ທ່າອາກາດສະຍານ ລຽນເຄືອງ ສວຍງາມຄືດັ່ງດອກໄມ້ຢູ່ເຂດພູພຽງ

(VOVWORLD) -ທ່າອາກາດສະຍານ ລຽນເຄືອງ (ແຂວງ ເລິມດົ່ງ) ໄດ້ຮັບການອອກແບບຄືດັ່ງດອກຕາເວັນປ່າຢູ່ເຂດພູພຽງ.
ທ່າອາກາດສະຍານ ລຽນເຄືອງ ສວຍງາມຄືດັ່ງດອກໄມ້ຢູ່ເຂດພູພຽງ - ảnh 1
ສະໜາມບິນ ລຽນເຄືອງ ຕັ້ງຢູ່ເສັ້ນທາງຫຼວງເລກທີ 20, ຂຶ້ນກັບເທດສະບານ ລຽນຫງາຍ, ເມືອງ ດຶ໊ກຈ້ອງ, ແຂວງ ເລິມດົ່ງ, ຫ່າງຈາກໃຈກາງນະຄອນ ດ່າລາດ ໄປທາງທິດໃຕ້ປະມານ 20 ກມ.
ທ່າອາກາດສະຍານ ລຽນເຄືອງ ສວຍງາມຄືດັ່ງດອກໄມ້ຢູ່ເຂດພູພຽງ - ảnh 2
ກິດຈະກຳນີ້ມີໂຄງສ້າງທັນສະໄໝ ແລະ ມີຂອບຂະໜາດໃຫຍ່. ທ່າອາກາດສະຍານມີເນື້ອທີ່ກວ້າງ 12.400 ຕາແມັດ, ລວມມີ 2 ຊັ້ນ, ປະກອບດ້ວຍລະບົບເຄື່ອງອຸປະກອນທັນສະໄໝທີ່ສຸດເພື່ອຮັບໃຊ້ຜູ້ໂດຍສານ ແລະ ສາມາດຕ້ອນຮັບຜູ້ໂດຍສານໄດ້ 1,5 ລ້ານ ຫາ 2 ລ້ານເທື່ອຄົນ/ປີ.
ທ່າອາກາດສະຍານ ລຽນເຄືອງ ສວຍງາມຄືດັ່ງດອກໄມ້ຢູ່ເຂດພູພຽງ - ảnh 3
ກິດຈະກຳໄດ້ອອກແບບຕາມຮູບດອກຕາເວັນປ່າ - ເຊິ່ງແມ່ນດອກໄມ້ຂອງເຂດພູພຽງ Langbiang. ແນວຄວາມຄິດໄດ້ສະແດງອອກຜ່ານບັນດາຫຼັງຄາສີເຫຼືອງສົ້ມ ຄືດັ່ງສີຂອງດອກໄມ້. ກິດຈະກຳໄດ້ຮັບລາງວັນທີ 1 ໃນການອອກແບບສະຖາປັດຕະຍາກຳລະດັບຊາດໃນປີ 2010.
ທ່າອາກາດສະຍານ ລຽນເຄືອງ ສວຍງາມຄືດັ່ງດອກໄມ້ຢູ່ເຂດພູພຽງ - ảnh 4
ຫຼັງຄາຂອງທ່າອາກາດສະຍານໄດ້ອອກແບບຕາມກີບຂອງດອກຕາເວັນປ່າ.
ທ່າອາກາດສະຍານ ລຽນເຄືອງ ສວຍງາມຄືດັ່ງດອກໄມ້ຢູ່ເຂດພູພຽງ - ảnh 5
ທ່າອາກາດສະຍານໄດ້ນຳໃຊ້ບັນດາວັດສະດຸກໍ່ສ້າງໃໝ່ຄື ອາລູມີນຽມ, ເຫຼັກກ້າ, ແກ້ວ… ເພື່ອສ້າງເປັນຮູບແບບທັນສະໄໝຂອງກິດຈະກຳການບິນ.
ທ່າອາກາດສະຍານ ລຽນເຄືອງ ສວຍງາມຄືດັ່ງດອກໄມ້ຢູ່ເຂດພູພຽງ - ảnh 6
