ຝໍ໊ດຶກເຟືອງ - ນັກດົນຕີທີ່ມີຊື່ສຽງຂອງພື້ນຖານດົນຕີຫວຽດນາມ ຍຸກປັດຈຸບັນ

(VOVWORLD) -ຕະຫຼອດຊີວິດຕິດພັນກັບດົນຕີ, ນັກດົນຕີຝໍ໊ດຶກເຟຶອງໄດ້ເຖິງແກ່ມໍລະນະກຳໃນຕອນທ່ຽງວັນທີ 19 ກັນຍາຢູ່ຮ່າໂນ້ຍ ລວມອາຍຸ 76 ປີ.
ຝໍ໊ດຶກເຟືອງ - ນັກດົນຕີທີ່ມີຊື່ສຽງຂອງພື້ນຖານດົນຕີຫວຽດນາມ ຍຸກປັດຈຸບັນ - ảnh 1
ນັກດົນຕີ ຝໍ໊ດຶກເຟືອງ ເກີດປີ 1944. ຄາວອາຍຸ 18 ປີທ່ານເສັງໄດ້ຄະແນນເຂົ້າຂະແໜງຟີຊິກຊາດ ມະຫາວິທະຍາໄລສ້າງຄູ. ແຕ່ຮອດປີ 1965 ຝໍ໊ດຶກເຟືອງ ຂໍເຊົ່າຮຽນດ້ວຍເຫດຜົນສະພາບຄອບຄົວປະສົບກັບຄວາມຫຍຸ້ງຍາກ ແລະ ທ່ານໄດ້ກາຍເປັນສະມາຊິກສັງກັດນິຄົມກະເສດຂຶ້ນກັບນິຄົມກະເສດ ເກືອລອງ (ແຂວງຮ່ວາບິ່ງ).
ຝໍ໊ດຶກເຟືອງ - ນັກດົນຕີທີ່ມີຊື່ສຽງຂອງພື້ນຖານດົນຕີຫວຽດນາມ ຍຸກປັດຈຸບັນ - ảnh 2
ປີ 1966 ຝໍ໊ດຶກເຟືອງ ເສັງເຂົ້າໂຮງຮຽນດົນຕີຫວຽດນາມ (ປັດຈຸບັນແມ່ນສະຖາບັນດົນຕີແຫ່ງຊາດຫວຽດນາມ). ນັກຕັ້ງແຕ່ຊຸມວັນທຳອິດ ທີ່ກ້າວເຂົ້າສູ່ວຽກງານປະພັນດົນຕີ, ຝໍ໊ດຶກເຟືອງ ໄດ້ເລືອກໃຫ້ແກ່ຕົນເອງແຫຼງບັນດາໃຈກ່ຽວກັບບ້ານເກີດເມືອງນອນ
ຝໍ໊ດຶກເຟືອງ - ນັກດົນຕີທີ່ມີຊື່ສຽງຂອງພື້ນຖານດົນຕີຫວຽດນາມ ຍຸກປັດຈຸບັນ - ảnh 3
ນັກດົນຕີ ຝໍ໊ດຶກເຟືອງບົນເວທີສະແດງ Liveshow ທີ່ຈອມພູ ຝູ່ເວິນ ປີ2016

ປີ 2001 ທ່ານໄດ້ຮັບລາງແຫ່ງລັດກ່ຽວກັບວັນນະຄະດີສີລະປະທີ່ສະຫງວນໃຫ້ແກ່ບັນດາບົດເພງ: ບັນດານາງສາວຂັບ ກວານຫໍ້, ໜອງເທິງພູ, ທິດທັດໜອງໂຮ່ໄຕ, ຍາຈາງໃນລະດູໃບໄມ້ຫຼົນ, ທີ່ຈອມພູຝູ່ເວິນ.

