ບັນດາສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວຍາມຕົ້ນປີໃໝ່ 2021 ຢູ່ຫວຽດນາມ

(VOVWORLD) -ຫວຽດນາມ ມີສະຖານທີ່ທ່ອງທ່ຽວສວຍງາມຫຼາຍແຫ່ງທີ່ດຶງດູດນັກທ່ອງທ່ຽວ. ໃນນັ້ນມີ: ນິງບິ່ງ, ດ່ານັ້ງ-ໂຮ້ຍອານ, ດ່າລາດ.. ແມ່ນເຂດດິນແດນທີ່ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ນັກທ່ອງທ່ຽວ, ນັບແຕ່ທິວທັດທຳມະຊາດຕະຫຼອດຮອດອາຫານການກິນຂອງແຕ່ລະເຂດ.

ຊາປາ

ບັນດາສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວຍາມຕົ້ນປີໃໝ່ 2021 ຢູ່ຫວຽດນາມ - ảnh 1
ຊາປາ ແມ່ນສະຖານທີ່ແຫ່ງທຳອິດໃນບັນຊີລາຍຊື່ທ່ອງທ່ຽວຍາມປີໃໝ່ສາກົນ 2021. ໄປທ່ອງທ່ຽວຢູ່ ຊາປາ ໃນຈຸດເວລານີ້, ຖ້າຫາກອຸນຫະພູມລົງຕ່ຳ, ເພື່ອນອາດຈະມີໂອກາດເຫັນຫິມະຕົກ ແລະ ນ້ຳກ້າມຢູ່ຈອມມູ Fansipan.
(ພາບ: thoidai.com.vn)
ຕາມດາວ
ເມື່ອມາທ່ອງທ່ຽວຢູ່ ຕາມດາວ, ແຂວງ ວິ້ງຟູ໊ກ, ເພື່ອນສາມາດຖ່າຍຮູບຢູ່ນ້ຳຕົກຕາດ ບາກ, ໂບດເກົ່າ ຫຼື ທ່ຽນວ້ຽນຈຸກເລິມ, ເຊິ່ງແມ່ນເຂດທີ່ເໝາະແກ່ການທ່ອງທ່ຽວ, ຜ່ອນຄາຍຄວາມອິດເມື່ອຍ.
ບັນດາສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວຍາມຕົ້ນປີໃໝ່ 2021 ຢູ່ຫວຽດນາມ - ảnh 2
ສະໜາມຫຼວງເຂດໃຈກາງ, ສະຖານທີ່ຖ່າຍຮູບທີ່ໄວໜຸ່ມນິຍົມ
ບັນດາສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວຍາມຕົ້ນປີໃໝ່ 2021 ຢູ່ຫວຽດນາມ - ảnh 3
ເຂດທັດສະນີຍະພາບ ໄຕທຽນ, ແມ່ນເຂດປູຊະນີຍະສະຖານວັດທະນະທຳ, ລວມມີຫຼາຍກິດຈະກຳທາງດ້ານສາສະໜາ.
ມົກເຈົາ
ເມື່ອໄປທ່ອງທ່ຽວຢູ່ເຂດພູພຽງ ມົກເຈົາ ໃນຍາມທ້າຍລະດູໜາວນີ້ນັກທ່ອງທ່ຽວຈະບໍ່ສາມາດລົງຫຼືມໄດ້.
ບັນດາສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວຍາມຕົ້ນປີໃໝ່ 2021 ຢູ່ຫວຽດນາມ - ảnh 4
ດອກໝາກໝັ້ນຂາວເບັ່ງບານໄປມົ່ວຮ່ວມພູຢູ່ ມົກເຈົາ
(ພາບ: kinhtemoitruong.vn)
ຮ່າຢາງ
ບັນດາສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວຍາມຕົ້ນປີໃໝ່ 2021 ຢູ່ຫວຽດນາມ - ảnh 5
ເມື່ອໄປທ່ຽວຢູ່ແຂວງ ຮ່າຢາງ, ນັກທ່ອງທ່ຽວບໍ່ພຽງແຕ່ໄດ້ຮັບຊົມດອກໄມ້ທີ່ມີສີສັນຫຼາກຫຼາຍເທົ່ານັ້ນ, ຫາກຍັງໄດ້ແວ່ຢ້ຽມຢາມບ້ານ, ເລາະຕະຫຼາດນັດທີ່ອຶກກະທຶກຄຶກໂຄມ ແລະ ໄດ້ຮັບປະທານເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງເຂດພູສູງນີ້ອີກດ້ວຍ.
ນິງບິ່ງ
ບັນດາສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວຍາມຕົ້ນປີໃໝ່ 2021 ຢູ່ຫວຽດນາມ - ảnh 6