ຢູ່ພາຍນອກທ່າອາກາດສະຍານໄດ້ປູກຕົ້ນໄມ້ເຮັດໃຫ້ມີຄວາມຮູ້ສຶກເຢັນສະບາຍ.
ທ່າອາກາດສະຍານ ລຽນເຄືອງ ສວຍງາມຄືດັ່ງດອກໄມ້ຢູ່ເຂດພູພຽງ - ảnh 7
ພ້ອມກັບບັນດາຕົ້ນໄມ້ຂຽວອຸ່ມທຸ່ມ ແມ່ນອ່າງນ້ຳພຸ ຊ່ວຍໃຫ້ອາກາດຍາມໃດກໍ່ເຢັນສະບາຍ.
ທ່າອາກາດສະຍານ ລຽນເຄືອງ ສວຍງາມຄືດັ່ງດອກໄມ້ຢູ່ເຂດພູພຽງ - ảnh 8
ລະບົບຫຼັງຄາໄດ້ເຮັດດ້ວຍເຫຼັກກ້າ ແລະ ແກ້ວ ຊ່ວຍໃຫ້ເພີ່ມແສງຕາເວັນ ແລະ ສ້າງເປັນຈຸດທີ່ເປັນເອກະລັກສະເພາະ.
ທ່າອາກາດສະຍານ ລຽນເຄືອງ ສວຍງາມຄືດັ່ງດອກໄມ້ຢູ່ເຂດພູພຽງ - ảnh 9
ຢູ່ເຂດໃຈກາງຂອງທ່າອາກາດສະຍານແມ່ນລະບົບຂັ້ນໄດເຊື່ອມຕໍ່ກັນແຕ່ຊັ້ນໜຶ່ງ ຂຶ້ນຫາຊັ້ນສອງ.
ທ່າອາກາດສະຍານ ລຽນເຄືອງ ສວຍງາມຄືດັ່ງດອກໄມ້ຢູ່ເຂດພູພຽງ - ảnh 10
ທ່າອາກາດສະຍານ ລຽນເຄືອງ ມີບ່ອນແຈ້ງປີ້ 18 ບ່ອນ, ໃນນັ້ນມີ 9 ບ່ອນແມ່ນແຈ້ງປີ້ພາຍໃນປະເທດ ແລະ 9 ບ່ອນແມ່ນແຈ້ງປີ້ອອກຕ່າງປະເທດ.
ທ່າອາກາດສະຍານ ລຽນເຄືອງ ສວຍງາມຄືດັ່ງດອກໄມ້ຢູ່ເຂດພູພຽງ - ảnh 11
ນອກຈາກບັນດາເຄື່ອງຂອງທີ່ໄດ້ວາງຂາຍຢູ່ຕາມຮ້ານຂາຍເຄື່ອງທີ່ລະນຶກຢູ່ພາຍໃນທ່າອາກາດສະຍານແລ້ວ, ຢູ່ທ່າອາກາດສະຍານ ລຽນເຄືອງ ຍັງມີຮ້ານຂາຍດອກ ດ່າລາດ ອີກດ້ວຍ - ພິເສດແມ່ນດອກກ້ວຍໄມ້ຫຼາຍຊະນິດ ແລະ ສາມາດນຳເອົາຂຶ້ນຍົນໄດ້.
ທ່າອາກາດສະຍານ ລຽນເຄືອງ ສວຍງາມຄືດັ່ງດອກໄມ້ຢູ່ເຂດພູພຽງ - ảnh 12
ພ້ອມກັບທ່າອາກາດສະຍານຫຼັງໃໝ່, ສະໜາມບິນ ລຽນເຄືອງ ມີລານບິນໃໝ່ຍາວ 3245 ມ, ກວ້າງ 45ມ ເອື້ອອຳນວຍຄວາມສະດວກໃຫ້ແກ່ເຮືອບິນຄື A320, A321 ສາມາດເຄື່ອນໄຫວຢູ່ທີ່ນີ້ໄດ້. ເດືອນ ພະຈິກ ແມ່ນເດືອນທີ່ດອກຕາເວັນປ່າບານເບັ່ງ ຢູ່ເຂດໄຕງວຽນ, ຜູ້ໂດຍສານຈະເຫັນດອກຕາເວັນປ່າບານສະພັ່ງຕາມຂອບລານບິນຢູ່ສະໜາມບິນ ລຽນເຄືອງ.

ຕອບກັບ

ຂ່າວ/ບົດ​ອື່ນ