ບັນດາຮູບພາບເອກະສານອັນລ້ຳຄ່າກ່ຽວກັບປະທານໂຮ່ຈີມິນ

(VOVWORLD) -ເນື່ອງໃນໂອກາດສະເຫລີມສະຫລອງ 129 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ((19/05/1890 - 19/05/2019), ພວກເຮົາພ້ອມກັນເບິ່ງຄືນບັນດາຮູບພາບເອກະສານອັນລ້ຳຄ່າກ່ຽວກັບປະທານໂຮ່ຈິີມິນ ເພື່ອມີຄວາມເຂົ້າໃຈຕື່ມອີກກ່ຽວກັບຊີວິດ ແລະ ພາລະກິດຂອງຜູ້ນຳຍິ່ງໃຫຍ່ຂອງຊາດຫວຽດນາມ.

ບັນດາຮູບພາບເອກະສານອັນລ້ຳຄ່າກ່ຽວກັບປະທານໂຮ່ຈີມິນ - ảnh 1

ປະທານໂຮ່ຈີມິນ (19/5/1890 – 2/9/1969), ຊື່ແທ້ແມ່ນ ຫງວຽນຊີງກູງ (ຫງວຽນເຕີດແທ່ງ) ຢູ່ ບ້ານກີມລຽນ (ບ້ານແຊນ). ປະຈຸບັນ ເຮືອນຢູ່ຂອງເພີ່ນໄດ້ກາຍເປັນເຂດອະນຸສອນສະຖານ ປະທານໂຮ່ຈີມິນ ແລະ ໄດ້ຮັບການຢັ້ງຢືນແມ່ນເຂດປະຫວັດສາດພິເສດລະດັບຊາດ

ບັນດາຮູບພາບເອກະສານອັນລ້ຳຄ່າກ່ຽວກັບປະທານໂຮ່ຈີມິນ - ảnh 2

ວັນທີ 05/6/1911 ຢູ່ ທ່າກຳປັ່ນ ຍ່າຣົ່ງ, ອ້າຍບ່າວ ຫງວຽນເຕີດແທ່ງ ໄດ້ເດີນທາງອອກຈາກປະເທດຊາດ, ຂຶ້ນກຳປັ່ນ Latouche Treville ເພື່ອໄປຫາເສັ້ນທາງກູ້ຊາດ.

ທ່າກຳປັ່ນ ຍ່າຣົ່ງ ປີ 1911 (ພາບເອກະສານ)

ບັນດາຮູບພາບເອກະສານອັນລ້ຳຄ່າກ່ຽວກັບປະທານໂຮ່ຈີມິນ - ảnh 3

. ໃນຫລາຍປີແຫ່ງການເຄື່ອນໄຫວປະຕິວັດ, ເພີ່ນໄດ້ໃສ່ຊື່ແມ່ນ ຫງວຽນອາຍກວັກ ແລະ ຊື່ອື່ນໆອີກ. ພາບນັກປະຕິວັດ ຫງວຽນອາຍກວັກ ເມື່ອອາຍຸ 30 ປີ ໄລຍະຢູ່ ຝລັ່ງ ໄປຊອກຫາເສັ້ນທາງກູ້ຊາດ.


ບັນດາຮູບພາບເອກະສານອັນລ້ຳຄ່າກ່ຽວກັບປະທານໂຮ່ຈີມິນ - ảnh 4 ຫງວຽນອາຍກວັກ  ທີ່ກອງປະຊຸມໃຫຍ່ ຄັ້ງທີ XVIII ຂອງພັກສັງຄົມ ຝລັ່ງ ຢູ່ Tours ເດືອນ 12/1920
ບັນດາຮູບພາບເອກະສານອັນລ້ຳຄ່າກ່ຽວກັບປະທານໂຮ່ຈີມິນ - ảnh 5  ວັນທີ 2/9/1945, ປະທານ ໂຮ່ຈີມິນ ອ່ານບົດຖະແຫລງປະກາດເອກະລາດຢູ່ ສະຫນາມຫລວງ ບາດີງ, ສະຖາປະນາປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ.
ບັນດາຮູບພາບເອກະສານອັນລ້ຳຄ່າກ່ຽວກັບປະທານໂຮ່ຈີມິນ - ảnh 6 ຄຳຮຽກຮ້ອງປະຊາຊົນໃນທົ່ວປະເທດເຂົ້າຮ່ວມການຕໍ່ຕ້ານ ໂດຍປະທານໂຮ່ຈີມິນ ຮຽບຮຽງ ແມ່ນຄຳປຸກລະດົມການຕໍ່ຕ້ານຕ້ານຝລັ່ງເມື່ອທ້າຍປີ 1946.
ບັນດາຮູບພາບເອກະສານອັນລ້ຳຄ່າກ່ຽວກັບປະທານໂຮ່ຈີມິນ - ảnh 7

ປະທານໂຮ່ຈີມິນ ລົງຢ້ຽມຢາມ ແລະ ມອບແຖວຕົວຫນັງສື “ຈົ່ງຮັກພັກດີຕໍ່ປະເທດຊາດ, ສຸດຈິດສຸດໃຈຕໍ່ປະຊາຊົນ" ໃຫ້ມະຫາວິທະຍາໄລ ເຈີນກວັກຕວນ  ທີ່ພິທີໄຂສົກຮຽນເມື່ອປີ 1946.

