ນຳເອົາບຸນເຕັດມາສູ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1

(VOVWORLD) -ການໄປຢ້ຽມຢາມ, ມອບຂອງຂວັນບຸນເຕັດໃຫ້ແກ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1 ແມ່ນການເຄື່ອນໄຫວປະຈຳປີ ເມື່ອບຸນເຕັດວຽນມາ, ເປັນການສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ, ລັດ, ກອງທັບ, ເຫຼົ່າທັບເຮືອ ແລະ ອາລົມຈິດຂອງປະຊາຊົນໃນທົ່ວປະເທດທີ່ມີຕໍ່ບັນດາກຳລັງທີ່ພວມປະຕິບັດໜ້າທີ່ຢູ່ເຂດທະເລຂອງປະເທດຊາດ.

ພາຍຫຼັງຂີ່ກຳປັ່ນອອກສູ່ທະເລເປັນເວລາ 12 ວັນ (ແຕ່ວັນທີ 29 ທັນວາ 2019 – 09 ມັງກອນ 2020), ລົມ ແລະ ຄື້ນທະເລແຮງລະດັບ 4,5 ກຳປັ່ນໝາຍເລກ KN 261 ເລີ່ມອອກຈາກທ່າກຳປັ່ນ ລອງເຊີນ, ນະຄອນ ວູງເຕົ່າ, ແຂວງ ບ່າເຣັຍ - ວູງເຕົ່າ ໄດ້ສຳເລັດການເດີນທາງຂົນສົ່ງຄະນະປະຕິບັດງານເຊິ່ງແມ່ນຜູ້ແທນ, ນັກຂ່າວໄປຢ້ຽມຢາມ, ນຳເອົາຂອງຂວັນໄປມອບໃຫ້ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1, ກຳປັ່ນພວມປະຕິບັດໜ້າທີ່ຢູ່ທະເລເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີຊວດ 2020.