ເມື່ອເວົ້າເຖິງ ນິງບິ່ງ, ນັກທ່ອງທ່ຽວຫຼາຍຄົນຈະຄິດເຖິງເຂດທັດສະນີຍະພາບ ຈ່າງອານ, ແຕ່ຢູ່ແຫ່ງນີ້ຍັງມີວັດ ບ້າຍດິ໊ງ, ຕາມກົກ-ບິ໊ກດົ້ງ… ເຂດເຫຼົ່ານີ້ແມ່ນມີຊື່ສຽງທີ່ສຸດ.
(ພາບ: thoidai.com.vn)
ເຫ້ວ
ບັນດາສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວຍາມຕົ້ນປີໃໝ່ 2021 ຢູ່ຫວຽດນາມ - ảnh 7
ສະຖານທີ່ທ່ອງທ່ຽວບາງແຫ່ງທີ່ດຶງດູດຢູ່ເຫ້ວ ຄື: ສວນສາທາລະນະ, ພະລາຊະວັງເຫ້ວ, ວັດ ທຽນມຸ… ແລະ ນັກທ່ອງທ່ຽວກໍ່ຄວນຍາດເວລາເພື່ອຮັບປະທານເຍື່ອງອາຫານທີ່ເປັນເອກະລັກສະເພາະຢູ່ທີ່ນີ້ອີກດ້ວຍ.
(ພາບ: vtc.vn)
ດ່ານັ້ງ - ໂຮ້ຍອານ
ບັນດາສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວຍາມຕົ້ນປີໃໝ່ 2021 ຢູ່ຫວຽດນາມ - ảnh 8
ດ່ານັ້ງ - ສະຖານທີ່ໜ້າປະທັບໃຈໃນໂອກາດພັກວັນບຸນ
(ພາບ: vtc.vn)
ບັນດາສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວຍາມຕົ້ນປີໃໝ່ 2021 ຢູ່ຫວຽດນາມ - ảnh 9
ແຕ່ດົນນານມາແລ້ວ, ໂຮ້ຍອານ ໄດ້ຮູ້ຈັກເຖິງແມ່ນເຂດທັດສະນີຍະພາບທີ່ມີຊື່ສຽງຢູ່ຫວຽດນາມ, ແຕ່ລະປີສະຖານທີ່ແຫ່ງນີ້ໄດ້ດຶງດູດນັກທ່ອງທ່ຽວມາຢ້ຽມຢາມນັບລ້ານເທື່ອຄົນ.
(ພາບ: kinhtemoitruong.vn)
ຝູກວ໊ກ
ບັນດາສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວຍາມຕົ້ນປີໃໝ່ 2021 ຢູ່ຫວຽດນາມ - ảnh 10
ຝູກວ໊ກ ແຂວງ ກຽນຢາງ ແມ່ນສະຫງວນໃຫ້ຜູ້ທີ່ມັກທ່ອງທ່ຽວຢູ່ເຂດທະເລທີ່ສະຫງົບງຽບ ແລະ ມັກກິນອາຫານທະເລສົດໆ.
(ພາບ: kinhtemoitruong.vn)
ເກິ່ນເທີ
ບັນດາສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວຍາມຕົ້ນປີໃໝ່ 2021 ຢູ່ຫວຽດນາມ - ảnh 11
ເກິ່ນເທີ ມີເຂດທ່ອງທ່ຽວທີ່ມີຊື່ສຽງຫຼາຍແຫ່ງດຶງດູດນັກທ່ອງທ່ຽວມາຢ້ຽມຢາມ, ລະຫຼີ້ນຄື: ຕະຫຼາດບົນແມ່ນ້ຳ ກ໊າຍຣັງ.
(ພາບ: vtc.vn)
ດ່າລາດ
ບັນດາສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວຍາມຕົ້ນປີໃໝ່ 2021 ຢູ່ຫວຽດນາມ - ảnh 12

ໃນມື້ໜຶ່ງຢູ່ດ່າລາດ, ເພື່ອນຈະເຫັນອາກາດຢູ່ທີ່ນີ້ຄືດັ່ງມີ 4 ລະດູ, ຕອນເຊົ້າອາກາດເປັນສີເຢັນໆ, ຕອນທ່ຽງແມ່ນອົບອຸ່ນ, ເມື່ອຕົກແລງມາກໍ່ຈະມີຝົນຝອຍໂດຍບັງເອີນ.

(ພາບ: kinhtemoitruong.vn)
ເກາະ ນາມຢູ
ບັນດາສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວຍາມຕົ້ນປີໃໝ່ 2021 ຢູ່ຫວຽດນາມ - ảnh 13
ເມື່ອມາເຂດເກາະ ນາມຢູ, ແຂວງ ກຽນຢາງ, ເພື່ອນສາມາດອາບນ້ຳທະເລຢູ່ ເກາະ ຮ່ອນເມົ໊າ, ຮ່ອນເດິດດໍ…
(ພາບ: vtc.vn)

ຕອບກັບ

ຂ່າວ/ບົດ​ອື່ນ