ບຸນເຕັດຫວຽດ - ບຸນເຕັດຢູ່ຕາມທ້ອງຖະໜົນປີ 2023

(VOVWORLD) -ລາຍການ “ບຸນເຕັດຫວຽດນາມ - ບຸນເຕັດຢູ່ຕາມທ້ອງຖະໜົນປີ 2023” ແນໃສ່ໂຄສະນາ ປະຫວັດສາດວັດທະນະທຳ ການທ່ອງທ່ຽວຂອງຮ່າໂນ້ຍໃຫ້ແກ່ແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນ
ບຸນເຕັດຫວຽດ - ບຸນເຕັດຢູ່ຕາມທ້ອງຖະໜົນປີ 2023 - ảnh 1
ບຸນເຕັດຢູ່ຕາມທ້ອງຖະໜົນປີ 2023 ແມ່ນຫົວເລື່ອງລຸລ່ວງບັນດາການເຄື່ອນໄຫວວັດທະນະທຳ ຊົມເຊີຍພັກ, ຊົມເຊີຍລະດູບານໃໝ່ ໂດຍຄະນະຄຸ້ມຄອງໜອງຮ່ວານກຽມ ສົມທົບກັບກຸ່ມດິ່ງລາງຫວຽດນາມ, ບັນດານັກຄົ້ນຄ້ວາວັດທະນະທຳຈັດຂຶ້ນແນໃສ່ວາດພາດເຖິງຈຸດຄວາມງາມທາງດ້ານວັດທະນະທຳສິລະປະຂອງບຸນປີໃໝ່ປະຈຳຊາດ ຫວຽດນາມ
ບຸນເຕັດຫວຽດ - ບຸນເຕັດຢູ່ຕາມທ້ອງຖະໜົນປີ 2023 - ảnh 2
ໃນວັນທຳອິດເລີ່ມຕົ້ນບັນດາການເຄື່ອນໄຫວ, ວັນທີ 8 ມັງກອນ 2023 (ກົງກັບວັນທີ 17 ເດືອນ 12 ໄລ່ຕາມຈັນທະປະຕິຖິນ) ຢູ່ຖະໜົນເກົ່າຮ່າໂນ້ຍ ໄດ້ຈັດພິທີຕ່າງໆເຊັ່ນ ພິທີແຫ່ວໍຖະຫວາຍບູຊາຢູ່ສາລາບ້ານ, ພິທີໄຫວ້ບຸຊາພະອໍລະຫັນຜູ້ກໍ່ສ້າງໝູ່ບ້ານ ແລະ ຜູ້ສ້າງອາຊີບ (ໃນຮູບຖ່າຍແມ່ນຄະນະແຫ່ເຄື່ອງຂອງບູຊາ ຢູ່ສາລາບ້ານ ຈາກເຮືອນເລກທີ 87 ຖະໜົນມາໄມ, ຮ່າໂນ້ຍ ແຫ່ຜ່ານຖະໜົນບາງສາຍ ແລະ ຖະຫວາຍເຄື່ອງຂອງບູຊາຢູ່ສາລາບ້ານ ກິມເງິນ
ບຸນເຕັດຫວຽດ - ບຸນເຕັດຢູ່ຕາມທ້ອງຖະໜົນປີ 2023 - ảnh 3
ພິທີຕັ້ງຕົ້ນໄມ້ໄຜ່ໃນວັນບຸນເຕັດຢູ່ສາລາບ້ານກິມເງິນ
ບຸນເຕັດຫວຽດ - ບຸນເຕັດຢູ່ຕາມທ້ອງຖະໜົນປີ 2023 - ảnh 4
ຢູ່ສາລາບ້ານກິມເງິນ ໃນຊຸມມື້ນີ້ ແຂກທ່ອງທ່ຽວໄດ້ມາຢ້ຽມຊົມທັດສະນະສຶກສາ ເຊິ່ງຈະໄດ້ຮັບຊົມບັນຍາກາດບຸນເຕັດ ກໍ່ຄືໄດ້ຮັບການແນະນຳໂຕແມວໃນປີນີ້ ພ້ອມທັງແນະນຳພາບພື້ນເມືອງຮ່າງຈົ່ງ, ກິມຮ່ວານ, ດົງໂຮ່…
ບຸນເຕັດຫວຽດ - ບຸນເຕັດຢູ່ຕາມທ້ອງຖະໜົນປີ 2023 - ảnh 5
ການໂຄສະນາວັດທະນະທຳ ຂຽນຕົວໜັງສືໃນວັນບຸນເຕັດ, ການຂໍຕົວໜັງສື - ສິ່ງທີ່ຄິດວ່າຖືກສູນຫາຍໄປແຕ່ ຍັງຄົງໄດ້ຮັບການຮັກສາເສີມຂະຫຍາຍຢ່າງແຂງແຮງຄືນໃໝ່ໃນຊຸມວັນທີ່ຜ່ານມາ
ບຸນເຕັດຫວຽດ - ບຸນເຕັດຢູ່ຕາມທ້ອງຖະໜົນປີ 2023 - ảnh 6
ຢູ່ເຮືອນມໍລະດົກເລກທີ 87, ຖະໜົນມາໄມ ຮ່າໂນ້ຍ ຄະນະຈັດຕັ້ງໄດ້ຈັດວາງເຄື່ອງຂອງ ແລະ ແນະນຳການດຳລົງຊີວິດການຕ້ອນຮັບບຸນເຕັດຂອງຄອບຄົວໜຶ່ງຢູ່ຮ່າໂນ້ຍ ເມື່ອກ່ອນນີ້
ບຸນເຕັດຫວຽດ - ບຸນເຕັດຢູ່ຕາມທ້ອງຖະໜົນປີ 2023 - ảnh 7
