ຊີວິດໂດຍທົ່ວໄປຢູ່ພາກກາງຫວຽດນາມຜ່ານວາລະສານຕ່າງປະເທດ

(VOVWORLD) -ວາລະສານທ່ອງທ່ຽວທີ່ລືຊື່ Travel and Leisure ເມື່ອບໍ່ດົນມານີ້ໄດ້ ລົງພິມບັນດາຮູບຖ່າຍທີ່ມີຈິງ ຢູ່ພາກກາງຫວຽດນາມ ໂດຍນັກຖ່າຍຮູບ  Andrew Faulkປະຕິບັດ
ຊີວິດໂດຍທົ່ວໄປຢູ່ພາກກາງຫວຽດນາມຜ່ານວາລະສານຕ່າງປະເທດ - ảnh 1
ນັກຖ່າຍຮູບໄດ້ແບ່ງປັນກັບ Travel and Leisure ຄວາມຮູ້ສຶກກ່ຽວກັບພາກກາງຫວຽດນາມ: ນັ້ນແມ່ນດິນແດນທີ່ເກົ່າແກ່, ເປັນຂີດໝາຍປະຫວັດສາດວັດທະນະທຳດ້ວຍຫຼັກຖານຢັ້ງຢືນກຸງເກົ່າເຫ້ວທີ່ເກົ່າແກ່ ແລະ ເປັນເອກະລັກ,ນະຄອນດ່ານັ້ງ ຫຼື ຍາຈາງທີ່ທັນສະໄໝ.
ຊີວິດໂດຍທົ່ວໄປຢູ່ພາກກາງຫວຽດນາມຜ່ານວາລະສານຕ່າງປະເທດ - ảnh 2
ນັກຖ່າຍຮູບຊາວຍີ່ປຸ່ນໄດ້ລົງໄປໜອງບຶງ, ຫາດຊາຍທະເລ ແລະ ເຂດຊົນນະບົດທີ່ສະຫງົບສຸກເພື່ອຖ່າຍເອົາບັນດາຮູບພາບທີ່ງົດງາມທີ່ສຸດຢູ່ຫວຽດນາມ
ຊີວິດໂດຍທົ່ວໄປຢູ່ພາກກາງຫວຽດນາມຜ່ານວາລະສານຕ່າງປະເທດ - ảnh 3
ເມື່ອໄປຮອດຄຸ້ມຖະໜົນເກົ່າໂຮ້ຍອານ, Andrew Faulk ໄດ້ແວ່ຢາມວັດຍີ່ປຸ່ນ ແລະ ໄດ້ຖ່າຍເອົາປະຕູຂອງວັດທີ່ມີສີສັນເປັນເອກະລັກ
ຊີວິດໂດຍທົ່ວໄປຢູ່ພາກກາງຫວຽດນາມຜ່ານວາລະສານຕ່າງປະເທດ - ảnh 4
ຮູບຖ່າຍແມ່ຕູ້ພວມນັ່ງອູ່ຢູ່ໜ້າບ້ານເຊິ່ງໄດ້ຮັບຖືວ່າ ແມ່ນ ປະກົດການຂອງຄວາມຮັບແພງແຂກ ແລະ ເປີດອົກເປີດໃຈຂອງປະຊາຊົນຢູ່ເຂດຊົນນະບົດທີ່ຫວຽດນາມ.
ຊີວິດໂດຍທົ່ວໄປຢູ່ພາກກາງຫວຽດນາມຜ່ານວາລະສານຕ່າງປະເທດ - ảnh 5
Andrew Faulk ເວົ້າວ່າ ສຳລັບແຂກທ່ອງທ່ຽວຫຼາຍຄົນ ເລື່ອງທັກທາຍສະບາຍດີແລະ ໂອ້ລົມກັບແຂກທີ່ບໍ່ຮູ້ກັນຢູ່ໜ້າບ້ານຂອງເຂົາເຈົ້າແມ່ນສິ່ງທີ່ຫຍຸ້ງຍາກ. ແຕ່ເມື່ອໄປຮອດພາກກາງ, Andrew Faulk ມີຄວາມປະທັບໃຈເມື່ອຊາວທ້ອງຖິ່ນຢູ່ແຫ່ງນີ້ໄດ້ໃຫ້ການຕ້ອນຮັບຢ່າງສຸດໃຈ.
ຊີວິດໂດຍທົ່ວໄປຢູ່ພາກກາງຫວຽດນາມຜ່ານວາລະສານຕ່າງປະເທດ - ảnh 6
ຮູບພາບແມ່ຍິງຄົນໜຶ່ງພວມນັ່ງຈັດປະເພດສິນໃນນ້ຳແຕ່ຮຸ່ງເຊົ້າ. Andrew Faulk ໄດ້ເລາະໄປທຸກບ່ອນເພື່ອຊອກຫາຄວາມງາມດ້ວຍສິ່ງທີ່ລຽບງ່າຍທີ່ສຸດເພື່ອຖ່າຍເອົາຮູບພາບດ້ວຍການສັງເກດໂດຍສັງລວມກ່ຽວກັບໂລກ.
ຊີວິດໂດຍທົ່ວໄປຢູ່ພາກກາງຫວຽດນາມຜ່ານວາລະສານຕ່າງປະເທດ - ảnh 7
Andrew Faulk ໄດ້ມີຄວາມສຳນຶກກ່ຽວກັບຄວາມງາມໃນການດຳລົງຊີວິດແມ່ນອາດຈະປະກົດຂຶ້ນດ້ວຍຫຼາຍຮູບການ. ຜ່ານການສັງເກດຢ່າງເລິກແລບນັ້ນ, ນັກຖ່າຍຮູບໄດ້ວາດພາບເຖິງການດຳລົງຊີວິດທີ່ລຽບງ່າຍຂອງຊາວຫວຽດນາມທີ່ມີຊີວິດຊີວາ ຜ່ານຊຸດຮູບຖ່າຍ.
ຊີວິດໂດຍທົ່ວໄປຢູ່ພາກກາງຫວຽດນາມຜ່ານວາລະສານຕ່າງປະເທດ - ảnh 8
ນັກຖ່າຍຮູບກໍ່ບໍ່ລືມ ແນະນຳກ່ຽວກັບບັນດາເຍື່ອງອາຫານຂອງຫວຽດນາມ ໃນນັ້ນ ໄດ້ສະແດງຄວາມຊົມຊອບບໍລິໂພກເຍື່ອງອາຫານ ກາວເລົ່າ ຂອງ ຊາວພາກກາງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