ບັນດາຮູບພາບເອກະສານອັນລ້ຳຄ່າກ່ຽວກັບປະທານໂຮ່ຈີມິນ - ảnh 8ປະທານໂຮ່ຈີມິນ ຂ້າມຫ້ວຍໄປເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 2 ຂອງພັກ ຢູ່ ເຂດຕໍ່ຕ້ານ ຫວຽດບັກ (ທາງທິດເຫນືອຫວຽດນາມ) ເມື່ອເດືອນ 2/1951. 
ບັນດາຮູບພາບເອກະສານອັນລ້ຳຄ່າກ່ຽວກັບປະທານໂຮ່ຈີມິນ - ảnh 9

ປະທານໂຮ່ຈີມິນ ໂອ້ລົມກັບ ນ້ອງ ຫງວຽນທິແທງ, ຊື່ງແມ່ນຜູ້ຍາດໄດ້ນາມມະຍົດ ນັກຮົບແຂ່ງຂັນຂະແຫນງຜະລິດເຈ້ຍ ຊື່ງແມ່ນຜູ້ແທນມີອາຍຸຫນຸ່ມແຫນ້ນກວ່າໝູ່ມາຮ່ວມກອງປະຊຸມ ນັກຮົບແຂ່ງຂັນທົ່ວປະເທດຄັ້ງທີ 1.

(ພາບຖ່າຍຢູ່ ຕວຽນກວາງ ເດືອນ 5/1952)

ບັນດາຮູບພາບເອກະສານອັນລ້ຳຄ່າກ່ຽວກັບປະທານໂຮ່ຈີມິນ - ảnh 10

ປະທານໂຮ່ຈີມິນ ໂອ້ລົມກັບພະນັກງານ ຢູ່ ຊຸດຮຽນຂອງບັນດາອົງການສູນກາງ

(ພາບຖ່າຍຢູ່ ຫວຽດບັກ ປີ 1953)

ບັນດາຮູບພາບເອກະສານອັນລ້ຳຄ່າກ່ຽວກັບປະທານໂຮ່ຈີມິນ - ảnh 11

ພາບປະຫວັດສາດ ປະທານໂຮ່ຈີມິນ ພ້ອມກັບ ພົນເອກ ຫວໍງວຽນຢາບ ປຶກສາຫາລືແຜນການຕໍ່ສູ້ກ່ອນທີ່ເລີ່ມບັ້ນຮົບ ດ້ຽນບຽນຝູ ປີ 1954.

ບັນດາຮູບພາບເອກະສານອັນລ້ຳຄ່າກ່ຽວກັບປະທານໂຮ່ຈີມິນ - ảnh 12ປະທານໂຮ່ຈີມິນ ແລະ ພົນເອກ ຫວໍງວຽນຢາບ ໃນການໄປຢ້ຽມຢາມກົມກອງຕັ້ງທັບຢູ່ ບ່ອນປິດລັບເມື່ອປີ 1954. 
ບັນດາຮູບພາບເອກະສານອັນລ້ຳຄ່າກ່ຽວກັບປະທານໂຮ່ຈີມິນ - ảnh 13

ປະທານໂຮ່ຈີມິນ ແລະ ປະທານ ສາທາລະນະລັດປະຊາທິປະໄຕ ເຢຍລະມັນ Wilhelm Pieck ເມື່ອປີ 1957

ບັນດາຮູບພາບເອກະສານອັນລ້ຳຄ່າກ່ຽວກັບປະທານໂຮ່ຈີມິນ - ảnh 14

ປະທານໂຮ່ຈີມິນ ໂອ້ລົບກັບຜູ້ແທນເຂົ້າຮ່ວມກອງປະຊຸມສະຫລຸບວຽກງານກວດກາພັກ ຢູ່ ຮ່າໂນ້ຍ ເມື່ອວັນທີ 29/7/1964.

ບັນດາຮູບພາບເອກະສານອັນລ້ຳຄ່າກ່ຽວກັບປະທານໂຮ່ຈີມິນ - ảnh 15

ປະທານໂຮ່ຈີມິນ ເຖິງແກ່ມໍລະນະກຳ ເວລາ 9 ໂມງ 47 ນາທີ ຕອນເຊົ້າວັນທີ 2 ກັນຍາປີ 1969 ດ້ວຍຄວາມໂສກເສົ້າສຸດເສຍດາຍຂອງຊາວຫວຽດນາມນັບລ້ານໆຄົນ ແລະ ປະຊາຊົນຢູ່ຫລາຍປະເທດໃນໂລກ.

(ພາບເອກະສານ: ຮູບພາບງານສົບປະທານໂຮ່ຈິມີນ ຢູ່ ສະຫນາມຫລວງ ບາດີງ)

ຕອບກັບ

ຂ່າວ/ບົດ​ອື່ນ