ນຳເອົາບຸນເຕັດມາສູ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1 - ảnh 1
ເລີ່ມອອກຈາກທ່າກຳປັ່ນນັບແຕ່ວັນທີ 29 ທັນວາ 2019, ກຳປັ່ນໝາຍເລກ KN 261 ໄດ້ຂົນສົ່ງທັນຍາຫານ, ຂອງຂວັນຂອງພັກ, ລັດ, ກອງທັບ ແລະ ປະຊາຊົນໃນທົ່ວປະເທດທີ່ຝາກໃຫ້ພະນັກງານ, ນັກຮົບທີ່ພວມປະຕິໜ້າທີ່ຢູ່ເຮືອນຮ້ານ 10 ຫຼັງ ແລະ ກຳປັ່ນ 2 ລຳທີ່ປະຈຳການຢູ່ທະເລເນື່ອງໃນໂອກາດບຸນເຕັດປີຊວດ 2020.
ນຳເອົາບຸນເຕັດມາສູ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1 - ảnh 2
ກຳປັ່ນໝາຍເລກ KN 261 ພວມປະຕິບັດໜ້າທີ່ຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ມອບຂອງຂວັນໃຫ້ແກ່ພະນັກງານ, ນັກຮົບຢູ່ບັນດາເຮືອນຮ້ານຂຶ້ນກັບ ດອນ ຟູ໊ກເຕິນ, ບາແກ່, ເກ໊ເດື່ອງ, ຮ່ວຽນເຈິນ ແລະ ກຳປັ່ນລາດຕະເວັນ 2 ລຳ. ພາບ: ບັນດານັກຮົບຂົນຕົ້ນໝາກກ້ຽງນ້ອຍ, ເຊິ່ງເປັນຂອງຂວັນຂອງໄວໜຸ່ມເມືອງ ວັນຢາງ, ແຂວງ ຮືງຮຽນມອບໃຫ້ເຮືອນຮ້ານ.
ນຳເອົາບຸນເຕັດມາສູ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1 - ảnh 3
ແລະ ກໍໃນວັນທີ 29 ທັນວາ 2019, ກຳປັ່ນໝາຍເລກ KN 263 ໄດ້ເດີນທະເລອອກໄປຢ້ຽມຢາມ, ມອບຂອງຂວັນບຸນເຕັດໃຫ້ບັນດາເຮືອນຮ້ານຂຶ້ນກັບ ດອນ ຟູ໊ກງວຽນ, ຕືຈິ໊ງ, ກ່າເມົາ, ກ່ຳປັນລາດຕະເວນພວມປະຕິບັດໜ້າທີ່ ແລະ ປະຊາຊົນຢູ່ເມືອງ ໂກນດ໋າວ.
ນຳເອົາບຸນເຕັດມາສູ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1 - ảnh 4
ໃນໂອກາດທ້າຍປີ, ຢູ່ບັນດາເຮືອນຮ້ານ DK 1 ມັກເກີດມີຄື້ນລົມແຮງເປັນປະຈຳ. ການນຳຄະນະປະຕິບັດງານໃຫ້ຮູ້ວ່າ: ຄະນະປະຕິບັດງານບໍ່ເຄີຍພົບເຫັນອາກາດຮ້າຍແຮງຄືປີນີ້ຈັກເທື່ອ, ຄືນທະເລສູງແຕ່ 3 – 5 ແມັດ.
ນຳເອົາບຸນເຕັດມາສູ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1 - ảnh 5
ຄະນະປະຕິບັດງານພ້ອມກັບຜູ້ແທນ, ນັກຂ່າວຢູ່ກຳປັ່ນໝາຍເລກ KN 261 ທຳພິທີອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ເຂດທະເລຂຶ້ນກັບໄຫຼ່ທະວີບທາງທິດໃຕ້ຂອງປະເທດຊາດ.
ນຳເອົາບຸນເຕັດມາສູ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1 - ảnh 6
ເຖິງວ່າກຳປັ່ນໝາຍເລກ KN 261 ໄດ້ເຂົ້າໃກ້ກັບເຮືອນຮ້ານກໍ່ຕາມ, ແຕ່ກໍ່ຍັງປະສົບກັບຄວາມຫຍຸ້ງຍາກໃນການສົ່ງຜູ້ແທນ, ນັກຂ່າວຂຶ້ນໄປຢ້ຽມຢາມຖາມຂ່າວພະນັກງານ, ນັກຮົບຢູ່ເຮືອນຮ້ານນີ້.
ນຳເອົາບຸນເຕັດມາສູ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1 - ảnh 7
ຄື້ນທະເລ, ລົມແຮງ, ກຳປັ່ນບໍ່ສາມາດຈອດຢູ່ໃກ້ເຮືອນຮ້ານໄດ້, ພັນເອກ ດິງວັນທັ໊ງ, ຮອງຜູ້ບັນຊາການທະຫານເຮືອເຂດ 2 ອວຍພອນບຸນເຕັດໃຫ້ພະນັກງານ, ນັກຮົບຢູ່ເຮືອນຮ້ານຜ່ານເຄື່ອງໂທລະເລກ.
ນຳເອົາບຸນເຕັດມາສູ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1 - ảnh 8
ເພື່ອຮັບຂອງຂວັນບຸນເຕັດ, ເຮືອນຮ້ານ DK 1 ຕ້ອງມັດເຊືອກໃສ່ກັບກ່ຳປັ່ນໝາຍເລກ KN 261, ມັດຂອງຂວັນບຸນເຕັດໃສ່ເຊືອກ ແລ້ວດຶງເຂົ້າໄປເຮືອນຮ້ານ.
ນຳເອົາບຸນເຕັດມາສູ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1 - ảnh 9
ນຳເອົາບຸນເຕັດມາສູ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1 - ảnh 10
ນຳເອົາບຸນເຕັດມາສູ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1 - ảnh 11
ນຳເອົາບຸນເຕັດມາສູ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1 - ảnh 12
ຍ້ອນອາກາດບໍ່ອຳນວຍຄວາມສະດວກ, ພັນຕີ ຫງວຽນວັນເລິມ, ຫົວໜ້າບັນຊາກາເຮືອນຮ້ານ DK1/20 ທີ່ໄປພ້ອມກັບກຳປັ່ນໝາຍເລກ DK 261 ບໍ່ສາມາດຂຶ້ນໄປຮັບໜ້າທີ່ຢູ່ເຮືອນຮ້ານໄດ້.
ນຳເອົາບຸນເຕັດມາສູ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1 - ảnh 13
ນຳເອົາບຸນເຕັດມາສູ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1 - ảnh 14
ໃນມື້ສຸດທ້າຍຂອງການໄປປະຕິບັດງານ, ກ່ຳປັ່ນໝາຍເລກ KN 261 ຈຶ່ງພາຄະນະຜູ້ແທນ, ນັກຂ່າວ ຂຶ້ນເຮືອນຮ້ານ DK1/16 ໄດ້ ດ້ວຍວິທີມັດຕົນເອງໃສ່ເຊືອກຢູ່ເຄື່ອງຍົກຈາກກຳປັ່ນ ແລ້ວດຶງເຂົ້າເຮືອນຮ້ານ.
ນຳເອົາບຸນເຕັດມາສູ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1 - ảnh 15
ນຳເອົາບຸນເຕັດມາສູ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1 - ảnh 16
ນາຍສິບ ເລວັນເຢິ໊ຍ ປະດັບປະດາຕົ້ນດອກເໝີຍເພື່ອກະກຽມຕ້ອນຮັບບຸນເຕັດຢູ່ເຮືອນຮ້ານ DK 1/16
ນຳເອົາບຸນເຕັດມາສູ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1 - ảnh 17
ບັນດາຜູ້ແທນ, ນັກຂ່າວຢູ່ກຳປັ່ນໝາຍເລກ KN 261 ພ້ອມກັນຫໍ່ເຂົ້າຕົ້ມພ້ອມກັບພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1/16
ນຳເອົາບຸນເຕັດມາສູ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1 - ảnh 18
ເຖິງວ່າຢູ່ກາງທະເລກໍ່ຕາມ, ແຕ່ບັນດານັກຮົບຢູ່ເຮືອນຮ້ານກໍ່ໄດ້ປູກຜັກເພີ່ມຕື່ມອີກເພື່ອມາປຸງແຕ່ງອາຫານໃຫ້ແກ່ຄາບເຂົ້າ.
ນຳເອົາບຸນເຕັດມາສູ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1 - ảnh 19
ການຢ້ຽມຢາມ, ມອບຂອງຂວັນບຸນເຕັດໃຫ້ແກ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1 ແມ່ນການເຄື່ອນໄຫວເປັນປະຈຳເມື່ອບຸນເຕັດວຽນມາ, ເປັນການສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ, ລັດ, ກອງທັບ, ເຫຼົ່າທັບເຮືອ ແລະ ອາລົມຈິດຂອງປະຊາຊົນໃນທົ່ວປະເທດທີ່ມີຕໍ່ບັນດາກຳລັງທີ່ພວມປະຕິບັດໜ້າທີ່ຢູ່ເຂດທະເລຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