ຝໍ໊ດຶກເຟືອງ - ນັກດົນຕີທີ່ມີຊື່ສຽງຂອງພື້ນຖານດົນຕີຫວຽດນາມ ຍຸກປັດຈຸບັນ - ảnh 4
ນັກດົນຕີ ຝໍ໊ດຶກເຟືອງ ຖ່າຍຮູບເປັນທີ່ລະນຶກພ້ອມກັບຜູ້ຊົມຢູ່ Liveshow ທີ່ຈອມພູ ຝູ່ເວິນເມື່ອເດືອນທັນວາ 2016
ຝໍ໊ດຶກເຟືອງ - ນັກດົນຕີທີ່ມີຊື່ສຽງຂອງພື້ນຖານດົນຕີຫວຽດນາມ ຍຸກປັດຈຸບັນ - ảnh 5
ນັກດົນຕີ ຝໍ໊ດຶກເຟືອງ ກອດຮັກຮ້ອງ ຕຸ່ງເຢຶອງພາຍຫຼັງທີ່ນັກຮ້ອງຄົນນີ້ສະແດງບົດເພງ ໜອງເທິງພູ, ດົນຕີພື້ນເມືອງໄດ້ຊືມເລິກເຂົ້າໃນບົດເພງໂດຍ ຝໍ໊ດຶກເຟືອງ ປະພັນ ອັນໄດ້ສ້າງຊື່ສຽງຮຽງນາມໃຫ້ແກ່ນັກສີລະປິນນັກຮ້ອງທີ່ມີຊື່ສຽງຂອງຫວຽດນາມຄື: ແທງລາມ, ມີ໊ລິງ, ຈ້ອງເຕິ໊ນ…
ຝໍ໊ດຶກເຟືອງ - ນັກດົນຕີທີ່ມີຊື່ສຽງຂອງພື້ນຖານດົນຕີຫວຽດນາມ ຍຸກປັດຈຸບັນ - ảnh 6
ພ້ອມກັບນັກດົນຕີ 3 ຄົນທີ່ມີຊື່ສຽງຄື ເຈິ່ນຕຽນ, ຫງວຽນເກືອງ, ເຢຶອງທຸ, ນັກດົນຕີ ຝໍ໊ດຶກເຟືອງແມ່ນໜຶ່ງໃນຈຳນວນນັກດົນຕີ 4 ຄົນທີ່ມີຊື່ສຽງ ຂອງພື້ນຖານດົນຕີຫວຽດນາມໃນຍຸກປັດຈຸບັນ
ຝໍ໊ດຶກເຟືອງ - ນັກດົນຕີທີ່ມີຊື່ສຽງຂອງພື້ນຖານດົນຕີຫວຽດນາມ ຍຸກປັດຈຸບັນ - ảnh 7
ໃນພາລະກິດຂອງຕົນ ແຕ່ປີ 2002 – 2009 ທ່ານໄດ້ດຳລົງຕຳແໜ່ງເປັນຜູ້ອຳນວຍການສູນປົກປ້ອງ ລິຂະສິດດົນຕີຫວຽດນາມ ແລະ ເປັນຮອງປະທານສະມາຄົມດົນຕີຮ່າໂນ້ຍ
ຝໍ໊ດຶກເຟືອງ - ນັກດົນຕີທີ່ມີຊື່ສຽງຂອງພື້ນຖານດົນຕີຫວຽດນາມ ຍຸກປັດຈຸບັນ - ảnh 8
ໃນເດືອນກໍລະກົດທີ່ຜ່ານມາ, ຄອບຄົວ, ໝູ່ເພື່ອນ ແລະ ບັນດາຜູ້ນິຍົມດົນຕີຈັດຄ່ຳຄືນສະແດງດົນຕີທີ 2ຂອງສະເພາະທ່ານເອງດ້ວຍຊື່ວ່າ “ສຽງເພງພິເສດ”.

ຝໍ໊ດຶກເຟືອງ - ນັກດົນຕີທີ່ມີຊື່ສຽງຂອງພື້ນຖານດົນຕີຫວຽດນາມ ຍຸກປັດຈຸບັນ - ảnh 9
ນັກດົນຕີ ຝໍ໊ດຶກເຟືອງ ພ້ອມກັບຜູ້ເປັນເມຍ

ຕອບກັບ

ຂ່າວ/ບົດ​ອື່ນ