ບັນດາສະຖານທີ່ທ່ອງທ່ຽວທີ່ບໍ່ຄວນພາດເມື່ອໄປຢາມ ຮ່ານາມ

(VOVWORLD) - ແຂວງຮ່ານາມ ໄດ້ຮັບການເຊີດຊູວ່າ ເປັນສະຖານທີ່ທ່ອງທ່ຽວຫາກໍ່ພົ້ນເດັ່ນແຖວໜ້າ ອາຊີຍ້ອນມີບັນດາຄຸນຄ່າວັດທະນະທຳ, ປະຫວັດສາດທີ່ອຸດົມສົມບູນ ແລະ ຈັບອົກຈັບໃຈ.
ບັນດາສະຖານທີ່ທ່ອງທ່ຽວທີ່ບໍ່ຄວນພາດເມື່ອໄປຢາມ ຮ່ານາມ - ảnh 1
ໂດຍຕັ້ງຢູ່ປະຕູເຂົ້າ - ອອກເມືອງ ທາງທິດໃຕ້ຂອງ ຮ່າໂນ້ຍ, ຫ່າງຈາກ ຮ່າໂນ້ຍ ຂີ່ລົດພຽງແຕ່ 1 ຊົ່ວໂມງເທົ່ານັ້ນ, ແຂວງ ຮ່ານາມ ແມ່ນດິນແດນທີ່ເຕັມໄປດ້ວຍກຳລັງບົ່ມຊ້ອນພັດທະນາການທ່ອງທ່ຽວທາງຈິດວິນຍານ, ວັດທະນະທຳນິເວດ ແລະ ອາຫານການກິນ. ພາບ: nangluongsachvietnam.vn

ຫວ່າງມໍ່ໆມານີ້, ຮ່ານາມ ສືບຕໍ່ມີຊື່ໃນບັນຊີລາຍຊື່ສະເໜີເຂົ້າແຂ່ງຊິງນາມມະຍົດ World Travel Awards ຄັ້ງທີ 31 ພາກພື້ນ ອາຊີ - ປາຊີຟິກ, ຢູ່ 2 ເນື້ອໃນ “ສະຖານທີ່ທ່ອງທ່ຽວຫາກໍ່ພົ້ນເດັ່ນແຖວໜ້າ ອາຊີ” ແລະ “ຈຸດໝາຍປາຍທາງວັດທະນະທຳທ້ອງຖິ່ນແຖວໜ້າ ອາຊີ”. ກ່ອນໜ້ານັ້ນ, ປີ 2023, ຮ່ານາມ ກໍ່ໄດ້ຮັບການເຊີດຊູວ່າ ເປັນ “ຈຸດໝາຍປາຍທາງດ້ານວັດທະນະທຳທ້ອງຖິ່ນແຖວໜ້າໂລກ.

VOV5 ຈະແນະນຳສະຖານທີ່ທ່ອງທ່ຽວຈຳນວນໜຶ່ງທີ່ບໍ່ຄວນພາດເມື່ອໄປແຂວງ ຮ່ານາມ:

ເຂດທັດສະນີຍະພາບທາງຈິດວິນຍານ ວັດ ຕາມຈຸກ

ບັນດາສະຖານທີ່ທ່ອງທ່ຽວທີ່ບໍ່ຄວນພາດເມື່ອໄປຢາມ ຮ່ານາມ - ảnh 2
ເຂດທັດສະນີຍະພາບທາງຈິດວິນຍານ ວັດຕາມຈຸກ (ເມືອງ ກິມບ໋າງ, ແຂວງ ຮ່ານາມ) ຢູ່ທ່າມກາງແມ່ນ້ຳທີ່ກວ້າງໃຫຍ່, ງາມດັ່ງແດນສະຫວັນ. ພາບ: ວັດຕາມຈຸກ
ບັນດາສະຖານທີ່ທ່ອງທ່ຽວທີ່ບໍ່ຄວນພາດເມື່ອໄປຢາມ ຮ່ານາມ - ảnh 3
ບັນຍາກາດທີ່ສະຫງົບງຽບຂອງວັດ ໄດ້ສ້າງຄວາມຮູ້ສຶກຄືຢູ່ໃນໂລກແຫ່ງຄວາມສະຫງົບສຸກ ແລະ ສະບາຍໃຈໃຫ້ແກ່ຜູ້ມາຢ້ຽມຊົມ. ພາບ: ວັດ ຕາມຈຸກ
ບັນດາສະຖານທີ່ທ່ອງທ່ຽວທີ່ບໍ່ຄວນພາດເມື່ອໄປຢາມ ຮ່ານາມ - ảnh 4
ວັດ ເດ້ຍຕ້າງຟີລາຍ ຕັ້ງຢູ່ບ້ານ ນິງຈູງ, ຕາແສງ ລຽມເຊີນ, ເມືອງ ແທັງລຽມ, ແຂວງ ຮ່ານາມ. ຫວ່າງມໍ່ໆມານີ້, ວັດແຫ່ງດັ່ງກ່າວໄດ້ດຶງດູດເພື່ອນມິດ, ແຂກທ່ອງທ່ຽວທັງພາຍໃນ ແລະ ສາກົນ ເປັນຈຳນວນຫຼາຍ ຍ້ອນຄວາມງາມແບບສະຫງົບງຽບ. ພາບ: Minh Son/Vietnam+
ບັນດາສະຖານທີ່ທ່ອງທ່ຽວທີ່ບໍ່ຄວນພາດເມື່ອໄປຢາມ ຮ່ານາມ - ảnh 5
ດ້ວຍສະຖາປັດຕະຍາກຳທີ່ເປັນເອກະລັກ. ພາບ: Minh Son/Vietnam+
ບັນດາສະຖານທີ່ທ່ອງທ່ຽວທີ່ບໍ່ຄວນພາດເມື່ອໄປຢາມ ຮ່ານາມ - ảnh 6
ມູມໜຶ່ງຂອງວັດ ເດ້ຍຕ້າງຟີລາຍ, ພື້ນປູດ້ວຍຫີນຂາວ ແທນການປູດ້ວຍກະເບື້ອງແດງ. ພາບ: Minh Son/Vietnam+
ບັນດາສະຖານທີ່ທ່ອງທ່ຽວທີ່ບໍ່ຄວນພາດເມື່ອໄປຢາມ ຮ່ານາມ - ảnh 7
ໂດຍຕັ້ງຢູ່ບ້ານ ເຍິນເຮົ້າ, ຕາແສງ ຮວ່າເຮົ້າ, ເມືອງ ຫຼີເຍິນ, ເຮືອນຫຼັງນີ້ມີອາຍຸຮ້ອຍກວ່າປີຂອງ ບ໊າກຽນ ເຊິ່ງເປັນຕົວລະຄອນໜຶ່ງໃນສາງວັນນະຄະດີຂອງ ຫວຽດນາມ ໄດ້ກາຍເປັນສະຖານທີ່ຢ້ຽມຊົມຂອງແຂກທ່ອງທ່ຽວມາແຕ່ດົນ. ເຮືອນມີ 3 ຫ້ອງຕາມປະເພນີເຂດຊົນນະບົດທາງພາກເໜືອ ຫວຽດນາມ. (ພາບ: reatimes.vn)

