ປີຂານ ຮັບຊົມການແຂ່ງຂັນທີ່ສະໜາມ ໂຫກວຽນ ຢູ່ ເຫ້ວ

(VOVWORLD) -ໂດຍຕັ້ງຢູ່ບ້ານ ຖຸຍບຽວ, ນະຄອນ ເຫ້ວ, ແຂວງ ເທື່ອທຽນເຫ້ວ; ໂຮກວຽນ ແມ່ນສະໜາມແຂ່ງຂັນໄດ້ຮັບການກໍ່ສ້າງໃນສະໄໝເຈົ້າຊີວິດ ຫງວຽນ ເພື່ອຈັດການແຂ່ງຂັນລະຫວ່າງ ຊ້າງ ແລະ ເສືອ.
ປີຂານ ຮັບຊົມການແຂ່ງຂັນທີ່ສະໜາມ ໂຫກວຽນ ຢູ່ ເຫ້ວ - ảnh 1
ສະໜາມແຂ່ງຂັນແມ່ນໃຊ້ເພື່ອຈັດການແຂ່ງຂັນລະຫວ່າງ ຊ້າງ ແລະ ເສືອໃຫ້ແກ່ເຈົ້າຊີວິດ, ເຈົ້ານາຍ ແລະ ປະຊາຊົນຮັບຊົມ; ພ້ອມທັງຝຶກໃຫ້ຊ້າງມີຄວາມຊິນເຄີຍກັບການຕໍ່ສູ້ຕອນສູ້ຮົບ.
ປີຂານ ຮັບຊົມການແຂ່ງຂັນທີ່ສະໜາມ ໂຫກວຽນ ຢູ່ ເຫ້ວ - ảnh 2
ໂຫກວຽນ ລວມມີກຳແພງຮູບວົງມົນ 2 ຊັ້ນ. ກຳແພງຢູ່ທາງໃນສູງ 5,90 ແມັດ, ກຳແພງຢູ່ທາງນອກສູງ 4,75 ແມັດ.
ປີຂານ ຮັບຊົມການແຂ່ງຂັນທີ່ສະໜາມ ໂຫກວຽນ ຢູ່ ເຫ້ວ - ảnh 3
ໂຫກວຽນ ໄດ້ຮັບການກໍ່ສ້າງແບບລຽບງ່າຍແຕ່ໝັ້ນແກ່ນແໜ້ນໜາດີ, ສະນັ້ນມາຮອປະຈຸບັນ ສະໜາມແຂ່ງຂັນຍັງໄດ້ຮັກສາໄວ້ເໝືອນເດີມ.
ປີຂານ ຮັບຊົມການແຂ່ງຂັນທີ່ສະໜາມ ໂຫກວຽນ ຢູ່ ເຫ້ວ - ảnh 4
ໃນສະໄໝເຈົ້າຊີວິດ ຫວຽນ, ການແຂ່ງຂັນລະຫວ່າງ ຊ້າງ ແລະ ເສືອ ໄດ້ຮັບການຈັດຂຶ້ນເປັນປະຈຳ ແລະ ໄດ້ຮັບຖືວ່າແມ່ນວັນບຸນໃຫຍ່ຂອງພະລາຊະວັງ ແລະ ມະຫາຊົນ. ຫຼັງຈາກນັ້ນ, ເພື່ອຮັບປະກັນຄວາມປອດໄພ, ປີ 1830, ເຈົ້າຊີວິດ ມິນມ້າງ ຈຶ່ງອະນຸຍາດໃຫ້ກໍ່ສ້າງສະໜາມແຂ່ງຂັນຂຶ້ນມາ ໂດຍສະເພາະແຂ່ງຂັນຢູ່ໂນນພູ ລອງທໍ້, ເອືນວ່າ ໂຫກວຽນ.
ປີຂານ ຮັບຊົມການແຂ່ງຂັນທີ່ສະໜາມ ໂຫກວຽນ ຢູ່ ເຫ້ວ - ảnh 5
ຢູ່ອ້ອມຮອບກຳແພງມີຄອກເສືອ 5 ຫ້ອງ ແລະ ປະຕູໃຫຍ່ດຽວທີ່ສະຫງວນໃຫ້ ຊ້າງ ເຂົ້າແຂ່ງຂັນ.
ປີຂານ ຮັບຊົມການແຂ່ງຂັນທີ່ສະໜາມ ໂຫກວຽນ ຢູ່ ເຫ້ວ - ảnh 6
ເຂດເຈົ້າຊີວິດນັ່ງຮັບຊົມການແຂ່ງຂັນ.
ປີຂານ ຮັບຊົມການແຂ່ງຂັນທີ່ສະໜາມ ໂຫກວຽນ ຢູ່ ເຫ້ວ - ảnh 7
ປີຂານ ຮັບຊົມການແຂ່ງຂັນທີ່ສະໜາມ ໂຫກວຽນ ຢູ່ ເຫ້ວ - ảnh 8
ປະຕູພາ ເສືອ ເຂົ້າສະໜາມແຂ່ງຂັນ. ເສືອ ຖືກຂັງຢູ່ເຂດນີ້ກ່ອນທີ່ຈະແຂ່ງຂັນ.
ປີຂານ ຮັບຊົມການແຂ່ງຂັນທີ່ສະໜາມ ໂຫກວຽນ ຢູ່ ເຫ້ວ - ảnh 9
ປະຕູດ້ານນອກຂອງຄອກ ເສືອ.
ປີຂານ ຮັບຊົມການແຂ່ງຂັນທີ່ສະໜາມ ໂຫກວຽນ ຢູ່ ເຫ້ວ - ảnh 10
ຊ້າງ ເຂົ້າສະໜາມແຂ່ງຂັນດ້ວຍປະຕູໃຫຍ່ໂດຍສະເພາະ ແລະ ບໍ່ຖືກຂັງ.
ປີຂານ ຮັບຊົມການແຂ່ງຂັນທີ່ສະໜາມ ໂຫກວຽນ ຢູ່ ເຫ້ວ - ảnh 11
ໂຫກວຽນ ຢູ່ ເຫ້ວ ຖືວ່າແມ່ນເຂດປູຊະນີຍະສະຖານພິເສດ ແລະ ເປັນເອກະລັກສະເພາະຂອງ ຫວຽດນາມ; ໄດ້ຮັບການຮັບຮອງວ່າແມ່ນເຂດປູຊະນີຍະສະຖານລະດັບຊາດນັບແຕ່ປີ 1998.

ຕອບກັບ

ຂ່າວ/ບົດ​ອື່ນ