສານ “ລຸງໂຮ່ ທີ່ແສນເຄົາລົບຮັກ” ຂອງ ຂິວເຕິນບິວ - ảnh 1
ຂິວເຕິນບິວ ພ້ອມກັບກຸ່ມເພື່ອນຮ່ວມງານ ໄດ້ສ້າງສຳເລັດ ຊຸດພາບເຂົ້າສານ, ລຸງໂຮ່ທີ່ແສນເຄົາລົບຮັກໃນຮອບເວລາ 2 ອາທິດ.

ຊຸດພາບເຂົ້າສານ “ລຸງໂຮ່ ທີ່ແສນເຄົາລົບຮັກ” ລວມມີ ພາບ 7 ແຜ່ນ. ແຜ່ນນ້ອຍທີ່ສຸດແມ່ນມີຂະໜາດ 20 x 30 cm, ພາບໃຫຍ່ທີ່ສຸດ 40x60 cm. ໃນນັ້ນ ພາບທີ່ມີຂະໜາດໃຫຍ່ກ່ວາໝູ່ແມ່ນໄດ້ປະຕິບັດໃນເວລາ 2 ອາທິດ ແລະ ພາບນ້ອຍທີ່ສຸດໄດ້ປະຕິບັດໃນເວລາ 2 – 3 ມື້.

ຊຸດພາບເຂົ້າສານ “ລຸງໂຮ່ ທີ່ແສນເຄົາລົບຮັກ” ຂອງ ຂິວເຕິນບິວ - ảnh 2
ແຈໜຶ່ງໃນຫ້ອງວາງສະແດງພາບເຂົ້າສານຂອງ ບໍລິສັດ MTV ຂິວເຕິນບິວ ຈຳກັດ.
ຊຸດພາບເຂົ້າສານ “ລຸງໂຮ່ ທີ່ແສນເຄົາລົບຮັກ” ຂອງ ຂິວເຕິນບິວ - ảnh 3
ຂິວເຕິນບິວ ພ້ອມກັບຜູ້ຊົມການວາງສະແດງຊຸດພາບເຂົ້າສານກ່ຽວກັບລຸງໂຮ່.
ຊຸດພາບເຂົ້າສານ “ລຸງໂຮ່ ທີ່ແສນເຄົາລົບຮັກ” ຂອງ ຂິວເຕິນບິວ - ảnh 4
ສີສັນເກືອບທັງໝົດທີ່ນຳໃຊ້ໃນຊຸດພາບເຂົ້າສານແມ່ນສີສົດໄສ ເຊິ່ງສ່ວນຫຼາຍແມ່ນສີແດງ ແລະ ສີ ເຫຼືອງທີ່ເປັນສັນຍາລັກໃຫ້ແກ່ທຸງຊາດ ຫວຽດນາມ.

ຂໍເຊີນບັນດາທ່ານຮັບຊົມພາບເຂົ້າສານ 7 ແຜນໃນຊຸດ ພາບເຂົ້າສານ “ລຸງໂຮ່ທີ່ແສນເຄົາລົບຮັກ” ດັ່ງຕໍ່ໄປນີ້ :

ຊຸດພາບເຂົ້າສານ “ລຸງໂຮ່ ທີ່ແສນເຄົາລົບຮັກ” ຂອງ ຂິວເຕິນບິວ - ảnh 5
ລຸງໂຮ່ນັ່ງເຮັດວຽກ
ຊຸດພາບເຂົ້າສານ “ລຸງໂຮ່ ທີ່ແສນເຄົາລົບຮັກ” ຂອງ ຂິວເຕິນບິວ - ảnh 6
ລຸງໂຮ່ກັບດອກບົວ ແລະ ນົກກາງແກ ທີ່ເປັນສັນຍາລັກໃຫ້ແກ່ສັນຕິພາບ
ຊຸດພາບເຂົ້າສານ “ລຸງໂຮ່ ທີ່ແສນເຄົາລົບຮັກ” ຂອງ ຂິວເຕິນບິວ - ảnh 7
ຊຸດພາບເຂົ້າສານ “ລຸງໂຮ່ ທີ່ແສນເຄົາລົບຮັກ” ຂອງ ຂິວເຕິນບິວ - ảnh 8
ລຸງໂຮ່ຍາມໃດກໍ່ສະຫງວນອາລົມຈິດຄວາມຮັກແພງ ອັນໃຫຍ່ຫຼວງ ໃຫ້ແກ່ເຍົາວະຊົນ ອະນຸຊົນ.
ຊຸດພາບເຂົ້າສານ “ລຸງໂຮ່ ທີ່ແສນເຄົາລົບຮັກ” ຂອງ ຂິວເຕິນບິວ - ảnh 9
ຊຸດພາບເຂົ້າສານ “ລຸງໂຮ່ ທີ່ແສນເຄົາລົບຮັກ” ຂອງ ຂິວເຕິນບິວ - ảnh 10
ພາບເຂົ້າສານທີ່ຕັກເຕືອນໄວໜຸ່ມ ຍາມໃດກໍ່ຕ້ອງຈົດຈຳຄຳສັ່ງສອນຂອງລຸງໂຮ່.

ຕອບກັບ

ຂ່າວ/ບົດ​ອື່ນ