ບຸນປີໃໝ່ສາກົນ 2020: ບັນດາສະຖານທີ່ທ່ອງທ່ຽວທີ່ດູດດືມຢູ່ພາກເໜືອ ຫວຽດນາມ

(VOVWORLD) -ພັກບຸນປີໃໝ່ສາກົນ 2020, ວິທະຍຸກະຈາຍສຽງຫວຽດນາມ ຂໍແນະນຳບັນດາສະຖານທີ່ທ່ອງທ່ຽວ ຢູ່ໃກ້ກັບຮ່າໂນ້ຍ ທີ່ໄດ້ຮັບຄວາມຊົມຊອບ
ບຸນປີໃໝ່ສາກົນ 2020: ບັນດາສະຖານທີ່ທ່ອງທ່ຽວທີ່ດູດດືມຢູ່ພາກເໜືອ ຫວຽດນາມ - ảnh 1
ທ້ຳ ມົວ ຢູ່ບໍລິເວນ ບ້ານ ເຄເດົ່າຫ້າ ຕາແສງນິງຊວັນ, ເມືອງຮວາລື ແຂວງນິງບິ່ງ ໄດ້ຮັບຖືວ່າ ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດືມທີ່ສຸດສຳລັບໄວໜຸ່ມໃນປີທີ່ຜ່ານມາ
ບຸນປີໃໝ່ສາກົນ 2020: ບັນດາສະຖານທີ່ທ່ອງທ່ຽວທີ່ດູດດືມຢູ່ພາກເໜືອ ຫວຽດນາມ - ảnh 2
ຈາກຈອມພູ ມົວ ແຂກທ່ອງທ່ຽວ ອາດຈະຮັບຊົມທິວທັດທົ່ວເຂດ ຕາມກົກ ດ້ວຍຄວາມງາມທີ່ແຂກທ່ອງທ່ຽວ ຕ່າງປະເທດ ໄດ້ຍ້ອງຍໍປຽບເໝືອນ ສະຖານທີ່ທ່ອງທ່ຽວຕ່າງໆ ຂອງ ຫວຽດນາມຄື ກີ່ວ ມ໊າປິແລ່ງໃນ ແຂວງຮ່າຢາງ ຫຼື ມາຍເຈົາໃນແຂວງຮ່ວາບິ່ງ.
ບຸນປີໃໝ່ສາກົນ 2020: ບັນດາສະຖານທີ່ທ່ອງທ່ຽວທີ່ດູດດືມຢູ່ພາກເໜືອ ຫວຽດນາມ - ảnh 3
ດ້ວຍຄວາມງົດງາມມະຫັດສະຈັນ ເຊັ່ນ ທາດ ໂຊ໊ງອາວ, ໜອງບົວ ແລະ ເສັ້ນທາງເຮັດດ້ວຍໄມ້ມີຮູບຫົວໃຈ…ສະຖານທີ່ນີ້ ຫ່າງຈາກຮ່າໂນ້ຍ ເວລາພຽງໜຶ່ງຊົ່ວໂມງຂີ່ລົດ ແນ່ນອນວ່າຈະກາຍເປັນສະຖານທີ່ທີ່ດູດດືມສຳລັບແຂກທ່ອງທ່ຽວ.
ບຸນປີໃໝ່ສາກົນ 2020: ບັນດາສະຖານທີ່ທ່ອງທ່ຽວທີ່ດູດດືມຢູ່ພາກເໜືອ ຫວຽດນາມ - ảnh 4
ຊາປາ - ສະຖານທີ່ທ່ອງທ່ຽວທີ່ດູດດືມທີ່ສຸດຢູ່ພາກເໜືອ ຫວຽດນາມ. ພວກເພື່ອນຂີ່ລົດພຽງ 2-3 ຊົວໂມງ ກໍ່ຈະຮອດດິນແດນແຫ່ງນີ້
ບຸນປີໃໝ່ສາກົນ 2020: ບັນດາສະຖານທີ່ທ່ອງທ່ຽວທີ່ດູດດືມຢູ່ພາກເໜືອ ຫວຽດນາມ - ảnh 5
ໂດຍນອນຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງປະເທດຊາດ. ຊາປາ ໄດ້ຮັບຖືວ່າ ແມ່ນສະຖານທີ່ມະຫັດສະຈັນຂອງທິດທັດທຳມະຊາດ ແລະ ມະນຸດ.
ບຸນປີໃໝ່ສາກົນ 2020: ບັນດາສະຖານທີ່ທ່ອງທ່ຽວທີ່ດູດດືມຢູ່ພາກເໜືອ ຫວຽດນາມ - ảnh 6
ເທດສະບານເມືອງຖືກປົກຄຸມດ້ວຍກຸ່ມເມກ ເຊິ່ງເປັນສະຖານທີ່ ດູດດືມສຳລັບແຂກທ່ອງທ່ຽວດ້ວຍ ທິວທັດພູຜາປ່າໄມ້, ບັນດາສະຖານທີ່ເຂັ້ມຄົ້ນໄປດ້ວຍສີສັນບັນດາເຜົ່າສ່ວນໜ້ອຍ.
ບຸນປີໃໝ່ສາກົນ 2020: ບັນດາສະຖານທີ່ທ່ອງທ່ຽວທີ່ດູດດືມຢູ່ພາກເໜືອ ຫວຽດນາມ - ảnh 7
ໄປຮອດ ມົກເຈົາຮັບຊົມດອກຜັກກາດຂາວ, ຮັບຊົມກຸ່ມເມກເລືອນລອຍຢູ່ຈອມພູ ຕາຊົ່ວ.
ບຸນປີໃໝ່ສາກົນ 2020: ບັນດາສະຖານທີ່ທ່ອງທ່ຽວທີ່ດູດດືມຢູ່ພາກເໜືອ ຫວຽດນາມ - ảnh 8
ຕາຊົ່ວ ຖືກຂະໜານນາມວ່າ ແມ່ນດິນແດນສະຫວັນ ເຖິງວ່າ ເພື່ອນຢືນຢູ່ບໍ່ວາບ່ອນໃດ ໃນຈອມພູ ຕາຊົ່ວກໍ່ປຽບເໝືອນຢືນຢູ່ ດິນແດນສະຫວັນ.

ຕອບກັບ

ຂ່າວ/ບົດ​ອື່ນ