ດອກບານເບັ່ງບານ, ເຊີນຊວນແຂກມາຢາມ ດ້ຽນບຽນ

(VOVWORLD) - ຈຸດເວລານີ້, ດອກບານ ກໍເລີ່ມເບັ່ງບານຕາມຖະໜົນສາຍຕ່າງໆ, ຢູ່ໃນປ່າແຫ່ງຕ່າງໆຂອງດິນແດນແຂວງ ດ້ຽນບຽນ ຄືດັ່ງຄຳເຊີນຊວນແຂກທ່ອງທ່ຽວມາຢາມ.
ດອກບານເບັ່ງບານ, ເຊີນຊວນແຂກມາຢາມ ດ້ຽນບຽນ - ảnh 1
ດ້ຽນບຽນ ແມ່ນທ້ອງຖິ່ນເປັນເຈົ້າພາບຈັດປີທ່ອງທ່ຽວແຫ່ງຊາດ ປີ 2024 ດ້ວຍການຈັດຫຼາຍເຫດການວັດທະນະທຳ, ທ່ອງທ່ຽວ, ກິລາໃນບໍລິເວນທົ່ວແຂວງ. ໃນນັ້ນ, ງານບຸນດອກບານ ທີ່ຈະໄດ້ຈັດຂຶ້ນໃນກາງເດືອນ ມີນາ ແມ່ນເຫດການວັດທະນະທຳປະຈຳປີ, ແນະນຳກ່ຽວກັບເຂດດິນແດນ ແລະ ປະຊາຊົນ ດ້ຽນບຽນ ເຖິງແຂກທ່ອງທ່ຽວຈາກທົ່ວທຸກສາລະທິດ. (ພາບງານບຸນດອກບານ ປີ 2023).
ດອກບານເບັ່ງບານ, ເຊີນຊວນແຂກມາຢາມ ດ້ຽນບຽນ - ảnh 2
ດອກບານເບັ່ງບານ, ເຊີນຊວນແຂກມາຢາມ ດ້ຽນບຽນ - ảnh 3
ຍັງອີກເກືອບ 1 ເດືອນ, ງານບຸນດອກບານ ແລະ ພິທີໄຂປີທ່ອງທ່ຽວແຫ່ງຊາດ - ແຂວງ ດ້ຽນບຽນປີ 2024 ຈຶ່ງຈະຈັດຂຶ້ນ.
ດອກບານເບັ່ງບານ, ເຊີນຊວນແຂກມາຢາມ ດ້ຽນບຽນ - ảnh 4
ດອກບານເບັ່ງບານ, ເຊີນຊວນແຂກມາຢາມ ດ້ຽນບຽນ - ảnh 5
ດອກບານເບັ່ງບານ, ເຊີນຊວນແຂກມາຢາມ ດ້ຽນບຽນ - ảnh 6
ຕາມຫຼາຍເສັ້ນທາງຫຼັກຢູ່ນະຄອນ ດ້ຽນບຽນຝູ, ເສັ້ນທາງຫຼວງ ເຊື່ອມຈອດກັບເມືອງຕ່າງໆ, ຢູ່ເປີ້ນພູ, ໃບຂອງຕົ້ນບານກໍເລີ່ມປ່ຽນເປັນສີເຫຼືອງ, ປ່ຽນແທນນັ້ນ ແມ່ນເລີ່ມຈໍ່ຍອດ ແລະ ບັນດາກີບດອກໄມ້ທີ່ເບັ່ງບານຂາວຈູ່ນພູ່ນ.
ດອກບານເບັ່ງບານ, ເຊີນຊວນແຂກມາຢາມ ດ້ຽນບຽນ - ảnh 7
ດອກບານເບັ່ງບານ, ເຊີນຊວນແຂກມາຢາມ ດ້ຽນບຽນ - ảnh 8
ຢູ່ຕາມເສັ້ນທາງສາຍຫຼັກຕ່າງໆ - ບ່ອນທີດອກບານພາກັນເບັ່ງບານນັ້ນ, ມີເພື່ອນໜຸ່ມຫຼາຍຄົນໄດ້ເລືອກນຸ່ງຊຸດອາພອນງາມໆເພື່ອຖ່າຍຮູບ ແລະ ເກັບໄວ້ເປັນຄວາມຊົງຈຳທີ່ດີງາມໃນຍາມຕົ້ນລະດູບານໃໝ່.
ດອກບານເບັ່ງບານ, ເຊີນຊວນແຂກມາຢາມ ດ້ຽນບຽນ - ảnh 9
ດອກບານເບັ່ງບານ, ເຊີນຊວນແຂກມາຢາມ ດ້ຽນບຽນ - ảnh 10
ບັນດາດອກບານຈູມທີ່ເບັ່ງບານ ແມ່ນສັນຍາລັກທີ່ສື່ໃຫ້ຮູ້ວ່າ ຍາມງານບຸນໃກ້ຈະມາເຖິງແລ້ວ ແລະ ສ້າງເປັນບັນຍາກາດທີ່ຄຶກຄື້ນມ່ວນຊື່ນຢູ່ເຂດດິນແດນ ດ້ຽນບຽນ.
ດອກບານເບັ່ງບານ, ເຊີນຊວນແຂກມາຢາມ ດ້ຽນບຽນ - ảnh 11
ດອກບານເບັ່ງບານ, ເຊີນຊວນແຂກມາຢາມ ດ້ຽນບຽນ - ảnh 12
ແຕ່ລະກີບດອກໄມ້ທີ່ຂາວບາງແກວ່ງໄກວໄປຕາມສາຍລົມ ເໝືອນດັ່ງຄວາມອ່ອນຊ້ອຍຂອງບັນດາຍິງສາວເຂດພູສູງ ເຊີນຊວນແຂກທ່ອງທ່ຽວທັງໃກ້ ແລະ ໄກ ມາຫຼີ້ນບຸນ, ມາຢ້ຽມຢາມດິນແດນແຫ່ງດອກບານ.
ດອກບານເບັ່ງບານ, ເຊີນຊວນແຂກມາຢາມ ດ້ຽນບຽນ - ảnh 13
ດອກບານ ແມ່ນດອກໄມ້ທີ່ມີຄວາມງາມແບບລຽບງ່າຍຢູ່ເຂດພູສູງທາງທິດຕາເວັນຕົກສ່ຽງເໜືອ ຫວຽດນາມ, ຕິດພັນກັບຫຼາຍຈຸດວັດທະນະທຳທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດດິນແດນແຫ່ງນີ້.
ດອກບານເບັ່ງບານ, ເຊີນຊວນແຂກມາຢາມ ດ້ຽນບຽນ - ảnh 14
ດອກບານເບັ່ງບານ, ເຊີນຊວນແຂກມາຢາມ ດ້ຽນບຽນ - ảnh 15
ດອກບານເບັ່ງບານ, ເຊີນຊວນແຂກມາຢາມ ດ້ຽນບຽນ - ảnh 16
ດອກບານເລີ່ມເບັ່ງບານອວດສີຕ້ອນຮັບປີທ່ອງທ່ຽວແຫ່ງຊາດ - ແຂວງດ້ຽນບຽນ ປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