ງ່າດອກຄາຍ ແຕກດອກອອກໜໍ່ຢູ່ເດີນເຮືອນມໍລະດົກ
ບຸນເຕັດຫວຽດ - ບຸນເຕັດຢູ່ຕາມທ້ອງຖະໜົນປີ 2023 - ảnh 8
ບັນດາເອກະສານແນະນຳກ່ຽວກັບບຸນເຕັດ ອັນເປັນປະເພນີ ຖືກວາງສະແດງຢູ່ເຮືອນເລກທີ 87 ຖະໜົນມ້າໄມ
ບຸນເຕັດຫວຽດ - ບຸນເຕັດຢູ່ຕາມທ້ອງຖະໜົນປີ 2023 - ảnh 9
ບຸນເຕັດຫວຽດ - ບຸນເຕັດຢູ່ຕາມທ້ອງຖະໜົນປີ 2023 - ảnh 10
ກໍ່ຢູ່ເຮືອນມໍລະດົກຫຼັງນີ້ ແຂກທ່ອງທ່ຽວໄດ້ເຂົ້າຮ່ວມການເຄື່ອນໄຫວຫໍ່ເຂົ້າຕົ້ມໃນໂອກາດບຸນເຕັດ ຫວຽດນາມ
ບຸນເຕັດຫວຽດ - ບຸນເຕັດຢູ່ຕາມທ້ອງຖະໜົນປີ 2023 - ảnh 11
ເຂດວາງສະແດງພາບແຕ້ມ ດ້ວຍຫົວເລື່ອງ “ແມວ” - ສັດປະເພດໜຶ່ງຂອງປີ 2023 - ຢູ່ສູນແລກປ່ຽນວັດທະນະທຳຄຸ້ມຖະໜົນເກົ່າທີ່ເຮືອນເລກທີ 50 ຖະໜົນດ່າວຢຸຍຕື່ຮ່າໂນ້ຍ.
ບຸນເຕັດຫວຽດ - ບຸນເຕັດຢູ່ຕາມທ້ອງຖະໜົນປີ 2023 - ảnh 12
ງານວາງສະແດງຮູບຖ່າຍຂອງກຸ່ມຈິດຕະກອນຢູ່ຮ່າໂນ້ຍ
ບຸນເຕັດຫວຽດ - ບຸນເຕັດຢູ່ຕາມທ້ອງຖະໜົນປີ 2023 - ảnh 13
ສູນວັດທະນະທຳສີລະປະທີ່ເຮືອນເລກທີ 23 ຖະໜົນ ຮ່າງບວມ ປະດັບປະດາດ້ວຍດອກຄາຍ, ດອກເບັນຈະມາດ ເພື່ອຕ້ອນຮັບແຂກທ່ອງທ່ຽວເນື່ອງໃນໂອກາດບຸນເຕັດປີແມວ 2023.
ບຸນເຕັດຫວຽດ - ບຸນເຕັດຢູ່ຕາມທ້ອງຖະໜົນປີ 2023 - ảnh 14
ບັນດາເພື່ອນໜຸ່ມໄດ້ຖືວ່າຢູ່ແຫ່ງນີ້ແມ່ນສະຖານທີ່ຖ່າຍທຳຮູບເງົາ
ບຸນເຕັດຫວຽດ - ບຸນເຕັດຢູ່ຕາມທ້ອງຖະໜົນປີ 2023 - ảnh 15
ບຸນເຕັດຫວຽດ - ບຸນເຕັດຢູ່ຕາມທ້ອງຖະໜົນປີ 2023 - ảnh 16
ເນື່ອງໃນໂອກາດນີ້ ສະຖານທີ່ແຫ່ງນີ້ໄດ້ກາຍເປັນຈຸດນັດພົບຂອງເພື່ອນໜຸ່ມມັກຖ່າຍຮູບ ເປັນທີ່ລະນຶກ ດ້ວຍຊຸດເສື້ອຍາວອັນເປັນປະເພນີ
ບຸນເຕັດຫວຽດ - ບຸນເຕັດຢູ່ຕາມທ້ອງຖະໜົນປີ 2023 - ảnh 17
ສ່ວນຢູ່ຖະໜົນຝຸ່ງຮຶງ ບັນດານັກສິລະປະການ ແລະ ນາຍຊ່າງຫັດຖະກຳຂອງບັນດາໝູ່ບ້ານອາຊີບຫວຽດນາມ ໄດ້ແນະນຳບັນດາຜະລິດຕະພັນສິນພິເສດຂອງ ຫວຽດນາມ.

ລາຍການ ບຸນເຕັດຫວຽດນາມ - ບຸນເຕັດຢູ່ຕາມທ້ອງຖະໜົນປີ 2023 ຖືກຈັດຂຶ້ນນັບແຕ່ນີ້ ຮອດວັນທີ 28 ກຸມພາ ປີ 2023 ກົງກັບວັນທີ 9 ເດືອນ 2 ໄລ່ຕາມຈັນທະປະຕິທິນ ຈຶ່ງອັດລົງ. ນີ້ແມ່ນບັນດາການເຄື່ອນໄຫວວັດທະນະທຳແນະນຳໃຫ້ມະຫາຊົນຮັບຊາບກ່ຽວກັບເຂດວັດທະນະທຳສິລະປະທີ່ເປັນເອກະລັກສະເພາະກໍ່ຄືຈຸດຄວາມງາມອັນເປັນປະເພນີໃນບຸນປີໃໝ່ ປະຈຳຊາດ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