ໝູ່ ບ້ານ ຫວູ ດ້າຍ

ບັນດາສະຖານທີ່ທ່ອງທ່ຽວທີ່ບໍ່ຄວນພາດເມື່ອໄປຢາມ ຮ່ານາມ - ảnh 8
ເຮືອນຫຼັງນີ້ປ່ຽນສີໄປຕາມການເວລາ ແລະ ຍັງຮັກສາໄດ້ຄວາມງາມແບບເກົ່າແກ່, ກາຍເປັນ “ວັດຖຸພັນອັນລ້ຳຄ່າຂອງ ໝູ່ບ້ານ ຫວູດ້າຍ. (ພາບ: reatimes.vn)
ບັນດາສະຖານທີ່ທ່ອງທ່ຽວທີ່ບໍ່ຄວນພາດເມື່ອໄປຢາມ ຮ່ານາມ - ảnh 9
ໝູບ້ານ ຫວູດາຍ ຍັງເປັນທີ່ຮູ້ຈັກກັນດີກັບເຍື່ອງອາຫານຕົ້ມປາເຄັມທີ່ມີສູດສະເພາະ, ເຂັ້ມຂຸ້ນໄປດ້ວຍລົດຊາດແບບດັ້ງເດີມ. (ພາບ: cakhovudai.net)
ໂບດ ເສີກຽ
ບັນດາສະຖານທີ່ທ່ອງທ່ຽວທີ່ບໍ່ຄວນພາດເມື່ອໄປຢາມ ຮ່ານາມ - ảnh 10
ໂດຍໄດ້ຄົງຕົວມາໄດ້ກວ່າ 140 ກວ່າປີ, ໂບດ ເສີກ້ຽນ ແມ່ນເໂບດຫຼັງໜຶ່ງທີ່ມີສະຖາປັດຕະຍາກຳທາງທິດຕາເວັນອອກ ຕາເວັນຕົກ ທີ່ແປກຕາ, ຍິ່ງດຶງດູດ ແລະ ສ້າງຄວາມປະທັບໃຫ້ແກ່ແຂກທ່ອງທ່ຽວ. (ພາບ: laodong.vn)
ບັນດາສະຖານທີ່ທ່ອງທ່ຽວທີ່ບໍ່ຄວນພາດເມື່ອໄປຢາມ ຮ່ານາມ - ảnh 11
ໂບດ ເສີກ້ຽນ ຫຼື ຍັງໄດ້ເອີ້ນວ່າ ໂບດ ແກ໋ເສີ ແມ່ນໂບດຂອງສາສະໜາຄຼິດ ໂຣມາ ຕັ້ງຢູ່ເທດສະບານເມືອງ ກ້ຽນເຄ, ເມືອງ ແທັງລຽມ, ແຂວງ ຮ່ານາມ. ພາບ: baohanam.vn
ບັນດາສະຖານທີ່ທ່ອງທ່ຽວທີ່ບໍ່ຄວນພາດເມື່ອໄປຢາມ ຮ່ານາມ - ảnh 12
(ພາບ: laodong.vn)
ບັນດາສະຖານທີ່ທ່ອງທ່ຽວທີ່ບໍ່ຄວນພາດເມື່ອໄປຢາມ ຮ່ານາມ - ảnh 13
ດ້ວຍປະຫວັດສາດແຫ່ງການພັດທະນາມາເປັນເວລາກວ່າ 1.000 ປີ, ໝູ່ບ້ານເຮັດຄ້ອງ ດ້ອຍຕາມ ຢູ່ ເມືອງ ຢຸຍຕຽນ ໄດ້ຮັບຖືວ່າເປັນໜຶ່ງໃນບັນດາສະຖານທີ່ທີ່ມີຊື່ສຽງກ່ຽວກັບຜະລິດຕະພັນຄ້ອງທີ່ເປັນມູນເຊື້ອ. ພາບ: baodanang.vn
ບັນດາສະຖານທີ່ທ່ອງທ່ຽວທີ່ບໍ່ຄວນພາດເມື່ອໄປຢາມ ຮ່ານາມ - ảnh 14
ຄ້ອງ ດ້ອຍຕາມ ແມ່ນຄວາມເອກອ້າງທະນົງໃຈຂອງປະຊາຊົນທ້ອງຖິ່ນ. ພາບ: afamily.vn ໝູ່ບ້ານຕຳ່ຫູກທໍໄໝ ຍາຊ໋າ, ຢູ່ເມືອງ ຢຸຍຕຽນ ກໍແມ່ນບ່ອນຄົ້ນຫາ, ລົງຕົວຈິງທີ່ໜ້າຈັບໃຈສຳລັບແຂກທ່ອງທ່ຽວ. ພາບ: baohanam.vn
ບັນດາສະຖານທີ່ທ່ອງທ່ຽວທີ່ບໍ່ຄວນພາດເມື່ອໄປຢາມ ຮ່ານາມ - ảnh 15
ໝູ່ບ້ານຕຳ່ຫູກທໍໄໝ ຍາຊ໋າ, ຢູ່ເມືອງ ຢຸຍຕຽນ ກໍແມ່ນບ່ອນຄົ້ນຫາ, ລົງຕົວຈິງທີ່ໜ້າຈັບໃຈສຳລັບແຂກທ່ອງທ່ຽວ. ພາບ: baohanam.vn
ບັນດາສະຖານທີ່ທ່ອງທ່ຽວທີ່ບໍ່ຄວນພາດເມື່ອໄປຢາມ ຮ່ານາມ - ảnh 16
ພາບ: vietnamhoinhap.vn

ຕອບກັບ

ຂ່າວ/ບົດ​ອື່ນ